Followers

Tuesday, June 17, 2008

ຮັກບົນເສັ້ນຂະໜານ




ເປັນເວລາຫ້າປີເຕັມທີ່ຈຳປີຈາກບ້ານເກີດໄປດຳລົງຊີວິດຢູ່ຕ່າງແດນ ໃນນາມເປັນສີພັນລະຍາຂອງຄົນຕ່າງປະເທດ… ເທື່ອນີ້ເປັນເທື່ອທຳອິດທີ່ນາງກັບສູ່ບ້ານເກີດ ແລະນາງຄຶດວ່າຄົງບໍ່ມີເທື່ອຕໍ່ໄປອີກແລ້ວ ເພາະນາງຈະຝັງກາຍຢູ່ນີ້ ຈົນຊົ່ວຊີວິດ… ແສງຕາຂອງນາງກວາດເບິ່ງສິ່ງຕ່າງໆທີ່ຢູ່ອ້ອມຂ້າງດ້ວຍຄວາມຕຶ້ນຕັນໃຈ ພຽງແຕ່ຫ້າປີວຽງຈັນໄດ້ປ່ຽນໂສມໄປຢ່າງບໍ່ໜ້າເຊື່ອ. ຖະໜົນຫົນທາງທີ່ເຄີຍເຕັມໄປດ້ວຍຂີ້ຝຸ່ນ ແລະຂຸມ ໄດ້ກັບກາຍເປັນທາງລຽບປູດ້ວຍຊີມັງແລະຢາງຊັ້ນດີ, ຫຼຽວເບິ່ງໄປທາງໃດກໍຮູ້ສຶກສະຫວາດສະເຫວີຍຕາເປັນຢ່າງຍິ່ງ. ຕອນທີ່ຜ່ານຕະຫຼາດເຊົ້າໄປນັ້ນ ນາງຮູ້ສຶກຕື່ນຕາຕື່ນໃຈນຳຕຶກໃໝ່ທີ່ນາງຮູ້ນຳຫຼັງວ່າເປັນສູນການຄ້າແຫ່ງໃໝ່ຂອງວຽງຈັນ ແລະກໍຮູ້ສຶກອອນຊອນໃຈນຳສວນສາທາລະນະອັນໃໝ່ຢູ່ອ້ອມປະຕູໄຊ, ເຫັນນໍ້າພຸທີ່ພຸ່ງຂຶ້ນດ້ວຍລວດລາຍແບບຕ່າງໆ ຍິ່ງເຮັດໃຫ້ໃບໜ້າທີ່ອົມທຸກຢູ່ນັ້ນບານໃສໄດ້ຢ່າງປະຫຼາດ… ຕອນຜ່ານທາດຫຼວງທີ່ເຫືຼອງອາລ່າມໄປດ້ວຍສີຄຳນັ້ນ ນາງບໍ່ລືມຍໍມືພະນົມຂຶ້ນໄຫວ້ ແລະກ່າວອະທິຖານໃນໃຈ ຂໍໃຫ້ສິ່ງສັກສິດຈົ່ງດົນບັນດານໃຫ້ນາງພົບແຕ່ສິ່ງດີໆ ຢ່າພານອັນຮ້າຍອີກເລີຍໃນຊີວິດນີ້. ເມື່ອໄປຮອດເຮືອນບ່ອນທີ່ນາງໃຊ້ຊີວິດ ນັບແຕ່ມື້ເກີດຈົນມື້ທີ່ນາງຫິ້ວກະເປົາຂຶ້ນເຮືອບິນໄປພ້ອມກັບຊາຍຜູ້ທີ່ຂຶ້ນຊື່ວ່າເປັນຜົວ, ຫົວໃຈຂອງນາງຮູ້ສຶກວ່າເຕັ້ນຢ່າງຜິດປົກກະຕິ ຄົງແມ່ນຍ້ອນຄວາມຕື່ນເຕັ້ນດີໃຈທີ່ໄດ້ກັບມາຊຸກຫົວ ນອນກັບບ່ອນທີ່ໃຫ້ຄວາມອົບອຸ່ນແກ່ນາງມາຕັ້ງແຕ່ຄາວຍັງນ້ອຍ. ສຽງລົດຕັກຊີທີ່ຈອດຢູ່ໜ້າເຮືອນໃກ້ຕີນຄັນໄດ ເຮັດໃຫ້ຍິງໄວຫົກສິບກ້າວຂາຍ່າງອອກມາ ເພາະເຊື່ອແນ່ວ່າຄົງມີໃຜຈັກຄົນມາຫາ. ຄືດັ່ງກັບຄິດ, ພໍແຕ່ປ່ອນຫົວອອກຈາກປະຕູເຮືອນ ກໍພົບກັບຍິງສາວທີ່ສີລຶ້ງໆຕາໃສ່ຊຸດແບບຊາວຕາເວັນຕົກ. ເບິ່ງດົນເຕີບ ນາງຈຶ່ງປ່ອຍສຽງຮ້ອງອອກມາດ້ວຍຄວາມດີໃຈ. “ຈຳປີ! ລູກແມ່! ມາກໍບໍ່ສົ່ງຂ່າວໃຫ້ແມ່ຮູ້ລ່ວງໜ້າ” ຍິງເຈົ້າຂອງເຮືອນທັງເວົ້າທັງແລ່ນໄປກອດຜູ້ທີ່ມາໃໝ່ ພ້ອມທັງສະອື້ນອອກມາດ້ວຍຄວາມຕື້ນຕັນໃຈ. “ແມ່! ລູກຂໍໂທດ ທີ່ບໍ່ໄດ້ສົ່ງຂ່າວໃຫ້ແມ່ຮູ້ລ່ວງໜ້າ ຍ້ອນວ່າຄາຫຼາຍຢ່າງ ແລະອີກຢ່າງໜຶ່ງກໍເພື່ອຢາກໃຫ້ແມ່ຕື່ນເຕັ້ນນຳການມາຂອງລູກນີ້ລະ!” ທັງສອງແມ່ລູກພາກັນຂຶ້ນເຮືອນ ພ້ອມດ້ວຍຫີບເຄື່ອງບັກໃຫຍ່ ແລະຖົງໃສ່ເຄື່ອງອີກຈຳນວນໜຶ່ງ. ເມື່ອເອົາເຄື່ອງຂອງໄປມ້ຽນຮຽບຮ້ອຍແລ້ວ ຜູ້ເປັນລູກກໍນັ່ງຕະໝອບຕອບຂາ ກົ້ມຂາບຕັກແມ່ດ້ວຍຄວາມເຄົາລົບຮັກ. ຜູ້ເປັນແມ່ໄດ້ແຕ່ໃຊ້ມືລູບຫົວທີ່ເຕັມໄປດ້ວຍຜົມດຳເຫລື້ອມຂອງຈຳປີ. ດວງຕາທີ່ຝ່າມົວເອີ່ລົ້ນໄປດ້ວຍນໍ້າແຫ່ງຄວາມປື້ມປິຕິ. “ບຸນຄໍ້ານໍ້າຊູເດີ ລູກຂອງແມ່! ຂາບພະຂາບເຈົ້າສາ ລູກເອີຍ!” ຈໍາປີເງີຍໜ້າຂຶ້ນເບິ່ງໜ້າແມ່ດ້ວຍຄວາມສົງສານ ທີ່ເຫັນຢາດນໍ້າຕາໄຫຼລິນອາບທັງສອງພວງແກ້ມທີ່ແຫ້ວຍານນັ້ນ. ໜ້າຂອງນາງກໍດັ່ງດຽວກັນ ອາບລົ້ນໄປດ້ວຍນໍ້າຕາແຫ່ງຄວາມຄິດຮອດແມ່ຜູ້ບັງເກີດເກົ້າ. ນາງໃຊ້ແຂນທັງສອງໂອບກອດແມ່ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ... ພາບປະທັບໃຈດັ່ງກ່າວ ບໍ່ມີພຽງສັບພະສິ່ງທີ່ຢູ່ໃນເຮືອນເປັນພະຍານເທົ່ານັ້ນ ແຕ່ຍັງມີສາຍຕາຂອງໜຸ່ມ ບ້ານໃກ້ເຮືອນຄຽງຜູ້ເຄີຍເປັນເພື່ອນຮຸ່ນອ້າຍຂອງຈຳປີ ກໍມາຈັບຈ້ອງເປັນພະຍານນຳ. ເຫັນດັ່ງນັ້ນ ຊາຍຜູ້ດັ່ງກ່າວກໍຟ້າວກ້າວຖອຍຫັຼງເພື່ອກຽມລົງຈາກຄັນໄດເຮືອນ... ແຕ່ບໍ່ທັນເສຍແລ້ວ ເພາະຍິງໄວຊະລາເຫລືອດຕາມາເຫັນກ່ອນ ພ້ອມທັງກ່າວອອກໄປວ່າ: “ເຂົ້າມາພີ້ກ່ອນຕີ້ ຄຳຕາ. ຈໍາປີກັບມາບ້ານແລ້ວ.” ຊາຍໜຸ່ມຜູ້ຊື່ຄຳຕາຕ້ອງຢຸດບາດຕີນຂອງຕົນ ພ້ອມທັງກ້າວຂາຂຶ້ນມາຕາມຄຳສັ່ງແມ່ຂອງຈໍາປີ. ຫົວໃຈຂອງເຂົາເຕັ້ນບາດຖີ່ໆ ເມື່ອຊື່ “ຈໍາປີ” ແຕະເຖິງປາຍປະສາດຫູຂອງເຂົາ... “ຈໍາປີມາຢາມບ້ານຫວາ?” ສຽງຫ້າວໆແຕ່ປ່ຽມດ້ວຍຄວາມເປັນມິດ ແລະແກມໄປດ້ວຍຄວາມຕື່ນເຕັ້ນດັງຈາກຮິມສົບອ່າວໜາຂອງຊາຍໜຸ່ມ. “ບໍ່ແມ່ນມາຢາມບ້ານ, ກັບມາບ້ານເຮົາເລີຍຫັ້ນຕີ້! ຄຳຕາເອີຍ! ມານັ່ງພີ້ ລູກ!” ຍິງຊະລາກ່າວດ້ວຍຄວາມຮັກແພງ. ຄຳຕາຮູ້ສຶກສີສັ່ນໆເຊັນໆວາດໃດວາດໜຶ່ງ ແຕ່ກໍພະຍາຍາມຄວບຄຸມອາລົມ ກ້າວຂາຍ່າງໄປນັ່ງຕໍ່ໜ້າຂອງສອງແມ່ລູກທີ່ພວມປັບທ່ານັ່ງໃໝ່. ຍິ່ງໄດ້ປະສານແສງຕາກັບຈຳປີ ຍິ່ງເຮັດໃຫ້ຫົວໃຈທີ່ແຂງແກ່ນຕ້ອງອ່ອນປວກປຽກປານຂີ້ເຜິ້ງລົນໄຟ. “ສະບາຍດີ ຈຳປີ. ເປັນແນວໃດ ຄ່ອຍຢູ່ດີມີແຮງບໍ?” “ຄ່ອຍຢູ່. ອ້າຍຄຳຕາເດຊັ້ນ? ໄດ້ລູກຈັກຄົນແລ້ວ?” ຈໍາປີທັງເວົ້າທັງແນມເບິ່ງໜ້າອັນຄົມສັນຂອງຄຳຕາ. “ຍັງຄອງຄວາມເປັນໂສດດັ່ງເກົ່ານັ້ນລະ!” ຊາຍໜຸ່ມຕອບປົນດ້ວຍສຽງຫົວສີອາຍໆ. “ບໍ່ເປັນຕາເຊື່ອເລີຍ. ຜູ້ຊາຍເຈົ້າຊູ້ຄືດັ່ງອ້າຍຄຳຕາຍັງບໍ່ທັນໄດ້ເມຍ!” ຈຳປີທັງເວົ້າທັງຫົວແບບບໍ່ເຊື່ອຫູຂອງຕົນເອງ. “ແມ່ກໍແນະນຳຜູ້ສາວໃຫ້ຄຳຕາຮູ້ຫຼາຍຄົນ ຫວັງວ່າຄຳຕາຈະໄດ້ເປັນຝັ່ງເປັນຝາ. ແຕ່ຄຳຕາພັດບໍ່ຍອມແລເຫຼືອດສາຍຕາໃຫ້ແກ່ຍິງຜູ້ໃດ. ຄົງຊິລໍຖ້າຜູ້ໃດຜູ້ໜຶ່ງກໍບໍ່ຮູ້.” ແມ່ຂອງຈໍາປີກ່າວກັບລູກສາວຂອງຕົນແບບຄົນຮູ້ຈັກມັກຄຸ້ນຊາຍໜຸ່ມຜູ້ນີ້ເປັນຢ່າງດີ ເຮັດໃຫ້ຜູ້ຖືກເວົ້າເຖິງກົກຫູອອກຮ້ອນວາບໆ. “ບໍ່ແມ່ນຈັ່ງຊັ້ນດອກ, ແມ່. ຄືແມ່ຮູ້ຫັ້ນລະ ລູກຍັງບໍ່ທັນພ້ອມທາງດ້ານຖານະການເງິນ. ຍັງຢູ່ໃນສະພາບຫາເຊົ້າກິນຄໍ່າ ບໍ່ຢາກໃຫ້ຜູ້ອື່ນຕ້ອງມາລຳບາກກາກກຳນຳ.” ຊາຍໜຸ່ມກ່າວແກ້ຕົວພ້ອມກັບເອີ່ຍຖາມຈໍາປີຕໍ່ວ່າ: “ຜົວແລະລູກຂອງຈໍາປີເດຊັ້ນ?” “ນ້ອງກັບມາຜູ້ດຽວ. ນ້ອງກັບຜົວປະກັນໄດ້ສາມປີແລ້ວເດ! ພວກເຮົາບໍ່ມີລູກນຳກັນຈັກຄົນ.” ຈໍາປີ ເວົ້າຄວາມຈິງສູ່ຄຳຕາຟັງພຽງເຄິ່ງໜຶ່ງ. ຕອນທີ່ຈໍາປີແຕ່ງດອງກັບຊາຍຕ່າງປະເທດດັງແໝບຫົວດຳ ທີ່ອ້າງໂຕວ່າເປັນນັກທຸລະກິດທີ່ຢາກມາລົງທຶນຢູ່ລາວ, ຄຳຕາຍັງຈື່ບໍ່ລືມວ່າ ເຂົາຕ້ອງປັ້ນສີໜ້າໃຫ້ເປັນປົກກະຕິ ແລະຕາງຕິຍິ້ມແຍ້ມແຈ່ມໃສຕໍ່ທຸກຄົນ ທັງໆທີ່ໝາກຫົວໃຈຂອງເຂົາເນົ່ານຸມອັ່ງລົ້ນໄປດ້ວຍຄວາມຜິດຫວັງ. ເຂົາພະຍາຍາມຕົວະຕົນເອງ ແລະທຸ້ມເທເຫື່ອແຮງເຂົ້າໃນງານດອງຂອງຈຳປີຢ່າງສຸດຕົວ. ແມ່ຂອງຈໍາປີສັ່ງໃຫ້ເຮັດຫຍັງແມ່ນສຳເລັດທຸກຢ່າງ. ຖືວ່າດອງຂອງຈຳປີສຳເລັດລົງໄປຢ່າງສະຫງ່າງາມໄດ້ກໍແມ່ນຄຳຕາຜູ້ໜຶ່ງທີ່ໄດ້ປະກອບສ່ວນຢ່າງແຂງແຮງ. ຫຼັງຈາກຈຳປີໄປຕ່າງປະເທດແລ້ວ ເຂົາຕ້ອງຫຼົບຫຼີກໄປຮຳບາດແຜຫົວໃຈຢູ່ວັດເປັນເວລາສາມເດືອນ ກໍແມ່ນແມ່ຂອງຈຳປີຫັ້ນແຫຼະເປັນເຈົ້າການໃນພິທີບວດໃຫ້. ເມື່ອສິກອອກມາເປັນຄາລະວາດແລ້ວ ເຂົາກໍຕັ້ງໜ້າເຮັດວຽກຫາເງິນຫາຄຳດ້ວຍການຂັບລົດຈຳໂບ້ຢ່າງເອົາຈິງເອົາຈັງ. ພ້ອມກັນນັ້ນ ຄຳຕາກໍຍັງໄປມາ ຫາສູ່ຄອບຄົວຂອງຈຳປີດັ່ງເກົ່າ ເຖິງບໍ່ມີສາວໃນດວງໃຈທີ່ຊື່ຈໍາປີແລ້ວກໍຕາມ. ແມ່ໄດ້ເລົ່າສູ່ຈໍາປີຟັງວ່າ ຕະຫຼອດໄລຍະຫ້າປີທີ່ຂາດຈຳປີໄປນັ້ນ ສະພາບຂອງຄອບຄົວກໍດຳເນີນໄປຢ່າງລະອິດລະອ້ຽວພໍສົມຄວນ. ເອື້ອຍຂອງນາງຜູ້ທີ່ຮ້າງກັບຜົວນັ້ນ ກໍຖືກພວກນາຍໜ້າຫຼອກໃຫ້ໄປເຮັດວຽກຢູ່ໄທແລະບໍ່ໄດ້ຮັບຂ່າວຄາວຫຍັງເລີຍ! ປ່ອຍໃຫ້ແມ່ຕ້ອງຢູ່ລ້ຽງຫຼານນ້ອຍສອງຄົນຕາມລຳພັງ, ແຕ່ກໍຍັງໂຊກດີທີ່ຄຳຕາຍັງໝັ່ນມາເບິ່ງມາແຍງ. ເຊັກເງິນທີ່ຈໍາປີຝາກມາໃຫ້ຫວ່າງຫຼັງໆນັ້ນ ກໍແມ່ນຄຳຕາເປັນຜູ້ແລ່ນໄປເອົາຢູ່ໄປສະນີໃຫ້. ຄັນຄຳຕາບໍ່ຊ່ອຍ ແມ່ກໍຄົງຈະຍາກບໍ່ແມ່ນໜ້ອຍ. ຫຼານສອງຄົນໄດ້ເຂົ້າຮໍ່າເຂົ້າຮຽນ ກໍແມ່ນຄຳຕາເປັນຜູ້ວິ່ງເຕັ້ນເປັນເຈົ້າການໃຫ້. ເວົ້າແລ້ວ ເມື່ອຂາດຈໍາປີໄປ ຄຳຕາກໍໄດ້ມາແທນທີ່ ເຮັດໃຫ້ຊີວິດແມ່ມີຄວາມອົບອຸ່ນຄືດັ່ງສະໄໝທີ່ຈໍາປາຍັງຢູ່ຮ່ວມນຳ. ຈາກການເລົ່າສະພາບຄອບຄົວພາຍຫຼັງທີ່ນາງຈາກໄປຂອງແມ່ ໄດ້ເຮັດໃຫ້ນາງກໍຮູ້ສຶກຫວັ່ນໄຫວໃນຫົວໃຈຢ່າງບໍ່ເຄີຍເປັນມາກ່ອນ... ນາງຫາກໍຮູ້ວ່າຊາຍທີ່ນາງເຄີຍລັກມັກ ໄດ້ມີໃຈຕໍ່ນາງຢ່າງທີ່ຊາຍມີຕໍ່ຍິງ ແຕ່ນາງບໍ່ເຄີຍຮັບຮູ້ສິ່ງດັ່ງກ່າວຈາກປາກຂອງຄຳຕາເລີຍ! ນາງຄົງຍັງອ່ອນຕໍ່ສິ່ງທີ່ທຸກຄົນເອີ້ນວ່າຄວາມຮັກ. ການທີ່ນາງຕ້ອງແຕ່ງດອງກັບຊາຍທີ່ພີ່ນ້ອງຂອງແມ່ແນະນຳນັ້ນ ມັນກໍເປັນພຽງແຕ່ການສະໜອງຕອບບຸນ ຄຸນທີ່ແມ່ເຄີຍລ້ຽງຕົນເອງມາ! ຊຸມແມ່ປ້ານ້າສາວເຄີຍບອກຈຳປີວ່າ ຫາກໄດ້ຜົວລວຍໆໂດຍສະເພາະແມ່ນຜູ້ຊາຍລາວຢູ່ຕ່າງປະເທດແລ້ວ ກໍຍຸທ່າງນັບເງິນ ມີເງິນສົ່ງມາລ້ຽງແມ່ລ້ຽງຫຼານຢູ່ທາງບ້ານ ແລະແມ່ກໍຄົງຈະພໍໃຈເປັນຢ່າງຍິ່ງ ພ້ອມກັນນັ້ນເພິ່ນກໍຄົງບໍ່ຢາກໃຫ້ລູກສາວຫຼ້າຕ້ອງເປັນຄືກັບຜູ້ເປັນເອື້ອຍທີ່ຕ້ອງໄດ້ປະຮ້າງກັບຜົວ... ຫັຼງຈາກຖືກທາບທາມ ຊຸມແມ່ປ້ານ້າສາວກໍພະຍາຍາມຊີ້ເຫດຊີ້ຜົນ ແລະຫວ່ານລ້ອມໃຫ້ຈຳປີ ແຕ່ງດອງກັບຊາຍລາວສັນຊາດຕ່າງປະເທດ ຊຶ່ງແມ່ກໍຈໍາຕ້ອງໄດ້ເອີອໍຫໍ່ໝົກໃຫ້ຄຳເຫັນດີໄປນໍາ. ດັ່ງນັ້ນຈຳປີຈຶ່ງຕັດສິນໃຈທັງໆທີ່ບໍ່ທັນພົບປະໜ້າຕາກັນມາກ່ອນເລີຍ ພຽງແຕ່ໄດ້ເຫັນໃນຮູບພາບທີ່ສົ່ງມາໃຫ້ເບິ່ງກ່ອນ ຊຶ່ງກໍຖືວ່າຢູ່ໃນລະດັບເຈົ້າຊູ້ພໍປະມານ. ຍິ່ງເມື່ອເຫັນຕົວຈິງໃນມື້ຜູກແຂນບາສີແຕ່ງດອງແບບງ່າຍໆຢູ່ເຮືອນຂອງນາງແລ້ວ ຈຶ່ງຮູ້ແນ່ແກ່ໃຈວ່າຊາຍທີ່ຈະຈົມຫົວລົງທ້າຍນຳ ກໍເປັນຊາຍທີ່ຫຼໍ່ເຫົຼາເອົາການຜູ້ໜຶ່ງ. ເຖິງເຫັນກັນພຽງແຕ່ສາມມື້ ນາງກໍຫົຼງຮັກຜູ້ເປັນຜົວຂອງນາງຢ່າງຈັບໃຈ ເພາະເຂົາຊ່າງເປັນຄົນຮູ້ຈັກໃຫ້ກຽດ ຮູ້ຈັກເອົາໃຈ ຊຶ່ງນາງເຫັນວ່າດີໄປໝົດທຸກຢ່າງເລີຍ. ໃນມື້ແຕ່ງດອງ ມີພຽງແຕ່ຍາດມິດທີ່ສະໜິດ ສະໜົມແລະເພື່ອນບ້ານໃກ້ຄຽງເທົ່ານັ້ນເຂົ້າຮ່ວມໃນພິທີ ຊຶ່ງຖືວ່າເປັນພິທີແຕ່ງດອງແບບກະທັດຮັດເບົາບາງແລະຮີບເຮັ່ງ ເພາະຫລັງຈາກແຕ່ງແລ້ວ ມື້ຕໍ່ມາທັງສອງກໍບິນລັດຟ້າສູ່ຕ່າງທະວີບທັນທີ. ກວ່າຈະຮູ້ຫຍັງເປັນຫຍັງ ມັນກໍສວາຍເກີນແກ້ເສຍແລ້ວ ນາງຖືກຫຼອກຕົ້ມໃຫ້ແຕ່ງດອງກັບຊາຍຮູບງາມ ແຕ່ໃນຕົວຈິງນາງຖືກນຳມາຂາຍໃຫ້ກາຍເປັນຍິງບໍລິການຢູ່ບາແຫ່ງໜຶ່ງຂອງດິນແດນທີ່ເອີ້ນວ່າ “ສະຫວັນເມືອງຄົນ”. ນາງຕ້ອງໄດ້ຖືກບັງຄັບໃຫ້ຂາຍບໍລິການໃຫ້ແຂກ ຊຶ່ງສ່ວນຫຼາຍກໍແມ່ນປະເພດຊາດິດທີ່ມັກຄວາມຮຸນແຮງ ເຫັນແມ່ຍິງເປັນດັ່ງເໝືອນສັດຕົວໜຶ່ງ... ນາງຕ້ອງໄດ້ອົດກໍ້າກືນຄວາມທຸກລະທົມໄວ້ພຽງຜູ້ດຽວ... ກວ່າຈະຫຼຸດພົ້ນຈາກບ້ວງມານໄດ້ ຊີວິດເກືອບມຸດມອດໄປກັບຄວາມໂສມົມຂອງພວກໄຮ້ສິນທຳ ພວກທີ່ເຫັນເງິນເປັນພະເຈົ້າ ເຫັນແມ່ຍິງເປັນເຄື່ອງຫິ້ຼນ ເຄື່ອງດັບຕັນຫາລາຄະຂອງພວກບ້າກາມທັງຫຼາຍ... ນາງພະຍາຍາມລັກໜີຈາກຂຸມນາລົກດັ່ງກ່າວຫຼາຍຄັ້ງ ແຕ່ກໍບໍ່ມົ້ມ. ຈົນໃນທີ່ສຸດມີຊາຍແກ່ໃຈດີຜູ້ໜຶ່ງໄຖ່ໂຕຂອງນາງອອກຈາກສະຖານທີ່ດັ່ງກ່າວ ແລ້ວຖືກນຳເອົາໄປເປັນເມຍເກັບ ຈົນສາມາດມີເງິນສົ່ງໄປໃຫ້ແມ່ ແຕ່ກໍບໍ່ກ້າສົ່ງຂ່າວບອກ ຄວາມຈິງສູ່ແມ່ຮູ້ ໄດ້ແຕ່ຝາກເງິນໄປໃຫ້ປີລະສອງສາມຄັ້ງ. ຈົນໃນທີ່ສຸດຊາຍແກ່ທີ່ມີພະຄຸນຂອງນາງໄດ້ອຳລາຈາກໂລກນີ້ໄປ ນາງຈຶ່ງຕັດສິນໃຈຫອບເອົາຊັບສິນທີ່ຊາຍແກ່ຄົນນັ້ນມອບໃຫ້ກັບຄືນປະເທດ ເພື່ອຫວັງຈະມາສ້າງຊີວິດໃໝ່ໃນບ້ານເກີດ. ຄຶດຄືນຫລັງຍາມໃດ ຫົວໃຈຂອງນາງປະດຸດດັ່ງຈະແຕກສະລາຍໄປກັບເຫດການທີ່ແສນອັບປະຍົດ ນັ້ນ... ນາງພະຍາຍາມລືມຄວາມຫຼັງອັນຂົມຂື່ນດັ່ງກ່າວໃຫ້ໝົດສ້ຽງ... ແຕ່ບາງຄັ້ງພາບທີ່ແສນທໍລະມານຫົວໃຈກໍກັບມາວົນວຽນໃນສະໝອງຂອງນາງ... “ຈຳປີ ຄິດຫຍັງຢູ່?” ສຽງຂອງຄຳຕາດັງເຂົ້າມາຂ້າງຫູ ເຮັດໃຫ້ນາງຫລຸດພົ້ນຈາກພະວັງແຫ່ງຄວາມຫັຼງ ຫັນໜ້າມາຫາຊາຍທີ່ນາງເຄີຍລຶ້ງແກ່ນກັນດີ. “ບໍ່ໄດ້ຄິດຫຍັງດອກ. ມີແຕ່ຄິດວ່າ ຊິຊື້ຫຍັງມາແຕ່ງກິນສູ່ພີ່ສູ່ນ້ອງທີ່ຈະມາແວ່ຢາມ ຍາມບຸນບັ້ງໄຟມື້ອື່ນນີ້ນະ!” “ເອີ! ກະດຽວວ່າຍັງຄິດຮອດຕ່າງປະເທດຢູ່ຊັ້ນດອກ!” ຄຳຕາທັງເວົ້າທັງໂຍບໂຕລົງນັ່ງຂ້າງໆຈຳປີ. “ຄຶດຊ່ອຍແດ່ແມ້! ອ້າຍຕາ!” ຈໍາປີເອີ່ຍປາກຂໍຄວາມຄິດເຫັນ ພ້ອມແນມເບິ່ງໜ້າອັນຄົມສັນຂອງເຂົາ. “ເລື່ອງແບບນີ້ ຕ້ອງໃຫ້ແມ່ເປັນຜູ້ຕັດສິນວ່າຊິເຮັດຫຍັງກິນດີ. ສ່ວນອ້າຍຊິເປັນຜູ້ຂັບຈຳໂບ້ພາເຈົ້າໄປຕະຫຼາດ ແລະເປັນຜູ້ຊ່ອຍຖືເຄື່ອງ.” ຄຳຕາອອກຄຳເຫັນ ກໍພໍດີແມ່ຍ່າງອອກມາຈາກເຮືອນຄົວ ແລະເພິ່ນກໍຕັດສິນໃຫ້ເຮັດເຂົ້າປຸ້ນ, ປິ້ງປາແລະລາບຊີ້ນງົວ ເພື່ອຮັບແຂກຮັບຄົນທີ່ຈະມາຢາມໃນຍາມບຸນບັ້ງໄຟບ້ານປີນີ້. ຈໍາປີໄດ້ອອກຕະຫຼາດ ແລະໄດ້ຈ່າຍເງິນຢ່າງບໍ່ອັ້ນ ແລະຫວັງໃຈວ່າຈະໄດ້ລ້ຽງພີ່ລ້ຽງນ້ອງລ້ຽງໝູ່ລ້ຽງຄູ່ໃນຍາມບຸນບັ້ງໄຟປີນີ້. ຄຳຕາກໍບໍລິການຈໍາປີຢ່າງສຸດໃຈ ທັງພາໄປຕະຫຼາດ ທັງຫອບຫິ້ວເອົາຊີ້ນປາ ອາຫານຊ່ອຍ. ຈໍາປີເຫັນອ້າຍຄຳຕາຂອງນາງໜ້າຊື່ນຕາບານຜິດປົກກະຕິ ຈົນນາງອົດເວົ້າບໍ່ໄດ້...“ຄືມາສົດຊື່ນແຈ່ມໃສແທ້ນໍ! ອ້າຍຕາເອີຍ!” “ກໍບໍ່ຮູ້ວ່າເປັນຫຍັງ?!? ມື້ນີ້ ອ້າຍຮູ້ສຶກມີຄວາມສຸກ ແລະເບີກບານໃຈຢ່າງບອກບໍ່ຖືກທີ່ໄດ້ເປັນທັງຜູ້ບໍລິການ ແລະທັງເປັນອົງຄະລັກໃຫ້ແກ່ຈໍາປີ.” ຄຳຕາເວົ້າເປັນສີໄນໆ ເຮັດໃຫ້ຈໍາປີກໍມີຄວາມສົດຊື່ນແຈ່ມໃສຢ່າງບໍ່ເຄີຍເປັນມາກ່ອນເຊັ່ນກັນ. ເດືອນຫົກຂອງທຸກໆປີ ກ່ອນຈະລົງໄຮ່ລົງນາ, ປະຊາຊົນຢູ່ບ້ານທີ່ຄອບຄົວຂອງຈໍາປີດຳລົງຊີວິດຢູ່ນີ້ ຈະພາກັນເຮັດບຸນບັ້ງໄຟເພື່ອຂໍນໍ້າຂໍຝົນຈາກພະຍາແຖນ ຊຶ່ງກໍເປັນຮີດຄອງປະເພນີທີ່ຊາວບ້ານພາກັນສະຫຼອງຢ່າງມ່ວນຊື່ນມາຊູ່ປີ. ຫຼາຍປີແລ້ວ ຕັ້ງແຕ່ຈໍາປີບໍ່ຢູ່, ເຮືອນຂອງນາງຊຶ່ງມີແຕ່ແມ່ກັບຫຼານສອງຄົນຢູ່ ຍາມບຸນບັ້ງໄຟ ກໍບໍ່ຄ່ອຍມີຄົນຂຶ້ນລົງພໍປານໃດ ມີແຕ່ຄຳຕາທີ່ພາໝູ່ສາມສີ່ຄົນມາໃຫ້ຄວາມອົບອຸ່ນ... ສຳລັບປີນີ້ ແມ່ໄດ້ຫວັງໃນໃຈວ່າ ພີ່ນ້ອງທັງຢູ່ໃກ້ຢູ່ໄກກໍຄົງມາຊຸມແຊວນຳບໍ່ຫຼາຍກໍໜ້ອຍ. ແຕ່ຄວາມຫວັງຂອງແມ່ກໍບໍ່ໄດ້ເປັນໄປຕາມທີ່ແມ່ຄິດ, ມີພຽງແຕ່ໜ້າເກົ່າດັ່ງທຸກປີຜ່ານມາ. ຄຳຕາພາໝູ່ມາແຕ່ໃນວຽງສອງສາມຄົນມານັ່ງກິນເຂົ້າເປັນໝູ່ກັບຈໍາປີ. ແມ່ສັງເກດເຫັນສີໜ້າຂອງລູກເປັນຢ່າງດີ ແມ່ກໍໄດ້ແຕ່ອົດກັ້ນຄວາມເສົ້າໂສກໄວ້ໃນໃຈ. ນາງຫຼຽວເບິ່ງແມ່ ແລະມັກຈະງວາກໜ້າໄປທາງປະຕູເຮືອນ ຫວັງໃຈວ່າຄົງມີໃຜອື່ນອີກທີ່ຈະມາກິນເຂົ້າປຸ້ນຢູ່ເຮືອນຂອງນາງ. ຈົນໃກ້ຊິຮອດຍາມເພິ່ນຈູດບັ້ງໄຟກໍຍັງມີພຽງກຸ່ມຂອງອ້າຍຄຳຕາເທົ່ານັ້ນ ທີ່ຍັງພາກັນກິນແລະເຫຍັ້ນເບຍສູ່ກັນດື່ມຢ່າງມ່ວນຊື່ນ. ນາງອົດທີ່ຈະນ້ອຍໃຈບໍ່ໄດ້ ນາງຂໍໂຕເຂົ້າໃນຫ້ອງນອນ ເອົາໜ້າໝູບໃສ່ໝອນສະອື້ນໄຫ້ຢ່າງເຫືຼອທີ່ຈະອົດກັ້ນ. ລະບາຍຄວາມເສົ້າອອກໄປໄດ້ບໍ່ພຽງອຶດໃຈ ສຽງຂອງແມ່ກໍດັງວ່ອນເຂົ້າມາໃນຫູ... “ຈໍາປີເອີຍ! ໄປເບິ່ງເພິ່ນຈູດບັ້ງໄຟກັບອ້າຍຄຳຕາແມ້! ແມ່ຊິເຝົ້າເຮືອນດອກ.” ນາງຟ້າວປັດປ່າຍຄາບນໍ້າຕາ ເອົາແພເຊັດໜ້າມາເຊັດຕື່ມເພື່ອລຶບຮອຍເສົ້າອອກຈາກດວງໜ້າ. “ໄປເບິ່ງເພິ່ນຈູດບັ້ງໄຟນຳກັນໄປ, ຈໍາປີ!” ຄຳຕາອອກປາກຊວນ. ເປັນຄັ້ງທຳອິດຈາກໄລຍະໜຶ່ງອາທິດທີ່ຈໍາປີມາຮອດບ້ານ ທີ່ໄດ້ນຸ່ງສິ້ນໝີ່ຜືນງາມ ຈົນຄຳຕາກ່າວຍ້ອງຢ່າງອອກໜ້າອອກຕາວ່າ ນາງນຸ່ງສິ້ນຜືນນີ້ງາມຈົນບໍ່ມີບ່ອນຕິເລີຍ! ຈໍາປີໄດ້ແຕ່ຍິ້ມແລະກ່າວຂອບໃຈຕໍ່ຄຳຍ້ອງຍໍດັ່ງກ່າວ. ບັນຍາກາດຂອງບຸນບັ້ງໄຟບ້ານປີນີ້ມ່ວນຊື່ນຄືດັ່ງທຸກປີ ແຕ່ສຳລັບຈໍາປີແລ້ວ ບໍ່ຄ່ອຍມ່ວນຊື່ນພໍປານໃດ ເພາະຈິດໃຈນາງຍັງມີຮອຍດ່າງຍາກທີ່ຈະລຶບເລືອນໄປໄດ້. ມີແຕ່ອ້າຍຄຳຕາທີ່ໄດ້ສະແດງທ່າທີເອົາອົກເອົາໃຈ ຊອກແນວທີ່ເປັນຕາຫົວມາລົມສູ່ຟັງ ແລະຊີ້ໃຫ້ເບິ່ງບັ້ງໄຟທີ່ພຸ່ງຂຶ້ນສູ່ທ້ອງ ຟ້າຈົນເກືອບສຸດສາຍຫູສາຍຕາ. ເບິ່ງຂະບວນຂອງເຈົ້າຂອງບັ້ງໄຟພາກັນໂຮເຈ້ງໆ ແລະຍໍຍົກເອົາຜູ້ເປັນຊ່າງເຮັດບັ້ງໄຟບັ້ງດັ່ງກ່າວລອຍຂຶ້ນສູ່ອາກາດເປັນເທື່ອເປັນເທື່ອ. ສ່ວນບັ້ງທີ່ທັ່ງຊູດໆຄ້າງໂຄກຢູ່ຮ້ານນັ້ນ ກໍຖືກເຫຼົ່າສະມາຊິກຈັບໂຍນລົງຕົມເປັນການໃຫ້ລາງວັນ. ສຽງຮ້ອງໂຮດັງໄປທົ່ວສະຖານທີ່ງານບຸນ ບາງພ່ອງກໍພາກັນເຊິ້ງດ້ວຍກອນເຊິ້ງທີ່ເປັນຕາຢາກຫົວ, ຟັງແລ້ວ ຈໍາປີຮູ້ສຶກຂົນຄີງລຸກ. ເຖິງແມ່ນຈຳປີເຄີຍໄດ້ຍິນມາເລື້ອຍຕັ້ງແຕ່ຄາວຍັງເປັນເດັກນ້ອຍ ແລະເຖິງແມ່ນວ່າຈະເຄີຍຜ່ານເລື່ອງຮ້າຍໆມາແລ້ວກໍຕາມ ແຕ່ເມື່ອມາຟັງຍາມນີ້ແລ້ວ ແລະຟັງຢູ່ໃກ້ໆອ້າຍຄຳຕາ ກໍໄດ້ເຮັດໃຫ້ຈຳປີໜ້າແດງໄດ້ຄືກັນ. “ໃກ້ຊິຄໍ່າແລ້ວ, ອ້າຍຕາ. ເມືອກັນເທາະ!” ຈຳປີອອກປາກຊວນ. “ກໍດີຄືກັນ” ຄຳຕາຕອບຮັບຢ່າງໄວ. ລະຫວ່າງທາງ ຈຳປີຮູ້ສຶກໜ້າມືດ ໄຄແຕ່ຄຳຕາຮັບໄວ້ທັນ ຄັນບໍ່ຊັ້ນຫົວນາງຄົງວັດພື້ນດິນເປັນແນ່ແທ້. ຄຳຕາຄ່ອຍໂຊມນາງເມືອຈົນຮອດເຮືອນ. ແມ່ເຫັນລູກສາວກັບມາດ້ວຍໃບໜ້າອັນຫຼ່າເຫຼືອງ ກໍຮູ້ສຶກຕົກໃຈ ຟ້າວເອົາຢາມ່ອງອອກມາໃຫ້ລູກດົມ ແລະທາໄປທົ່ວໜ້າຜາກແລະຂະໝັບ. ຄຳຕາເຫັນວ່າການປະຖົມພະຍາບານສໍ່ານີ້ຄົງບໍ່ສາມາດຊ່ອຍຫຍັງໄດ້ຫລາຍ ຈຶ່ງບອກກັບແມ່ຂອງຈຳປີວ່າ ຕ້ອງເອົານາງນຳສົ່ງໂຮງໝໍເປັນການດ່ວນ. ກໍແມ່ນຄຳຕານັ້ນແຫຼະເປັນໂຊເຟີ້ລົດຈຳໂບ້ໂດຍມີແມ່ເປັນຜູ້ນັ່ງກອດລູກສາວຢູ່ທ້າຍລົດ. ສ່ວນເຮືອນນັ້ນກໍແມ່ນຫຼານສອງຄົນເປັນຜູ້ເຝົ້າ. ກວ່າຈະຮອດໂຮງໝໍໃຫຍ່ກໍເກືອບກິນເວລາໄປຮອດຊົ່ວໂມງ. ຄຳຕາຟ້າວໂຊມເອົາຈຳປີໂດຍມີແມ່ ຂອງນາງຕິດຕາມໄປຕິດໆ ເຂົ້າໄປຍັງຫ້ອງສຸກເສີນ. ເມື່ອເຫັນຄົນເຈັບເຂົ້າມາ ທ່ານໝໍແລະພະຍາບານທີ່ເຮັດວຽກໃນຫັ້ນ ກໍຟ້າວນຳເອົາຄົນເຈັບຂຶ້ນນອນຢູ່ເທິງຕຽງ ແລະຖາມອາການເຈັບ ພ້ອມທັງທຳການກວດທັນທີ. ຫຼັງຈາກກວດແລ້ວ ເຫັນວ່າບໍ່ແມ່ນເຈັບແບບທຳມະດາ ທ່ານໝໍຈຶ່ງໄດ້ສັ່ງໃຫ້ນອນຢູ່ໂຮງໝໍຕິດຕາມອາການເຈັບດັ່ງກ່າວ ເພື່ອຈະໄດ້ປິ່ນປົວໃຫ້ທັນທ່ວງທີ. ອາທິດໜຶ່ງເຕັມໆທີ່ຈໍາປີນອນພັກຮັກສາໂຕຢູ່ໂຮງໝໍ ໂດຍມີຄຳຕາແລະແມ່ເປັນຜູ້ຜັດປ່ຽນກັນເຝົ້າ. ໄຄແຕ່ຈຳປີມີເງິນຈຳນວນໜຶ່ງທີ່ໄດ້ສະສົມມາຈາກຕ່າງປະເທດ ຈຶ່ງເຮັດໃຫ້ເລື່ອງຢຸກຢາບໍ່ມີບັນຫາ. ອາການຂອງນາງຮູ້ສຶກວ່າດີຂຶ້ນ ແຕ່ທ່ານໝໍກໍຍັງບໍ່ອະນຸຍາດໃຫ້ກັບເມືອບ້ານໄດ້ເທື່ອ, ຕ້ອງໄດ້ຕິດຕາມໄປໃນໄລຍະໜຶ່ງກ່ອນ. ນາງພະຍາຍາມຂໍຮູ້ພະຍາດທີ່ນາງເປັນຈາກທ່ານໝໍ ແຕ່ເພິ່ນກໍບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງໃດ. ມີພຽງແຕ່ບອກວ່າ ພະຍາດບໍ່ຮ້າຍແຮງປານໃດດອກ ຂໍໃຫ້ພັກຜ່ອນກິນຢາ ແລະປະຕິບັດຕາມແພດສັ່ງ ອີກບໍ່ດົນພະຍາດກໍຈະເຊົາ. ແຕ່ສຳລັບຄຳຕາແລະແມ່, ທັງສອງແມ່ນຮູ້ເຕັມເອິກວ່າຈຳປີເປັນມະເຮັງປາກມົດລູກຂັ້ນສຸດທ້າຍ ຊຶ່ງເປັນການຍາກທີ່ຈະລອດໄດ້ ມີແຕ່ລອງສ່ຽງຜ່າຕັດເອົາມົດລູກອອກທັງໝົດ ບາງທີອາດຈະຍືດຊີວິດຂອງຈຳປີອອກໄປໄດ້ ແຕ່ກໍຄົງຢູ່ໄດ້ບໍ່ຍືນຄືຄົນປົກກະຕິທົ່ວໄປ. ແມ່ຕັດສິນໃຈໃຫ້ທ່ານໝໍຜ່າຕັດເພື່ອກູ້ເອົາຊີວິດຂອງລູກ ເຖິງແມ່ນຈະຕ້ອງໄດ້ຈ່າຍເງິນຫຼາຍປານໃດກໍຕາມ. ແມ່ແລະຄຳຕາໄດ້ໃຫ້ກຳລັງໃຈແກ່ຈຳປີໃນການຜ່າຕັດຄັ້ງນີ້ ແລະໃຫ້ຄວາມຫວັງແກ່ນາງວ່າ ນາງຈະຕ້ອງຫາຍຂາດຈາກອາການເຈັບເປັນໄດ້ ໂດຍບອກນາງວ່າ ນາງມີກ້ອນເບົ້າຢູ່ໃນມົດລູກ ຖ້າເອົາກ້ອນເບົ້ານັ້ນອອກແລ້ວ ນາງກໍຈະເປັນປົກກະຕິຄືຄົນທົ່ວໄປ. ກ່າວຄຳຕົວະຕໍ່ລູກ ກໍເພື່ອໃຫ້ລູກມີກຳລັງໃຈ ຫາກເວົ້າຄວາມຈິງ ແມ່ຄິດວ່າຍິ່ງຈະເຮັດໃຫ້ອາຍຸລູກສັ້ນເຂົ້າໄປຕື່ມ... ຕໍ່ໜ້າຈໍາປີ ແມ່ພະຍາຍາມປັ້ນໜ້າໃຫ້ສົດຊື່ນເພື່ອໃຫ້ນາງມີຄວາມຫວັງ ແຕ່ແມ່ຕ້ອງໄປລັກເຊັດນໍ້າຕາເວລາກັບມາພັກຢູ່ເຮືອນ ໂດຍມີຄຳຕາໄປເຝົ້າແທນ. ຄຳຕາກໍບໍ່ຕ່າງກັບແມ່ຂອງຈຳປີ ທຸກຄັ້ງທີ່ມາເຝົ້າຈຳປີ ເຂົາຈະເວົ້າແຕ່ເລື່ອງດີໆສູ່ນາງຟັງ ເວົ້າເລື່ອງທຳມະທຳໂມ ເພື່ອໃຫ້ນາງເຫັນໄດ້ສັດຈະທຳຂອງຊີວິດມະນຸດທີ່ມີເກີດແກ່ເຈັບຕາຍເປັນສາລະສຳຄັນ ແລະກໍເພື່ອໃຫ້ນາງມີກຳລັງໃຈໃນຕໍ່ສູ້ກັບພະຍາດຮ້າຍໃນຮ່າງຄີງຂອງນາງ. ແຕ່ເມື່ອກັບອອກຈາກໂຮງໝໍ ຕາຂອງເຂົາກໍຊຸ່ມໄປດ້ວຍຄວາມເສົ້າໂສກ. ການຜ່າຕັດໄດ້ເລີ່ມຂຶ້ນ ແຕ່ບັນຫາກໍເກີດມີ ເພາະຖົງເລືອດໝວດທີ່ຈະມາກຽມໃສ່ໃຫ້ຈໍາປີຢູ່ທະນາຄານເລືອດຊໍ້າພັດໝົດພໍດີ. ດັ່ງນັ້ນ ທ່ານໝໍຜູ້ຮັບຜິດຊອບຜ່າຕັດກໍໄດ້ແຈ້ງໃຫ້ແມ່ຂອງຈຳປີຊາບ ຖ້າຫາກມີຍາດພີ່ນ້ອງຜູ້ໃດທີ່ມີໝວດເລືອດດຽວກັນກັບຈຳປີ ກໍຂໍໃຫ້ມາບໍລິຈາກ. ໄດ້ຍິນແນວນັ້ນ ແມ່ກໍຟ້າວມາປຶກສາກັບຄຳຕາທີ່ພວມຢືນຖ້າຟັງຂ່າວການຜ່າຕັດຢ່າງໃຈຈົດໃຈຈໍ່. ພໍແຕ່ໄດ້ຍິນຄຳວ່າຕ້ອງການເລືອດເທົ່ານັ້ນ ຄຳຕາກໍອອກປາກວ່າຊິລອງກວດເລືອດຂອງຕົນກ່ອນ ຫາກແມ່ນເລືອດໝວດດຽວກັນ ຕົນເອງຈະເປັນຜູ້ບໍລິຈາກ. ຜ່ານການກວດໝວດເລືອດ ເຫັນວ່າເລືອດຂອງຄຳຕາຢູ່ໃນໝວດເລືອດດຽວກັນກັບຈຳປີ ພໍດີ ຊາຍໜຸ່ມບໍ່ລັງເລໃຈທີ່ຈະສະຫຼະເລືອດໃຫ້ແກ່ນາງຜູ້ເປັນດວງໃຈ. ການຜ່າຕັດດຳເນີນໄປຢ່າງເຊື່ອງຊ້າ ສຳລັບຜູ້ທີ່ລໍຄອຍຟັງຂ່າວຜົນຂອງການຜ່າຕັດ... ແມ່ໄດ້ແຕ່ພາວະນາໃຫ້ການຜ່າຕັດສຳເລັດຜົນໄປດ້ວຍດີ ຢ່າໄດ້ມີເຫດອັນບໍ່ດີເກີດຂຶ້ນແກ່ຈຳປີເລີຍ... ສ່ວນບຸນຕາໄດ້ແຕ່ຍ່າງວົນໄປວຽນມາຢູ່ຕໍ່ໜ້າຫ້ອງຜ່າຕັດເພື່ອຟັງເບິ່ງຜົນ... ໃນທີ່ສຸດການຜ່າຕັດກໍເສັດສິ້ນ, ທ່ານໝໍພ້ອມທັງຜູ້ຊ່ວຍທ່ານໝໍແລະນາງພະຍາບານກໍພາກັນຍ່າງອອກຈາກຫ້ອງຜ່າຕັດ ແລະບອກກັບແມ່ແລະຄຳຕາວ່າ ຄົນເຈັບປອດໄພທຸກປະການ ໃຫ້ລໍຖ້າປະມານສາມສິບນາທີ ຄົນເຈັບກໍຈະຟື້ນ. ແມ່ດີໃຈຈົນນໍ້າຕາໄຫຼ, ສ່ວນຄຳຕາກໍໄດ້ແຕ່ຍິ້ມໃຫ້ຕົນເອງຢ່າງສວ່າງໃຈ. “ຂອບໃຈ ອ້າຍຕາ ທີ່ກູ້ເອົາຊີວິດນ້ອງກັບຄືນມາ ຖ້າບໍ່ມີເລືອດຂອງອ້າຍ ນ້ອງກໍຄົງ...” ຍັງບໍ່ທັນເວົ້າສຸດ ຄຳຕາກໍເອົາມືໄປອັດປາກຂອງຈຳປີໄວ້ກ່ອນ. “ຈັ່ງໃດ ຈຳປີກໍຕ້ອງຍັງມີຊີວິດ ເພື່ອເປັນກຳລັງໃຈໃຫ້ແມ່ຂອງນ້ອງ.” ທີ່ຈິງແລ້ວ ຄຳຕາຢາກເວົ້າວ່າ “ເພື່ອເປັນກຳລັງໃຈໃຫ້ແກ່ອ້າຍ” ຫຼາຍກວ່າ ແຕ່ເຂົາກໍພະຍາຍາມອົດກັ້ນໄວ້. ຕະຫຼອດໄລຍະທີ່ລົ້ມເຈັບນັ້ນ ນອກຈາກແມ່ແລ້ວ ກໍມີພຽງຄຳຕາເທົ່ານັ້ນທີ່ມາແວະວຽນຊ່ວຍເຫຼືອຢ່າງໃສ່ໃຈທີ່ສຸດ. ຈຳປີຮູ້ສຶກຊາບຊຶ້ງໃນຄວາມດີອັນແສນປະເສີດຂອງຄຳຕາ ແລະກໍຮູ້ສຶກກິນແໜງນຳຊີວິດອັນໂສມົມທີ່ຜ່ານພົ້ນມາ... ຫາກບໍ່ມີຊາຍຊາດຊົ່ວ ແລະກຸ່ມຄ້າມະນຸດເຂົ້າມາໃນຊີວິດຂອງນາງແລ້ວ, ນາງກໍຄົງມີຊີວິດອັນອົບອຸ່ນແລະເຕັມໄປດ້ວຍຄວາມສຸກສົມຫວັງ. ນາງຢາກເອີ່ຍປາກສະແດງຄວາມໃນໃຈຍິ່ງກວ່າຄຳວ່າຂອບໃຈ ແຕ່ນາງບໍ່ຫານກ້າທີ່ລະບາຍຄວາມໃນໃຈທີ່ມີຕໍ່ຊາຍທີ່ແສນດີຜູ້ນີ້ ເພາະເຂົາດີເກີນກວ່ານາງຈະສະແດງໃຫ້ເຂົາຮູ້. ນາງລະອາຍໃນຄວາມຕໍ່າຕ້ອຍໄຮ້ຄ່າຂອງນາງ ເໝືອນດັ່ງດອກໄມ້ທີ່ຖືກຢຽບຢໍ່າທຳລາຍຈົນບໍ່ມີຊິ້ນດີ ພໍທີ່ຈະໄປປະດັບແຈກັນອັນງາມສະຫງ່າໄດ້... ຄິດມາຮອດນີ້ກໍມີແຕ່ນໍ້າຕາເປັນເພື່ອນປອບໃຈ. ກ່ອນຈະອອກໂຮງໝໍ ທ່ານໝໍໄດ້ລົມກັບແມ່ຂອງຈໍາປີວ່າ ຖ້າຫາກໄດ້ຮັບກຳລັງໃຈຈາກຄົນອ້ອມຂ້າງຈຳປີກໍຈະຢູ່ຕໍ່ໄປໄດ້ອີກດົນ ແຕ່ກໍບໍ່ຮັບປະກັນວ່າຈະຢູ່ດົນໄດ້ສໍ່າໃດ ເພາະພະຍາດມະເຮັງມັນເປັນອັນຕະລາຍເກີນກວ່າທີ່ຈະປິ່ນປົວໃຫ້ເຊົາຂາດໄດ້. ການປິ່ນປົວກໍພຽງໃຫ້ສວ່າງເຊົາພຽງຊົ່ວຄາວເທົ່ານັ້ນ ແລ້ວມັນກໍຈະຫວນກັບຄືນມາຫາໃໝ່. ນັບແຕ່ຈຳປີອອກຈາກໂຮງໝໍມາ ເລີກຈາກໄປແລ່ນຈຳໂບ້ແລ້ວ ຄຳຕາກໍຈະຟ້າວມາຢາມຈຳປີທັນທີ ໂດຍມີຂອງຕ້ອນຕິດມືມາໃຫ້ຢ່າງເປັນປະຈຳ ຈົນຈຳປີອອກປາກຫ້າມບໍ່ໃຫ້ຄຳຕາຊື້ຫຍັງມາໃຫ້ອີກ ເພາະກິນບໍ່ສູ້ໄດ້ປານໃດ. ແຕ່ຄຳຕາກໍຍັງບໍ່ຟັງ ຊື້ມາຝາກມາຕ້ອນຢູ່ຈັ່ງຊັ້ນລະ! ມີເທື່ອໜຶ່ງຈໍາປີອົດບໍ່ໄດ້ ຈຶ່ງເອີ່ຍປາກຖາມຄຳຕາໄປວ່າ: “ປານໃດຊິໄດ້ຜູກແຂນໃຫ້ອ້າຍຕາກັບເອື້ອຍໃພ້ນໍ?” ຄຳຖາມດັ່ງກ່າວຕຳໝາກຫົວໃຈຂອງຄຳຕາຢ່າງແຮງ ແຕ່ເຂົາກໍປັດປ່າຍບໍ່ຍອມຕອບກົງໆ ພຽງແຕ່ເວົ້າວ່າ: “ໃຫ້ຈໍາປີແຂງແຮງເປັນປົກກະຕິກ່ອນ ແລ້ວບາດນັ້ນຈຶ່ງຊິຈູງແຂນເອື້ອຍໃພ້ມາໃຫ້ຈໍາປີເບິ່ງ.” ເຂົາແນມເບິ່ງຮ່າງອັນຈ່ອຍຜອມຂອງຈໍາປີທີ່ນອນເທິ້ງຢູ່ເທິງຕຽງດ້ວຍຄວາມສົງສານ ຢາກບອກ ຄວາມໃນໃຫ້ນາງຮູ້ ແຕ່ກໍບໍ່ກ້າຄືກັນກັບເມື່ອຫົກປີກ່ອນ. ຖ້າຫາກເຂົາມີຄວາມກ້າຫານພໍ ບາງທີປານນີ້ເຂົາກັບຈໍາປີກໍຄົງມີຄວາມສຸກຮ່ວມກັນໃນຄອບຄົວທີ່ອົບອຸ່ນຢ່າງແນ່ນອນ. ກ່ອນທີ່ຈຳປີຈະຕົກລົງປົງໃຈແຕ່ງດອງກັບຊາຍລາວຕ່າງຊາດນັ້ນ ແມ່ຂອງຈຳປີກໍໄດ້ເອີ່ຍປາກຖາມຄຳຕາວ່າມີຄວາມຮັກຕໍ່ລູກສາວແມ່ຄືແນວໃດ. ຄຳຕາບໍ່ຫານຕອບຕາມຄວາມຈິງ ເພາະໄດ້ຍິນຂ່າວແວ່ວໆວ່າມີຊາຍລາວຕ່າງແດນທີ່ກະເປົາໜັກຈະມາສູ່ຂໍເອົາຈຳປີໄປຢູ່ຕ່າງປະເທດ. ຄຳຕາເຫັນວ່າຕົນເອງມີຖານະຕໍ່າຕ້ອຍ ມີອາຊີບເປັນພຽງຄົນຂັບລົດຈຳໂບ້ ບໍ່ກ້າທີ່ຈະໄປເສັງກັບນັກທຸລະກິດເງິນລ້ານ. ເຂົາຈຶ່ງຕອບແມ່ຂອງຈຳປີໄປວ່າ: “ລູກກໍຮັກຈຳປີຄືກັບນ້ອງກັບນຸ່ງຜູ້ໜຶ່ງນີ້ລະ!” “ຖ້າຈຳປີແຕ່ງດອງກັບຄົນລາວຈາກຕ່າງປະເທດ ລູກເຫັນເປັນແນວໃດ?” ແມ່ຂອງຈຳປີສໍ້ເຂົາອີກ. “ກໍດີຫັ້ນແຫຼະ ແມ່ເອີຍ! ຄັນໄດ້ໄປຢູ່ຕ່າງປະເທດ ຈຳປີກໍຈະມີເງິນຝາກມາໃຫ້ແມ່!” ຖ້າເຂົາສາມາດຢ້ອນເວລາກັບຄືນສູ່ອະດີດໄດ້ເຂົາຈະບໍ່ຕອບແມ່ຂອງຈຳປີຄືແນວນັ້ນ ແຕ່ເວລາກໍຜ່ານພົ້ນໄປເສຍແລ້ວ.
ມື້ນີ້ ຮູ້ສຶກຜິດແຜກຈາກມື້ຜ່ານມາທັງໆທີ່ເປັນຍາມແລ້ງ ແຕ່ທ້ອງຟ້າຊໍ້າພັດບົດຄ້າຍດັ່ງຝົນຈະຕົກ. ເຂົາຫຼຽວເບິ່ງໂມງຢູ່ຄໍ່ແຂນ “ຫ້າໂມງເຄິ່ງແລ້ວ” ຫູຂອງເຂົາຄືກັບແວ່ວຍິນສຽງເອີ້ນຈາກໃຜຜູ້ໜຶ່ງ ພ້ອມກັນນັ້ນໃນໃຈຂອງເຂົາເໝືອນມີຫຍັງບາງຢ່າງມາບົດບັງ ຊຶ່ງບໍ່ສາມາດອະທິບາຍໄດ້. ເຂົາຟ້າວເລັ່ງເຄື່ອງໂດຍບໍ່ລືມແວະຊື້ອາຫານແລະຂະໜົມເພື່ອໄປຕ້ອນຈຳປີ. ເມື່ອຂັບມາຮອດຕີນຄັນໄດເຮືອນຂອງຈຳປີ ເຂົາຟ້າວລົງຈາກລົດແລ່ນຂຶ້ນຄັນໄດບາດດຽວຮອດປະຕູເຮືອນ. ເຂົາຄ່ອຍໆກ້າວຂາໄປຍັງຕຽງທີ່ຈຳປີນອນຢູ່. ເຂົາເຫັນແມ່ຂອງຈໍາປີພວມຈັບຜ້າປຽກປັ້ນແຫ້ງເຊັດໄປຕາມໂຕຂອງຈຳປີ. ເຫັນແມ່ເອົາມືປາດນໍ້າຕາອອກຈາກພວງແກ້ມ, ຄຳຕາຮູ້ສຶກຕົກໃຈວາບ. ແມ່ບອກວ່າ ກ່ອນເຂົາຈະມານີ້ ຈຳປີໄດ້ເອີ້ນຫາ ແລະຢາກຈະພົບເຂົາ... “ຈຳປີ ລູກແມ່! ອ້າຍຕາມາແລ້ວ” ແມ່ຊຶມສຽງອ່າວດັງໃສ່ຂ້າງໆຫູຂອງລູກສາວ. ຈໍາປີມືນຕາຂຶ້ນຢ່າງຍາກຊາແບບຄົນໂຮຍແຮງ ແລເຫືຼອດໄປທົ່ວຫ້ອງແລ້ວຈັບຈ້ອງຢູ່ທີ່ຮ່າງຂອງຊາຍທີ່ໃຈດີຕໍ່ນາງມາຕະຫຼອດ ຕັ້ງແຕ່ຄາວຍັງເປັນເດັກນ້ອຍ: ນາງຍັງຈື່ໄດ້ວ່າ ອ້າຍຕາມັກປັນຂະໜົມສູ່ກິນ ແລະປ້ອງກັນໄພຍາມທີ່ຖືກຂົ່ມຂູ່ຈາກພວກນັກເລງເດັກທັງຫຼາຍ... ຈົນໃຫຍ່ເປັນສາວ ອ້າຍຕາກໍຍັງຕິດຕາມຊ່ວຍເຫືຼອ ຊ່ອຍເປັນອົງຄະລັກໃນເວລາໄປບຸນວັດ... ຈວບຈົນເຖິງວິນາທີນີ້ ອ້າຍຕາກໍຍັງເປັນອ້າຍຕາຂອງຈຳປີຜູ້ນີ້ຄືເກົ່າ... ເສຍດາຍເວລາທີ່ຜ່ານມານັ້ນ ຫາກຫວນຢ້ອນກັບຄືນໄປໄດ້ ຈຳປີກໍຈະປະຕິເສດການແຕ່ງດອງກັບນັກທຸລະກິດຈອມປອມຜູ້ນັ້ນ ແລ້ວສາລະພາບຄວາມຈິງໃນໃຈຂອງຕົນໃຫ້ອ້າຍຕາແລະແມ່ຮູ້ ແຕ່ມັນສວາຍເກີນໄປແລ້ວ. ນໍ້າຕາຈາກປ່ອງຢ້ຽມຫົວໃຈທີ່ຈຶ້ງເບິ່ງໜ້າຄຳຕານັ້ນ ໄຫຼລິນອາບທັງສອງພວງແກ້ມຢ່າງບໍ່ຂາດສາຍ. ສຽງແຫບໆຈາກປາກອັນແຫ້ງຜາກຂອງຈໍາປີດັງສະທ້ອນເຂົ້າໂສດປະສາດຂອງຄຳຕາ ເຮັດໃຫ້ຫົວໃຈຂອງເຂົາສະເທືອນປານພູເຂົາໄຟລະເບີດ... “ອ້າຍຕາ ນ້ອງຕ້ອງຂໍໂທດທີ່ບໍ່ສາມາດກ່າວຄຳນີ້ອອກມາໃນເວລາທີ່ນ້ອງຍັງເປັນສາວ ແລະຍັງມີສຸຂະພາບແຂງແຮງ ພໍທີ່ຈະເຮັດໃຫ້ຜູ້ຟັງນັ້ນເຊື່ອຖືໄດ້. ແຕ່ເພື່ອບໍ່ໃຫ້ນ້ອງກິນແໜງແຄງໃຈກ່ອນທີ່ຈະຈາກໂລກນີ້ໄປ... ນ້ອງຂໍບອກຄວາມຈິງສູ່ອ້າຍຮູ້ວ່າ ນ້ອງຮັກອ້າຍຕັ້ງແຕ່ມື້ທີ່ອ້າຍໄດ້ສ່ຽງຊີວິດລົງໄປຊ່ວຍນ້ອງໃຫ້ຫຼຸດພົ້ນຈາກການຕາຍດຶກນໍ້າ ຕອນພວກເຮົາໄປທ່ຽວຫາດນຳກັນ. ແຕ່ອາດແມ່ນນ້ອງເຂົ້າໃຈຜິດ ທີ່ຄິດວ່າອ້າຍຄົງບໍ່ຮັກນ້ອງແບບບ່າວສາວ ຄົງຮັກແບບນ້ອງສາວ, ເວລາທີ່ແມ່ບອກໃຫ້ນ້ອງແຕ່ງດອງ ນ້ອງຈຶ່ງຕັດສິນໃຈແຕ່ງເພື່ອຕອບບຸນແທນຄຸນເພິ່ນ...” ສຽງຂອງນາງຂາດຫາຍໄປ ສຽງຫັນໃຈຫອບ ດວງຕາເຫືຼອກລົນ... ຄຳຕາຟ້າວຊ້ອນແຂນເຂົ້າໃນຊອກຄໍຂອງນາງ ແລະຈັບມືຂອງນາງບີບເບົາໆ ເພື່ອທຸເລົາອາການທຸລົນທຸລາຍຂອງນາງ. “ເຮັດໃຈດີໆໄວ້, ຈໍາປີ! ອ້າຍຕາຂອງນ້ອງຢູ່ນີ້ແລ້ວ ຈຳປີຕ້ອງປອດໄພທຸກຢ່າງ...” ສຽງສີສັ່ນໆຂອງເຂົາຄ້າຍຈະປອບໂຍນໃຫ້ຈຳປີເຊົາຈາກການປ່ວງ... “ຈຳປີຈົ່ງຟັງອ້າຍໃຫ້ດີໆ, ອ້າຍຮັກຈຳປີ ແລະຮັກຈຳປີຜູ້ດຽວ ເຖິງຈຳປີຈະຢູ່ໃສ ຫົວໃຈຂອງອ້າຍຕາກໍຍັງມີພຽງຈຳປີເທົ່ານັ້ນ... ເຮັດໃຈໃຫ້ເຂັ້ມແຂງໄວ້ ຈໍາປີ! ນ້ອງຕ້ອງມີຊີວິດຢູ່...” ເຖິງຈະເວົ້າແນວໃດກໍຕາມ ຄຳຕາກໍບໍ່ສາມາດເອົາຊະນະພະຍາມັດຈຸລາດໄປໄດ້ ຄຳສຸດທ້າຍທີ່ຈໍາປີກ່າວລາຄຳຕາໄດ້ດັງສະທ້ອນເຂົ້າຫູຂອງຄຳຕາ ແລະແມ່ຂອງຈໍາປີ: “ນ້ອງຂໍລາໄປກ່ອນ… ຫາກຊາດໜ້າມີຈິງ… ຂໍໃຫ້ໄດ້ພົບກັບອ້າຍຕາທີ່ແສນດີຂອງນ້ອງອີກ...” ສິ້ນສຽງສັ່ງລາ ສຽງສະອື້ນໄຫ້ຂອງແມ່ກໍດັງເຂົ້າມາແທນທີ່, ຄຳຕາໃຊ້ມືລູບຕາທັງສອງຂອງຈໍາປີລົງໃຫ້ຫັຼບສະໜິດ... “ໄປດີເຖີດ... ຈໍາປີ. ຂໍໃຫ້ດວງວິນຍານນ້ອງຈົ່ງໄປສຸຄະຕິເຖີດ.”

Monday, June 16, 2008

ບົດຮຽນສ້າງຊີວິດ



ກຣິ້ງໆ…ໆ…ໆ… ສຽງໂມງປຸກຈາກຫົວບ່ອນນອນດັງສະໜັ່ນຫູ ຈົນສຸພາພອນສະເດີດຕື່ນຂຶ້ນມາດ້ວຍຄວາມເສຍດາຍຝັນທີ່ກຳລັງມ່ວນ… ເມື່ອສະຕິສຳປະຊັນຍະກັບຄືນມາສູ່ສະພາບແຫ່ງຄວາມເປັນຈິງ, ນາງກໍຟ້າວລຸກຈາກບ່ອນນອນ ຊຶ່ງຍັງມີຮ່າງຂອງຄຳພັນຜົວສຸດທີ່ຮັກພວມສືບຕໍ່ກົນສອດໆແບບບໍ່ຮູ້ໜາວຮູ້ຮ້ອນຫຍັງ… ຢາກຈະປຸກເຂົາໃຫ້ລຸກ ແຕ່ກໍເຫັນໃຈ ເພາະກວ່າຄຳພັນຈະໄດ້ນອນກໍເກືອບທ່ຽງຄືນ ເຂົາຕ້ອງໄດ້ຄົ້ນຄວ້າບົດຮຽນເພື່ອກຽມໄປສອນໃນວັນໃໝ່ຈັ່ງຊີ້ທຸກຄືນ… ສ່ວນນາງກໍບໍ່ຍິ່ງຍ່ອນໄປກວ່າຜູ້ເປັນຜົວ ເພາະນາງຕ້ອງໄດ້ກະກຽມເຄື່ອງປະກອບສຳລັບເຮັດຂະໜົມໄປສົ່ງຮ້ານກາເຟ ແລະຮ້ານຂາຍຂະໜົມຕາມໂຮງຮຽນທີ່ຢູ່ໃກ້ຈົນວ່າເດິກວ່າດື່ນ… ກວ່າຈະໄດ້ຈືນຂະໜົມກໍເສຍເວລາໄປເກືອບສາມສິບນາທີແລ້ວ ເຫຼືອດຕາເບິ່ງໂມງຢູ່ແຂນກໍເກືອບຫ້າໂມງເຊົ້າເຂົ້າໄປແລ້ວ… ນາງຕ້ອງເຮັດແຂ່ງກັບເວລາ ເພາະບໍ່ພຽງແຕ່ເຮັດຂະໜົມໄປສົ່ງຕາມຮ້ານຕ່າງໆເທົ່ານັ້ນ ນາງຕ້ອງໄດ້ຟ້າວໄປການຄືກັນ… ເຖິງຈະນອນບໍ່ອີ່ມຕາແຕ່ນາງກໍພະຍາຍາມອົດທົນ… ນັບແຕ່ມື້ເຮັດຂະໜົມມາກໍເຂົ້າປີທີສອງແລ້ວ, ການອົດຫີວນອນເກືອບວ່າຈະກາຍເປັນຄວາມລຶ້ງເຄີຍໄປເສຍແລ້ວ… ຕອນທີ່ເລີ່ມເຮັດທຳອິດນັ້ນ ມີບາງເທື່ອກໍຈົນຫລົງຮ້ອງໂອ້ກເພາະ ນໍ້າມັນລວກມື ຍ້ອນສະຕິຍັງຢູ່ກັບຕຽງນອນພຸ້ນ. ມື້ໃດເປັນວັນພັກກໍໄຄແດ່ ຄຳພັນຈະລຸກຂຶ້ນມາຈືນຊ່ວຍ ເຮັດໃຫ້ນາງໄດ້ມີໂອກາດໄປເຮັດແນວອື່ນ ເຊັ່ນອະນາໄມເຮືອນຊານ, ຊັກເຄື່ອງຂອງ, ແຕ່ງຢູ່ຄົວກິນ… ແຕ່ມື້ນີ້ ຄຳພັນຕ້ອງໄດ້ໄປສອນໜັງສື ຕ້ອງປ່ອຍໃຫ້ເຂົາໄດ້ນອນຢ່າງເຕັມອີ່ມ ເພື່ອຄຸນະພາບໃນການສິດສອນຂອງເຂົາຈະບໍ່ໄດ້ຕົກລະດັບ. ນອກຈາກຈະສອນຢູ່ໂຮງຮຽນປະຈຳແລ້ວ ເຂົາຍັງໄດ້ໄປສອນຢູ່ຕາມໂຮງຮຽນເອກະຊົນອີກຫລາຍແຫ່ງ ແລະກໍຍັງໄດ້ໄປສອນພິເສດໃຫ້ນັກຮຽນຜູ້ກຽມເສັງໄປຕ່າງປະເທດ. ເວົ້າລວມແລ້ວ ໃນແຕ່ລະມື້ຄຳພັນໄດ້ສອນບໍ່ຕໍ່າກວ່າແປດຊົ່ວໂມງ. ໃນມື້ພັກ ເຂົາຍັງຈັດຕັ້ງສອນພິເສດຢູ່ເຮືອນອີກ ໂດຍຈະມີນັກຮຽນມາຮຽນນຳຫລາຍສົມຄວນ. ມີບາງເທື່ອສຸພາພອນອົດບໍ່ໄດ້ນຳລາຍຮັບທີ່ຜົວໄດ້ມາຈຶ່ງອອກປາກຖາມດ້ວຍສຽງສີຂຸ້ນໆວ່າ: “ເປັນຫຍັງອ້າຍຄືເກັບຄ່າຮຽນນຳຂະເຈົ້າຖືກແທ້ ບາງຄົນກະບໍ່ເກັບນຳເຂົາຊໍ້າ? ເຮັດແນວນີ້ປານໃດເຮົາຊິໄຊ້ໜີ້ໝົດເປັນຈັກເທື່ອ?” “ກະຄຶດເຫັນຄອບຄົວທີ່ບໍ່ມີນັ້ນແດ່ຕວ່າ! ເງິນຄຳຊູ່ມື້ນີ້ບໍ່ແມ່ນວ່າຊິຫາໄດ້ມາງ່າຍໆ. ຄັນເຮົາເອົາແພງ ເດັກນ້ອຍຜູ້ຂາດເຂີນເດຊິເອົາຫຍັງມາຈ່າຍໃຫ້. ອ້າຍຄຶດວ່າ ທີ່ອ້າຍວາງລາຄາຄ່າຮຽນໄປຈັ່ງຊີ້ກໍເຜື່ອຜູ້ທຸກຜູ້ຍາກນຳແດ່!” ຄໍາພັນອົດທີ່ຈະອະທິບາຍເຫດຜົນໃຫ້ເມຍຟັງບໍ່ໄດ້. “ແລ້ວຂີ້ດອກແຕ່ລະເດືອນພ້ອມກັບຕົ້ນທຶນທີ່ເຮົາຕ້ອງໄປຖອກໃຫ້ກຸ່ມທ້ອນເງິນບ້ານຫັ້ນເດ ປານໃດຈຶ່ງຊິໝົດເປັນ ຄັນຍັງມີແກ່ໃຈໃນການສົງສານຜູ້ອື່ນ. ບາດຕົນເອງຊໍ້າຜັດບໍ່ດູຕົນ…” ທ້າຍປະໂຫຍກສຸພາພອນເວົ້າສຽງຄ່ອຍໆພໍແຕ່ໃຫ້ຕົນເອງໄດ້ຍິນ. “ການຊ່ອຍຄົນ ມັນບໍ່ເສຍຫາຍຫຍັງດອກ! ຍິ່ງເຮົາຊ່ອຍຜູ້ທີ່ຈະເປັນອະນາຄົດຂອງຊາດແລ້ວ ອ້າຍວ່າຍິ່ງຈະໄດ້ບຸນກຸສົນຫຼາຍ! ອີກຢ່າງໜຶ່ງກໍເພື່ອປະກອບສ່ວນຊ່ອຍຊາດໃນການສ້າງຊັບພະຍາກອນ ມະນຸດຜູ້ມີຄຸນະພາບໃຫ້ແກ່ສັງຄົມ.” ຄຳພັນອະທິບາຍຕໍ່. “ມັນກໍດີຢູ່ດອກ ອັນທີ່ອ້າຍເວົ້າມາຫັ້ນ. ແຕ່ນ້ອງຢ້ານວ່າເຮົາຈະໄຊ້ໜີ້ບໍ່ທັນກຳນົດຫັ້ນນ່າ!” ນາງຍອມເຫັນດີນຳຜູ້ເປັນຜົວ ແຕ່ກໍຍັງບໍ່ແຈບໃຈນໍາໜີ້ສິນທີ່ຕ້ອງໄດ້ໄຊ້. “ບໍ່ຕ້ອງຮ້ອນໃຈດອກ ພອນເອີ້ຍ! ມີບັນຫາ ກໍຕ້ອງມີວິທີແກ້. ເມື່ອພວກເຮົາສ້າງບັນຫາຂຶ້ນ ພວກເຮົາກໍຕ້ອງແກ້ໄຂມັນໃຫ້ໄດ້. ຄັນເຮົາເຊື່ອພໍ່ແມ່ຕັ້ງແຕ່ຫົວທີແລ້ວ ບັນຫາໜີ້ສິນກໍຄົງບໍ່ເກີດ… ປານນີ້ ພວກເຮົາຄົງຈະມີລູກນ້ອຍມາເຊີຍຊົມກັນແລ້ວກໍບໍ່ຮູ້. ແຕ່ກໍຢ່າມັນເທາະ, ເລື່ອງແລ້ວກໍຂໍໃຫ້ມັນແລ້ວໄປ. ມີແຕ່ໃຫ້ສອງຄົນເຮົາມີສະຕິໃນການດຳລົງຊີວິດຕື່ມ… ພວກເຮົາກໍຍັງໜຸ່ມແໜ້ນ ຍັງມີເວລາໃນການຕໍ່ສູ້ຊີວິດຫຼາຍຢູ່… ສິ່ງທີ່ຜິດພາດໄປກໍໃຫ້ເປັນບົດຮຽນ…” ສຸພາພອນຊາບຊຶ້ງໃຈນຳຄຳເວົ້າຂອງຜູ້ເປັນຜົວ ຊຶ່ງຍາມໃດກໍບໍ່ເຄີຍຕ້ອງຕິແລະໃຫ້ຮ້າຍແກ່ນາງແຕ່ປະການໃດ ມີແຕ່ຊອກແນວເພີ່ມກຳລັງໃຈໃຫ້… ທີ່ຈິງແລ້ວກໍແມ່ນນາງຜູ້ດຽວນັ້ນແຫລະທີ່ເຮັດໃຫ້ເກີດບັນຫາໜີ້ສິນຂຶ້ນ… ນາງຍັງຈື່ໄດ້ວ່າ ໃນມື້ທີ່ເຈົ້າໂຄດຂອງຄຳພັນມາສູ່ຂໍນາງກັບພໍ່ແມ່ທີ່ເຮືອນ, ທັງສອງຝ່າຍໄດ້ຕົກລົງຈະຈັດພິທີແຕ່ງດອງແບບກະທັດຮັດເບົາບາງ ມີແຕ່ເຮັດພິທີບາສີສູ່ຂວັນ ແລະມ່ວນຊື່ນຢູ່ເຮືອນຂອງເຈົ້າສາວເທົ່ານັ້ນ. ແຕ່ສຸພາພອນບໍ່ເຫັນດີນຳ ຖ້າເຮັດແຕ່ຢູ່ເຮືອນ ແໜງບໍ່ເຮັດເລີຍຈະດີກວ່າ ມີແຕ່ສີ່ເຖົ້າຫ້າແກ່ມາຜູກຄໍ່ຕໍ່ແຂນໃຫ້ລະກໍແລ້ວ! ຄັນແມ່ນເຮັດກໍຕ້ອງມີທັງພິທີຢູ່ເຮືອນ ແລະພິທີຢູ່ພັດຕາຄານ ຫຼືໂຮງແຮມນຳອີກ ມັນຈຶ່ງຈະສົມໜ້າສົມຕາ. ພໍ່ກັບແມ່ກໍບໍ່ແມ່ນຄົນທຳມະດາສາມັນຫຍັງ ລ້ວນແຕ່ເປັນພະນັກງານຜູ້ມີຜົນງານ… ພີ່ນ້ອງແລະໝູ່ຄູ່ກໍມີຫລາຍ ຫາກບໍ່ເຮັດໃຫຍ່ເຮັດເຕ ເຮັດແນວໃດຈຶ່ງຈະທົ່ວເຖິງກັນ. ເຖົ້າແກ່ທັງສອງຝ່າຍພະຍາຍາມຊີ້ເຫດຊີ້ຜົນ ແລະຍົກໃຫ້ເຫັນຈຸດດີຂອງການຈັດພິທີແບບປະຢັດມັດທະຍັດ. ອີກຢ່າງໜຶ່ງ ຖ້າຫາກໄປຈັດຢູ່ພັດຕາຄານອີກ ຈະເອົາເງິນຢູ່ໃສໄປຖອກໃຫ້ເຂົາ ເພາະຄ່າຈັດຢູ່ຫັ້ນບໍ່ແມ່ນຂອງຖືກໆ ຢ່າງໜ້ອຍກໍຕ້ອງໃຊ້ຈ່າຍສີ່ສິບຫລືຫ້າສິບລ້ານຂຶ້ນໄປ.ແຕ່ສຸພາພອນກໍບໍ່ອ່ອນຂໍ້ນຳເຫດຜົນທີ່ພໍ່ແມ່ທັງສອງຝ່າຍອ້າງມາ, ນາງໄດ້ຍົກຫຼາຍໆຕົວຢ່າງຂອງງານດອງໝູ່ຂອງນາງສູ່ທຸກຄົນຟັງ…“ດອງຂອງນາງຈັນທະຈອນຫັ້ນເດ ລົງທຶນໄປເຮັດຢູ່ໂຮງແຮມໝົດໄປຫ້າສິບລ້ານ ແຕ່ເງິນໃຊ້ຊອງໄດ້ຄືນມາຕັ້ງ 60 ລ້ານພຸ້ນ! ເງິນຄ່າຈັດດອງກໍບໍ່ແມ່ນວ່າເຂົາຊິໃຫ້ຖອກບາດດຽວ ມີແຕ່ຈ່າຍຄ່າມັດຈຳກ່ອນຈຳນວນໜຶ່ງ ພາຍຫຼັງແລ້ວດອງ ຈຶ່ງໄປຈ່າຍຕື່ມກໍໄດ້. ມັນບໍ່ຍາກດອກ! ເລື່ອງເງິນນັ້ນ ພໍ່ແມ່ບໍ່ຕ້ອງເປັນຫ່ວງ ລູກກັບອ້າຍພັນຈະເປັນຜູ້ຮັບຜິດຊອບເອງ.”ຈາກການຖຽງແບບຫົວຊົນຝາຂອງສຸພາພອນ ໂດຍທີ່ຄຳພັນບໍ່ມີໂອກາດອອກຄຳເຫັນຫຍັງເລີຍ. ທີ່ຈິງເຂົາກໍຢາກທັດທານຄຳເຫັນຂອງຄົນຮັກຄືກັນ ແຕ່ເບິ່ງສະພາບແລ້ວ ຄົງຈະເປັນໄປບໍ່ໄດ້ ມີແຕ່ຈະເຮັດໃຫ້ເສຍບັນຍາກາດ ແລະມີບັນຫາຕໍ່ກັນຊື່ໆ ເຂົາກໍເລີຍນັ່ງມິດປານແປ້ນອັດປາກ ໄດ້ແຕ່ນັ່ງສະດັບຮັບຟັງສຽງກ່າວສອດໆຂອງຜູ້ຈະມາເປັນຄູ່ຊີວິດ.ງານດອງເປັນໄປຕາມຄວາມຕ້ອງການຂອງສຸພາພອນໂດຍບໍ່ມີຜູ້ຈະຄັດຄ້ານໄດ້ ແມ່ນກະທັ້ງຄຳພັນກໍບໍ່ສາມາດເອີ່ຍປາກວ່າກ່າວແນວໃດໄດ້ເລີຍ. ສາເຫດທີ່ເຮັດໃຫ້ນາງຢາກຈັດພິທີຢູ່ພັດຕາຄານຕື່ມອີກນັ້ນ ກໍຍ້ອນວ່ານາງດວງດີລູກສາວຂອງຜູ້ຈັດການຂອງພັດຕາຄານຊື່ດັງແຫ່ງໜຶ່ງ ຊຶ່ງເປັນໝູ່ລຶ້ງແກ່ນກັນດີໃຫ້ການຊັກຊວນ ແລະອ້າງເຖິງຜົນທີ່ຈະໄດ້ຮັບ ຫາກວ່າຈັດຢູ່ພັດຕາຄານ, ພ້ອມທັງຈະເປັນຜູ້ຮັບປະກັນບໍ່ໃຫ້ຈ່າຍຄ່າມັດຈຳລ່ວງໜ້າ ເພາະແນວໃດຫລັງຈາກແລ້ວດອງ ຮິບໂຮມເງິນໃສ່ຊອງທີ່ໄດ້ຈາກແຂກແລ້ວ ກໍຄົງພໍຖອກໃຫ້ທາງພັດຕາຄານຢ່າງແນ່ນອນ ຊໍ້າບໍ່ໜຳອາດຈະມີເຫລືອພໍເປັນທຶນຮອນໃນການສ້າງຊີວິດຄູ່ນຳອີກ.ດອງມື້ນັ້ນ ນາງຍັງຈົດຈຳຕິດຕາ… ຕອນເຊົ້າຈັດພິທີບາສີສູ່ຂວັນໃຫ້ແກ່ບ່າວສາວທີ່ເຮືອນຂອງນາງ, ມີແຂກຄົນເຂົ້າຮ່ວມຫຼາຍສົມຄວນ ສ່ວນຫຼາຍແມ່ນຍາດພີ່ນ້ອງ ແລະໝູ່ຄູ່ຜູ້ໃກ້ຊິດ. ນາງຢູ່ໃນຊຸດສິ້ນໄໝເສື້ອສະງຽບບຽງແພສີສົດສວຍງາມຕາ, ນອກຈາກເຄື່ອງປະດັບເອ້ຢູ່ມວຍຜົມເກົ້ານັ້ນແລ້ວ, ຢູ່ຄໍ ແລະແຂນຂອງນາງກໍໄປເອ້ຢ້ອງໄປດ້ວຍວັດຖຸທີ່ເຫຼື້ອມເປັນປະກາຍ. ທັງສາຍຄໍແລະສາຍແຂນເສັ້ນໃຫຍ່ນັ້ນ ລ້ວນແຕ່ແມ່ນຢືມຈາກນ້າສາວສຸນິສາຜູ້ມີລູກສາວແຕ່ງດອງກັບຄົນຕ່າງປະເທດ. ທີ່ຈິງສາຍຄໍຄຳຂອງນາງເອງກໍມີຢູ່ ແຕ່ສາຍນ້ອຍເກີນໄປ ບໍ່ສົມໜ້າສົມຕາກັບເຈົ້າສາວຄືດັ່ງນາງ… ສຽງເສບເພງແຫ່ເຂີຍດັງກ້ອງໄປທົ່ວບໍລິເວນງານ, ສຽງຕໍແຍກັນລະຫວ່າງຝ່າຍເຈົ້າບ່າວ ແລະເຈົ້າສາວໃນການຜ່າດ່ານສາຍເງິນສາຍໃຈດັງເປັນແຊວໆ ເຮັດໃຫ້ບັນຍາກາດຄຶກຄື້ນບໍ່ແມ່ນຂອງຄ່ອຍ… ສຽງນັ້ນໄດ້ເຮັດໃຫ້ນາງໃຈເຕັ້ນຕຶກໆ… ບໍ່ພໍຄາວນາງກໍເຫັນປ້າຄຳຈູງເຈົ້າບ່າວທີ່ຖືດອກໄມ້ແລະທຽນເຫຼັ້ມໃຫຍ່ທີ່ກະຈາຍແສງມັບມຽງເຂົ້າມາສູ່ພິທີ. ຫຼັງຈາກໄຕ້ທຽນທີ່ຍອດຂອງພາຂວັນທັງສອງແລ້ວ ຄຳພັນກໍນັ່ງຍວບລົງທາງຂ້າງນາງ. ຈາກນັ້ນ ນາຍບ້ານໄດ້ຕາງໜ້າໃຫ້ເຈົ້າພາບທັງສອງຝ່າຍອ່ານໃບອະນຸມັດແຕ່ງດອງ ແລະກ່າວຄຳເຫັນເພື່ອໄຂພິທີ. ເມື່ອນາຍບ້ານກ່າວສຸດ ຄຳພັນໄດ້ໄຂຝາກັບນ້ອຍສີແດງ ຈັບເອົາສາຍຄໍຄຳເສັ້ນນ້ອຍອອກມາຄ້ອງຄໍໃຫ້ແກ່ນາງ… ຈາກນັ້ນໝໍພອນກໍເລີ່ມຕົ້ນພິທີບາສີສູ່ຂວັນໃຫ້ແກ່ຄູ່ສົມລົດໃໝ່ດ້ວຍສຽງ ສູດຂວັນທີ່ພຽບພ້ອມໄປດ້ວຍຄວາມເວົ້າອັນຈົບງາມ ຟັງແລ້ວພາໃຫ້ຮູ້ສຶກວ່າຊີວິດຄູ່ຂອງນາງຄົງຈະດໍາເນີນໄປຢ່າງຮຽບຮ້ອຍປາສະຈາກອຸປະສັກໃດໆ. ຮອດຕອນປ້ອນໄຂ່ ຄິດມາຍາມໃດກໍອົດຫົວບໍ່ໄດ້ນໍາຄວາມເຊີ້ຊ້າຂອງຕົນແລະຄຳພັນທີ່ພາກັນກິນໄຂ່ຕົ້ມຊຶ່ງໝໍພອນບິແບ່ງໃຫ້ກິນຜູ້ລະເຄິ່ງ ຈົນວ່າລ່ອງນໍ້າລົງຄໍເກືອບບໍ່ທັນ ປ້າພຽງແສງທີ່ນັ່ງຢູ່ທາງຫຼັງຈົນໄດ້ເອົາມືມາລູບຫຼັງໃຫ້… ພິທີຕອນເຊົ້າກວ່າຈະໄດ້ເລີກລາກັນກໍເກືອບບ່າຍສາມໂມງ ເພາະນອກຈາກຮັບປະທານອາຫານທ່ຽງແລ້ວ ກໍຍັງມີລາຍການມ່ວນຊື່ນລຳວົງສາມັກຄີເພື່ອເປັນກຽດໃຫ້ແກ່ຄູ່ສົມລົດໃໝ່… ໄຄແຕ່ປະຕິເສດການດື່ມຈາກແຂກ ມີແຕ່ເຫຍັ້ນໃຫ້ແຂກກິນ ຄັນບໍ່ຊັ້ນ ກໍຄົງໄປນອນອາກລາກຄືກັບອ້າຍພັນຫຼັງຈາກທີ່ແຂກເມືອກັນໝົດແລ້ວ. ນາງເອງກໍອົດທີ່ຈະລົ້ມໂຕລົງນອນບໍ່ໄດ້ ເພາະຮູ້ສຶກເມື່ອຍແຄ່ງເມື່ອຍຂາຢ່າງບໍ່ເຄີຍເປັນມາກ່ອນ. ຄິດຂີ້ງໍ້ວ່າ ຕອນຄໍ່າຈະຢືນໄດ້ດົນປານໃດ… ແຕ່ກໍຮູ້ສຶກປື້ມໃຈທີ່ຈະໄດ້ຮັບແຂກກະເປົາໜັກໆໃນຄໍ່າຄືນດັ່ງກ່າວ…ຄໍ່າຄືນຂອງງານດອງທີ່ພັດຕາຄານອັນມີຊື່ສຽງລະດັບແນວໜ້າຂອງນະຄອນຫຼວງ ຄັບຄາໜາແໜ້ນໄປດ້ວຍແຂກຄົນ ເບິ່ງຜູ້ໃດກໍນຸ່ງຖືຢ່າງຈົບງາມແລະເອ້ຢ້ອງໄປດ້ວຍເຄື່ອງປະດັບອັນມີຄ່າ ໂດຍສະເພາະແມ່ນບັນດາພັນລະຍາຂອງຜູ້ທີ່ມີຊື່ສຽງໃນວົງການປົກຄອງ ກໍຄືວົງການທຸລະກິດ. ເຖິງແມ່ນສຸພາພອນຈະເປັນພຽງພະນັກງານຊັ້ນຜູ້ນ້ອຍທີ່ເຮັດວຽກເປັນສະໝຽນຂາເຂົ້າຂາອອກຂອງກະຊວງ ແຕ່ນາງກໍຮູ້ຫຼາຍຜູ້ຫຼາຍຄົນ ສະເພາະຢ່າງຍິ່ງກໍແມ່ນບັນດານັກທຸລະກິດທີ່ມາພົວພັນວຽກຢູ່ກະຊວງ. ຍ້ອນນາງເປັນຄົນງາມ ນຸ່ງຖືທັນສະໄໝ ຊ່າງເວົ້າຊ່າງວ່າ ແລະມີມະນຸດສຳພັນທີ່ດີຕໍ່ທຸກຄົນ, ດັ່ງນັ້ນ ບໍ່ເປັນການຍາກເລີຍທີ່ຈະນາງຈະສ້າງຄວາມລຶ້ງເຄີຍກັບບັນດາຄົນເຫຼົ່ານັ້ນ. ເມື່ອໃກ້ຈະຮອດງານດອງ ນາງກໍຖືໂອກາດເຊີນບັນດາຄົນເຫຼົ່ານັ້ນ ຊຶ່ງຫວັງວ່າພວກເຂົາຄົງຈະເປັນຜູ້ຊ່ວຍເອົາເງິນໃສ່ຊອງໃຫ້ຫຼາຍກວ່າຜູ້ອື່ນໆ… ນອກຈາກແຂກທີ່ນາງເຊີນແລ້ວ ກໍຍັງມີແຂກຂອງຄຳພັນ ແຂກພໍ່ແມ່ທັງຝ່າຍຂອງນາງ ແລະຝ່າຍຂອງເຈົ້າບ່າວເຊີນ… ຕອນທີ່ຮັບແຂກນັ້ນ ນາງເບິ່ງໜ້າແຂກນຳກໍບໍ່ທັນ ຈັກໃຜເປັນໃຜ ຈົນວ່າຕາລາຍພຸ້ນລະ! ມີບາງໄລຍະນັ້ນ ແຂກທີ່ນາງຍໍມືໄຫວ້ນັ້ນ ນາງກໍຄຶດບໍ່ອອກຄືກັນວ່າເຄີຍເຫັນຢູ່ໃສ? ເປັນແຂກຂອງຜູ້ໃດ? ອາດຈະແມ່ນແຂກຂອງເຈົ້າບ່າວ ຫລືບໍ່ກໍຂອງພໍ່ແມ່ກໍເປັນໄດ້.ກວ່າທ່ານຜູ້ໃຫຍ່ທີ່ມາເປັນກຽດໃນງານດອງໄດ້ມີໂອກາດກ່າວຄຳໂອວາດຕັກເຕືອນ ກໍຈົນໄດ້ຍິນສຽງແຂກບາງຄົນຈົ່ມເຂົ້າຫູວ່າ “ປານໃດຈຶ່ງຊິເລີ່ມນໍ ຫີວເຂົ້າແລ້ວໄດ໋!”. ໄຄແຕ່ທ່ານຜູ້ໃຫຍ່ທີ່ຕາງໜ້າໃຫ້ເຈົ້າໂຄດທັງສອງຝ່າຍກ່າວຄຳໂອວາດແລະໃຫ້ພອນຢ່າງສັ້ນກະທັດຮັດ ແຕ່ສົມບູນໄປດ້ວຍເນື້ອໃນອັນຈົບງາມ. ຫາກຊີວິດຄູ່ຂອງນາງຫາກເປັນໄປດັ່ງຄຳອວຍພອນຂອງທ່ານຜູ້ໃຫຍ່ກ່າວມານັ້ນ ນາງກໍຄົງບໍ່ໄດ້ງົມນຳການຈືນຂະໜົມຢູ່ນີ້ດອກ… ທັງຈືນຂະໜົມໄປ ທັງຄຶດໄປ…ເມົາມົວນຳແຕ່ເຫຍັ້ນເຫຼົ້າໃຫ້ແຂກ ບໍ່ມີໂອກາດພໍທີ່ຈະຈັບແນວກິນຍັດເຂົ້າປາກ. ແຕ່ກໍບໍ່ຮູ້ສຶກຫີວ ເພາະຮູ້ສຶກເມື່ອຍຫຼາຍກວ່າ ຈົນວ່າບໍ່ຢາກກິນຮອດຫຍັງ. ຄໍາພັນກໍຄົງຢູ່ໃນສະພາບຢ່າງດຽວກັນກັບຕົນເອງ ແຕ່ລາວກໍຍັງປ່ອຍຮອຍຍິ້ມອອກໃຫ້ແຂກຄົນໄດ້ເຫັນຢ່າງບໍ່ຂາດສາຍ. ສຽງໂຄສົກປະຈຳເວທີ ປະກາດໃຫ້ຄູ່ສົມລົດໃໝ່ຂຶ້ນເປີດລຳວົງສາມັກຄີຮອບປະຖົມມະລືກ, ນາງຕ້ອງໄດ້ປະຖາດທີ່ມີຈອກນ້ອຍສອງໜ່ວຍວາງລົງໃກ້ແກ້ວເຫຼົ້າຍີ່ຫໍ້ແພງຈາກເມືອງນອກທີ່ຄຳພັນປະວາງໄວ້ກ່ອນແລ້ວ... ສຽງເພງ “ສົມລົດສົມຮັກ” ໃນຈັງຫວະລຳວົງອ່າວໄວດັງກະຫຶມຂຶ້ນ, ຄຳພັນຍ່າງນຳໜ້ານາງໄປກ່ອນ ເມື່ອຂຶ້ນເກືອບຮອດກາງວົງຟ້ອນ ທັງສອງກໍຍໍມືໄຫວ້ແຂກ ເພື່ອເປັນການກ່າວຊວນເຊີນຂຶ້ນມາຟ້ອນຮ່ວມກັນ. ຈາກນັ້ນທັງສອງກໍວາດລວດລາຍການຟ້ອນແບບລຳວົງລາວມາດຕະຖານ ຈົນເຮັດໃຫ້ຫຼາຍຄົນອອກປາກຍ້ອງວ່າ ຟ້ອນໄດ້ງາມຫຼາຍ ແລະເໝາະເປັນຄູ່ຜົວຕົວເມຍກັນແທ້ໆ!ໃນຄືນນັ້ນ ບໍ່ຕໍ່າກວ່າສິບຮອບທີ່ນາງໄປຟ້ອນບໍ່ຈັກຈັງຫວະລຳວົງທຳມະດາ, ລຳວົງສາລະວັນ, ຕັ່ງຫວາຍ ຕະຫຼອດຮອດຈັງຫວະຊ່າໆໆ, ບີກິນ, ບາສະລົບ, ຣັອກ ແລະຈັງຫວະຮັກແພງແບບສະໂລ. ຕອນໄປຟ້ອນໃນຈັງຫວະຣັອກນັ້ນ ໄດ້ມີຜົວເມຍຄູ່ໜຶ່ງຊຶ່ງມີອາຍຸໄລ່ເລ່ຍກັບຄຳພັນແລະນາງໄດ້ເຂົ້າມາທັກທາຍຢ່າງສະໜິດສະໜົມ, ຜູ້ເປັນຜົວນັ້ນມີຈຸດພິເສດຕ່າງໝູ່ ຄືມີປານຢູ່ແກ້ມເບື້ອງຊ້າຍ. ທັງສອງໄດ້ເຂົ້າມາຂໍຟ້ອນນຳຄູ່ສົມລົດໃໝ່. ຊາຍທີ່ມາຟ້ອນກັບນາງນັ້ນ ອ້າງຕົນວ່າເປັນໝູ່ຮັກແພງຂອງຄຳພັນ ແລະເຄີຍຮຽນມັດທະຍົມປາຍນຳກັນ. ຊາຍຄົນນັ້ນເຕັ້ນຣັອກໄດ້ວ່ອງໄວແລະຊຳນານເປັນຢ່າງຍິ່ງ ຈົນສຸພາພອນຟ້ອນນຳກໍບໍ່ທັນ. ແຕ່ກໍຮູ້ສຶກຄາຍຄວາມອິດເມື່ອຍໄປໄດ້ຫຼາຍ ເມື່ອໄດ້ຍິນຄຳມ່ວນໆຂອງຊາຍຜູ້ນີ້. ຕາມຫຼັງຈຶ່ງໄດ້ຍິນຈາກຄຳພັນວ່າ ຍິງທີ່ເຕັ້ນຣັອກກັບເຂົານັ້ນກໍໄດ້ອ້າງຕົນວ່າເປັນໝູ່ຂອງສຸພາພອນ ແລະກໍເຕັ້ນໄດ້ເກັ່ງຫາຄົນທຽບຍາກ. ພ້ອມກັນນັ້ນ ຄຳເວົ້າຄຳວ່າກໍເປັນຕາເຊື່ອຖືແລະອອນຊອນນຳ ແຕ່ກໍຄິດບໍ່ອອກວ່າເຄີຍຮູ້ກັນ ມາແຕ່ຍາມໃດ!!!ຈົນຮອດສິບເອັດໂມງພິທີມ່ວນຊື່ນເພື່ອສະຫຼອງງານວິວາຈຶ່ງສິ້ນສຸດລົງ ແຂກຄົນທີ່ເຫຼືອກໍມີແຕ່ພຽງເຈົ້າໂຄດທັງສອງຝ່າຍ, ຍາດພີ່ນ້ອງແລະໝູ່ຄູ່ທີ່ສະໜິດກັນທີ່ສຸດ. ທຸກຢ່າງເສັດສິ້ນໄປດ້ວຍຄວາມເພິ່ງພໍໃຈຂອງທຸກໆຄົນ. ແຕ່ສຳລັບສຸພາພອນແລ້ວ ນາງຍັງເປັນຫ່ວງນຳຫີບໃສ່ຊອງບັດເຊີນເທົ່ານັ້ນ. ແມ່ບອກໃຫ້ນາງຮູ້ວ່າ ບໍ່ຕ້ອງເປັນຫ່ວງ ເພາະເພິ່ນເອົາໄປມ້ຽນໄວ້ຢູ່ທ້າຍລົດເກັ໋ງໃຫ້ແລ້ວ.ຄືນທຳອິດຂອງງານວິວາຜ່ານໄປດ້ວຍຄວາມອິດເມື່ອຍເໜື່ອຍລ້າ… ພໍແຕ່ຫົວຮອດໝອນປັບ ກໍໄດ້ຍິນແຕ່ສຽງກົນສອດໆ ງີບດຽວແຈ້ງຈ່າງປ່າງແລ້ວເດ! ສິ່ງທຳອິດທີ່ຕ້ອງເຮັດຫຼັງຈາກລຸກຈາກບ່ອນກໍແມ່ນຮິບໂຮມເງິນໃນຊອງ ວ່າໄດ້ເທົ່າໃດກັນແທ້? ບໍ່ລືມທີ່ຈະປຸກຄຳພັນໃຫ້ລຸກຂຶ້ນມານັບຊ່ອຍ.ແຕ່ລະຊອງຖືກຈົກອອກມານັບຢ່າງຊ້າໆ ເພື່ອບໍ່ໃຫ້ຜິດພາດ ພ້ອມກັບມີການຈົດກ່າຍຊື່ເຈົ້າຂອງຊອງແລະຈຳນວນເງິນຢ່າງຄັກແນ່. ນັບແຕ່ຊອງທີໜຶ່ງຫາທີສິບ ຫາກໍໄດ້ຫ້າແສນກີບ ເພາະແຕ່ລະຊອງໃສ່ພຽງແຕ່ຫ້າສິບພັນກີບເທົ່ານັ້ນ. ເຍີ່ງເບິ່ງຊື່ຂອງເຈົ້າຂອງຊອງແລ້ວ ກໍຄິດວ່າເຂົາກໍຄົງໃສ່ໃຫ້ໄດ້ສໍ່ານັ້ນແຫຼ້ວ. ນັບມາຮອດຊອງທີ 100 ຜູ້ທີ່ໃສ່ແສນກີບກໍມີແຕ່ສິບຄົນ ຊຶ່ງເບິ່ງຊື່ເຈົ້າຂອງຊອງແລ້ວ ກໍຮູ້ໄດ້ວ່າແມ່ນປະເພດຄົນລະດັບຫົວໜ້າ… ຮອດຊອງທີ 200 ຫາຄົນທີ່ໃສ່ຫຼາຍກວ່າແສນເກືອບວ່າບໍ່ມີ ມີແຕ່ຂອງທ່ານຄຳແສນ ນັກທຸລະກິດຊື່ດັງທີ່ໃຫ້ສອງແສນກີບ. ແຕ່ໃນຈຳນວນນັ້ນ ຊໍ້າພັດມີຊອງທີ່ໃສ່ພຽງແຕ່ສາມສິບສີ່ສິບພັນຫຼາຍຊອງເຕີບ… ຮອດຊອງທີ 300 ໄຄແດ່ໃນຈຳນວນນີ້ມີເຖົ້າແກ່ໃຈດີໃສ່ໃຫ້ຕັ້ງ 50 ໂດລາ, ແຕ່ຊໍ້າຜັດມີຊອງຂາວເປົ່າລ້າໆຕັ້ງ 5 ຊອງ. ມັນເປັນໄປໄດ້ແນວໃດ, ຜ່ານມາໄດ້ຍິນແຕ່ເຂົາເວົ້າ ບາດຮອດທີໂຕແລ້ວ ຈັ່ງແມ່ນມັນເປັນຕາເຫຼືອໃຈແທ້ໆ! ຮອດຊອງສຸດທ້າຍຊອງທີ 453 ໃນຈຳນວນນີ້ ຊອງທີ່ໃສ່ໃຫ້ຫຼາຍສຸດກໍແມ່ນ 80.000 ກີບ. ນອກຈາກນັ້ນ ກໍສີ່ຊ້າຫ້າສິບພັນ ຫລືບໍ່ກໍຫົກສິບພັນ ພໍປານນັ້ນລະ! ຈາກການຮວບຮວມຊອງທັງໝົດແລ້ວ ຖືວ່າຊອງທີ່ບໍ່ສົ່ງມີເກືອບຫ້າສິບຊອງ ແລະມີຊອງພິເສດແບບທິດຈຳປາມາເພີ່ມອີກຫ້າຊອງ. ເມື່ອບວກລົບຄູນຫານໄປແລ້ວ ເງິນທີ່ໄດ້ຈາກຊອງທັງໝົດ 25 ລ້ານກວ່າກີບ ແລະເງິນໂດລາອີກ 50 ໂດລາ ບວກໃສ່ກັບເງິນມັດແຂນໃນພິທີບາສີຕອນເຊົ້ານັ້ນ ກໍພໍດີ 30 ລ້ານກວ່າກີບ. ສຸພາພັນແນມເບິ່ງໜ້າຜົວຮັກຢ່າງສິ້ນແຮງ ແຂນຂາຮູ້ສຶກວ່າລ້າລ່ອຍໄປແບບກະທັນຫັນ.“ຍັງຂາດໄປເກືອບຕັ້ງ 10 ລ້ານພຸ້ນນະ!!!” ນາງຄວນຄາງອອກມາແບບໃຈບໍ່ຢູ່ກັບຮ່າງກັບຄີງ.ຄຳພັນໄດ້ແຕ່ແນມເບິ່ງໜ້າສີພັນລະຍາ ຊຶ່ງຕາພວມແດງຂຶ້ນຍ້ອນຄວາມເສຍໃຈ ທີ່ຄວາມຝັນຫວານຂອງຕົນໄດ້ກັບກາຍມາເປັນຄວາມຈິງທີ່ແສນຂົມຂື່ນແບບນີ້…“ເຮົາຊິເຮັດແນວໃດລະບາດນີ້! ຊິເອົາຫຍັງໄປຈ່າຍຄ່າໃຫ້ເຂົາ?” ສຸພາພອນທຳລາຍຄວາມມິດງຽບດ້ວຍສຽງເຄືອໆຄືກັບມີກ້ອນຫຍັງມາອັດຢູ່ຮູຄໍ.“ນ້ອງຕ້ອງເຮັດໃຈໃຫ້ເຂັ້ມແຂງໄວ້. ອ້າຍພໍມີທາງອອກຢູ່. ອ້າຍຊິໃຫ້ແມ່ໄປກູ້ເງິນກັບກຸ່ມທ້ອນເງິນບ້ານໃຫ້.” ຄໍາເວົ້າຂອງຄຳພັນໄດ້ເຮັດໃຫ້ນາງຮູ້ສຶກຜ່ອນຄາຍໄປຫຼາຍເຕີບແຕ່ກໍບໍ່ໝັ້ນໃຈປານໃດ. “ເພິ່ນຊິໃຫ້ພວກເຮົາກູ້ບໍ່ນໍ? ເງິນຕັ້ງສິບລ້ານ, ບໍ່ແມ່ນຂອງໜ້ອຍໆໄດ໋!” “ໄດ້ບໍ່ໄດ້ ກໍລອງເບິ່ງຫັ້ນລະ!” ຜູ້ເປັນຜົວກ່າວສະຫຼຸບເພື່ອຕັດຄວາມລົມ. ໃນທີ່ສຸດ ບັນຫາເງິນ 20 ລ້ານກໍເປັນອັນຕົກໄປ ເມື່ອທາງກຸ່ມທ້ອນເງິນບ້ານອະນຸມັດຈ່າຍໃຫ້ ແຕ່ພວກເຂົາທັງສອງຕ້ອງເອົາໃບຕາດິນໄປຄໍ້າປະກັນ ແລະຖອກດອກເບ້ຍໃຫ້ເປັນປົກກະຕິ ເດືອນລະ 4% ແລະຈ່າຍທັງຕົ້ນທັງດອກບໍ່ໃຫ້ກາຍສາມປີ. ທຸກສິ່ງທຸກຢ່າງແມ່ນແມ່ຂອງຄຳພັນນັ້ນລະດຳເນີນການໃຫ້ ເພາະເພິ່ນກໍເປັນຜູ້ໜຶ່ງທີ່ທາງກຸ່ມເງິນທ້ອນບ້ານໃຫ້ການນັບໜ້າຖືຕາ ແລະເຊື່ອວ່າລູກຊາຍຂອງແມ່ຄົງມີປັນຍາຫາມາໄຊ້ໃຫ້ໄດ້. ຄວາມຜີບໍ່ທັນຫາຍ ຄວາມຄວາຍກໍເຂົ້າມາແຊກ ເມື່ອຄຳພັນມາຮອດເຮືອນຫວັງຈະແຈ້ງຂ່າວດີໃຫ້ຜູ້ເປັນເມຍຊາບ. ເຂົາເກືອບເປັນລົມລົ້ມທັງຢືນ ເມື່ອສຸພາພອນບອກໃຫ້ເຂົາຮູ້ດ້ວຍໃບໜ້າທີ່ຕື່ນຕົກໃຈ ແລະເປື້ອນໄປດ້ວຍຄາບນໍ້າຕາວ່າ: “ສາຍຄໍນ້າສຸນິສາເສຍ. ຈັກວ່າເສຍໃນຕອນໃດກໍບໍ່ຮູ້?!?” “ອ້າວ! ມັນເສຍໄດ້ຈັ່ງໃດ? ຢູ່ຄໍຂອງນ້ອງແທ້ໆ!” ເຂົາຖາມດ້ວຍອາລົມທີ່ຟົດເດືອດ… “ນ້ອງກໍບໍ່ຈື່ຄັກຄືກັນວ່າມັນເສຍໃນຕອນໃດ. ຕອນທີ່ອ້າຍໄປເຮືອນຂອງແມ່ບ້ານໃຕ້ນັ້ນ, ນ້ອງວ່າຊິເອົາເຄື່ອງທີ່ເຊົ່າເຂົາມານັ້ນໄປສົ່ງ ແຕ່ຊວາດຄຶດຮອດສາຍຄໍແລະສາຍແຂນຂອງນ້າສຸນິສາ ນ້ອງກໍເລີຍໄປຄົ້ນໃນຕູ້ເຫັນແຕ່ສາຍແຂນ ສ່ວນສາຍຄໍນັ້ນຊອກຫາຢູ່ໃສກໍບໍ່ເຫັນ. ຈື່ໄດ້ວ່າຕອນໄປພັດຕາຄານນັ້ນ ນ້ອງກໍໃສ່ແຕ່ສາຍຄໍ ສ່ວນສາຍແຂນບໍ່ໄດ້ໃສ່ໄປ. ສົງໄສຄືຊິແມ່ນເສຍຢູ່ພັດຕາຄານນັ້ນລະ!” ທັງເວົ້າທັງຟາຍນໍ້າຕາຢ່າງໜ້າສົງສານ. “ນອກຈາກເງິນຊາວລ້ານແລ້ວ ຍັງຕ້ອງມາຮັບຜິດຊອບກັບສາຍຄໍຄຳເສັ້ນໃຫຍ່ ບໍ່ຫຼຸດລະຫ້າບາດ. ຈັ່ງແມ່ນມັນຊາດຊວຍກະດັດກະດໍ້ແທ້!” ນາງໄດ້ຍິນສຽງຜົວຈົ່ມຄ່ອຍໆແບບສຸດທີ່ຈະອົດກັ້ນໄດ້ຍ້ອນຄວາມປວດລ້າວໃຈຕໍ່ໂຊກຊາຕາວາດສະໜາ ເອົາເມຍນຳເຂົາດ້າມເທື່ອກໍມາພົບບັນຫາຄືແນວນີ້. ແຕ່ດ້ວຍຈິດໃຈອັນແຂງແກ່ນບໍ່ຍອມຈຳນົນຕໍ່ຊີວິດ ຄຳພັນກໍຟ້າວຕັດສິນບັນຫາ ໂດຍບອກໃຫ້ ນາງແຕ່ງຕົວກຽມໄປຈ່າຍເງິນຄ່າພັດຕາຄານກັບເຂົາ ແລະລອງຊອກຫາສາຍຄໍເສັ້ນນັ້ນເບິ່ງ ບາງທີໂຊກດີອາດຈະພົບຢູ່ແຈໃດແຈໜຶ່ງຂອງບ່ອນທີ່ພວກເຂົາສະຫຼອງວັນວິວາກັນມື້ຄືນນີ້. ພາຍຫຼັງຈ່າຍເງິນເປັນທີ່ຮຽບຮ້ອຍແລ້ວ, ທັງສອງກໍຂໍອະນຸຍາດຈາກເຈົ້າຂອງພັດຕາຄານ ເພື່ອຊອກຫາສາຍຄໍທີ່ເສຍໄປນັ້ນ. ເຈົ້າຂອງສະຖານທີ່ກໍໃຫ້ຄວາມຮ່ວມມືເປັນຢ່າງດີ, ແຕ່ທັງສອງຊອກຫາຈົນເກືອບພື້ນພັດຕາຄານປີ້ນ ກໍບໍ່ພໍ້ແມ່ນແຕ່ກິ່ນຂອງມັນ ເຫັນແຕ່ແກ້ວເບຍເປົ່າສອງສາມແກ້ວທີ່ນອນສະແລັງແງັງຢູ່ແຈໃກ້ຫ້ອງນໍ້າເທົ່ານັ້ນ. ຕາມທຳມະດາຂອງຄູ່ສ້າງຄອບຄົວໃໝ່ ເມື່ອພິທີວິວາຫະມຸງຄຸນເສັດສິ້ນໄປແລ້ວ ກໍແມ່ນຢູ່ໃນໄລຍະເຂົ້າໃໝ່ປາມັນ ໂລກທັງໂລກເຕັມໄປດ້ວຍຄວາມສຸກສັນບັນເທີງໃຈ. ແຕ່ສຳລັບຄູ່ຂອງນາງແມ່ນຕ້ອງຢູ່ໃນພາວະປາກກັດຕີນຖີບ ເພື່ອແຂ່ງກັບເວລາໃນການຫາເງິນມາຈ່າຍໜີ້ໃຫ້ໝົດພາຍໃນສາມປີ. ຊໍ້າບໍ່ພໍ ຍັງຕ້ອງໄດ້ຊື້ສາຍຄໍຄຳໄປແທນໃຫ້ນ້າສຸນິສາອີກ ໄຄແຕ່ເພິ່ນໄປຢາມລູກສາວຢູ່ຕ່າງປະເທດ ແລະເພິ່ນຍັງໂທລະສັບມາບອກນາງວ່າ ໃຫ້ຮັກສາໄວ້ຈົນກວ່າເພິ່ນຈະກັບມາ. ຖືວ່າຍັງມີໂອກາດໃນການຫາເງິນມາຊື້ໄຊ້ເພິ່ນໄດ້ຢູ່. ຈາກຜູ້ທີ່ເຄີຍຢູ່ສຸກສະບາຍກັບຄອບຄົວທີ່ຢູ່ໃນຖານະປານກາງ ແລະວຽກງານນັ່ງຮັບແລະສົ່ງ ເອກະສານແບບບໍ່ຕ້ອງໃຊ້ແຮງງານຫລາຍປານໃດ ຕ້ອງມາຝຶກແອບຕື່ນແຕ່ເຊົ້າ ເຮັດຂະໜົມສົ່ງຂາຍຕາມຮ້ານແລະໂຮງຮຽນ. ທຳອິດກໍຮູ້ສຶກສີອາຍໆກັບການເຮັດແບບນີ້ ແຕ່ເມື່ອຖືກລະດົມໃຈຈາກຄຳພັນແລ້ວ ນາງຈຶ່ງຮູ້ແຈ້ງວ່າການຫາເງິນດ້ວຍເຫື່ອແຮງແລະໂດຍສຸຈະລິດທຳນັ້ນ ຖືວ່າເປັນກຽດອັນໜຶ່ງຂອງຄວາມເປັນມະນຸດ. ຄຳພັນເອງກໍບໍ່ຫຼຸດແຕ້ມໄປກວ່ານາງໃນການຫາເງິນ ເຂົາຈະເຮັດທຸກຢ່າງທີ່ຂວາງໜ້າ ທະແນມວ່າໄດ້ເງິນ. ນອກຈາກສິດສອນທັງປະຈຳແລະພິເສດແລ້ວ ເຂົາຍັງຮັບເອກະສານມາແປນຳອີກ. ບາງມື້ວຽກທີ່ເຈົ້າຂອງເອກະສານ ຕ້ອງການດ່ວນ ເຂົາຕ້ອງໄດ້ອົດຕາຫຼັບຂັບຕານອນເພື່ອໃຫ້ວຽກນັ້ນແລ້ວ. ເດືອນໃດມີເອກະສານແປ ຖືວ່າເດືອນນັ້ນຈະມີເງິນໄປໄຊ້ໜີ້ຫຼາຍ. ພຽງແຕ່ປີດຽວ ທັງສອງຄົນສາມາດສົ່ງໜີ້ແລະດອກເບ້ຍໃຫ້ກຸ່ມທ້ອນເງິນໄດ້ຫຼາຍກວ່າສິບລ້ານກີບ. ຄຶດມາຮອດນີ້ ສຸພາພອນຮູ້ສຶກໂລ່ງໃຈໄປຫຼາຍເຕີບ ແຕ່ກໍຍັງອົດເປັນຫ່ວງໜີ້ທີ່ຍັງເຫຼືອບໍ່ໄດ້. ຈືນຂະໜົມຮຽບຮ້ອຍ ກໍພໍດີຄຳພັນລຸກຂຶ້ນມາແຕ່ບ່ອນນອນ ຍ່າງໄປເອົາເຂົ້າໝ່າມາໃສ່ຫວດແລະຄ້າງໃສ່ໝໍ້ ຈາກນັ້ນຈິ່ງໄປອະນາໄມສ່ວນຕົວ. ນາງແນມນຳຫຼັງຜົວດ້ວຍຄວາມຮັກແລະເຄົາລົບນັບຖືຢ່າງຈິງໃຈ. ຫາກບໍ່ໄດ້ຜົວເຂັ້ມແຂງຄືກັບຄຳພັນແລ້ວ ປານນີ້ບໍ່ຮູ້ຊີວິດຊິເປັນແນວໃດ.
ສອງປີຜ່ານໄປໄວປານມີປີກບິນ, ຍ້ອນຄວາມມານະພາກພຽນໃນການທຳມາຫາກິນ ໜີ້ສິນທີ່ກູ້ມານັ້ນ ກໍໄດ້ຖືກໄຊ້ຄືນຈົນໝົດສ້ຽງກ່ອນກຳນົດ. ພ້ອມດຽວກັນນັ້ນ ກໍຍັງສາມາດຊື້ສາຍຄໍຄຳມາທົດແທນໃຫ້ນ້າສຸນິສາໄດ້. ແມ່ນວ່າໝົດໜີ້ສິນແລ້ວກໍຕາມ ທັງສອງກໍຍັງດຳເນີນຊີວິດແບບອົດອອມ ແລະບຸກບືນເຂົ້າໃນການສ້າງຖານະຂອງຕົນເອງ. ເຖິງຈະເມື່ອຍກາຍພຽງໃດ ແຕ່ທັງສອງກໍສຸກໃຈນຳຜົນທີ່ໄດ້ຮັບຈາກການອອກເຫື່ອເທແຮງຂອງຕົນ. ຄຽງຄູ່ກັບສ້າງເສດຖະກິດຄອບຄົວ ພວກເຂົາກໍບໍ່ໄດ້ປະລະວຽກງານທີ່ພວກຕົນຮັບຜິດຊອບ. ສຸພາພອນຍັງທ່ຽວໄປການ ເຮັດໜ້າທີ່ເປັນພະນັກງານຂາເຂົ້າຂາອອກຄືເກົ່າ ຍັງເຮັດໄດ້ດີເໝືອນກັບຄາວເປັນໂສດ ມີບາງຄົນໃຫ້ຄຳເຫັນວ່ານັບແຕ່ແຕ່ງດອງມາ ນາງເຮັດວຽກໄດ້ດີກວ່າເກົ່າ. ເພື່ອນຮ່ວມງານຕ່າງກໍປະຫຼາດໃຈນຳການປ່ຽນແປງຂອງນາງ, ນັບແຕ່ນາງເອົາຜົວມາ ການແຕ່ງເພດເອ້ຢ້ອງແມ່ນຖືກລົບລ້າງໄປໝົດ. ເຄື່ອງນຸ່ງຊຸດໃໝ່ໆປ່ຽນໄປຕາມສະຕາຍແຟຊັ້ນນັ້ນ ບໍ່ມີໃຫ້ເຫັນອີກແລ້ວ ມີແຕ່ຊຸດເດີມໆ ແຕ່ກໍສະອາດງາມຕາ. ໃບໜ້າທີ່ມັກແຕ່ງດ້ວຍເຂົ້າແປ້ງນໍ້າແດງ ກໍກາຍມາເປັນແບບທຳມະດາໆຄືກັບແມ່ເຮືອນທົ່ວໄປ… ທ່າທີການເວົ້າຈາປາໄສກໍມີສະຫງ່ຽມຄ່ຽມຄົມຮຽບຮ້ອຍກວ່າແຕ່ກ່ອນ. ແຕ່ເປັນໜ້າສັງເກດວ່າ ຢູ່ຄໍຂອງນາງມີສາຍຄໍເສັ້ນໃຫຍ່ທີ່ສົ່ງປະກາຍເຫຼື້ອມມາບມີບຫ້ອຍຢູ່ເປັນປະຈຳ. ສາຍຄໍເສັ້ນໃຫຍ່ນັ້ນກໍແມ່ນເສັ້ນດຽວທີ່ສຸພາພອນຈະເອົາໄປໄຊ້ໃຫ້ນ້າສຸນິສານັ້ນແຫຼະ! ແຕ່ນ້າປະຕິເສດບໍ່ຍອມຮັບເອົາ ເພາະເສັ້ນທີ່ສຸພາພອນຈະສົ່ງໃຫ້ເພິ່ນນັ້ນຄຸນຄ່າມັນແພງກວ່າເສັ້ນທີ່ເສຍໄປຕັ້ງຮ້ອຍທົບ. ເພິ່ນເລົ່າສູ່ຟັງອີກວ່າ ສາຍຄໍແລະສາຍແຂນທີ່ໃຫ້ສຸພາພອນຢືມນັ້ນ ຊື້ໃນລາຄາຖືກໆຕອນທີ່ເພິ່ນໄປທ່ຽວປັກກິ່ງກັບຜົວຫວ່າງສາມປີກ່ອນ… ແລະວັນເສົາທີ່ຜ່ານມາຄຳພັນແລະສຸພາພອນໄດ້ໄປຢາມນ້າສຸນິສາອີກ, ທັງສອງຕ່າງກໍພາກັນຕົກສະເງີ້ເມື່ອເຫັນນ້າໃສ່ສາຍຄໍເສັ້ນໃຫຍ່ແບບດຽວກັບເສັ້ນທີ່ເສຍໄປ… ຖາມໄຖ່ກັນໄປມາ ນ້າເລົ່າສູ່ຟັງວ່າໄດ້ມາຈາກໂຮງຊວດຈຳແຖວໜອງດ້ວງ ຕອນເພິ່ນໄປຢາມໝູ່ຢູ່ສະຖານທີ່ດັ່ງກ່າວ ເຫັນຊາຍໜຸ່ມໜ້າມີປານຢູ່ແກ້ມເອົາມາຈຳໃນລາຄາຫ້າສິບພັນກີບ ກໍເລີຍບອກໃຫ້ໝູ່ຈອງໄວ້ໃຫ້ ຫາກການຊວດຈຳກາຍກຳນົດແລ້ວ ເພິ່ນຈະຊື້ເອົາ ເພາະມັນຊ່າງຄືກັນກັບເສັ້ນທີ່ເສຍໄປນັ້ນແທ້ໆ! ພໍໄດ້ຍິນແນວນັ້ນ ສຸພາພອນກໍຫຼົງຮ້ອງໂອ້ຂຶ້ນໝົດແຮງ ເພາະນາງຄຶດພໍ້ວ່າຊາຍໜ້າປານຢູ່ແກ້ມນັ້ນຄົງແມ່ນຜູ້ດຽວກັນກັບຜູ້ທີ່ເຕັ້ນຣັອກກັບນາງໃນຄືນງານແຕ່ງດອງຢູ່ພັດຕາຄານນັ້ນເອງ!!!

Sunday, June 15, 2008

ຮັກນີ້ຈາກຂົ້ວຫົວໃຈ


ມື້ເຊົ້ານີ້ ພໍ່ກັບແມ່ໄປຕັກບາດຢູ່ເຮືອນບຸນໃກ້ໆຫ້ອງການບ້ານ ສ່ວນພໍ່ຕູ້ກັບແມ່ຕູ້ໄປເຮືອນນ້າ ສາວຢູ່ແຖວຕະຫຼາດໜອງດ້ວງ. ມີແຕ່ນ້ອຍ, ເອື້ອຍ ແລະນ້ອງສາວເຝົ້າເຮືອນ. ບໍ່ມີໃຜເລົ່ານິທານສູ່ຟັງ ນ້ອຍກໍເລີຍໄປ ຄົ້ນເບິ່ງປຶ້ມນິທານຢູ່ໃນຕູ້ປຶ້ມຫ້ອງເຮັດວຽກຂອງພໍ່ ກໍເລີຍໄປພໍ້ປຶ້ມຂຽນກາງເກົ່າກາງໃໝ່ ຂອງພໍ່ຫົວໜຶ່ງ ມີລາຍມືພໍ່ຂຽນມະງ້ອງມະແງ້ງຄ້າຍໆຄືບົດບັນທຶກປະຈຳວັນ ແຕ່ເມື່ອອ່ານເບິ່ງແລ້ວ ກໍຮູ້ ສຶກວ່າມັນຄ້າຍຄືກັບບົດເລື່ອງສັ້ນ ທີ່ພໍ່ແຕ່ງຂຶ້ນຫວ່າງບໍ່ເທົ່າໃດເດືອນມານີ້ກໍເລີຍລອງອ່ານເບິ່ງເນື້ອໃນມີ ຄືແນວນີ້:
“ໄປຮຽນຢູ່ອົດສະຕຣາລີແລ້ວ ບໍ່ດົນເຈົ້າກໍຄົງລືມຂ້ອຍນໍ.” ຂ້ອຍລະບາຍຄວາມໃນໃຈໃຫ້ນາງໄດ້ຍິນ ດ້ວຍສຽງເສົ້າໆ ແນມເບິ່ງດວງໜ້າອັນສົດໃສຂອງຜູ້ປ່ຽມດ້ວຍຄວາມສຸກ.
ນາງເຫຼືອດຕາມາຫາຂ້ອຍ ພ້ອມກັບສົ່ງຮອຍຍິ້ມຫວານໃຫ້ຂ້ອຍກ່ອນຈະເອີ່ຍປາກເວົ້າ:
“ເປັນໄປບໍ່ໄດ້ດອກ, ຊຸນ. ເຖິງຈະຢູ່ໄກກັນຄົນລະຟາກຟ້າ ແຕ່ພວກເຮົາກໍສາມາດສົ່ງໃຈຫາກັນໄດ້ເກືອບ ທຸກເວລານາທີ. ຂ້ອຍຈະສົ່ງອິເມັວມາຫາເຈົ້າທຸກໆມື້ເລີຍລະ!”. ຂ້ອຍງຶກຫົວຮັບຮູ້ໃນຄວາມຈິງໃຈ ຂອງນາງ.
ນັບແຕ່ໄດ້ຮູ້ຈັກກັນມາເປັນເວລາກວ່າຫ້າປີ ນາງໄດ້ສະແດງຄວາມເປັນກັນເອງກັບຂ້ອຍຈົນຂ້ອຍແນ່ໃຈ ຢ່າງຍິ່ງວ່ານາງຄົງບໍ່ປັນຫ້ອງຫົວໃຈໄປໃຫ້ໃຜອີກແລ້ວນອກຈາກຂ້ອຍຜູ້ດຽວ. ພວກເຮົາທັງສອງໄດ້ລຶ້ງເຄີຍກັນ ຕັ້ງແຕ່ທີ່ໄດ້ຮ່ວມຮຽນຢູ່ສະຖາບັນດຽວກັນ ເຖິງແມ່ນຂ້ອຍຈະແກ່ໄປກວ່ານາງເຖິງ 3 ປີ ແຕ່ການໃຊ້ຄຳສັບພະ ນາມແທນຕົວຂ້ອຍແລະນາງກໍແມ່ນຄຳວ່າ “ເຈົ້າ” ແລະ “ຂ້ອຍ” ຢູ່ສະເໝີ. ນາງບໍ່ເຄີຍໃຊ້ ຄຳນຳໜ້າ “ອ້າຍ” ຕໍ່ໃຊ້ຊື່ຂອງຂ້ອຍຈັກເທື່ອ. ນາງມັກຈະເອີ້ນຂ້ອຍສັ້ນໆວ່າ “ຊຸນ” ແຕ່ບາງເທື່ອໃນກອງປະຊຸມໜ່ວຍຊາວໜຸ່ມຂອງ ສະຖາບັນ ນາງຈຶ່ງຈະເອີ້ນຊື່ເຕັມຂ້ອຍວ່າ “ວິຊຸນ”. ທຸກຄັ້ງທີ່ໄດ້ຍິນສຽງເອີ້ນຊື່ຈາກປາກນາງ ຂ້ອຍຈະມີຄວາມ ຮູ້ສຶກແປກປະຫຼາດຢູ່ໃນຫົວໃຈ ແລະຂ້ອຍມັກຈະຫຼົງເພີນແນມເບິ່ງໃບໜ້າຮູບໄຂ່ໄດ້ສ່ວນຂອງນາງຈົນບາງຄັ້ງນາງ ໄດ້ມາຖາມຂ້ອຍແບບງອນໆວ່າ: “ເປັນຫຍັງຄືມາເບິ່ງຂ້ອຍເອົາແທ້ເອົາວ່າ ປານກັບບໍ່ເຄີຍເຫັນນີ້ລະ?”
ຂ້ອຍກໍຕອບອອກໄປແບບກວນໆວ່າ “ກະເພິ່ນຜູ້ງາມຫັ້ນເດ ຂໍເບິ່ງເປັນຂວັນຕາແດ່ກໍບໍ່ໄດ້ຊັ້ນບໍ?”
ນາງໄດ້ແຕ່ຫຼັບຕາຊັງດ້ວຍໃບໜ້າອັນແດງເຮື່ອ. ເຖິງຈະຮຽນຢູ່ຄົນລະຊັ້ນຮຽນແລະຄະນະແຕກຕ່າງກັນ ແຕ່ພວກເຮົາຊໍ້າຜັດໄດ້ເຮັດວຽກຊາວໜຸ່ມຮ່ວມ ກັນ. ຈາກຄວາມລຶ້ງເຄີຍຢູ່ໃນການຈັດຕັ້ງ, ຂ້ອຍກໍຖືໂອກາດລຶ້ງເຄີຍນາງຢູ່ທາງຄອບຄົວໄປພ້ອມ. ຄອບຄົວຂອງ ນາງເປັນຄອບຄົວພະນັກງານ ພໍ່ຂອງນາງມີຕຳແໜ່ງເປັນເຖິງຫົວໜ້າກົມ ສ່ວນແມ່ນັ້ນຢູ່ເຮືອນຕຳ່ຫູກແລະເຮັດ ນາ. ຂ້ອຍມັກຈະໄປຊ່ອຍວຽກເຮືອນຂອງນາງໃນວັນພັກ ໂດຍສະເພາະໃນຍາມເຮັດນາ. ບໍ່ວ່າຈະເປັນການປັກດຳ ຫຼືເກັບກ່ຽວ, ຂ້ອຍຕ້ອງມີໜ້າປະກອບສ່ວນເປັນປະຈຳ ຈົນຂ້ອຍປຽບເໝືອນສ່ວນໜຶ່ງຂອງຄອບຄົວນາງ. ພໍ່ແມ່ ຂອງນາງຈະໃຫ້ຄວາມເມດຕາຂ້ອຍຄື​ດັ່ງລູກຊາຍຂອງເພິ່ນຜູ້ໜຶ່ງ. ແຕ່ເມື່ອເພິ່ນຖາມເຖິງວິຊາທີ່ຂ້ອຍກຳລັງຮຽນ ນັ້ນ ຂ້ອຍກໍບອກເພິ່ນວ່າຮຽນຢູ່ຄະນະສຶກສາສາດ ຮຽນຈົບແລ້ວກໍຈະໄປເປັນຄູສອນຢູ່ໂຮງຮຽນມັດທະຍົມ, ເພິ່ນກໍສະແດງສີໜ້າແບບໃດແບບໜຶ່ງ ຊຶ່ງເຮັດໃຫ້ຂ້ອຍຕີລາຄາຍາກວ່າເພິ່ນຄິດແນວໃດຕໍ່ອາຊີບທີ່ຂ້ອຍຮຽນນັ້ນ. ແລ້ວຂ້ອຍກໍໄດ້ເປັນຄູສອນຢູ່ຊັ້ນມັດທະຍົມປາຍແຫ່ງໜຶ່ງໃນຕົວເມືອງວຽງຈັນຕາມຄວາມຫວັງທີ່ຂ້ອຍມີໄວ້. ສ່ວນ ນາງໄດ້ເປັນພະນັກງານສັງກັດລັດຢູ່ກະຊວງແຫ່ງໜຶ່ງລຸນຫຼັງທີ່ຂ້ອຍເປັນຄູສອນໄປແລ້ວໜຶ່ງປີ. ເຮັດວຽກບໍ່ຮອດ ສອງປີ ນາງກໍໂຊກດີເສັງຕໍ່ທຶນໄປຮຽນປະລິນຍາໂທຢູ່ອົດສະຕຣາລີໄດ້.
“ຄິດຫຍັງຢູ່ ຄືວ່າມິດແທ້!” ນາງເອີ່ຍຂຶ້ນ ເຮັດໃຫ້ຂ້ອຍພົ້ນຈາກພະວັງແຫ່ງອະດີດເມື່ອສີ່ຫ້າປີກ່ອນ.
“ບໍ່ໄດ້ຄິດຫຍັງດອກ ພຽງແຕ່ໃຈມັນລ່ອງລອຍໄປຕາມກະແສຂອງຄົນທີ່ຫົວໃຈພວມຖືກຫຼອມລະລາຍ ຈາກອະນາຄົດທີ່ຈະມາພາກຄົນທີ່ລຶ້ງແກ່ນກັນໄປຢູ່ໄກແສນໄກ.” “ເວົ້າປານນັກປະພັນພຸ້ນເນາະ! ຂ້ອຍວ່າແລ້ວເດ ໄປແລ້ວບໍ່ແມ່ນຊິມິດຊ້ອຍມ້ອຍປານຫອຍໄຂ່ ຂ້ອຍຊິ ຂຽນຖາມຂ່າວເຈົ້າທຸກໆມື້ດອກ!” ນາງໃຫ້ຄວາມຫວັງແກ່ຂ້ອຍອີກ ຊຶ່ງກໍເຮັດໃຫ້ຂ້ອຍພໍໃຈນຳຄຳເວົ້ານັ້ນ.
ນາງແລະຂ້ອຍລົມກັນຢູ່ຫ້ອງຮັບແຂກເຮືອນຂອງນາງ ຫຼັງຈາກທີ່ຄອບຄົວຂອງນາງກິນເຂົ້າແລງແລ້ວ. ນ້ອງສາວຈອມສະຫຼອກກອກຂອງນາງມາລັກຟັງການໂອ້ລົມຂອງພວກເຮົາທັງສອງແຕ່ຍາມໃດກໍບໍ່ຮູ້, ນາງໂປໂລ ໜ້າເຂົ້າມາແລະກໍເວົ້າຢອກລໍ້ພວກເຮົາທັງສອງວ່າ:
“ບາດເອື້ອຍຈັນໄປອົດສະຕຣາລີແລ້ວ ຄືຊິບໍ່ໄດ້ມານັ່ງລົມກັນແບບນີ້ອີກລະນໍ! ຄືຊິໄດ້ລົມກັນທາງອິນເຕີ ເນັດຕິນໍ!” “ຄືຊິແມ່ນແນວນັ້ນລະ.” ຂ້ອຍຕອບນ້ອງສາວຂອງນາງໄປດ້ວຍຫົວໃຈອັນວຸ່ນວາຍ ເພາະຍັງພຽງມື້ດຽວ ນາງກໍຈະອອກເດີນທາງແລ້ວ. “ເອື້ອຍຈັນບໍ່ຢູ່, ອ້າຍຊຸນກໍຕ້ອງມາຫຼິ້ນເຮືອນພວກນ້ອງຄືເກົ່າຄືຫຼັງເດີ! ບາດຮອດຍາມບຸນຫໍ່ເຂົ້າກໍຢ່າ ລືມມາຫໍ່ເຂົ້າຕົ້ມຊ່ອຍເດີ!” ນ້ອງສາວຂອງນາງກ່າວຕໍ່ອີກ.
“ແນ່ນອນຢູ່ແລ້ວເລື່ອງນັ້ນ.” ຂ້ອຍຮັບປາກຢ່າງໜັກແໜ້ນ.
ມື້ທີ່ນາງເດີນທາງອອກຈາກວຽງຈັນເພື່ອມຸ່ງສູ່ດິນແດນແຫ່ງຈິງໂຈ້ ເພື່ອຄວາມກ້າວໜ້າຂອງຊີວິດ. ນອກ ຈາກສະມາຊິກພາຍໃນຄອບຄົວຂອງນາງແລ້ວ ກໍມີຂ້ອຍຜູ້ໜຶ່ງທີ່ມາສົ່ງນາງ. ຂ້ອຍມີຊໍ່ດອກໄມ້ທີ່ຫາ ເພື່ອນຄູຍິງທີ່ ສອນຢູ່ໂຮງຮຽນດຽວກັນຊ່ອຍຫໍ່ໃຫ້ ພ້ອມດ້ວຍປຶ້ມບັນທຶກຫໍ່ຢ່າງດີເປັນຂອງຂວັນໃຫ້ແກ່ນາງ. ນາງຮັບຊໍ່ດອກໄມ້ ຈາກມືຂ້ອຍດ້ວຍໃບໜ້າອັນເສົ້າແຕ່ແຝງໄວ້ເຖິງຄວາມເຊື່ອໝັ້ນຕໍ່ການຈາກໄປເທື່ອນີ້. “ໂຊກດີເດີ, ຈັນ! ຂໍໃຫ້ເດີນທາງດ້ວຍຄວາມປອດໄພ ແລະປະສົບຜົນສຳເລັດໃນການສຶກສາ. ຂ້ອຍ ຈະຄ່ອຍເປັນກຳລັງໃຈໃຫ້.” ສຽງທີ່ເປັ່ງອອກຈາກໃຈຈິງຂອງຂ້ອຍຍັງສະທ້ອນຢູ່ໃນເອິກຈົນເຖິງດຽວນີ້.
“ຂໍໃຫ້ຊຸນຈົ່ງໂຊກດີຄືກັນເດີ! ລາກ່ອນ! ໄປຮອດພຸ້ນແລ້ວຂ້ອຍຈະອິເມັວມາຫາດອກ!” ກ່າວສຸດ ນາງ ກໍກົ້ມໜ້າ ພະຍາຍາມເຊື່ອງຊ້ອນຢາດນໍ້າທີ່ຈະໄຫຼອອກຈາກເບົ້າຕາ ແລ້ວກໍຫັນໜ້າໄປຄອບລາພໍ່ແມ່ ແລະພວກ ນ້ອງໆຂອງນາງ. ນາງໂບກມືລາກ່ອນຮ່າງຂອງນາງຈະຫາຍລັບເຂົ້າໄປໃນດ່ານກວດກາຄົນອອກເມືອງ. ຂ້ອຍ ແລະສະມາຊິກໃນຄອບຄົວຂອງນາງພາກັນຍ່າງລົງຂັ້ນໄດເດີ່ນບິນວັດໄຕ ດ້ວຍຄວາມຫ່ວງຫາຜູ້ທີ່ເດີນທາງໄປ. ຂ້ອຍບໍ່ຮູ້ວ່າພໍ່ແມ່ແລະນ້ອງຂອງນາງມີຄວາມຮູ້ສຶກແນວໃດ ແຕ່ຄວາມຮູ້ສຶກຂອງຂ້ອຍຍາມນີ້ມັນຊ່າງເໝືອນຖືກ ຍັກທົດສະກັນພາກນາງສີດາໄປຈາກອ້ອມອົກຂອງພະລາມເອົາໂລດ. ມັນຊ່າງປະຈວບເໝາະກັນແທ້ໆ ຕອນຂາ ກັບທີ່ຂ້ອຍແວ່ເຂົ້າໄປຊື້ເຄື່ອງຂຽນຢູ່ຕະຫຼາດເຊົ້າ ແວ່ວສຽງເພງເສົ້າໆທີ່ມີເນື້ອໃນແບບດຽວກັບທີ່ຂ້ອຍກຳລັງ ປະສົບຢູ່ດັງເຈື່ອຍແຈ້ວເຂົ້າສູ່ໂສດປະສາດ...
“ພຽງນ້ອງຈາກລາ ນໍ້າຕາຂ້າຕົກ
ເຈັບຊໍ້າລະກຳໃນອົກ ເໝືອນໄຟນາລົກເຜົາໃຈ
ພົບໜ້າທຸກວັນ ນ້ອງກໍຈາກໄປ
ສູ່ຖິ່ນແຄວ້ນອັນແສນໄກ ຂ້ານີ້ອາໄລອາວອນ...”
ຄືນມື້ນັ້ນ ຂ້ອຍນອນຫຼັບຕາບໍ່ລົງ ຄິດຫາແຕ່ຄົນທີ່ຂ້ອຍຮູ້ໃຈ ຊຶ່ງຫາກໍຈາກໄປສູ່ຖິ່ນແດນໄກບໍ່ໄດ້ພໍເທົ່າ ໃດຊົ່ວໂມງ. ຂ້ອຍນັບເວລານາທີຢາກຈະໃຫ້ມື້ໃໝ່ມາຮອດໄວໆ ເພື່ອຈະໄດ້ໄປກວດເບິ່ງອິເມັວຢູ່ຮ້ານອິນເຕີເນັດ ແຖວໃກ້ໆເຮືອນ. ໄຄແຕ່ວ່າມື້ໃໝ່ທີ່ຈະມາເຖິງແມ່ນວັນເສົາ ວ່າງຈາກການໄປສອນໜັງສື ຄັນບໍ່ຊັ້ນກໍຄົງບໍ່ມີເວລາ. ຕອນເຊົ້າມື້ຕໍ່ມາ ຂ້ອຍຍ່າງໄປຮ້ານອິນເຕີເນັດແລະນັ່ງເປີດອິເມັວ ແຕ່ກໍບໍ່ພົບຂໍ້ຄວາມໃດໆຈາກນາງ. ຂ້ອຍຈຶ່ງ ຊວດຮູ້ເມືອຄີງວ່າ ນາງຫາກໍໄປໄດ້ແຕ່ມື້ດຽວ ເຮັດແນວໃດຊິທັນມາສົ່ງອິເມັວຫາ. ຄິດໄດ້ດັ່ງນັ້ນ ກໍໄດ້ແຕ່ລະບາຍ ຄວາມຮູ້ສຶກຂອງຕົນລົງໃສ່ອິເມັວແລ້ວສົ່ງຫານາງ. ຫວັງໃຈໄວ້ວ່າ ຫາກນາງເປີດເບິ່ງນາງຈະໄດ້ເຫັນຂໍ້ຄວາມໃນ ໃຈຂອງຂ້ອຍທີ່ສົ່ງຫານາງນັ້ນ ມັນຄົງເຮັດໃຫ້ນາງເຫັນຊຶ້ງໄດ້ເຖິງຄວາມຈິງໃຈຂອງຂ້ອຍທີ່ມີຕໍ່ນາງ.
ຈົນວ່າໜຶ່ງອາທິດຜ່ານໄປ ຂ້ອຍຈຶ່ງໄດ້ຮັບອິເມັວຈາກນາງ, ຂ້ອຍດີໃຈຈົນບອກບໍ່ຖືກ. ຄວາມໃນໃຈຂອງ ນາງໄປຫຼັ່ງໄຫຼອອກມາເປັນຕົວອັກສອນ ຊຶ່ງໄດ້ເຮັດໃຫ້ຫົວໃຈຂອງຂ້ອຍໂພງໃຫຍ່ປານໝາກປຸ່ມເປົ້າທີ່ພວມປິວ ແວ່ງຢູ່ກາງຫາວ. ນາງເລົ່າກ່ຽວກັບຄວາມເປັນໄປຕ່າງໆທີ່ນາງໄດ້ປະສົບຢູ່ຕ່າງແດນ ທັງສັນຍາກັບຂ້ອຍວ່າຈະ ຮຽນໃຫ້ຈົບພາຍໃນສອງປີ. ປີໜຶ່ງຜ່ານໄປຢ່າງຫວານຊື່ນ, ຂໍ້ຄວາມທາງອິເມັວຖືກສົ່ງມາເປັນປະຈຳບໍ່ໄດ້ຂາດ ມີທັງຮູບພາບການ ເຄື່ອນໄຫວຕ່າງໆສົ່ງໃຫ້ເບິ່ງເປັນໄລຍະໆ. ການໄປມາຫາສູ່ຄອບຄົວຂອງນາງ ຂ້ອຍກໍໄປທຸກເສົາທຸກອາທິດບໍ່ໄດ້ ຂາດ ມີວຽກຫຍັງຂ້ອຍກໍຊ່ອຍຕາມຄວາມສາມາດ. ຕົກເຖິງພັກແລ້ງປີນີ້ ຂ້ອຍໄດ້ຮັບການແຕ່ງຕັ້ງຈາກຂັ້ນເທິງ ໃຫ້ລົງພື້ນຖານຢູ່ເຂດເມືອງນອກເຂດນະຄອນຫຼວງເປັນເວລາ 3 ເດືອນ. ຂ້ອຍໄປຄອບພໍ່ແມ່ແລະນ້ອງຂອງນາງ ກ່ຽວກັບການໄປປະຕິບັດໜ້າທີ່ຄັ້ງນີ້, ພ້ອມທັງສົ່ງຂ່າວບອກໃຫ້ນາງຮູ້ວ່າຕະຫຼອດສາມເດືອນດັ່ງກ່າວ ການສົ່ງອິ ເມັວຫຼືແຊັດຫາກັນນັ້ນຄົງຈະເປັນໄປບໍ່ໄດ້ ເພາະຂ້ອຍຕ້ອງໄດ້ໄປຢູ່ເຂດທີ່ບໍ່ມີອິນເຕີເນັດ. ດ່ັງນັ້ນ ຄົງຈະຕ້ອງໃຊ້ ການສົ່ງຂ່າວທາງຈົດໝາຍແທນ. ນາງໄດ້ສະແດງຄວາມເປັນຫ່ວງຕໍ່ການລົງພື້ນຖານຂອງຂ້ອຍໃນຄັ້ງນີ້ ແຕ່ນາງກໍ ເຊື່ອໝັ້ນກັບຜົນສຳເລັດທີ່ຂ້ອຍຈະໄດ້ຮັບໃນອະນາຄົດ. ຕະຫຼອດໄລຍະສາມເດືອນທີ່ຢູ່ພື້ນຖານ ຂ້ອຍໄດ້ປະຕິບັດ ໜ້າທີ່ໃຫ້ສົມກັບເປັນຊາວໜຸ່ມຜູ້ຫ້າວຫັນທີ່ພັກລັດໃຫ້ຄວາມໄວ້ວາງໃຈ. ຂ້ອຍໄດ້ຮັບຄວາມຮັກແພງຈາກຊາວ ບ້ານແລະພະນັກງານອະວຸໂສທີ່ໄປນຳກັນ. ຕະຫຼອດໄລຍະສາມເດືອນ ຂ້ອຍໄດ້ສົ່ງຈົດໝາຍໄປຫານາງ 3 ກ້ານ. ແລະຂ້ອຍກໍໄດ້ຮັບຈົດໝາຍຈາກນາງສາມກ້ານເຊັ່ນກັນ. ສອງກ້ານທຳອິດຊ່າງຫວານແລະຢາດຍ້ອຍໄປດ້ວຍຕົວ ອັກສອນທີ່ອາບດ້ວຍນໍ້າເຜິ້ງ ແຕ່ກ້ານທີສາມມັນໄດ້ເຮັດໃຫ້ຂ້ອຍແປກໃຈ ເພາະຄຳເວົ້າທີ່ເຄີຍຫວານຊື່ນກັບກາຍ ມາເປັນແບບຈືດໆຈາງໆ. ທຸກເທື່ອທີ່ນາງຂຽນຫາຂ້ອຍບໍ່ວ່າທາງອິເມັວຫືຼຈົດໝາຍ ນາງຈະຂຶ້ນດ້ວຍຄຳວ່າ “ຊຸນທີ່ ຮັກແລະຄິດເຖິງ” ແຕ່ມາກ້ານນີ້ ນາງຊ່າງມາແປກ ນາງຂຶ້ນຕົ້ນດ້ວຍຄຳວ່າ “ອ້າຍວິຊຸນທີ່ຮັກແພງແລະນັບຖື” ແລະ ຄຳແທນນາມກໍຖືກປ່ຽນຈາກ “ຂ້ອຍ-​ເຈົ້າ” ມາເປັນ “ນ້ອງ-ອ້າຍ”. ການຖາມຂ່າວຄາວແລະເລົ່າຂ່າວກໍມີ ລັກສະນະປ່ຽນໄປ. ຂ້ອຍພະຍາຍາມບໍ່ຄິດໄປໃນແງ່ຮ້າຍ, ບາງເທື່ອນາງອາດຈະປ່ຽນຄຳແທນນາມເພື່ອໃຫ້ເໝາະ ກັບອາຍຸທີ່ຂ້ອຍແກ່ກວ່ານາງສາມປີກໍເປັນໄດ້. ພ້ອມກັນນັ້ນ ນາງຍັງຂ່າວໃຫ້ຮູ້ວ່າ ນາງໄດ້ຝາກເຄື່ອງໃຫ້ຂ້ອຍມາ ນຳເພື່ອນນັກສຶກສາຊາຍຮຸ່ນອ້າຍທີ່ຮຽນຈົບລະດັບປະລິນຍາເອກ ຊຶ່ງຈະມາຝາກໄວ້ທີ່ເຮືອນຂອງນາງ.
ຫຼັງຈາກລົງພື້ນຖານໃຫ້ຂ້ອຍໄປເອົາກັບແມ່ຂອງນາງ. ສາມເດືອນທີ່ຢູ່ພື້ນຖານຜ່ານໄປຢ່າງໄວວາ ຂ້ອຍດີ ໃຈຈະໄດ້ສົ່ງຂ່າວຫານາງທາງອິເມັວ ແລະອີກພຽງເດືອນດຽວຄົນທີ່ຂ້ອຍຮູ້ໃຈກໍຈະກັບມາລາວແລ້ວ ຕາມທີ່ນາງ ບອກຂ້ອຍໃນຈົດໝາຍກ້ານທີສາມນັ້ນ. ໃນມື້ສະຫຼຸບວຽກງານການລົງພື້ນຖານ ຂ້ອຍໄດ້ຮັບໃບຍ້ອງຍໍຈາກຂັ້ນ ເທິງ, ຂ້ອຍຮູ້ສຶກພູມໃຈຕໍ່ຜົນງານທີ່ຂ້ອຍໄດ້ເຮັດ ແລະຈະເອົາມາເອກອ້າງໃຫ້ນາງໄດ້ຮູ້ນຳ. ເມື່ອກັບໄປຮອດບ້ານ ສິ່ງທຳອິດ ທີ່ຂ້ອຍໄດ້ເຮັດກໍຄືເຂົ້າຮ້ານອິນເຕີເນັດເພື່ອສົ່ງອິເມັວຫານາງ. ຈາກການໃຊ້ຄຳແທນນາມໃນຈົດໝາຍ ກ້ານທີສາມທີ່ນາງສົ່ງຫາຂ້ອຍນັ້ນ ຂ້ອຍບໍ່ສົນໃຈ ຂ້ອຍຍັງຍຶດຖືຄຳວ່າ “ຂ້ອຍແລະເຈົ້າ” ຄືເກົ່າ. ພ້ອມກັນນັ້ນ ລັກສະນະເນື້ອໃນກໍຍັງຫວານຢູ່ຄືເກົ່າ. ສົ່ງໄປແລ້ວ ຂ້ອຍກໍຮູ້ສຶກສຸກໃຈເປັນຢ່າງຍິ່ງ ຂ້ອຍບອກເລົ່າທຸກສິ່ງຢ່າງ ທີ່ຂ້ອຍໄດ້ເຮັດຕະຫຼອດໄລຍະສາມາເດືອນທີ່ຢູ່ພື້ນຖານ. ແລງມື້ນັ້ນ ຫຼັງຈາກສົ່ງເມັວແລ້ວ ຂ້ອຍກໍໄປທີ່ເຮືອນຂອງ ນາງ ເພື່ອຫວັງຈະເອົາເຄື່ອງຝາກທີ່ນາງສົ່ງໃຫ້ຂ້ອຍ. ເມື່ອໄປຮອດເຮືອນຫຼັງທີ່ຂ້ອຍມັກໄປຊ່ວຍວຽກເຮືອນ ຂ້ອຍ ກໍແນມເຫັນນ້ອງ ສາວຂອງນາງອອກມາຕ້ອນຮັບຢູ່ທາງໜ້າປະຕູເຂົ້າ ແລະເຊີນໃຫ້ຂ້ອຍເຂົ້າໄປໃນ.
“ອ້າຍຊຸນ ຜິວເຂັ້ມຂຶ້ນກວ່າເກົ່ານໍ! ຄືຊິຕາກແດດຫຼາຍໂພດເດຫັ້ນ!” ນ້ອງສາວຂອງນາງກ່າວດ້ວຍໃບໜ້າ ລະໄມ. “ລົງພື້ນຖານ ຊິໃຫ້ຂາວປານໄຂ່ປອກໄດ້ແນວໃດນໍ, ຫຼ້າເອີຍ!” ຂ້ອຍຕອບນາງໄປ ພ້ອມກັບຍື່ນຂອງ ຕ້ອນຈາກພື້ນຖານທີ່ຂ້ອຍໄປເຮັດວຽກໃຫ້. ແລ້ວຂ້ອຍກັບນ້ອງສາວຂອງນາງກໍລົມກັນໄປຕາມປະສາຂອງ ຄົນທີ່ບໍ່ ໄດ້ພໍ້ກັນດົນ ມີຫຍັງກໍຈົກມາເລົ່າສູ່ກັນຟັງ. ຄາວໜຶ່ງແມ່ຂອງນາງກໍຍ່າງເຂົ້າມາສົບທົບ ແລະນັ່ງຢູ່ ຄຽງຂ້າງລູກສາວ ຫຼ້າ. ຂ້ອຍຍໍມືນົບເພິ່ນພ້ອມທັງຖາມສະບາຍດີ. ​ເມື່ອຮັບນົບຂ້ອຍແລ້ວ ເພິ່ນກໍບອກຂ້ອຍໃຫ້ຮູ້ວ່າ ເຄື່ອງທີ່ຝາກ ມານຳໝູ່ຂອງລູກສາວເພິ່ນນັ້ນເສຍລະຫວ່າງການເດີນທາງ ເຮັດໃຫ້ຂ້ອຍຮູ້ສຶກຜິດຫວັງເປັນ​ແຮງ. ປາກຂອງຂ້ອຍ ບອກເພິ່ນວ່າບໍ່ເປັນຫຍັງດອກ ແຕ່ໝາກຫົວໃຈນີ້ຕີ້ຮູ້ສຶກເຈັບປ້າບບາດໜຶ່ງ. ແມ່ຂອງນາງບອກໃຫ້ຂ້ອຍຮູ້ວ່າຕົ້ນ ເດືອນໜ້າ ນາງກໍຈະກັບມາແລ້ວ. ການຮໍ່າຮຽນຂອງນາງແມ່ນໄດ້ຜົນດີເລີດ ຫຼັງຈາກກັບມາເຮັດວຽກຢູ່ລາວ ຕື່ມ ອີກສອງປີ ນາງກໍມີສິດຂໍທຶນຮຽນຕໍ່ປະລິນຍາເອກ. ສຽງແມ່ ຂອງນາງລະບາຍຄວາມພາກພູມໃຈໃນຕົວຂອງ ລູກສາວໃຫ້ຂ້ອຍຟັງຢ່າງຍືດຍາວ ແຕ່ຂ້ອຍກໍເອົາຫູໂຕ່ງແຕ່ສິ່ງທີ່ມີສາລະສຳຄັນເທົ່ານັ້ນ. “ອີກເດືອນໜຶ່ງນາງຈະ ກັບມາແລ້ວ” ປະໂຫຍກນີ້ເຮັດໃຫ້ຫົວໃຈຂ້ອຍເຕັ້ນສໍ່່າກັບຊາວມາໄຊ​ແຫ່ງ​ທະວີບອາ​ຟຣິກາເຕັ້ນລະບຳກໍບໍ່ປານ.
ຫຼັງຈາກເລີກສອນ ຂ້ອຍກໍໄປຮ້ານອິນເຕີເນັດທັນທີ ເພື່ອກວດເບິ່ງອິເມັວຈາກນາງ ແຕ່ຈາກໜຶ່ງມື້ເປັນ ສອງສາມມື້ ຈົນຮອດອາທິດກໍມິດຊ້ອຍມ້ອຍ. ຂ້ອຍຮູ້ສຶກວ່າມັນຜິດປົກກະຕິ ຫຼືວ່າຂໍ້ຄວາມທີ່ຂ້ອຍສົ່ງໄປນັ້ນ ມັນບໍ່ຮອດຕິບໍ? ຖ້າບໍ່ຮອດ ມັນກໍຕ້ອງສົ່ງກັບຊັ້ນຕວ່າ? ຈາກບັນຫາດັ່ງກ່າວເຮັດໃຫ້ຂ້ອຍນອນບໍ່ຫຼັບໄປຫຼາຍຄືນ. ໃນທີ່ສຸດ ຂ້ອຍກໍໄດ້ຮັບຂໍ້ຄວາມຈາກນາງ. ນາງບອກຂໍໂທດທີ່ບໍ່ໄດ້ຕອບຢ່າງທັນທ່ວງທີ ຍ້ອນຄາເຂົ້າຮ່ວມພິທີ ຕ່າງໆ ແລະແລ່ນເອກະສານຫຼາຍຢ່າງກ່ອນຈະກັບ. ນາງບອກໃຫ້ຮູ້ວ່ານາງຈະມາຮອດວຽງຈັນໃນວັນທີ 26 ນີ້. ຂ້ອຍຮູ້ສຶກໃຈຫາຍວາບ ເພາະໃນມື້ນັ້ນ ຂ້ອຍຊໍ້າຖືກແຕ່ງຕັ້ງເປັນຫົວໜ້າ ນຳພາຊາວໜຸ່ມນັກຮຽນໄປຮ່ວມກອງ ປະຊຸມຊາວໜຸ່ມນະຄອນຫຼວງ. ເປັນອັນວ່າມື້ທີ່ນາງມາ ຂ້ອຍບໍ່ມີໂອກາດຈະມອບຊໍ່ດອກໄມ້ໃຫ້ນາງຢູ່ເດີ່ນບິນຄື ກັບຕອນຂາໄປ. ມື້ທີ່ນາງກັບຈາກອົດສະຕຣາລີກໍເປັນມື້ດຽວທີ່ຂ້ອຍໄປປະຊຸມ. ໃນກອງປະຊຸມຊາວໜຸ່ມ ຈິດໃຈຂ້ອຍຊ່າງ ບໍ່ຢູ່ກັບເນື້ອກັບໂຕເລີຍ ແຕ່ກໍໄດ້ໃຊ້ຄວາມອົດກັ້ນໃນການຝັນຫາຍອດດວງໃຈ ໂດຍສຸມທຸກສະຕິເຂົ້າໃນເນື້ອໃນ ຂອງກອງປະຊຸມຈົນສໍາເລັດ... ອອກຈາກກອງປະຊຸມຂ້ອຍກໍຟ້າວລິວໄປເຮືອນຂອງນາງທັນທີ ທັງໆທີ່ຍັງໃຊ້ຊຸດ ຊາວໜຸ່ມຢູ່. ກ່ອນຈະຮອດເຮືອນນາງ ຂ້ອຍກໍບໍ່ລືມແວ່ຊື້ຊໍ່ດອກໄມ້ຢູ່ແຖວຕໍ່ໜ້າຕະຫຼາດເຊົ້າ. ເມື່ອໄປຮອດເຮືອນ ຂອງນາງ ສຽງເພງຈາກລຳໂພງຂະໜາດນ້ອຍກໍດັງແວ່ວເຂົ້າຫູໃນຈັງຫວະມ່ວນຊື່ນ, ເຫັນມີຫຼາຍຄົນພວມຍ່າງ ອອກຍ່າງເຂົ້າເປັນສວ່ານສົນ, ຄົງມີການຊຸມແຊວກັນຢູ່ໃນຫັ້ນຢ່າງແນ່ນອນ ຂ້ອຍຄາດຄະເນໃນໃຈ ແລະກໍເປັນຈິງ ດັ່ງຂ້ອຍຄິດ. ເມື່ອຜ່ານປະຕູເຮືອນເຂົ້າໄປ ຂ້ອຍກໍເຫັນຫຼາຍຄົນ ພ້ອມກັນອ້ອມພາເຂົ້າທີ່ໃຊ້ແພຢາງປູລາດໄປ ຕາມພື້ນກະໂລ້.
ນາງຫຼ້ານ້ອງສາວຂອງນາງລຸກຈາກພາເຂົ້າເຊີນຂ້ອຍເຂົ້າໄປນັ່ງຮ່ວມ. ຂ້ອຍປະຕິເສດກ່ອນຈະກ່າວຖາມ ໄປວ່າ: “ຈັນເດລະ?” “ເອື້ອຍຈັນຢູ່ເທິງເຮືອນ. ຈັກໜ້ອຍຊິລົງມາ.” ນາງຫຼ້າກ່າວບໍ່ຄ່ອຍເຕັມຄຳປານໃດ ເໝືອນມີຫຍັງແອບ ແຝງຢູ່ໃນ. ຂ້ອຍຈຶ່ງຖືວິສາສະຍ່າງໄປນັ່ງຢູ່ຕັ່ງໂຊຟາຂ້າງປະຕູ ໃນມືຈັບຊໍ່ດອກໄມ້ຢ່າງບໍ່ຍອມວາງ. ບໍ່ມີໃຜສົນໃຈ ຂ້ອຍ ນອກຈາກນາງຫຼ້າ ຊຶ່ງໄດ້ນຳເອົານໍ້າເຢັນມາໃຫ້ ພ້ອມທັງນັ່ງລົງເປັນເພື່ອນຂ້າງຂ້ອຍ. ໃບໜ້າຂອງນາງບໍ່ສູ້ ສົດໃສປານໃດ ເໝືອນກັບວ່ານາງມີສິ່ງໃດສິ່ງຂ້ອງຄາໃນຫົວໃຈຈັ່ງຊັ້ນລະ. ສຽງເພງຈາກລຳໂພງ ປະສົມກັບສຽງ ວົນແຊວຈາກການໂອ້ລົມແລະຕຳຈອກກັນ ເຮັດໃຫ້ຄວາມວຸ່ນວາຍໃນໃຈຂ້ອຍແຮ່ງເພີ່ມຂຶ້ນ. ອຶດໃຈຕໍ່ມາ ຂ້ອຍຮູ້ ສຶກຕື່ນ ເມື່ອນາງຫຼ້າເອົາມືຄວັກຂ້າງຂ້ອຍ ແລະບອກ​ໃຫ້ຂ້ອຍຮູ້ວ່າເອື້ອຍຂອງນາງລົງມາແລ້ວ. ຫົວໃຈຂ້ອຍເຕັ້ນ ຢ່າງບໍ່ເປັນຈັງຫວະ ຄິດໄປຫຼາຍແນວ... ຂ້ອຍກຳຊໍ່ດອກໄມ້ໄວ້ແໜ້ນ ຕັ້ງໃຈວ່າ ຫາກນາງລົງມາຍາມໃດກໍຈະຍ່າງ ເຂົ້າໄປມອບໃຫ້ທັນທີໂລດ. ຍິງໄວກາງຄົນຮ່າງຄີງອ່າວຕຸ້ຍ ແມ່ຂອງນາງນັ້ນເອງຍ່າງເຂົ້າມາຫາຂ້ອຍ. ຂ້ອຍບໍ່ລືມ ຍົກມືໄຫວ້ເພິ່ນທັງໆທີ່ມີຊໍ່ດອກໄມ້ໃນມື. ເພິ່ນໄດ້ຊຶມໃສ່ຫູຂ້ອຍວ່າ ໃຫ້ເຂົ້າໄປຫານາງຢູ່ຫ້ອງກິນເຂົ້າຈະເປັນການ ດີກວ່າ ເພາະຢູ່ນີ້ມັນຟົດແຊວໂພດ. ຂ້ອຍຍ່າງຕາມຫຼັງແມ່ຂອງນາງໄປ ສ່ວນນາງຫຼ້າກໍຕາມຫຼັງຂ້ອຍໄປຄືກັນ. ຂ້ອຍກວາດສາຍຕາແນມຫາຄົນທີ່ຂ້ອຍໄດ້ມອບຫົວໃຈໃຫ້ຢ່າງກະຕືລືລົ້ນ ແລ້ວສາຍຕາຂ້ອຍກໍມາຢຸດທີ່ໂຕະກິນ ເຂົ້າ. ຍິງຄົນຮັກຂອງຂ້ອຍຢູ່ໃນຊຸດຂາວໃສສະອາດ ແຕ່ດວງຕາທັງສອງເບື້ອງຂອງນາງຖືກປົກປິດດ້ວຍແວ່ນຕາ ສີຊາ ເຮັດໃຫ້ຂ້ອຍເກືອບຈື່ນາງບໍ່ໄດ້. ນາງຈ່ອຍລົງໄປໜ້ອຍໜຶ່ງ ແຕ່ກໍບໍ່ໄດ້ເຮັດໃຫ້ນາງສູນເສຍບຸກຄະລິກແຫ່ງ ຄວາມເປັນສາວງາມໄປໄດ້. ຂ້ອຍໂຍບໂຕລົງນັ່ງກົງກັນຂ້າມກັບບ່ອນທີ່ນາງນັ່ງ ພ້ອມກັບຍື່ນຊໍ່ດອກໄມ້ໃຫ້ນາງ ດ້ວຍຫົວໃຈອັນປ່ຽມລົ້ນໄປດ້ວຍອາຍແຫ່ງຄວາມຄິດຮອດທີ່ຕ້ອງຈາກໄກກັນເຖິງສອງປີ. ນາງຮັບເອົາຊໍ່ດອກໄມ້ ນັ້ນ ພ້ອມກັບກ່າວຄຳຂອບໃຈອັນສຽງອັນຟ່າຟາວ ເໝືອນດັ່ງກັບວ່ານາງໄດ້ຜ່ານຈາກການໃຊ້ສຽງມາເປັນເວລາ ຫຼາຍຊົ່ວໂມງ. ຂ້ອຍແນມຜ່ານໄປຍັງດວງຕາທີ່ປົກປິດດ້ວຍແວ່ນຕາສີຊານັ້ນ ຂ້ອຍກໍຮູ້ສຶກຕົກໃຈເມື່ອເຫັນຢາດ ນໍ້າໄຫຼອອກຈາກຂອບແວ່ນຕາເບື້ອງລຸ່ມ ແລະກໍຕິດຕາມດ້ວຍສຽງສະອື້ນໄຫ້ຢ່າງສຸດແສນລັນທົດ. ຂ້ອຍບໍ່ເຂົ້າໃຈ ວ່າເປັນຫຍັງຈຶ່ງເກີດເຫດການແບບນີ້ຂຶ້ນ ແທນທີ່ເຫັນຂ້ອຍນາງຈະດີໃຈ ແຕ່ນາງກັບສະແດງຄວາມເສົ້າໂສກ ແບບນັ້ນອອກມາ ຫຼືວ່າສິ່ງທີ່ຂ້ອຍຄິດນັ້ນແມ່ນຄວາມຈິງ. ກ່ອນຂ້ອຍຈະກ່າວຫຍັງອອກໄປ ນາງໄດ້ເວົ້າຕັດໜ້າ ຂ້ອຍໄປກ່ອນວ່າ: “ອ້າຍຊຸນ ນ້ອງຕ້ອງຂໍໂທດອ້າຍຫຼາຍໆທີ່ນ້ອງບໍ່ສາມາດຈະເຮັດຕາມສັນຍາທີ່ພວກເຮົາເຄີຍໃຫ້ໄວ້ຕໍ່ກັນ.” ນາງທັງເວົ້າທັງສະອື້ນຢ່າງໜ້າສົງສານ ເຮັດໃຫ້ຫົວໃຈຂ້ອຍເໝືອນກັບຖືກມີດຮ້ອຍດວງມາຫຸ້ມແທງ.
“ຈັນມີຄົນໃໝ່ມາແທນຂ້ອຍແລ້ວແມ່ນບໍ່?”
ຂ້ອຍຍັງໃຊ້ຄຳແທນນາມທີ່ຂ້ອຍເຄີຍໃຊ້ກັບນາງເໝືອນດັ່ງທີ່ຜ່ານມາ. ນາງສັ່ນຫົວແລະເອື້ອນເອີ່ຍອອກ ມາຢ່າງສັ່ນເຄືອວ່າ: “ນ້ອງບໍ່ຄູ່ຄວນກັບອ້າຍຕ່າງຫາກ, ນ້ອງຂໍໃຫ້ອ້າຍຖືນ້ອງເປັນດັ່ງນ້ອງສາວຜູ້ໜຶ່ງຂອງອ້າຍກໍພໍ.”
ຂ້ອຍຮູ້ສຶກງົງໄປໝົດ ເປັນຫຍັງນາງຈຶ່ງເວົ້າແບບນີ້ອອກມາ ໃນເມື່ອນາງບໍ່ໄດ້ມີໃໝ່ ເປັນຫຍັງນາງຈຶ່ງ ຕ້ອງປະຕິເສດຄວາມຫວັງດີຂອງຂ້ອຍ. ສຽງປົນສະອື້ນຍັງດັງເຂົ້າຫູຂ້ອຍເປັນໄລຍະໆ.
“ດຽວນີ້ ນ້ອງບໍ່ຄືເມື່ອກ່ອນແລ້ວ ເຖິງນ້ອງຈະໄດ້ໃບປະລິນຍາບັດມາຕ້ອນອ້າຍ ແຕ່ຄວາມສົມບູນທາງ ດ້ານຮ່າງກາຍຂອງນ້ອງໄດ້ສູນເສຍໄປແລ້ວ ຍ້ອນອຸບັດເຫດ. ຫຼັງຈາກປ້ອງກັນບົດວິທະຍາພົນແລ້ວ ໃນຄືນມື້ດຽວ ກັນນັ້ນ ນ້ອງກັບໝູ່ໄດ້ພາກັນກຽມສະຫຼອງຜົນສຳເລັດ. ນ້ອງໄດ້ແຕ່ງກິນຢູ່ເຮືອນຄົວໃນຫໍພັກ ໄຟໄດ້ລຸກໄໝ້ລວກ ໃບໜ້າຂອງນ້ອງ ແລະຕາມຕົນໂຕ ຈົນຕ້ອງໄດ້ໄປນອນພັກຮັກສາໂຕຢູ່ໂຮງໝໍເຖິງສອງອາທິດ. ຍ້ອນແນວນັ້ນລະ ນ້ອງຈຶ່ງຂຽນຈົດໝາຍຫາອ້າຍກ້ານສຸດທ້າຍ ເພື່ອໃຫ້ອ້າຍຮູ້ລ່ວງໜ້າ ແຕ່ກໍບໍ່ກ້າບອກຄວາມຈິງສູ່ອ້າຍ ແລະຄອບ ຄົວຮູ້ ເພາະຢ້ານຈະເປັນການສ້າງຄວາມເປັນຫ່ວງເປັນໃຍແກ່ທຸກຄົນເກີນໄປ. ພ້ອມກັນນັ້ນ ອິເມັວທີ່ອ້າຍສົ່ງໄປ ນັ້ນ ນ້ອງໄດ້ອ່ານທຸກສະບັບ ແຕ່ກໍບໍ່ກ້າຕອບ ເພາະຈິດໃຈຕອນນັ້ນສັບສົນຫລາຍ. ແຍງເບິ່ງເງົາຕົນເອງຢູ່ໃນແວ່ນ ແລ້ວກໍຮູ້ເສຍໃຈ ໄຄແຕ່ທາງໂຮງໝໍໄດ້ຊ່ວຍຮັກສາບາດແຜໃຫ້ຈົນພໍເບິ່ງໄດ້. ຄັນບໍ່ຊັ້ນກໍແມ່ນຜີໃນຄາບມະນຸດເຮົາ ດີໆນີ້ເອງ.”
ຟັງນາງເວົ້າໄປ ທາງໃຈກໍຮູ້ສຶກສົງສານນາງຢ່າງຈັບຈິດຈັບໃຈ. ຂ້ອຍເອື້ອມມືໄປກຸມມືນາງໄວ້ແລ້ວບີບ ຄ່ອຍໆ ແລະກ່າວສຽງນຸ່ມນວນອອກໄປວ່າ:
“ເຖິງຈັນຈະຢູ່ໃນສະພາບໃດກໍຕາມ ຊຸນກໍພ້ອມແລ້ວທີ່ຈະຢູ່ຄຽງຂ້າງ ແລະຈະຂໍເປັນຄົນເບິ່ງແຍງດູແລ ດ້ວຍຄວາມເປັນຫ່ວງຢ່າງສຸດຊີວິດ. ຈະຂໍເປັນອ້າຍທີ່ແສນດີແລະເປັນເພື່ອນຊີວິດຕະຫຼອດໄປ.”
ຂ້ອຍລືມຄິດໄປວ່າ ນອກຈາກເຮົາສອງຄົນທີ່ນັ່ງລົມກັນແລ້ວ ຍັງມີແມ່ແລະນ້ອງສາວຂອງນາງຢືນຟັງຢູ່ຫ່າງໆ. ຂ້ອຍເຫຼືອດຕາທີ່ຊຸ່ມດ້ວຍນໍ້າໄປຍັງສອງແມ່ລູກນັ້ນ ເຫັນທັງສອງພວມເອົາມືເຊັດນໍ້າໃສໆ ທີ່ໄຫຼອອກຈາກ ເບົ້າຕາຄືກັນ...
ອ່ານຍັງບໍ່ທັນຈົບ ກໍພໍດີພໍ່ກັບແມ່ຍ່າງເຂົ້າເຮືອນມາກ່ອນ, ນ້ອຍຟ້າວເອົາປຶ້ມຫົວດັ່ງກ່າວເຊື່ອງໄວ້ກ້ອງໂຕະ. ເຫຼືອດຕາແນມເບິ່ງໃບໜ້າແມ່ ມີຮອຍແປ້ວບາງໆຄ້າຍຄືກັບນໍ້າຮ້ອນລວກ. ຄັນບໍ່ສັງເກດຄັກໆ ກໍຈະບໍ່ເຫັນ.

ຕູ່ໆ ໜຸ່ມຫຼໍ່ຈາກປາກເຊ


ໜຸ່ມນ້ອຍໜ້າຕາຫລໍ່ເຫຼົາ ເຂົາມີນາມວ່າ ຕູ່ໆ ເປັນລູກຊາຍຫົວແກ້ວຫົວແຫວນຂອງອາວຊາ. ປັດຈຸບັນຢູ່ບ້ານປາກເຊ ເມືອງປາກເຊ ແຂວງຈຳປາສັກ. ຕອນຂຶ້ນມາຢາມລຸງຢູ່ວຽງຈັນ ຕູ່ໆສະໜຸກຫຼິ້ນເກມທີ່ເອື້ອຍດຸບເບຼີເວພາຫຼິ້ນ... ການຫຼິ້ນເກມເປັນຊີວິດຈິດໃຈຂອງຕູ່ໆ ທະແນມວ່າໄດ້ນັ່ງຢູ່ຕໍ່ໜ້າຄອມແລ້ວ ເອີ້ນກິນເຂົ້າຈົນປາກເມືອກກໍບໍ່ຍອມລຸກອອກຈາກຕັ່ງ ປານກັບວ່າຕັ່ງນັ້ນມີກາວລາດໄວ້ເອົາໂລດ. ກ່ອນກັບເມືອປາກເຊ ລຸງໄດ້ພາໄປໄອເຕັກຊື້ຂະໜົມຈົນວ່າໝົດເງິນເປັນແສນ ແລະຍັງພາໄປກິນຊີ້ນດາດຢູ່ຮ້ານສະກາຍນໍາອີກ. ຍ້ອນກະເພາະນ້ອຍ ຈຶ່ງກິນອີ່ມກ່ອນໝູ່. ສ່ວນເອື້ອຍພິບ-ເອື້ອຍນ້ອຍ ແລະເອື້ອຍດຸບເບີຼເວ ຊີ້ນດາດໝົດແລ້ວ ກໍຍັງບໍ່ອີ່ມຄັກ... ຕູ່ໆກັບໄປປາກເຊແລ້ວ ທຸກໆຄົນຄິດຮອດຫຼາຍເດີ!





ດຸບເບຼີເວ (W) ໄປງານວັນເກີດ

ແລງວານນີ້ ດຸບເບຼີເວ ໄປຕະຫຼາດກັບເອື້ອຍເພື່ອຊອກຊື້ຂອງຂວັນວັນເກີດໃຫ້ນາງຫວານເພື່ອນຮັກ... ເມື່ອໄດ້ຂອງຂວັນຕາມປາຖະໜາແລ້ວ ກໍຟ້າວໄປອາບນໍ້າອາບໄນເປັນຊົ່ວໂມງຈຶ່ງແລ້ວ. ເມື່ອຮ່າງກາຍປອດຂີ້ໄຄແລ້ວ ກໍນຳເອົາແປ້ງມາທາໜ້າ ລິບປະຕິກມາທາປາກບາງໆ ແລະອັນສຳຄັນກໍແມ່ນເອົາສໍດຳມາແຕ້ມຂອບຕາຈົນວ່າດຳປານໝີແພນດ້າ! ໃຊ້ເວລາຢູ່ຕໍ່ໜ້າແວ່ນແຍງຈົນເປັນຊົ່ວໂມງ! ພ້ອມກັນນັ້ນ ກໍຍັງຂັດເອື້ອຍໃຫ້ມັດຜົມໃຫ້... ໃຊ້ເວລາໃນການແຕ່ງໂຕກໍເປັນເກືອບເຂົ້າຊົ່ວໂມງໜຶ່ງ. ເຈັດໂມງຈຶ່ງໄດ້ອອກຈາກເຮືອນ ກ່ອນອອກເຮືອນພໍ່ເຫັນລູກຫ້ຼາງາມຜິດຫູຜິດຕາຈຶ່ງເອົາກ້ອງມາຊັກຮູບໄວ້ 2 ໂປ້ເຕັມໆ...

Saturday, June 14, 2008

ຊຸມແຊວດ້ວຍອາຫານລາວ

ທຸກຄົນພາກັນຍິ້ມແຍ້ມແຈ່ມໃສດ້ວຍການແຕ່ງກິນແລະຮັບປະທານອາຫານລາວ ອັນມີ ລາບ ເປັນເຄົ້າ. ຂາດບໍ່ໄດ້ກໍແມ່ນເຂົ້າໜຽວໃນກະຕິບນ້ອຍທີ່ສານດ້ວຍໄມ້ໄຜ່. ທັງກິນທັງລົມກັນໄປ, ຜູ້ມີກ້ອງກໍແນໃສ່ຜູ້ສາວທີ່ງາມໆຜູ້ບ່າວທີ່ຫຼໍ່ໆ... ມື້ນັ້ນ ຕ່າງກໍອີ່ມດີມີຜະຫຍາ ກັບເມືອນອນດ້ວຍຄວາມສຸກກາຍສະບາຍໃຈທຸກຜູ້ທຸກຄົນ...

ບົດເປີດສາກ



ທ່ານຜູ້ອ່ານທີ່ນັບຖືແລະຮັກແພງ!
ເລີ່ມບົດທຳອິດຂອງບລັອກ “ອັກສໍລະສິນ” ກໍຈະມີພຽງການສະເໜີໂຕຂອງເຈົ້າຂອງບລັອກຜູ້ອາພັບທາງດ້ານວາທະສິນ ແຕ່ມີຈິດໃຈທີ່ປ່ຽມລົ້ນໄປດ້ວຍຄວາມຮັກມັກທາງດ້ານສິລະປະການຂີດຂຽນເປັນຊີວິດຈິດໃຈ.ເຫັນປຶ້ມນະວະນິຍາຍ ຫຼື ໂຮມເລື່ອງສັ້ນ ທີ່ນັກຂຽນທັງລາວແລະຕ່າງປະເທດປະພັນຂຶ້ນເປັນບໍ່ໄດ້ ຕ້ອງຈົກຖົງເງິນຊື້ມາອ່ານ... ອ່ານຈົບແລ້ວ ກໍຄຶດຢາກຂຽນເປັນບົດຂອງຕົນເອງແດ່ ຈຶ່ງໄດ້ສ້າງບລັອກນີ້ຂຶ້ນ ເພື່ອບັນຈຸບັນດາຕົວອັກສອນທີ່ອາບໂອບດ້ວຍສິລະປະແຫ່ງວັນນະຄະດີ...
ຂໍໃຫ້ບັນດາທ່ານຜູ້ອ່ານຈົ່ງໃຫ້ຄວາມເມດຕາອ່ານໃຫ້ສຸດ ຫາກມີສິ່ງຂາດຕົກບົກພ່ອງກໍຊ່ວຍຕຳໜິເສີມສ້າງໃຫ້ນັກຝັນຜູ້ນີ້ໄດ້ກາຍເປັນນັກຂຽນນຳເຂົາຈັກຄົນ.
ດ້ວຍຄວາມນັບຖືແລະຮັກແພງ
ວິຊຸດລະດາ