Followers

Sunday, June 15, 2008

ຮັກນີ້ຈາກຂົ້ວຫົວໃຈ


ມື້ເຊົ້ານີ້ ພໍ່ກັບແມ່ໄປຕັກບາດຢູ່ເຮືອນບຸນໃກ້ໆຫ້ອງການບ້ານ ສ່ວນພໍ່ຕູ້ກັບແມ່ຕູ້ໄປເຮືອນນ້າ ສາວຢູ່ແຖວຕະຫຼາດໜອງດ້ວງ. ມີແຕ່ນ້ອຍ, ເອື້ອຍ ແລະນ້ອງສາວເຝົ້າເຮືອນ. ບໍ່ມີໃຜເລົ່ານິທານສູ່ຟັງ ນ້ອຍກໍເລີຍໄປ ຄົ້ນເບິ່ງປຶ້ມນິທານຢູ່ໃນຕູ້ປຶ້ມຫ້ອງເຮັດວຽກຂອງພໍ່ ກໍເລີຍໄປພໍ້ປຶ້ມຂຽນກາງເກົ່າກາງໃໝ່ ຂອງພໍ່ຫົວໜຶ່ງ ມີລາຍມືພໍ່ຂຽນມະງ້ອງມະແງ້ງຄ້າຍໆຄືບົດບັນທຶກປະຈຳວັນ ແຕ່ເມື່ອອ່ານເບິ່ງແລ້ວ ກໍຮູ້ ສຶກວ່າມັນຄ້າຍຄືກັບບົດເລື່ອງສັ້ນ ທີ່ພໍ່ແຕ່ງຂຶ້ນຫວ່າງບໍ່ເທົ່າໃດເດືອນມານີ້ກໍເລີຍລອງອ່ານເບິ່ງເນື້ອໃນມີ ຄືແນວນີ້:
“ໄປຮຽນຢູ່ອົດສະຕຣາລີແລ້ວ ບໍ່ດົນເຈົ້າກໍຄົງລືມຂ້ອຍນໍ.” ຂ້ອຍລະບາຍຄວາມໃນໃຈໃຫ້ນາງໄດ້ຍິນ ດ້ວຍສຽງເສົ້າໆ ແນມເບິ່ງດວງໜ້າອັນສົດໃສຂອງຜູ້ປ່ຽມດ້ວຍຄວາມສຸກ.
ນາງເຫຼືອດຕາມາຫາຂ້ອຍ ພ້ອມກັບສົ່ງຮອຍຍິ້ມຫວານໃຫ້ຂ້ອຍກ່ອນຈະເອີ່ຍປາກເວົ້າ:
“ເປັນໄປບໍ່ໄດ້ດອກ, ຊຸນ. ເຖິງຈະຢູ່ໄກກັນຄົນລະຟາກຟ້າ ແຕ່ພວກເຮົາກໍສາມາດສົ່ງໃຈຫາກັນໄດ້ເກືອບ ທຸກເວລານາທີ. ຂ້ອຍຈະສົ່ງອິເມັວມາຫາເຈົ້າທຸກໆມື້ເລີຍລະ!”. ຂ້ອຍງຶກຫົວຮັບຮູ້ໃນຄວາມຈິງໃຈ ຂອງນາງ.
ນັບແຕ່ໄດ້ຮູ້ຈັກກັນມາເປັນເວລາກວ່າຫ້າປີ ນາງໄດ້ສະແດງຄວາມເປັນກັນເອງກັບຂ້ອຍຈົນຂ້ອຍແນ່ໃຈ ຢ່າງຍິ່ງວ່ານາງຄົງບໍ່ປັນຫ້ອງຫົວໃຈໄປໃຫ້ໃຜອີກແລ້ວນອກຈາກຂ້ອຍຜູ້ດຽວ. ພວກເຮົາທັງສອງໄດ້ລຶ້ງເຄີຍກັນ ຕັ້ງແຕ່ທີ່ໄດ້ຮ່ວມຮຽນຢູ່ສະຖາບັນດຽວກັນ ເຖິງແມ່ນຂ້ອຍຈະແກ່ໄປກວ່ານາງເຖິງ 3 ປີ ແຕ່ການໃຊ້ຄຳສັບພະ ນາມແທນຕົວຂ້ອຍແລະນາງກໍແມ່ນຄຳວ່າ “ເຈົ້າ” ແລະ “ຂ້ອຍ” ຢູ່ສະເໝີ. ນາງບໍ່ເຄີຍໃຊ້ ຄຳນຳໜ້າ “ອ້າຍ” ຕໍ່ໃຊ້ຊື່ຂອງຂ້ອຍຈັກເທື່ອ. ນາງມັກຈະເອີ້ນຂ້ອຍສັ້ນໆວ່າ “ຊຸນ” ແຕ່ບາງເທື່ອໃນກອງປະຊຸມໜ່ວຍຊາວໜຸ່ມຂອງ ສະຖາບັນ ນາງຈຶ່ງຈະເອີ້ນຊື່ເຕັມຂ້ອຍວ່າ “ວິຊຸນ”. ທຸກຄັ້ງທີ່ໄດ້ຍິນສຽງເອີ້ນຊື່ຈາກປາກນາງ ຂ້ອຍຈະມີຄວາມ ຮູ້ສຶກແປກປະຫຼາດຢູ່ໃນຫົວໃຈ ແລະຂ້ອຍມັກຈະຫຼົງເພີນແນມເບິ່ງໃບໜ້າຮູບໄຂ່ໄດ້ສ່ວນຂອງນາງຈົນບາງຄັ້ງນາງ ໄດ້ມາຖາມຂ້ອຍແບບງອນໆວ່າ: “ເປັນຫຍັງຄືມາເບິ່ງຂ້ອຍເອົາແທ້ເອົາວ່າ ປານກັບບໍ່ເຄີຍເຫັນນີ້ລະ?”
ຂ້ອຍກໍຕອບອອກໄປແບບກວນໆວ່າ “ກະເພິ່ນຜູ້ງາມຫັ້ນເດ ຂໍເບິ່ງເປັນຂວັນຕາແດ່ກໍບໍ່ໄດ້ຊັ້ນບໍ?”
ນາງໄດ້ແຕ່ຫຼັບຕາຊັງດ້ວຍໃບໜ້າອັນແດງເຮື່ອ. ເຖິງຈະຮຽນຢູ່ຄົນລະຊັ້ນຮຽນແລະຄະນະແຕກຕ່າງກັນ ແຕ່ພວກເຮົາຊໍ້າຜັດໄດ້ເຮັດວຽກຊາວໜຸ່ມຮ່ວມ ກັນ. ຈາກຄວາມລຶ້ງເຄີຍຢູ່ໃນການຈັດຕັ້ງ, ຂ້ອຍກໍຖືໂອກາດລຶ້ງເຄີຍນາງຢູ່ທາງຄອບຄົວໄປພ້ອມ. ຄອບຄົວຂອງ ນາງເປັນຄອບຄົວພະນັກງານ ພໍ່ຂອງນາງມີຕຳແໜ່ງເປັນເຖິງຫົວໜ້າກົມ ສ່ວນແມ່ນັ້ນຢູ່ເຮືອນຕຳ່ຫູກແລະເຮັດ ນາ. ຂ້ອຍມັກຈະໄປຊ່ອຍວຽກເຮືອນຂອງນາງໃນວັນພັກ ໂດຍສະເພາະໃນຍາມເຮັດນາ. ບໍ່ວ່າຈະເປັນການປັກດຳ ຫຼືເກັບກ່ຽວ, ຂ້ອຍຕ້ອງມີໜ້າປະກອບສ່ວນເປັນປະຈຳ ຈົນຂ້ອຍປຽບເໝືອນສ່ວນໜຶ່ງຂອງຄອບຄົວນາງ. ພໍ່ແມ່ ຂອງນາງຈະໃຫ້ຄວາມເມດຕາຂ້ອຍຄື​ດັ່ງລູກຊາຍຂອງເພິ່ນຜູ້ໜຶ່ງ. ແຕ່ເມື່ອເພິ່ນຖາມເຖິງວິຊາທີ່ຂ້ອຍກຳລັງຮຽນ ນັ້ນ ຂ້ອຍກໍບອກເພິ່ນວ່າຮຽນຢູ່ຄະນະສຶກສາສາດ ຮຽນຈົບແລ້ວກໍຈະໄປເປັນຄູສອນຢູ່ໂຮງຮຽນມັດທະຍົມ, ເພິ່ນກໍສະແດງສີໜ້າແບບໃດແບບໜຶ່ງ ຊຶ່ງເຮັດໃຫ້ຂ້ອຍຕີລາຄາຍາກວ່າເພິ່ນຄິດແນວໃດຕໍ່ອາຊີບທີ່ຂ້ອຍຮຽນນັ້ນ. ແລ້ວຂ້ອຍກໍໄດ້ເປັນຄູສອນຢູ່ຊັ້ນມັດທະຍົມປາຍແຫ່ງໜຶ່ງໃນຕົວເມືອງວຽງຈັນຕາມຄວາມຫວັງທີ່ຂ້ອຍມີໄວ້. ສ່ວນ ນາງໄດ້ເປັນພະນັກງານສັງກັດລັດຢູ່ກະຊວງແຫ່ງໜຶ່ງລຸນຫຼັງທີ່ຂ້ອຍເປັນຄູສອນໄປແລ້ວໜຶ່ງປີ. ເຮັດວຽກບໍ່ຮອດ ສອງປີ ນາງກໍໂຊກດີເສັງຕໍ່ທຶນໄປຮຽນປະລິນຍາໂທຢູ່ອົດສະຕຣາລີໄດ້.
“ຄິດຫຍັງຢູ່ ຄືວ່າມິດແທ້!” ນາງເອີ່ຍຂຶ້ນ ເຮັດໃຫ້ຂ້ອຍພົ້ນຈາກພະວັງແຫ່ງອະດີດເມື່ອສີ່ຫ້າປີກ່ອນ.
“ບໍ່ໄດ້ຄິດຫຍັງດອກ ພຽງແຕ່ໃຈມັນລ່ອງລອຍໄປຕາມກະແສຂອງຄົນທີ່ຫົວໃຈພວມຖືກຫຼອມລະລາຍ ຈາກອະນາຄົດທີ່ຈະມາພາກຄົນທີ່ລຶ້ງແກ່ນກັນໄປຢູ່ໄກແສນໄກ.” “ເວົ້າປານນັກປະພັນພຸ້ນເນາະ! ຂ້ອຍວ່າແລ້ວເດ ໄປແລ້ວບໍ່ແມ່ນຊິມິດຊ້ອຍມ້ອຍປານຫອຍໄຂ່ ຂ້ອຍຊິ ຂຽນຖາມຂ່າວເຈົ້າທຸກໆມື້ດອກ!” ນາງໃຫ້ຄວາມຫວັງແກ່ຂ້ອຍອີກ ຊຶ່ງກໍເຮັດໃຫ້ຂ້ອຍພໍໃຈນຳຄຳເວົ້ານັ້ນ.
ນາງແລະຂ້ອຍລົມກັນຢູ່ຫ້ອງຮັບແຂກເຮືອນຂອງນາງ ຫຼັງຈາກທີ່ຄອບຄົວຂອງນາງກິນເຂົ້າແລງແລ້ວ. ນ້ອງສາວຈອມສະຫຼອກກອກຂອງນາງມາລັກຟັງການໂອ້ລົມຂອງພວກເຮົາທັງສອງແຕ່ຍາມໃດກໍບໍ່ຮູ້, ນາງໂປໂລ ໜ້າເຂົ້າມາແລະກໍເວົ້າຢອກລໍ້ພວກເຮົາທັງສອງວ່າ:
“ບາດເອື້ອຍຈັນໄປອົດສະຕຣາລີແລ້ວ ຄືຊິບໍ່ໄດ້ມານັ່ງລົມກັນແບບນີ້ອີກລະນໍ! ຄືຊິໄດ້ລົມກັນທາງອິນເຕີ ເນັດຕິນໍ!” “ຄືຊິແມ່ນແນວນັ້ນລະ.” ຂ້ອຍຕອບນ້ອງສາວຂອງນາງໄປດ້ວຍຫົວໃຈອັນວຸ່ນວາຍ ເພາະຍັງພຽງມື້ດຽວ ນາງກໍຈະອອກເດີນທາງແລ້ວ. “ເອື້ອຍຈັນບໍ່ຢູ່, ອ້າຍຊຸນກໍຕ້ອງມາຫຼິ້ນເຮືອນພວກນ້ອງຄືເກົ່າຄືຫຼັງເດີ! ບາດຮອດຍາມບຸນຫໍ່ເຂົ້າກໍຢ່າ ລືມມາຫໍ່ເຂົ້າຕົ້ມຊ່ອຍເດີ!” ນ້ອງສາວຂອງນາງກ່າວຕໍ່ອີກ.
“ແນ່ນອນຢູ່ແລ້ວເລື່ອງນັ້ນ.” ຂ້ອຍຮັບປາກຢ່າງໜັກແໜ້ນ.
ມື້ທີ່ນາງເດີນທາງອອກຈາກວຽງຈັນເພື່ອມຸ່ງສູ່ດິນແດນແຫ່ງຈິງໂຈ້ ເພື່ອຄວາມກ້າວໜ້າຂອງຊີວິດ. ນອກ ຈາກສະມາຊິກພາຍໃນຄອບຄົວຂອງນາງແລ້ວ ກໍມີຂ້ອຍຜູ້ໜຶ່ງທີ່ມາສົ່ງນາງ. ຂ້ອຍມີຊໍ່ດອກໄມ້ທີ່ຫາ ເພື່ອນຄູຍິງທີ່ ສອນຢູ່ໂຮງຮຽນດຽວກັນຊ່ອຍຫໍ່ໃຫ້ ພ້ອມດ້ວຍປຶ້ມບັນທຶກຫໍ່ຢ່າງດີເປັນຂອງຂວັນໃຫ້ແກ່ນາງ. ນາງຮັບຊໍ່ດອກໄມ້ ຈາກມືຂ້ອຍດ້ວຍໃບໜ້າອັນເສົ້າແຕ່ແຝງໄວ້ເຖິງຄວາມເຊື່ອໝັ້ນຕໍ່ການຈາກໄປເທື່ອນີ້. “ໂຊກດີເດີ, ຈັນ! ຂໍໃຫ້ເດີນທາງດ້ວຍຄວາມປອດໄພ ແລະປະສົບຜົນສຳເລັດໃນການສຶກສາ. ຂ້ອຍ ຈະຄ່ອຍເປັນກຳລັງໃຈໃຫ້.” ສຽງທີ່ເປັ່ງອອກຈາກໃຈຈິງຂອງຂ້ອຍຍັງສະທ້ອນຢູ່ໃນເອິກຈົນເຖິງດຽວນີ້.
“ຂໍໃຫ້ຊຸນຈົ່ງໂຊກດີຄືກັນເດີ! ລາກ່ອນ! ໄປຮອດພຸ້ນແລ້ວຂ້ອຍຈະອິເມັວມາຫາດອກ!” ກ່າວສຸດ ນາງ ກໍກົ້ມໜ້າ ພະຍາຍາມເຊື່ອງຊ້ອນຢາດນໍ້າທີ່ຈະໄຫຼອອກຈາກເບົ້າຕາ ແລ້ວກໍຫັນໜ້າໄປຄອບລາພໍ່ແມ່ ແລະພວກ ນ້ອງໆຂອງນາງ. ນາງໂບກມືລາກ່ອນຮ່າງຂອງນາງຈະຫາຍລັບເຂົ້າໄປໃນດ່ານກວດກາຄົນອອກເມືອງ. ຂ້ອຍ ແລະສະມາຊິກໃນຄອບຄົວຂອງນາງພາກັນຍ່າງລົງຂັ້ນໄດເດີ່ນບິນວັດໄຕ ດ້ວຍຄວາມຫ່ວງຫາຜູ້ທີ່ເດີນທາງໄປ. ຂ້ອຍບໍ່ຮູ້ວ່າພໍ່ແມ່ແລະນ້ອງຂອງນາງມີຄວາມຮູ້ສຶກແນວໃດ ແຕ່ຄວາມຮູ້ສຶກຂອງຂ້ອຍຍາມນີ້ມັນຊ່າງເໝືອນຖືກ ຍັກທົດສະກັນພາກນາງສີດາໄປຈາກອ້ອມອົກຂອງພະລາມເອົາໂລດ. ມັນຊ່າງປະຈວບເໝາະກັນແທ້ໆ ຕອນຂາ ກັບທີ່ຂ້ອຍແວ່ເຂົ້າໄປຊື້ເຄື່ອງຂຽນຢູ່ຕະຫຼາດເຊົ້າ ແວ່ວສຽງເພງເສົ້າໆທີ່ມີເນື້ອໃນແບບດຽວກັບທີ່ຂ້ອຍກຳລັງ ປະສົບຢູ່ດັງເຈື່ອຍແຈ້ວເຂົ້າສູ່ໂສດປະສາດ...
“ພຽງນ້ອງຈາກລາ ນໍ້າຕາຂ້າຕົກ
ເຈັບຊໍ້າລະກຳໃນອົກ ເໝືອນໄຟນາລົກເຜົາໃຈ
ພົບໜ້າທຸກວັນ ນ້ອງກໍຈາກໄປ
ສູ່ຖິ່ນແຄວ້ນອັນແສນໄກ ຂ້ານີ້ອາໄລອາວອນ...”
ຄືນມື້ນັ້ນ ຂ້ອຍນອນຫຼັບຕາບໍ່ລົງ ຄິດຫາແຕ່ຄົນທີ່ຂ້ອຍຮູ້ໃຈ ຊຶ່ງຫາກໍຈາກໄປສູ່ຖິ່ນແດນໄກບໍ່ໄດ້ພໍເທົ່າ ໃດຊົ່ວໂມງ. ຂ້ອຍນັບເວລານາທີຢາກຈະໃຫ້ມື້ໃໝ່ມາຮອດໄວໆ ເພື່ອຈະໄດ້ໄປກວດເບິ່ງອິເມັວຢູ່ຮ້ານອິນເຕີເນັດ ແຖວໃກ້ໆເຮືອນ. ໄຄແຕ່ວ່າມື້ໃໝ່ທີ່ຈະມາເຖິງແມ່ນວັນເສົາ ວ່າງຈາກການໄປສອນໜັງສື ຄັນບໍ່ຊັ້ນກໍຄົງບໍ່ມີເວລາ. ຕອນເຊົ້າມື້ຕໍ່ມາ ຂ້ອຍຍ່າງໄປຮ້ານອິນເຕີເນັດແລະນັ່ງເປີດອິເມັວ ແຕ່ກໍບໍ່ພົບຂໍ້ຄວາມໃດໆຈາກນາງ. ຂ້ອຍຈຶ່ງ ຊວດຮູ້ເມືອຄີງວ່າ ນາງຫາກໍໄປໄດ້ແຕ່ມື້ດຽວ ເຮັດແນວໃດຊິທັນມາສົ່ງອິເມັວຫາ. ຄິດໄດ້ດັ່ງນັ້ນ ກໍໄດ້ແຕ່ລະບາຍ ຄວາມຮູ້ສຶກຂອງຕົນລົງໃສ່ອິເມັວແລ້ວສົ່ງຫານາງ. ຫວັງໃຈໄວ້ວ່າ ຫາກນາງເປີດເບິ່ງນາງຈະໄດ້ເຫັນຂໍ້ຄວາມໃນ ໃຈຂອງຂ້ອຍທີ່ສົ່ງຫານາງນັ້ນ ມັນຄົງເຮັດໃຫ້ນາງເຫັນຊຶ້ງໄດ້ເຖິງຄວາມຈິງໃຈຂອງຂ້ອຍທີ່ມີຕໍ່ນາງ.
ຈົນວ່າໜຶ່ງອາທິດຜ່ານໄປ ຂ້ອຍຈຶ່ງໄດ້ຮັບອິເມັວຈາກນາງ, ຂ້ອຍດີໃຈຈົນບອກບໍ່ຖືກ. ຄວາມໃນໃຈຂອງ ນາງໄປຫຼັ່ງໄຫຼອອກມາເປັນຕົວອັກສອນ ຊຶ່ງໄດ້ເຮັດໃຫ້ຫົວໃຈຂອງຂ້ອຍໂພງໃຫຍ່ປານໝາກປຸ່ມເປົ້າທີ່ພວມປິວ ແວ່ງຢູ່ກາງຫາວ. ນາງເລົ່າກ່ຽວກັບຄວາມເປັນໄປຕ່າງໆທີ່ນາງໄດ້ປະສົບຢູ່ຕ່າງແດນ ທັງສັນຍາກັບຂ້ອຍວ່າຈະ ຮຽນໃຫ້ຈົບພາຍໃນສອງປີ. ປີໜຶ່ງຜ່ານໄປຢ່າງຫວານຊື່ນ, ຂໍ້ຄວາມທາງອິເມັວຖືກສົ່ງມາເປັນປະຈຳບໍ່ໄດ້ຂາດ ມີທັງຮູບພາບການ ເຄື່ອນໄຫວຕ່າງໆສົ່ງໃຫ້ເບິ່ງເປັນໄລຍະໆ. ການໄປມາຫາສູ່ຄອບຄົວຂອງນາງ ຂ້ອຍກໍໄປທຸກເສົາທຸກອາທິດບໍ່ໄດ້ ຂາດ ມີວຽກຫຍັງຂ້ອຍກໍຊ່ອຍຕາມຄວາມສາມາດ. ຕົກເຖິງພັກແລ້ງປີນີ້ ຂ້ອຍໄດ້ຮັບການແຕ່ງຕັ້ງຈາກຂັ້ນເທິງ ໃຫ້ລົງພື້ນຖານຢູ່ເຂດເມືອງນອກເຂດນະຄອນຫຼວງເປັນເວລາ 3 ເດືອນ. ຂ້ອຍໄປຄອບພໍ່ແມ່ແລະນ້ອງຂອງນາງ ກ່ຽວກັບການໄປປະຕິບັດໜ້າທີ່ຄັ້ງນີ້, ພ້ອມທັງສົ່ງຂ່າວບອກໃຫ້ນາງຮູ້ວ່າຕະຫຼອດສາມເດືອນດັ່ງກ່າວ ການສົ່ງອິ ເມັວຫຼືແຊັດຫາກັນນັ້ນຄົງຈະເປັນໄປບໍ່ໄດ້ ເພາະຂ້ອຍຕ້ອງໄດ້ໄປຢູ່ເຂດທີ່ບໍ່ມີອິນເຕີເນັດ. ດ່ັງນັ້ນ ຄົງຈະຕ້ອງໃຊ້ ການສົ່ງຂ່າວທາງຈົດໝາຍແທນ. ນາງໄດ້ສະແດງຄວາມເປັນຫ່ວງຕໍ່ການລົງພື້ນຖານຂອງຂ້ອຍໃນຄັ້ງນີ້ ແຕ່ນາງກໍ ເຊື່ອໝັ້ນກັບຜົນສຳເລັດທີ່ຂ້ອຍຈະໄດ້ຮັບໃນອະນາຄົດ. ຕະຫຼອດໄລຍະສາມເດືອນທີ່ຢູ່ພື້ນຖານ ຂ້ອຍໄດ້ປະຕິບັດ ໜ້າທີ່ໃຫ້ສົມກັບເປັນຊາວໜຸ່ມຜູ້ຫ້າວຫັນທີ່ພັກລັດໃຫ້ຄວາມໄວ້ວາງໃຈ. ຂ້ອຍໄດ້ຮັບຄວາມຮັກແພງຈາກຊາວ ບ້ານແລະພະນັກງານອະວຸໂສທີ່ໄປນຳກັນ. ຕະຫຼອດໄລຍະສາມເດືອນ ຂ້ອຍໄດ້ສົ່ງຈົດໝາຍໄປຫານາງ 3 ກ້ານ. ແລະຂ້ອຍກໍໄດ້ຮັບຈົດໝາຍຈາກນາງສາມກ້ານເຊັ່ນກັນ. ສອງກ້ານທຳອິດຊ່າງຫວານແລະຢາດຍ້ອຍໄປດ້ວຍຕົວ ອັກສອນທີ່ອາບດ້ວຍນໍ້າເຜິ້ງ ແຕ່ກ້ານທີສາມມັນໄດ້ເຮັດໃຫ້ຂ້ອຍແປກໃຈ ເພາະຄຳເວົ້າທີ່ເຄີຍຫວານຊື່ນກັບກາຍ ມາເປັນແບບຈືດໆຈາງໆ. ທຸກເທື່ອທີ່ນາງຂຽນຫາຂ້ອຍບໍ່ວ່າທາງອິເມັວຫືຼຈົດໝາຍ ນາງຈະຂຶ້ນດ້ວຍຄຳວ່າ “ຊຸນທີ່ ຮັກແລະຄິດເຖິງ” ແຕ່ມາກ້ານນີ້ ນາງຊ່າງມາແປກ ນາງຂຶ້ນຕົ້ນດ້ວຍຄຳວ່າ “ອ້າຍວິຊຸນທີ່ຮັກແພງແລະນັບຖື” ແລະ ຄຳແທນນາມກໍຖືກປ່ຽນຈາກ “ຂ້ອຍ-​ເຈົ້າ” ມາເປັນ “ນ້ອງ-ອ້າຍ”. ການຖາມຂ່າວຄາວແລະເລົ່າຂ່າວກໍມີ ລັກສະນະປ່ຽນໄປ. ຂ້ອຍພະຍາຍາມບໍ່ຄິດໄປໃນແງ່ຮ້າຍ, ບາງເທື່ອນາງອາດຈະປ່ຽນຄຳແທນນາມເພື່ອໃຫ້ເໝາະ ກັບອາຍຸທີ່ຂ້ອຍແກ່ກວ່ານາງສາມປີກໍເປັນໄດ້. ພ້ອມກັນນັ້ນ ນາງຍັງຂ່າວໃຫ້ຮູ້ວ່າ ນາງໄດ້ຝາກເຄື່ອງໃຫ້ຂ້ອຍມາ ນຳເພື່ອນນັກສຶກສາຊາຍຮຸ່ນອ້າຍທີ່ຮຽນຈົບລະດັບປະລິນຍາເອກ ຊຶ່ງຈະມາຝາກໄວ້ທີ່ເຮືອນຂອງນາງ.
ຫຼັງຈາກລົງພື້ນຖານໃຫ້ຂ້ອຍໄປເອົາກັບແມ່ຂອງນາງ. ສາມເດືອນທີ່ຢູ່ພື້ນຖານຜ່ານໄປຢ່າງໄວວາ ຂ້ອຍດີ ໃຈຈະໄດ້ສົ່ງຂ່າວຫານາງທາງອິເມັວ ແລະອີກພຽງເດືອນດຽວຄົນທີ່ຂ້ອຍຮູ້ໃຈກໍຈະກັບມາລາວແລ້ວ ຕາມທີ່ນາງ ບອກຂ້ອຍໃນຈົດໝາຍກ້ານທີສາມນັ້ນ. ໃນມື້ສະຫຼຸບວຽກງານການລົງພື້ນຖານ ຂ້ອຍໄດ້ຮັບໃບຍ້ອງຍໍຈາກຂັ້ນ ເທິງ, ຂ້ອຍຮູ້ສຶກພູມໃຈຕໍ່ຜົນງານທີ່ຂ້ອຍໄດ້ເຮັດ ແລະຈະເອົາມາເອກອ້າງໃຫ້ນາງໄດ້ຮູ້ນຳ. ເມື່ອກັບໄປຮອດບ້ານ ສິ່ງທຳອິດ ທີ່ຂ້ອຍໄດ້ເຮັດກໍຄືເຂົ້າຮ້ານອິນເຕີເນັດເພື່ອສົ່ງອິເມັວຫານາງ. ຈາກການໃຊ້ຄຳແທນນາມໃນຈົດໝາຍ ກ້ານທີສາມທີ່ນາງສົ່ງຫາຂ້ອຍນັ້ນ ຂ້ອຍບໍ່ສົນໃຈ ຂ້ອຍຍັງຍຶດຖືຄຳວ່າ “ຂ້ອຍແລະເຈົ້າ” ຄືເກົ່າ. ພ້ອມກັນນັ້ນ ລັກສະນະເນື້ອໃນກໍຍັງຫວານຢູ່ຄືເກົ່າ. ສົ່ງໄປແລ້ວ ຂ້ອຍກໍຮູ້ສຶກສຸກໃຈເປັນຢ່າງຍິ່ງ ຂ້ອຍບອກເລົ່າທຸກສິ່ງຢ່າງ ທີ່ຂ້ອຍໄດ້ເຮັດຕະຫຼອດໄລຍະສາມາເດືອນທີ່ຢູ່ພື້ນຖານ. ແລງມື້ນັ້ນ ຫຼັງຈາກສົ່ງເມັວແລ້ວ ຂ້ອຍກໍໄປທີ່ເຮືອນຂອງ ນາງ ເພື່ອຫວັງຈະເອົາເຄື່ອງຝາກທີ່ນາງສົ່ງໃຫ້ຂ້ອຍ. ເມື່ອໄປຮອດເຮືອນຫຼັງທີ່ຂ້ອຍມັກໄປຊ່ວຍວຽກເຮືອນ ຂ້ອຍ ກໍແນມເຫັນນ້ອງ ສາວຂອງນາງອອກມາຕ້ອນຮັບຢູ່ທາງໜ້າປະຕູເຂົ້າ ແລະເຊີນໃຫ້ຂ້ອຍເຂົ້າໄປໃນ.
“ອ້າຍຊຸນ ຜິວເຂັ້ມຂຶ້ນກວ່າເກົ່ານໍ! ຄືຊິຕາກແດດຫຼາຍໂພດເດຫັ້ນ!” ນ້ອງສາວຂອງນາງກ່າວດ້ວຍໃບໜ້າ ລະໄມ. “ລົງພື້ນຖານ ຊິໃຫ້ຂາວປານໄຂ່ປອກໄດ້ແນວໃດນໍ, ຫຼ້າເອີຍ!” ຂ້ອຍຕອບນາງໄປ ພ້ອມກັບຍື່ນຂອງ ຕ້ອນຈາກພື້ນຖານທີ່ຂ້ອຍໄປເຮັດວຽກໃຫ້. ແລ້ວຂ້ອຍກັບນ້ອງສາວຂອງນາງກໍລົມກັນໄປຕາມປະສາຂອງ ຄົນທີ່ບໍ່ ໄດ້ພໍ້ກັນດົນ ມີຫຍັງກໍຈົກມາເລົ່າສູ່ກັນຟັງ. ຄາວໜຶ່ງແມ່ຂອງນາງກໍຍ່າງເຂົ້າມາສົບທົບ ແລະນັ່ງຢູ່ ຄຽງຂ້າງລູກສາວ ຫຼ້າ. ຂ້ອຍຍໍມືນົບເພິ່ນພ້ອມທັງຖາມສະບາຍດີ. ​ເມື່ອຮັບນົບຂ້ອຍແລ້ວ ເພິ່ນກໍບອກຂ້ອຍໃຫ້ຮູ້ວ່າ ເຄື່ອງທີ່ຝາກ ມານຳໝູ່ຂອງລູກສາວເພິ່ນນັ້ນເສຍລະຫວ່າງການເດີນທາງ ເຮັດໃຫ້ຂ້ອຍຮູ້ສຶກຜິດຫວັງເປັນ​ແຮງ. ປາກຂອງຂ້ອຍ ບອກເພິ່ນວ່າບໍ່ເປັນຫຍັງດອກ ແຕ່ໝາກຫົວໃຈນີ້ຕີ້ຮູ້ສຶກເຈັບປ້າບບາດໜຶ່ງ. ແມ່ຂອງນາງບອກໃຫ້ຂ້ອຍຮູ້ວ່າຕົ້ນ ເດືອນໜ້າ ນາງກໍຈະກັບມາແລ້ວ. ການຮໍ່າຮຽນຂອງນາງແມ່ນໄດ້ຜົນດີເລີດ ຫຼັງຈາກກັບມາເຮັດວຽກຢູ່ລາວ ຕື່ມ ອີກສອງປີ ນາງກໍມີສິດຂໍທຶນຮຽນຕໍ່ປະລິນຍາເອກ. ສຽງແມ່ ຂອງນາງລະບາຍຄວາມພາກພູມໃຈໃນຕົວຂອງ ລູກສາວໃຫ້ຂ້ອຍຟັງຢ່າງຍືດຍາວ ແຕ່ຂ້ອຍກໍເອົາຫູໂຕ່ງແຕ່ສິ່ງທີ່ມີສາລະສຳຄັນເທົ່ານັ້ນ. “ອີກເດືອນໜຶ່ງນາງຈະ ກັບມາແລ້ວ” ປະໂຫຍກນີ້ເຮັດໃຫ້ຫົວໃຈຂ້ອຍເຕັ້ນສໍ່່າກັບຊາວມາໄຊ​ແຫ່ງ​ທະວີບອາ​ຟຣິກາເຕັ້ນລະບຳກໍບໍ່ປານ.
ຫຼັງຈາກເລີກສອນ ຂ້ອຍກໍໄປຮ້ານອິນເຕີເນັດທັນທີ ເພື່ອກວດເບິ່ງອິເມັວຈາກນາງ ແຕ່ຈາກໜຶ່ງມື້ເປັນ ສອງສາມມື້ ຈົນຮອດອາທິດກໍມິດຊ້ອຍມ້ອຍ. ຂ້ອຍຮູ້ສຶກວ່າມັນຜິດປົກກະຕິ ຫຼືວ່າຂໍ້ຄວາມທີ່ຂ້ອຍສົ່ງໄປນັ້ນ ມັນບໍ່ຮອດຕິບໍ? ຖ້າບໍ່ຮອດ ມັນກໍຕ້ອງສົ່ງກັບຊັ້ນຕວ່າ? ຈາກບັນຫາດັ່ງກ່າວເຮັດໃຫ້ຂ້ອຍນອນບໍ່ຫຼັບໄປຫຼາຍຄືນ. ໃນທີ່ສຸດ ຂ້ອຍກໍໄດ້ຮັບຂໍ້ຄວາມຈາກນາງ. ນາງບອກຂໍໂທດທີ່ບໍ່ໄດ້ຕອບຢ່າງທັນທ່ວງທີ ຍ້ອນຄາເຂົ້າຮ່ວມພິທີ ຕ່າງໆ ແລະແລ່ນເອກະສານຫຼາຍຢ່າງກ່ອນຈະກັບ. ນາງບອກໃຫ້ຮູ້ວ່ານາງຈະມາຮອດວຽງຈັນໃນວັນທີ 26 ນີ້. ຂ້ອຍຮູ້ສຶກໃຈຫາຍວາບ ເພາະໃນມື້ນັ້ນ ຂ້ອຍຊໍ້າຖືກແຕ່ງຕັ້ງເປັນຫົວໜ້າ ນຳພາຊາວໜຸ່ມນັກຮຽນໄປຮ່ວມກອງ ປະຊຸມຊາວໜຸ່ມນະຄອນຫຼວງ. ເປັນອັນວ່າມື້ທີ່ນາງມາ ຂ້ອຍບໍ່ມີໂອກາດຈະມອບຊໍ່ດອກໄມ້ໃຫ້ນາງຢູ່ເດີ່ນບິນຄື ກັບຕອນຂາໄປ. ມື້ທີ່ນາງກັບຈາກອົດສະຕຣາລີກໍເປັນມື້ດຽວທີ່ຂ້ອຍໄປປະຊຸມ. ໃນກອງປະຊຸມຊາວໜຸ່ມ ຈິດໃຈຂ້ອຍຊ່າງ ບໍ່ຢູ່ກັບເນື້ອກັບໂຕເລີຍ ແຕ່ກໍໄດ້ໃຊ້ຄວາມອົດກັ້ນໃນການຝັນຫາຍອດດວງໃຈ ໂດຍສຸມທຸກສະຕິເຂົ້າໃນເນື້ອໃນ ຂອງກອງປະຊຸມຈົນສໍາເລັດ... ອອກຈາກກອງປະຊຸມຂ້ອຍກໍຟ້າວລິວໄປເຮືອນຂອງນາງທັນທີ ທັງໆທີ່ຍັງໃຊ້ຊຸດ ຊາວໜຸ່ມຢູ່. ກ່ອນຈະຮອດເຮືອນນາງ ຂ້ອຍກໍບໍ່ລືມແວ່ຊື້ຊໍ່ດອກໄມ້ຢູ່ແຖວຕໍ່ໜ້າຕະຫຼາດເຊົ້າ. ເມື່ອໄປຮອດເຮືອນ ຂອງນາງ ສຽງເພງຈາກລຳໂພງຂະໜາດນ້ອຍກໍດັງແວ່ວເຂົ້າຫູໃນຈັງຫວະມ່ວນຊື່ນ, ເຫັນມີຫຼາຍຄົນພວມຍ່າງ ອອກຍ່າງເຂົ້າເປັນສວ່ານສົນ, ຄົງມີການຊຸມແຊວກັນຢູ່ໃນຫັ້ນຢ່າງແນ່ນອນ ຂ້ອຍຄາດຄະເນໃນໃຈ ແລະກໍເປັນຈິງ ດັ່ງຂ້ອຍຄິດ. ເມື່ອຜ່ານປະຕູເຮືອນເຂົ້າໄປ ຂ້ອຍກໍເຫັນຫຼາຍຄົນ ພ້ອມກັນອ້ອມພາເຂົ້າທີ່ໃຊ້ແພຢາງປູລາດໄປ ຕາມພື້ນກະໂລ້.
ນາງຫຼ້ານ້ອງສາວຂອງນາງລຸກຈາກພາເຂົ້າເຊີນຂ້ອຍເຂົ້າໄປນັ່ງຮ່ວມ. ຂ້ອຍປະຕິເສດກ່ອນຈະກ່າວຖາມ ໄປວ່າ: “ຈັນເດລະ?” “ເອື້ອຍຈັນຢູ່ເທິງເຮືອນ. ຈັກໜ້ອຍຊິລົງມາ.” ນາງຫຼ້າກ່າວບໍ່ຄ່ອຍເຕັມຄຳປານໃດ ເໝືອນມີຫຍັງແອບ ແຝງຢູ່ໃນ. ຂ້ອຍຈຶ່ງຖືວິສາສະຍ່າງໄປນັ່ງຢູ່ຕັ່ງໂຊຟາຂ້າງປະຕູ ໃນມືຈັບຊໍ່ດອກໄມ້ຢ່າງບໍ່ຍອມວາງ. ບໍ່ມີໃຜສົນໃຈ ຂ້ອຍ ນອກຈາກນາງຫຼ້າ ຊຶ່ງໄດ້ນຳເອົານໍ້າເຢັນມາໃຫ້ ພ້ອມທັງນັ່ງລົງເປັນເພື່ອນຂ້າງຂ້ອຍ. ໃບໜ້າຂອງນາງບໍ່ສູ້ ສົດໃສປານໃດ ເໝືອນກັບວ່ານາງມີສິ່ງໃດສິ່ງຂ້ອງຄາໃນຫົວໃຈຈັ່ງຊັ້ນລະ. ສຽງເພງຈາກລຳໂພງ ປະສົມກັບສຽງ ວົນແຊວຈາກການໂອ້ລົມແລະຕຳຈອກກັນ ເຮັດໃຫ້ຄວາມວຸ່ນວາຍໃນໃຈຂ້ອຍແຮ່ງເພີ່ມຂຶ້ນ. ອຶດໃຈຕໍ່ມາ ຂ້ອຍຮູ້ ສຶກຕື່ນ ເມື່ອນາງຫຼ້າເອົາມືຄວັກຂ້າງຂ້ອຍ ແລະບອກ​ໃຫ້ຂ້ອຍຮູ້ວ່າເອື້ອຍຂອງນາງລົງມາແລ້ວ. ຫົວໃຈຂ້ອຍເຕັ້ນ ຢ່າງບໍ່ເປັນຈັງຫວະ ຄິດໄປຫຼາຍແນວ... ຂ້ອຍກຳຊໍ່ດອກໄມ້ໄວ້ແໜ້ນ ຕັ້ງໃຈວ່າ ຫາກນາງລົງມາຍາມໃດກໍຈະຍ່າງ ເຂົ້າໄປມອບໃຫ້ທັນທີໂລດ. ຍິງໄວກາງຄົນຮ່າງຄີງອ່າວຕຸ້ຍ ແມ່ຂອງນາງນັ້ນເອງຍ່າງເຂົ້າມາຫາຂ້ອຍ. ຂ້ອຍບໍ່ລືມ ຍົກມືໄຫວ້ເພິ່ນທັງໆທີ່ມີຊໍ່ດອກໄມ້ໃນມື. ເພິ່ນໄດ້ຊຶມໃສ່ຫູຂ້ອຍວ່າ ໃຫ້ເຂົ້າໄປຫານາງຢູ່ຫ້ອງກິນເຂົ້າຈະເປັນການ ດີກວ່າ ເພາະຢູ່ນີ້ມັນຟົດແຊວໂພດ. ຂ້ອຍຍ່າງຕາມຫຼັງແມ່ຂອງນາງໄປ ສ່ວນນາງຫຼ້າກໍຕາມຫຼັງຂ້ອຍໄປຄືກັນ. ຂ້ອຍກວາດສາຍຕາແນມຫາຄົນທີ່ຂ້ອຍໄດ້ມອບຫົວໃຈໃຫ້ຢ່າງກະຕືລືລົ້ນ ແລ້ວສາຍຕາຂ້ອຍກໍມາຢຸດທີ່ໂຕະກິນ ເຂົ້າ. ຍິງຄົນຮັກຂອງຂ້ອຍຢູ່ໃນຊຸດຂາວໃສສະອາດ ແຕ່ດວງຕາທັງສອງເບື້ອງຂອງນາງຖືກປົກປິດດ້ວຍແວ່ນຕາ ສີຊາ ເຮັດໃຫ້ຂ້ອຍເກືອບຈື່ນາງບໍ່ໄດ້. ນາງຈ່ອຍລົງໄປໜ້ອຍໜຶ່ງ ແຕ່ກໍບໍ່ໄດ້ເຮັດໃຫ້ນາງສູນເສຍບຸກຄະລິກແຫ່ງ ຄວາມເປັນສາວງາມໄປໄດ້. ຂ້ອຍໂຍບໂຕລົງນັ່ງກົງກັນຂ້າມກັບບ່ອນທີ່ນາງນັ່ງ ພ້ອມກັບຍື່ນຊໍ່ດອກໄມ້ໃຫ້ນາງ ດ້ວຍຫົວໃຈອັນປ່ຽມລົ້ນໄປດ້ວຍອາຍແຫ່ງຄວາມຄິດຮອດທີ່ຕ້ອງຈາກໄກກັນເຖິງສອງປີ. ນາງຮັບເອົາຊໍ່ດອກໄມ້ ນັ້ນ ພ້ອມກັບກ່າວຄຳຂອບໃຈອັນສຽງອັນຟ່າຟາວ ເໝືອນດັ່ງກັບວ່ານາງໄດ້ຜ່ານຈາກການໃຊ້ສຽງມາເປັນເວລາ ຫຼາຍຊົ່ວໂມງ. ຂ້ອຍແນມຜ່ານໄປຍັງດວງຕາທີ່ປົກປິດດ້ວຍແວ່ນຕາສີຊານັ້ນ ຂ້ອຍກໍຮູ້ສຶກຕົກໃຈເມື່ອເຫັນຢາດ ນໍ້າໄຫຼອອກຈາກຂອບແວ່ນຕາເບື້ອງລຸ່ມ ແລະກໍຕິດຕາມດ້ວຍສຽງສະອື້ນໄຫ້ຢ່າງສຸດແສນລັນທົດ. ຂ້ອຍບໍ່ເຂົ້າໃຈ ວ່າເປັນຫຍັງຈຶ່ງເກີດເຫດການແບບນີ້ຂຶ້ນ ແທນທີ່ເຫັນຂ້ອຍນາງຈະດີໃຈ ແຕ່ນາງກັບສະແດງຄວາມເສົ້າໂສກ ແບບນັ້ນອອກມາ ຫຼືວ່າສິ່ງທີ່ຂ້ອຍຄິດນັ້ນແມ່ນຄວາມຈິງ. ກ່ອນຂ້ອຍຈະກ່າວຫຍັງອອກໄປ ນາງໄດ້ເວົ້າຕັດໜ້າ ຂ້ອຍໄປກ່ອນວ່າ: “ອ້າຍຊຸນ ນ້ອງຕ້ອງຂໍໂທດອ້າຍຫຼາຍໆທີ່ນ້ອງບໍ່ສາມາດຈະເຮັດຕາມສັນຍາທີ່ພວກເຮົາເຄີຍໃຫ້ໄວ້ຕໍ່ກັນ.” ນາງທັງເວົ້າທັງສະອື້ນຢ່າງໜ້າສົງສານ ເຮັດໃຫ້ຫົວໃຈຂ້ອຍເໝືອນກັບຖືກມີດຮ້ອຍດວງມາຫຸ້ມແທງ.
“ຈັນມີຄົນໃໝ່ມາແທນຂ້ອຍແລ້ວແມ່ນບໍ່?”
ຂ້ອຍຍັງໃຊ້ຄຳແທນນາມທີ່ຂ້ອຍເຄີຍໃຊ້ກັບນາງເໝືອນດັ່ງທີ່ຜ່ານມາ. ນາງສັ່ນຫົວແລະເອື້ອນເອີ່ຍອອກ ມາຢ່າງສັ່ນເຄືອວ່າ: “ນ້ອງບໍ່ຄູ່ຄວນກັບອ້າຍຕ່າງຫາກ, ນ້ອງຂໍໃຫ້ອ້າຍຖືນ້ອງເປັນດັ່ງນ້ອງສາວຜູ້ໜຶ່ງຂອງອ້າຍກໍພໍ.”
ຂ້ອຍຮູ້ສຶກງົງໄປໝົດ ເປັນຫຍັງນາງຈຶ່ງເວົ້າແບບນີ້ອອກມາ ໃນເມື່ອນາງບໍ່ໄດ້ມີໃໝ່ ເປັນຫຍັງນາງຈຶ່ງ ຕ້ອງປະຕິເສດຄວາມຫວັງດີຂອງຂ້ອຍ. ສຽງປົນສະອື້ນຍັງດັງເຂົ້າຫູຂ້ອຍເປັນໄລຍະໆ.
“ດຽວນີ້ ນ້ອງບໍ່ຄືເມື່ອກ່ອນແລ້ວ ເຖິງນ້ອງຈະໄດ້ໃບປະລິນຍາບັດມາຕ້ອນອ້າຍ ແຕ່ຄວາມສົມບູນທາງ ດ້ານຮ່າງກາຍຂອງນ້ອງໄດ້ສູນເສຍໄປແລ້ວ ຍ້ອນອຸບັດເຫດ. ຫຼັງຈາກປ້ອງກັນບົດວິທະຍາພົນແລ້ວ ໃນຄືນມື້ດຽວ ກັນນັ້ນ ນ້ອງກັບໝູ່ໄດ້ພາກັນກຽມສະຫຼອງຜົນສຳເລັດ. ນ້ອງໄດ້ແຕ່ງກິນຢູ່ເຮືອນຄົວໃນຫໍພັກ ໄຟໄດ້ລຸກໄໝ້ລວກ ໃບໜ້າຂອງນ້ອງ ແລະຕາມຕົນໂຕ ຈົນຕ້ອງໄດ້ໄປນອນພັກຮັກສາໂຕຢູ່ໂຮງໝໍເຖິງສອງອາທິດ. ຍ້ອນແນວນັ້ນລະ ນ້ອງຈຶ່ງຂຽນຈົດໝາຍຫາອ້າຍກ້ານສຸດທ້າຍ ເພື່ອໃຫ້ອ້າຍຮູ້ລ່ວງໜ້າ ແຕ່ກໍບໍ່ກ້າບອກຄວາມຈິງສູ່ອ້າຍ ແລະຄອບ ຄົວຮູ້ ເພາະຢ້ານຈະເປັນການສ້າງຄວາມເປັນຫ່ວງເປັນໃຍແກ່ທຸກຄົນເກີນໄປ. ພ້ອມກັນນັ້ນ ອິເມັວທີ່ອ້າຍສົ່ງໄປ ນັ້ນ ນ້ອງໄດ້ອ່ານທຸກສະບັບ ແຕ່ກໍບໍ່ກ້າຕອບ ເພາະຈິດໃຈຕອນນັ້ນສັບສົນຫລາຍ. ແຍງເບິ່ງເງົາຕົນເອງຢູ່ໃນແວ່ນ ແລ້ວກໍຮູ້ເສຍໃຈ ໄຄແຕ່ທາງໂຮງໝໍໄດ້ຊ່ວຍຮັກສາບາດແຜໃຫ້ຈົນພໍເບິ່ງໄດ້. ຄັນບໍ່ຊັ້ນກໍແມ່ນຜີໃນຄາບມະນຸດເຮົາ ດີໆນີ້ເອງ.”
ຟັງນາງເວົ້າໄປ ທາງໃຈກໍຮູ້ສຶກສົງສານນາງຢ່າງຈັບຈິດຈັບໃຈ. ຂ້ອຍເອື້ອມມືໄປກຸມມືນາງໄວ້ແລ້ວບີບ ຄ່ອຍໆ ແລະກ່າວສຽງນຸ່ມນວນອອກໄປວ່າ:
“ເຖິງຈັນຈະຢູ່ໃນສະພາບໃດກໍຕາມ ຊຸນກໍພ້ອມແລ້ວທີ່ຈະຢູ່ຄຽງຂ້າງ ແລະຈະຂໍເປັນຄົນເບິ່ງແຍງດູແລ ດ້ວຍຄວາມເປັນຫ່ວງຢ່າງສຸດຊີວິດ. ຈະຂໍເປັນອ້າຍທີ່ແສນດີແລະເປັນເພື່ອນຊີວິດຕະຫຼອດໄປ.”
ຂ້ອຍລືມຄິດໄປວ່າ ນອກຈາກເຮົາສອງຄົນທີ່ນັ່ງລົມກັນແລ້ວ ຍັງມີແມ່ແລະນ້ອງສາວຂອງນາງຢືນຟັງຢູ່ຫ່າງໆ. ຂ້ອຍເຫຼືອດຕາທີ່ຊຸ່ມດ້ວຍນໍ້າໄປຍັງສອງແມ່ລູກນັ້ນ ເຫັນທັງສອງພວມເອົາມືເຊັດນໍ້າໃສໆ ທີ່ໄຫຼອອກຈາກ ເບົ້າຕາຄືກັນ...
ອ່ານຍັງບໍ່ທັນຈົບ ກໍພໍດີພໍ່ກັບແມ່ຍ່າງເຂົ້າເຮືອນມາກ່ອນ, ນ້ອຍຟ້າວເອົາປຶ້ມຫົວດັ່ງກ່າວເຊື່ອງໄວ້ກ້ອງໂຕະ. ເຫຼືອດຕາແນມເບິ່ງໃບໜ້າແມ່ ມີຮອຍແປ້ວບາງໆຄ້າຍຄືກັບນໍ້າຮ້ອນລວກ. ຄັນບໍ່ສັງເກດຄັກໆ ກໍຈະບໍ່ເຫັນ.

No comments: