Followers

Saturday, July 19, 2008

ພາບແຫ່ງຄວາມຫຼັງ

ນໍ້າຖ້ວມວຽງຈັນ ປີ 1966 (ຕະຫຼາດເຊົ້າ)

ພິທີແຕ່ງດອງລະຫວ່າງມື້ລາງອ້າຍຈັນແລະເອື້ອຍຈ່ອຍ ປີ 1979

ຊາວໜຸ່ມກອງກຳລັງໄຟບ້ານດົງປ່າລານທີ່ລົງໄປດຳນາຊ່ອຍປະຊາຊົນປີ 1979

Wednesday, July 16, 2008

ພິທີສູດບ້ານ


ມື້ນີ້ຂຶ້ນ 14 ຄໍ່າ ເດືອນ 8, ຢູ່ທີ່ວັດບ້ານຄຳຮຸ່ງມີພິທີສູດບ້ານ ຫຼືເອີ້ນອີກຢ່າງໜຶ່ງຕາມຮີດສິບສອງເອີ້ນວ່າ ບຸນຊຳຮະ ຊຶ່ງມີຄວາມໝາຍວ່າ ຊຳຮະສະສາງສິ່ງສະໜຽດຈັງໄຮທີ່ມີຢູ່ໃນຂອບເຂດບ້ານໃຫ້ສູນຫາຍໄປ. ພິທີມີລັກສະນະຄືກັບສູດມຸງຄຸນ ແຕ່ມີລັກສະນະໃຫຍ່ກວ່າ ເພາະມີປະຊາຊົນທົ່ວບ້ານມາເຂົ້າຮ່ວມຈົນເຕັມຫໍແຈກ. ແຕ່ລະຄົນຕ່າງກໍນຳເອົາດອກໄມ້ທູບທຽນມາບູຊາພະພຸດເຈົ້າ, ພະທຳມະເຈົ້າ ແລະພະສັງຄະເຈົ້າ. ພ້ອມກັນນັ້ນກໍຈັບໂຈມເອົານໍ້າໃສ່ໃນໂອໃນຂັນເພື່ອເຮັດເປັນນໍ້າມົນ, ຂີ້ດິນຫີນແຮ່ຕະຫຼອດຮອດຂີ້ຊາຍໃສ່ໃນຄຸເພື່ອມາໃຫ້ພະສົງສູດສິ່ງມຸງຄຸນໃສ່. ພິທີເລີ່ມຕັ້ງແຕ່ຕອນສີ່ໂມງແລງ ດ້ວຍການໄຫວ້ພະ, ສູດມຸງຄຸນ, ຟັງເທດ 4 ກັນ, ພະສົງສູດໃຫ້ພອນ, ຢາດນໍ້າ ແລະປິດທ້າຍດ້ວຍການຊິດນໍ້າມົນຂອງພະສົງໃຫ້ແກ່ຍາດໂຍມທີ່ເຂົ້າມາທຳບຸນ.

Friday, July 11, 2008

ເລື່ອງສັ້ນ

ຈອມສະຫລອກກອກ


'ບຸນມີ' ຊາຍໜຸ່ມໜ້າມົນຄົນເຈົ້າຊູ້ ກັບ 'ຄຳກອງ' ຍິງສາວດວງຕາຄົມແກ້ມບ່ອງ ພວມພາກັນຍ່າງລົງໄປຕາມແຄມໜອງປາຢູ່ສຸດນາຕີນບ້ານ ຊຶ່ງມີສຸມໄຜ່ລາຍລ້ອມຢູ່ທັງສາມແຈຟາກຂ້າງ ເວັ້ນໄວ້ແຕ່ເບື້ອງທີີ່ຕິດກັບນາ ເຮັດໃຫ້ໜອງປາແຫ່ງນີ້ຮົ່ມເຢັນໄປດ້ວຍຮົ່ມເງົາຂອງກໍໄຜ່ ແລະ ລື່ນລົມໄປດ້ວຍອາກາດອັນສົດຊື່ນ ເໝາະແກ່ການມານັ່ງພັກຜ່ອນຢ່ອນອາລົມເປັນຢ່າງຍິ່ງ ໂດຍສະເພາະແມ່ນການນັ່ງຄຽງຂ້າງກັນລະຫວ່າງຍິງສາວ ແລະ ຊາຍໜຸ່ມທີ່ຫົວໃຈປ່ຽມລົ້ນໄປດ້ວຍຄວາມອ່ອນໄຫວແຫ່ງເລືອດໄວໜຸ່ມ...ພໍແຕ່ທັງສອງບ່າວສາວຢ່ອນກົ້ນລົງນັ່ງຢູ່ແຄມໜອງເບື້ອງເຊິ່ງໜ້າກັບທົ່ງນາທີ່ ປາສະຈາກຜູ້ຄົນ ມີແຕ່ຕົ້ນເຂົ້າຂຽວສະອຸ່ມພວມໂອນເອນໄປມາ ແລະ ປຸຍເມກສີຂາວໆເປັນກ້ອນໆພວມລອຍເລື່ອນຢູ່ເທິງທ້ອງຟ້າສີຄາມຕາມແຮງລົມ ໄດ້ເຮັດໃຫ້ຫົວໃຈທັງສອງດວງວາບຫວິວຫິວກະສັນໄປຕາມສຽງຮຽກຮ້ອງຂອງໝາກຫົວໃຈ... ແລເຫລືອດລົງໜອງກໍເຫັນຊຸມໝູ່ປານິນປາໄນຂຶ້ນມາບ້ອນຫັນໃຈເອົາອາກາດ... ທັງສອງຈັບເອົາຄັນເບັດຜູ້ລະຄັນຢ່ອນສາຍເບັດຕິດເຫຍື່ອຂີ້ກະເດືອນລົງສູ່ໜ້ານໍ້າທີ່ຂຸ້ນໆຂອງໜອງຢ່າງບໍ່ລໍຊ້າ...“ຈັ່ງແມ່ນສຸກໃຈຂະໜາດເລີຍທີ່ມີໂອກາດໄດ້ຢູ່ຄຽງນ້ອງຕາມລຳພັງຄືແນວນີ້!” ບຸນມີທັງເວົ້າທັງອວ່າຍໜ້າໄປຊ້າຍໄປຂວາຢ່າງໝັ້ນໃຈ. “ອ້າຍມີບາງເລື່ອງຢາກເວົ້າສູ່ນ້ອງຟັງ...”
“ມີເລື່ອງຫຍັງລະ? ຖ້າເປັນເລື່ອງບໍ່ມ່ວນ ບໍ່ຕ້ອງເວົ້າກໍໄດ້ເດີ.” ຄຳກອງເວົ້າສຽງສີງອນໆ ພ້ອມກັບເຫລືອດແສງຕາເບິ່ງໜ້າບຸນມີແບບໜ້າບູດໆ.“ເປັນເລື່ອງມ່ວນແນ່ນອນ ແຕ່ຟັງແລ້ວ ຫ້າມຢິກອ້າຍເປັນອັນຂາດເດີ!” ທັງເວົ້າທັງເຮັດທ່າທີຄືກັບຢ້ານເລັບມືຂອງຝ່າຍຍິງສາວ.“ຫາກເປັນເລື່ອງທີ່ບໍ່ພໍໃຈແລ້ວ ກໍມີຫວັງວ່າໜັງຂອງອ້າຍບຸນມີຕ້ອງຖືກກົງເລັບຫຍຸມຢ່າງແນ່ນອນ.” ກ່າວຈົບ ກໍມີສຽງຫົວຮຶໆຕິດຕາມມາ.“ຄືວ່າຈັ່ງຊີ້ ຕອນທີ່ໄດ້ພົບນ້ອງເປັນເທື່ອທຳອິດນັ້ນ, ຮູ້ສຶກວ່າໂລກທັງໂລກຊ່າງເຕັມໄປດ້ວຍຄວາມງົດງາມ ແລະ ອົບອຸ່ນເປັນຢ່າງຍິ່ງ... ປາແຫບເບັດຂອງນ້ອງແລ້ວເດີ... ຫົວໃຈຂອງອ້າຍບໍ່ຮູ້ວ່າເປັນຫຍັງ ມັນອີ່ມເອີບໄປດ້ວຍຄວາມສຸກເມື່ອຄິດເຫັນດວງໜ້າຂອງນ້ອງ... ຄືຊິແມ່ນປາໄນໂຕບັກໃຫຍ່... ອ້າຍຫລົງຮັກນ້ອງຕັ້ງແຕ່ມື້ເຫັນທຳອິດ, ຮັກຈົນໝົດຫົວໃຈ ບໍ່ເຄີຍມີຄວາມຮູ້ສຶກແບບນີ້ກັບໃຜມາກ່ອນ... ຖ້າບຶດໜຶ່ງກ່ອນ ຢ່າຟ້າວຊິດເດີ...ຖ້າໃຫ້ມັນແຫບຄັກໆກວ່ານີ້ກ່ອນ... ກະລຸນາບອກໃຫ້ອ້າຍຮູ້ແດ່ວ່າ ຄວາມຫວັງຂອງອ້າຍເປັນຈິງໄດ້ຫລືບໍ່? ອ້າຍບໍ່ຄາດຫວັງໃຫ້ນ້ອງຮັບຮັກຈາກອ້າຍດອກ ອ້າຍພຽງຢາກບອກໃຫ້ນ້ອງຮູ້ວ່າອ້າຍຄິດແນວໃດຕໍ່ກັບນ້ອງ... ເອົ໊າ! ຊິດຂຶ້ນແຮງໆ!”ບຸນກອງຊິດເບັດຂຶ້ນໝົດແຮງ ພ້ອມດ້ວຍສຽງຮ້ອງຢ່າງຕື່ນເຕັ້ນ... ປາໂຕຂາວໆຂະໜາດບໍ່ໃຫຍ່ບໍ່ນ້ອຍເຫລື້ອມແວວວາວຢູ່ເທິງອາກາດ...
“ໂອ! ປາໄນ... ໄວໆ ມັນກຳລັງຈະຫລຸດອອກຈາກເບັດແລ້ວ!”
ປາໄນໂຕສໍ່າຝາມືຫລຸດອອກຈາກເບັດ ດິ້ນດັນແດວຢູ່ກາງພຸມຫຍ້າກ້ອງຮົ່ມໄຜ່ ພະຍາຍາມລອຍບົກລົງສູ່ໜອງຄືນ. ທັງສອງໜຸ່ມສາວຟ້າວໂດດແຫຼດເຂົ້າໃສ່ປາໂຊກຮ້າຍໂຕນັ້ນຢ່າງໄວວາ. ແທນທີ່ຈະຄວ້າໄດ້ປາ ບຸນມີຊໍ້າຜັດໄປຄວ້າໄດ້ມືຂອງຄຳກອງແທນໂດຍບໍ່ຕັ້ງໃຈ ພ້ອມກັນນັ້ນກໍຈັບເອົາມືຂອງຍິງສາວຂຶ້ນມາຈຸໃສ່ປາກຂອງຕົນຢ່າງບໍ່ໄດ້ຕັ້ງໃຈເຊັ່ນກັນ... ຍິງສາວຟ້າວຖົກມືຄືນຢ່າງວ່ອງໄວ ແຕ່ກໍຊ້າໄປເສຍແລ້ວ ຮ່າງຄີງຂອງນາງໄດ້ຕົກໄປຢູ່ໃນອ້ອມແຂນອັນກ້າມກຶດຂອງຊາຍໜຸ່ມ... ມັນຊ່າງເປັນຊົ່ວໄລຍະແຫ່ງຄວາມສຸກທີ່ສົດຊື່ນທີ່ສຸດຕັ້ງແຕ່ຮູ້ຄວາມມາ... ເຖິງແນວໃດກໍຕາມ ຄວາມສຸກຢູ່ບົນໜ້າໂລກເຮົານີ້ ຈະບໍ່ມີຄວາມສຸກອັນບໍລິສຸດລ້ວນໆດອກ ມັນມັກຈະມີຢາພິດເຄືອບແຝງຢູ່ນຳສະເໝີ ບໍ່ແມ່ນຈາກຂ້າງໃນຂອງມັນ ກໍແມ່ນຢາພິດທີ່ມີຈາກພາຍນອກ. ດ້ວຍເຫດນັ້ນ, ເທື່ອນີ້ກໍເຊັ່ນກັນ ຂະນະທີ່ທັງສອງພວມຕົກຢູ່ໃນຫ້ວງແຫ່ງຄວາມຮັກຢູ່ນັ້ນ ສຽງຫົວກ້າກໆຂອງໃຜຜູ້ໜຶ່ງກໍດັງຂຶ້ນ. ທັງສອງງວາກໜ້າໄປເບິ່ງທາງທີ່ມາຂອງສຽງ ແລ້ວກໍຕ້ອງຕົກສະເງິ້ ເມື່ອເຫັນເດັກຊາຍໄວແປດປີປະເອິກປະອາງມີໝາກກັນຖຸນແຂວນຄໍ ໃສ່ໂສ້ງຫົວຮູດສີແຫລ້ໆຢືນຢູ່ກ້ອງຮົ່ມໄຜ່ເບື້ອງຂວາບໍ່ໄກຈາກຄົນທັງສອງ. ເຂົາຊື່ ທ້າວຫຳເລ້ ເປັນນັກຮຽນ ປ. 3 ນ້ອງຊາຍຂອງຄຳກອງນັ້ນເອງ. ເຂົາຢືນຄໍ້າແອວຈຶ້ງເບິ່ງໜຸ່ມສາວທັງສອງ ພ້ອມທັງຫົວເອີກອາກປານກັບຍັກກຸມພັນ...“ເອ້ວ ເອ້ວ... ຄົນກອດກັນ!!! ກຳລັງກອດກັນແມ່ນບໍ່?” ຫຳເລ້ເວົ້າສຽງສີຂຸ້ນໆແບບໄດ້ທ່າ “ດີລະ! ເຂົາຊິໄປບອກແມ່ໂລດ!”
“ອ້າຍເຊື່ອວ່າຫຳເລ້ ເປັນເດັກຄຳຮູ້.” ບຸນມີກ່າວອອກໄປດ້ວຍໃບໜ້າອັນແດງ. “ການລັກເບິ່ງຜູ້ອື່ນເປັນສິ່ງບໍ່ດີບໍ່ງາມ ແລະ ການເອົາເລື່ອງຂອງຜູ້ອື່ນໄປຊອກບອກຜູ້ນັ້ນຜູ້ນີ້ເປັນສິ່ງທີ່ຕໍ່າຕ້ອຍດ້ອຍຄ່າ... ອ້າຍຄິດວ່າຫຳເລ້ໃນຖານະເດັກຄຳຮູ້ຜູ້ຊື່ສັດ ແລະ ມີກຽດ...”
“ເອົາເງິນມາໃຫ້ຂ້ອຍສິບພັນກີບແມ້ ແລ້ວຂ້ອຍຈະບໍ່ໄປບອກໃຜ.” ຫຳເລ້ທັງເວົ້າທັງແບມືເດໄປຫາບຸນມີ.ບຸນມີຟ້າວຈົກເງິນໃບສິບພັນກີບໃນຖົງໂສ້ງ ແລ້ວສົ່ງໃຫ້ຫຳເລ້. ເມື່ອໄດ້ເງິນແລ້ວ ຫຳເລ້ກໍຜິວຫວອດໆຍ່າງລັດເລາະກັບເມືອເຮືອນຢ່າງສະບາຍອາລົມ ປ່ອຍໃຫ້ທັງສອງບ່າວສາວເຮັດໜ້າ ຫລ່າຕາຕາຍຢູ່ແຄມໜອງຕາມລຳພັງ...ມື້ຕໍ່ມາ ບຸນມີໄດ້ຊື້ສໍສີກັບໜຶ່ງ ແລະ ຫຸ່ນຍົນຢາງຈາກໃນວຽງໄປໃຫ້ຫຳເລ້. ສ່ວນເອື້ອຍຂອງເຂົາກໍເອົາແພມົນຜືນນ້ອຍໃຫ້. ຫລັງຈາກນັ້ນ ທັງສອງກໍຍັງຕ້ອງອອກເງິນກັນຊື້ໝວກກັນແດດໃຫ້ອີກ. ເຫັນໄດ້ຢ່າງຄັກແນ່ວ່າ ທ້າວຫຳເລ້ຈອມສະຫລອກກອກຜູ້ນີ້ມັກສິ່ງຂອງເຫລົ່ານີ້ເປັນຢ່າງຍິ່ງ ແລະ ເຜື່ອຊິໄດ້ເຄື່ອງຂອງຫລາຍຍິ່ງຂຶ້ນ ຫຳເລ້ຈຶ່ງຕັ້ງໜ້າຕິດຕາມເບິ່ງຄົນທັງສອງຢ່າງບໍ່ໃຫ້ຄາດແສງຕາ. ບໍ່ວ່າບຸນມີ ແລະ ຄຳກອງຈະໄປໃສ ເຂົາກໍຈະໄປນຳ ບໍ່ປ່ອຍໃຫ້ທັງຄູ່ໄດ້ຢູ່ຕາມລຳພັງແມ່ນແຕ່ວິນາທີດຽວ.
“ບັກ ກ.ຂ.ຄ. ສາໂຫດເອີຍ!” ບຸນມີກັດແຂ້ວ. “ຍັງເປັນເດັກນ້ອຍຢູ່ແທ້ໆ ແຕ່ຍັງຮ້າຍກາດເຖິງພຽງນີ້ແລ້ວ ບາດໃຫຍ່ຂຶ້ນມາ ຊິບໍ່ປານຮິດເລີ້ພຸ້ນຫວາ!”
ຕະຫລອດສາມເດືອນແຫ່ງການເຂົ້າພັນສາຂອງຄູບາຢູ່ວັດ, ຫຳເລ້ໄດ້ເຮັດໃຫ້ຊີວິດຮັກຂອງເອື້ອຍກັບບຸນມີເຕັມໄປດ້ວຍຄວາມຫວາດລະແວງຢ້ານແຕ່ຄວາມລັບຊິແຕກ. ເຂົາຂູ່ວ່າຈະເປີດເຜີຍເລື່ອງຂອງຄົນທັງສອງ, ຄອຍສອດສ່ອງເບິ່ງພວກເຂົາ ແລະ ຕັ້ງໜ້າຮຽກຮ້ອງເອົາຂອງຂວັນ ເຊິ່ງບໍ່ມີເມືອງພໍຈັກເທື່ອເລີຍ ແລະໃນທີ່ສຸດເຂົາກໍເວົ້າເຖິງໂມງຮັດແຂນ ຊຶ່ງທັງສອງກໍປະຕິເສດບໍ່ໄດ້ ຈຳຕ້ອງຊື້ໃຫ້ຕາມສັນຍາ...ເທື່ອໜຶ່ງຕອນທີ່ບຸນມີມາກິນເຂົ້າແລງນຳຢູ່ເຮືອນ ຂະນະທີ່ພໍ່ກັບແມ່ຍັງບໍ່ທັນເຂົ້າມາຮ່ວມພາເຂົ້າ. ຢູ່ບໍ່ຢູ່ ຫຳເລ້ກໍຫົວຮຶໆຂຶ້ນ ພ້ອມທັງຂະຫຍິກຕາເບື້ອງໜຶ່ງ ແລ້ວຖາມບຸນມີວ່າ: “ໃຫ້ຂ້ອຍບອກເບ໊າະ?”
ບຸນມີໜ້າຮ້ອນຂຶ້ນວູ່ໆ ເອົາຜ້າເຊັດປາກມາກິນແທນຕ່ອນປາ. ຄຳກອງຟ້າວລຸກອອກຈາກພາເຂົ້າ ແລ້ວແລ່ນລົງກ້ອງລ່າງ.ສອງບ່າວສາວຕົກຢູ່ໃນສະຖານະການແບບນີ້ ຈົນຮອດມື້ອອກພັນສາ... ຈົນກະທັ້ງມື້ໜຶ່ງ ໃນທີ່ສຸດ ບຸນມີກໍໄດ້ໃຫ້ຜູ້ໃຫຍ່ຝ່າຍຕົນມາສູ່ຂໍຄຳກອງຢ່າງເປັນລ້າເປັນການ. ມັນຊ່າງເປັນມື້ທີ່ແສນສຸກຢ່າງເຫລືອຄະນາ... ຫລັງຈາກທີ່ໄດ້ໂອ້ລົມກັບພໍ່ແມ່ຝ່າຍຍິງ ແລະ ໄດ້ຮັບການຕອບຮັບຍິນຍອມຍົກລູກສາວໃຫ້ທັງສອງຝ່າຍເປັນຄຳຕ່ອນດຽວກັນແລ້ວ. ບຸນມີກໍຟ້າວແລ່ນລົງກ້ອງລ່າງໄປຊອກຫາຫຳເລ້ ພໍດີໄປຊອກເຫັນຢູ່ກ້ອງກົກຂາມບ່ອນທີ່ຈອມສະຫລອກກອກພວມຢືດຢາງກັນຖຸນແນ່ໃສ່ນົກຈອກທີ່ພວມເຕັ້ນຂະຍັອງຂະແຍັງຢູ່ເທິງງ່າຂາມ... ຍັງບໍ່ທັນທີ່ຈະປ່ອຍກ້ອນຫີນນ້ອຍໄປສູ່ຮ່າງເປົ້າໝາຍນັ້ນ, ຫູເບື້ອງຂວາຂອງຫຳເລ້ກໍຖືກບິດຈາກນິ້ວມືຂອງບຸນມີ. ພ້ອມດຽວກັນນັ້ນຫູເບື້ອງຊ້າຍກໍຖືກບິດຈາກນິ້ວມືອັນຮຽວງາມຂອງຄຳກອງ ຊຶ່ງໄດ້ລົງມາຊອກຫາຫຳເລ້ລຸນຫລັງບຸນມີພຽງແຕ່ວິນາທີດຽວ. ຮອຍຍິ້ມ ແລະ ສຽງຫົວຈາກຮິມພິສົບຂອງສອງບ່າວສາວດັງກັງວານກ້ອງໃນຫູທີ່ຖືກບິດຂອງຫຳເລ້ຜູ້ທີ່ຮ້ອງສຽງຫລົງ ແລະ ວິງວອນວ່າ:
“ອ້າຍເອື້ອຍຜູ້ແສນດີເອີຍ! ຂ້ອຍຊິບໍ່ເຮັດອີກແລ້ວ! ໂອ້ຍ! ໂອ້ຍ! ອະໄພໂທດໃຫ້ຫຳເລ້ແດ່ທ້ອນ!!”
ແລະຫລັງຈາກນັ້ນບ່າວສາວທັງສອງຕ່າງກໍຍອມຮັບວ່າໃນຕະຫລອດໄລຍະທີ່ພວກເຂົາຫລົງຮັກກັນຢູ່ນັ້ນ ພວກເຂົາບໍ່ເຄີຍມີຄວາມສຸກຄືຈັ່ງຊີ້ມາກ່ອນເລີຍ: ຄວາມສຸກທີ່ໄດ້ບິດຫູທ້າວ ກ.ຂ.ຄ. ຈອມສະຫລອກກອກຜູ້ນີ້...