Followers

Friday, December 14, 2012

ເວົ້າຢອກແບບອອກຈາກໃຈ

 

 ຕອນຄ້າຍແລງແສງແດ­ດອ່ອນ­ຂອງ­ມື້­ໜຶ່ງໃນ­ຍາມກ່ຽວເຂົ້ານາ­ປີ.
ອາກາດຊ່າງເຢັນ­ສົດ­ຊື່ນ ເໝາະ­ກັບ­ການ­ມາອອກ­ກໍາ­ລັງ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງ. ຂ້ອຍ­ນໍາເອົາ­ລົດ­ຖີບ­ຄັນເກົ່າ­ຄູ່­ຊີບ­ມາ­ຂີ່ເລາະ­ ອ້ອມເດີ່ນເພື່ອເປັນ­ການ­ອອກ­ກໍາ­ລັງ­ກາຍ.
ມື້­ນີ້ຂ້ອຍ­ບໍ່ໄດ້­ມາ­ຜູ້­ດຽວ ຍັງ­ມີສາວນ້ອຍ­ວິລາເພື່ອນບ້ານໃກ້­ຄຽງ­ມາ­ຮ່ວມ­ອອກ­ກໍາ­ລັງ­ກາຍ­ນໍາ.

“ເຈົ້າແລ່ນ­ດົນແລ້ວ ມາ­ຂີ່­ລົດ­ຖີບແທນຂ້ອຍ­ສາ!” ຂ້ອຍ­ທັງເວົ້າ­ທັງ­ຈັບເຂົາ­ລົດງ່ຽງໄປຫານາງ ຊຶ່ງ­ພວມເອົາ­ຫຼັງ­ມືເຊັດເຫື່ອທີ່ໄຫຼອອກ­ຈາກຂະ­ໝັບ­ຫຼັ່ງ­ລົງ­ສູ່ແກ້ມ­ ອັນເບັ່ງ­ບານແລະ­ແດງເຮື່ອ.
“ເຈົ້າກໍຮູ້ແລ້ວຕົ່ວວ່າ­ຂ້ອຍ­ຖີບ ­ລົດ­ບໍ່ເປັນ. ສອນໃຫ້ຂ້ອຍແດ່­ດຸ໊!” ນາງ­ບໍ່ເວົ້າ­ລ້າ ຈັບເອົາເຂົາ­ລົດ ແລ້ວປ້າຍ­ຂາ­ທີ່­ຫຸ້ມດ້ວຍໂສ້ງ­ວອມ­ສີຟ້າເຂັ້ມ­ຂາຍາວຂຶ້ນ­ຂີ່­ອານ­ ລົດ­ທີ່ອ່າວສູງ­ຈົນ­ນາງຕ້ອງໄດ້­ຢຽດ­ຂາ­ຈົນ­ສຸດເພື່ອໃຫ້­ປາຍ­ຕີນ­ຕິດ­ດິນ. ເຫັນ­ລົດແລະ­ຄົນເປັນ­ສີງ່ຽງໆ­ ຂ້ອຍ­ກໍເລີຍ­ຮີບຟ້າວຈັບ­ອານເຫຼັກຊ້ອນທ້າຍເພື່ອກັນ­ບໍ່ໃຫ້­ນາງ­ລົ້ມ.
ເມື່ອຊົງໂຕໄດ້ແລ້ວ ນາງ­ກໍເຮັດໜ້າ­ສີຫຼ່າໆ­ແບບ­ບໍ່ເຊື່ອໝັ້ນ­ຕົນເອງ ພ້ອມ­ກັບ­ງ­ວາກໜ້າເຫຼືອດແສງ­ຕາມາ­ຫາ­ຂ້ອຍເປັນເຊີງ­ວິງ­ວອນ­ຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສໍາ­ລັບ­ຄົນ­ທີ່­ຮຽນ­ຂີ່­ລົດ­ຖີບໃໝ່ໆ­ ຕ້ອງ­ການໃຫ້­ມີຄົນຊ່ວຍ ຄັນ­ບໍ່­ຊັ້ນ­ກໍເປັນໄດ້­ຍາກ.
“ບໍ່ຕ້ອງຢ້ານເດີ! ຄ່ອຍໆ­ຖີບໄປໂລດ. ຂ້ອຍ­ຊິຈັບທ້າຍໃຫ້!” ຂ້ອຍ­ບອກ­ສຽງ­ດັງໆ­ ນາງໄດ້ແຕ່­ງຶກ­ຫົວແລະ­ກໍຈັບເຂົາ­ລົດ­ສັ່ນໄປສັ່ນ­ມາ ທາງ­ຕີນ­ກໍຢັນ­ຜາງ­ຕີນ­ລົດ­ທັງ­ສອງເບື້ອງແບບ­ບໍ່­ລຶ້ງເຄີຍ ເຮັດໃຫ້­ລົດ­ຖີບໄປທາງໜ້າ­ປານ­ງູລອຍ­ນໍ້າເອົາໂລດ.
“ຫັກເຂົາ­ໜ້ອຍ­ໜຶ່ງໄວໆ ­!” ຂ້ອຍ­ບອກ­ນາງ­ທັນ­ທີທີ່ເຫັນ­ລົດ­ຖີບຈະ­ໄປຕໍາເອົາກໍາແພງ­ວັດ ແຕ່­ບໍ່­ທັນເສຍແລ້ວ. ຕີນ­ລົດໜ້າໄປປະ­ທະ­ກັບ­ຕີນ­ກໍາແພງ ໄຄແຕ່ຂ້ອຍ­ດຶງທ້າຍ­ລົດໄວ້­ທັນ ຄັນ­ບໍ່­ຊັ້ນ ນາງ­ຄົງ­ລົ້ມເປັນແນ່ແທ້.
“ໂອ້ຍ! ເກືອບໄດ້ແທກ­ດິນ­ນໍ້!” ສຽງເວົ້າ­ປົນ­ຫົວແບບໜ້າ­ຫຼ່າໆ­ຂອງ­ນາງ­ດັງ­ກັງ­ວານເຂົ້າ­ຫູ.
“ເອົ໊າ! ພະ­ຍາຍາມໃໝ່.” ຂ້ອຍໃຫ້­ກໍາ­ລັງໃຈນາງ ພ້ອມຍ່າງໄປຈັບເຂົາ­ລົດອ້ຽວອອກ­ຈາກ­ກໍາແພງ ແລ້ວໃຫ້­ນາງເລີ່ມ­ຖີບ­ຕໍ່.
ບໍ່­ພໍຊົ່ວໂມງ ນາງ­ກໍສາມາດ­ບັງ­ຄັບເຂົາ­ລົດພ້ອມ­ທັງ­ຖີບໄປທາງໜ້າໂດຍ­ທີ່ຂ້ອຍ­ບໍ່ຕ້ອງ­ ຈັບເຫຼັກຊ້ອນທ້າຍ­ອີກ. ສຽງ­ຫົວຮ່າໆ­ແບບ­ຄົນ­ດີໃຈທີ່ປະ­ສົບ­ຜົນ­ສໍາເລັດໃນ­ການເຮັດ­ ສິ່ງໃດ­ສິ່ງ­ໜຶ່ງ­ດັງປະ­ສານໄປກັບ­ສາຍ­ລົມ­ຍາມແລງ ເຮັດໃຫ້ຂ້ອຍຕ້ອງ­ຈີກ­ປາກ­ຍິ້ມແລະ­ຫົວຮຶໆ­ໄປນໍາ.
“ເມືອກັນເທາະ­ ຫົກໂມງ­ຍັງແລ້ວ!” ນາງ­ທັງເວົ້າ­ທັງ­ຫຼຽວເບິ່ງໂມງ­ຢູ່­ຄໍ່ແຂນ.
ດວງ­ຕາເວັນ­ສີແດງໆ­ ອ່ອນແສງ­ລົງແລະ­ໃກ້ຈະ­ລັບ­ຫຼ່ຽມໂລກໄປແລ້ວ… ຂ້ອຍ­ງຶກ­ຫົວເຫັນ­ດີນໍາ ພ້ອມ­ທັງສະ­ເໜີໃຫ້­ນາງເປັນ­ຜູ້­ຖີບ ແລະ­ຂ້ອຍຈະ­ເປັນ­ຜູ້ຊ້ອນທ້າຍ. ນາງແກວ່ງ­ຫົວດ້ວຍໃບໜ້າ­ສີຢ້ານໆ­ ແຕ່ຂ້ອຍ­ກໍຮັບ­ຮອງ­ກັບ­ນາງວ່າ­ຈະ­ເປັນ­ຜູ້­ຄໍ້າ­ທາງ­ຫຼັງໃຫ້ ເຊື່ອວ່າ­ຄົງ­ບໍ່ເປັນຫຍັງຢ່າງແນ່ນອນ. ໃນ­ທີ່­ສຸດ­ນາງ­ກໍຕົກ­ລົງ­ຕາມ­ຄໍາ­ສະ­ເໜີຂອງຂ້ອຍ, ເຖິງ­ນາງຈະ­ຖີບ­ບໍ່­ທັນ­ຊໍານານ ແຕ່­ນາງ­ກໍສາມາດ­ຖີບ­ພາ­ຂ້ອຍໄປໄດ້ ໂດຍ­ທີ່ຂ້ອຍຕ້ອງໄດ້ຊ່ອຍ­ຈຶ້ງ­ລົດ­ບໍ່ໃຫ້­ລົ້ມເປັນ­ບາງ­ຄັ້ງ. ແລະ­ແລ້ວພວກເຮົາກໍມາ­ຮອດຄ້ອຍ­ທາດ­ຫຼວງ ມາເຖິງ­ຕອນ­ນີ້­ຍິ່ງເຮັດໃຫ້ໃບໜ້າ­ທີ່ແດງເຮື່ອກັບ­ກາຍເປັນ­ ຫຼ່າເຫຼືອງຍ້ອນ­ຄວາມຢ້ານ­ກົວ ແຕ່ຂ້ອຍ­ກໍໃຫ້­ກໍາ­ລັງໃຈແກ່­ນາງໂດຍ­ບອກວ່າ ເວລາ­ລົງຄ້ອຍ­ບໍ່ຕ້ອງ­ອອກແຮງ­ຖີບ ລົດຈະ­ເລື່ອນໄຫຼໄປເອງ ພຽງແຕ່ເຮົາບັງ­ຄັບເຂົາ­ລົດໃຫ້­ດີ ແລະ­ຫາກ­ນາງ­ສາມາດ­ພາ­ຂ້ອຍ­ລົງຄ້ອຍ­ນີ້ໄດ້ ກໍສະ­ແດ­ງວ່ານາງ­ຂີ່­ລົດ­ຖີບເປັນແລ້ວ!!! ເມື່ອໄດ້­ຍິນຂ້ອຍວ່າແນວນັ້ນ ນາງ­ກໍໜ້າ­ຊື່ນ­ຂຶ້ນ ກຽມພ້ອມ­ຕັ້ງທ່າ­ຖີບ­ລົດ­ລົງ­ສູ່ຄ້ອຍ­ທີ່­ສູງ­ທີ່­ສຸດໃນ­ວຽງ­ຈັນ­ຄາວນັ້ນ…
ລົດ­ຖີບ­ຄັນເກົ່າແຕ່ແຂງແກ່ນ­ ຈາກ­ການ­ຈັບເຂົາ­ຂອງ­ສາວນ້ອຍໜ້າໃສໄດ້­ພາ­ ພວກເຮົາ­ທັງ­ສອງເລື່ອນໄຫຼລົງຄ້ອຍຢ່າງໄວວາ ສາຍ­ລົມ­ພັດ­ວືດ ເຮັດໃຫ້ເສັ້ນ­ຜົມ­ດໍາດົກ­ໜາ­ທີ່­ຍາວລະ­ບ່າ­ຂອງ­ນາງ­ປິວສະ­ບັດ­ຖືກໜ້າ­ ຂອງຂ້ອຍ. ກິ່ນ­ຫອມ­ຈາກເສັ້ນ­ຜົມ­ຂອງ­ນາງເຮັດໃຫ້ຂ້ອຍ­ຫຼົງ­ອອກ­ປາກຄ່ອຍໆ­ໄປວ່າ “ວາ­ລີ! ຂ້ອຍ­ຮັກເຈົ້າ.” ເມື່ອລົດແລ່ນໄປຮອດ­ຕີນຄ້ອຍ ນາງ­ບີບຟະ­ແລັ້ງ­ຈຶກ­ບາດ­ໜຶ່ງ ເຮັດໃຫ້­ລົດເຈືອກ ໄຄແຕ່ຂ້ອຍເອົາ­ຂາ­ຄໍ້າໄວ້­ທັນ ຄັນ­ບໍ່­ຊັ້ນ­ກໍຄົງ­ພາກັນກ້ອງເອາະ­ເຍາະ­ຢູ່ແຄມຖະ­ໜົນເປັນແນ່. ເມື່ອຈັ້ງທ່າໄດ້­ດີແລ້ວ ນາງໄດ້­ຫຼຽວໜ້າມາ­ຫາດ້ວຍໃບໜ້າ­ສະ­ແດງ­ຄວາມ­ສົງໄສຢ່າງໃດຢ່າງ­ໜຶ່ງ­ຕໍ່ຂ້ອຍ. ແຕ່ຂ້ອຍເຮັດ­ຕັ້ງ­ຕິຄືບໍ່­ມີຫຍັງເກີດ­ຂຶ້ນ ແຕ່­ກໍຈຶ້ງ­ສາຍ­ຕາເບິ່ງ­ດວງເນ­ດ­ອັນ­ຄົມ­ງາມ­ທີ່­ມີແວວຢາກ­ຕັ້ງ­ຄໍາ­ຖາມວ່າ: ນາງໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ມາ­ຈາກໃສ? ຫຼືເປັນ­ພຽງ­ສຽງ­ຂອງ­ສາຍ­ລົມ­ພັດ­ວືດຜ່ານ­ຫູເທົ່ານັ້ນ?!?
“ວິລາ! ເຈົ້າ­ຂີ່­ລົດ­ຖີບເປັນແລ້ວ!!!” ຂ້ອຍກ່າວສຽງ­ດັງ ພ້ອມ­ກັບ­ຕົບ­ມືສຽງ­ດັງແປ໊ະ­ໆ­ເພື່ອເປັນ­ການ­ຊົມເຊີຍ.
“ຂອບໃຈຫຼາຍໆ­ເດີ ທີ່ສອນໃຫ້ຂ້ອຍ.” ນາງ­ທັງເວົ້າ­ທັງ­ຈູງ­ລົດ­ຖີບ­ຂຶ້ນຄ້ອຍ ເຮັດຂ້ອຍ­ຮູ້­ສຶກ­ງົງ­ນໍາການກະ­ທໍາ­ຂອງ­ນາງ.
“ອ້າວ! ບໍ່ເມືອຫວະ­ຊັ້ນ!?!”
“ຂ້ອຍ­ຢາກ­ຂີ່­ລົດ­ລົງຄ້ອຍ­ອີກເທື່ອໜຶ່ງນະ­, ຊ້ອນທ້າຍຂ້ອຍ­ອີກເດີ!”
ບໍ່­ພໍອຶດໃຈ ພວກເຮົາກໍມາກຽມທ່າ­ຂີ່­ລົດ­ລົງຄ້ອຍເປັນເທື່ອທີສອງ ນາງ­ຫຼຽວມາເບິ່ງຂ້ອຍ­ທີ່ຊ້ອນ­ຢູ່­ທາງ­ຫຼັງດ້ວຍໃບໜ້າ­ສີຈືດໆ­ວາດໃດ­ວາດ­ໜຶ່ງ ແຕ່ຂ້ອຍ­ກໍງຶກ­ຫົວໃຫ້ແບບເຊື່ອໝັ້ນໃນ­ຄວາມ­ສາມາດ­ຂອງ­ນາງ…
“ເຈົ້າ­ຖີບ­ລົດເປັນແລ້ວ ! ບໍ່ຕ້ອງຢ້ານ­ດອກ. ເອົ໊າ! ຂ້ອຍ­ຊິນັບເດີ: ໜຶ່ງ, ສອງ, ສາມ…” ແລ້ວລົດ­ຖີບ­ທີ່­ມີສາວນ້ອຍໜ້າໃສແລະ­ອ້າຍບ່າວຂຶ້ນໃໝ່ໜ້າ­ສິວກໍທະ­ ຍານ­ລົງ­ສູ່ຄ້ອຍ­ທີ່ໃນ­ຍາມ­ນີ້­ບໍ່ຄ່ອຍ­ມີລົດແລ່ນໄປມາ­ຫຼາຍ­ປານໃດ… ສາຍ­ລົມ­ພັດ­ວີ່ໆ­ເຂົ້າ­ຫູ ຍ້ອນ­ຄວາມໄວຂອງ­ລົດ ເຮັດໃຫ້­ຫຼຽວເຫັນ­ສິ່ງອ້ອມຂ້າງປ່ຽນສະ­ພາບເປັນແຖບຜ້າ­ຜືນ­ດຽວທີ່­ຍາວຢຽດ.
“ວິລາ, ຂ້ອຍ­ຮັກເຈົ້າ.” ປາກຂ້ອຍ­ລັກ­ລັ່ນ­ອອກ­ມາແຕ່­ຍາມໃດ­ກໍບໍ່­ຮູ້ ສຽງ­ທີ່­ດັງ­ອອກ­ຈາກ­ປາກ­ນັ້ນໄດ້ແຂ່ງ­ກັນ­ສຽງ­ວີ່ໆ­ຂອງ­ສາຍ­ ລົມໂດຍ­ມີເສັ້ນ­ຜົມ­ປິວສະ­ປັດໃສ່ໃບໜ້າ­ຂ້ອຍ.
ເມື່ອລົດ­ຢຸດ­ຢູ່­ ຕີນຄ້ອຍ, ວາ­ລີໄດ້­ວາດ­ສາຍ­ຕາໄປທີ່ໂນນຄ້ອຍ ບ່ອນ­ທີ່ພວກເຮົາ­ຂີ່­ລົດ­ລົງ­ມາ ແລ້ວຫັນ­ມາ­ຈຶ້ງເບິ່ງໜ້າ­ຂ້ອຍຢ່າງເຕັມ­ຕາເປັນເວລາດົນເຕີບ.
“ມັນແມ່ນຫຍັງ­ກັນ? ໃຜເປັນ­ຜູ້ເວົ້າ­ຄໍາເຫຼົ່ານັ້ນໃສ່­ຫູຂອງເຮົາ, ແມ່ນ­ລາວນັ້ນ­ບໍ? ຫຼືວ່າເຮົາ­ຫູກາຍ­ກັນແທ້?” ນາງ­ຕັ້ງ­ຄໍາ­ຖາມເຫຼົ່ານີ້ອອກ­ຈາກ­ສີໜ້າ.
ຄວາມ­ສົງໄສດ່ັງກ່າວໄດ້ສ້າງ­ຄວາມກະ­ ວົນກະ­ວາຍໃຫ້ແກ່­ນາງເປັນຢ່າງ­ຍິ່ງ. ຄິ້ວທັງ­ສອງເບື້ອງ­ສົນເຂົ້າ­ຫາກັນຄ້າຍ­ກັບວ່ານາງ­ມີບັນ­ ຫາອຸກໃຈທີ່ແກ້ໄຂບໍ່ໄດ້­ຈັ່ງ­ຊັ້ນລະ­! ສາວນ້ອຍ­ຜູ້ໜ້າ­ສົງ­ສານ­ຍັງ­ຄົງ­ຊອກ­ຫາ­ຄໍາ­ຕອບ­ບໍ່­ທັນໄດ້!
“ບໍ່ເປັນ­ຕາເມືອແລ້ວຫວະ­?” ຂ້ອຍ­ຖາມ­ນາງ.
“ເອີ… ຂ້ອຍ­ຍັງ­ຢາກ­ຂີ່­ລົດ­ລົງຄ້ອຍ­ອີກນ່າ!” ນາງກ່າວດ້ວຍໃບໜ້າແດງເຮື່ອ. “ອີກເທື່ອໜຶ່ງ­ສາ! ເທື່ອສຸດທ້າຍ.”
ພວກເຮົາ­ຂີ່­ລົດ­ ລົງຄ້ອຍເປັນເທື່ອທີສາມ ຂ້ອຍ­ສັງເກດເຫັນວ່ານາງຈະ­ນັ່ງເທິງ­ອານ­ລົດດ້ວຍ­ການ­ຕັ້ງໂຕຊື່ກວ່າເກົ່າ ແລະ­ເງີຍໜ້າ­ຂຶ້ນ­ຫຼາຍ­ກວ່າເກົ່າ. ເຫັນ­ດັ່ງ­ນັ້ນ ຂ້ອຍຟ້າວເງີກໜ້າໄປທາງ­ຫຼັງໜ້ອຍ­ໜຶ່ງເພື່ອໃຫ້ຫ່າງ­ຈາກ­ນາງ ພ້ອມ­ກັບເຮັດ­ຕິໄອແຄັກໆ­. ລົດ­ຖີບເລື່ອນ­ລົງຄ້ອຍຢ່າງໄວວາ. ພໍໄປຮອດເຄິ່ງ­ທາງຄ້ອຍ ຕອນ­ທີ່­ນາງໃສ່ໃຈກັບ­ການເລື່ອນ­ລົງ­ຂອງ­ລົດ­ຖີບ, ຂ້ອຍຟ້າວສວຍໂອກາດ­ສົ່ງ­ສໍານຽງ­ສຽງໃສແຂ່ງ­ກັບ­ສາຍ­ລົມ­ອອກໄປວ່າ:
“ວິລາ! ຂ້ອຍ­ຮັກເຈົ້າ.”
ແລະ­ແລ້ວ ບັນ­ຫາເລິກ­ລັບ­ທີ່­ນາງ­ສົງໄສໄດ້ເລີ່ມໄຂສາກ­ອອກ! ວິລາມິດ­ບໍ່­ປາກ ສົ່ງກະ­ແສຈິດລ່ອງ­ລອຍໄປນໍາ­ພະ­ວັງແຫ່ງ­ຄວາມ­ຝັນ… ຂ້ອຍໄປສົ່ງ­ນາງ­ຈົນ­ຮອດເຮືອນ ໂດຍ­ທີ່­ນາງ­ບໍ່ຍອມຊ້ອນທ້າຍ­ລົດ­ຖີບຂ້ອຍ. ດັ່ງ­ນັ້ນ ຂ້ອຍ­ຈຶ່ງໄດ້­ຈູງ­ລົດ­ຖີບຍ່າງ­ຄຽງຂ້າງ­ນາງໄປ. ນາງພະ­ຍາຍາມຍ່າງຊ້າໆ­ ແລະ­ຄົງ­ຫວັງຈະ­ໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ຈາກ­ປາກ­ຂອງຂ້ອຍ­ ຄັກໆ­ຈັ່ງ­ຊັ້ນລະ­! ເບິ່ງແລ້ວຄືຈັ່ງວ່າ­ຈິດໃຈຂອງ­ນາງ­ພວມ­ປັ່ນປ່ວນແລະ­ກໍາ­ ລັງໃຊ້ຄວາມພະ­ຍາຍາມຢ່າງ­ໜັກ­ທີ່ຈະ­ຊອກ­ຫາ­ຄໍາ­ຕອບເພື່ອແກ້ໄຂບັນ­ຫາ­ ຂ້ອງໃຈດັ່ງກ່າວ, ບາງ­ທີ ນາງ­ອາດຈະ­ບອກ­ກັບ­ຕົນວ່າ: “ຄົງຈະ­ບໍ່ແມ່ນ­ສຽງ­ລົມ­ພັດ­ດອກ! ແລະ­ເຮົາກໍບໍ່­ຢາກໃຫ້­ສຽງເວົ້າ­ຄໍາເຫຼົ່ານັ້ນເປັນ­ພຽງແຕ່­ສຽງ­ສາຍ­ລົມ­ ວືດເທົ່ານັ້ນ!”
ຮຸ່ງເຊົ້າມື້ໃໝ່, ຂ້ອຍໄດ້­ຮັບເຈ້ຍນ້ອຍ­ຊຶ່ງ­ຂຽນວ່າ:
“ມື້­ນີ້ ຖ້າເຈົ້າ­ຊິໄປຫັດ­ກາຍ­ຢູ່ເດີ່ນ­ທາດ­ຫຼວງ ຢ່າ­ລືມໄປຮັບຂ້ອຍແດ່ເດີ! ຈາກ: ວິລາ.”
ແລະ­ຈາກ­ວັນ­ ນັ້ນເປັນ­ຕົ້ນ­ມາ, ຂ້ອຍແລະ­ວິລາກໍໄດ້­ພາກັນໄປຍັງເດີ່ນພະ­ທາດ­ຫຼວງເປັນປະ­ຈໍາ, ແຕ່ລະ­ເທື່ອທີ່ພວກເຮົາ­ຂີ່­ລົດ­ຖີບ­ລົງຄ້ອຍ ຂ້ອຍ­ກໍໄດ້ກະ­ຈາຍ­ສໍານຽງ­ສຽງກະ­ຊິບດ້ວຍ­ຄວາມເວົ້າແນວເກົ່າ­ຢູ່ສະ­ເໝີ:
“ວິລາ, ຂ້ອຍ­ຮັກເຈົ້າ.”
ໃນ­ທີ່­ສຸດ ວິລາກໍຊິນເຄີຍ­ກັບ­ຄໍາເວົ້າ­ປະ­ໂຫຍກ­ນີ້­ຄືດຽວກັບ­ຄົນ­ທີ່­ຕິດ­ຝິ່ນ­ກິນ­ ກັນ­ຊາ. ນາງ­ບໍ່­ສາມາດ­ປາ­ສະ­ຈາກ­ມັນໄດ້­ອີກແລ້ວ. ຄວາມຢ້ານ­ກົວຕໍ່­ການ­ຂີ່­ລົດ­ລົງຄ້ອຍໄດ້­ກາຍ­ມາເປັນສະ­ເໜ່­ອັນ­ວິເສດ­ສຸດ­ ອັນ­ໜຶ່ງ­ຊຶ່ງໄດ້­ມາ­ຈາກ­ຄໍາ­ຝາກ­ຮັກ ແລະ­ຄໍາເວົ້າດັ່ງກ່າວກໍໄດ້­ກາຍເປັນ­ອໍານາດມະ­ຫັດສະ­ຈັນ­ ທີ່ເຮັດໃຫ້­ຫົວໃຈຂອງ­ສາວນ້ອຍຕ້ອງອ່ອນ­ຍວບ­ຍາບ­ປານ­ຂີ້ເຜິ້ງ­ລົນໄຟ. ຂ້ອຍ­ກັບ­ສາຍ­ລົມ­ຍັງເປັນ­ສິ່ງ­ປິດສະ­ໜາ­ສໍາ­ລັບ­ນາງ ແຕ່ຖ້ານາງ­ຕັ້ງສະ­ຕິໃຫ້­ດີ ນາງ­ກໍສາມາດ­ຮູ້­ຈັກໄດ້ຢ່າງ­ບໍ່­ຍາກ­ຊາເລີຍ!
ວັນເວລາໄດ້ຜ່ານ­ພົ້ນໄປ, ລະ­ດູດໍານາ­ປີໄດ້­ວຽນ­ມາເຖິງ. ທ້ອງຟ້າມືດ­ມົນໄປດ້ວຍເມກ­ຝົນ, ຂະ­ບວນ­ຫັດ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງໃນ­ຍາມແລງ­ບໍ່­ມີໃຫ້ເຫັນ­ຄືເກົ່າ… ວິລາ­ຜູ້ໜ້າ­ສົງ­ສານ­ບໍ່­ສາມາດຈະ­ໄດ້­ຍິນ­ຄໍາເວົ້າເຫຼົ່ານັ້ນ­ອີກ, ເພາະ­ບໍ່­ມີໃຜຈະ­ມາກະ­ຊິບ­ສໍານຽງ­ດັ່ງກ່າວໃສ່­ຫູຂອງ­ນາງແມ່ນກະ­ ທັ້ງ­ສຽງ­ລົມ­ພັດ­ວີ່ໆ­ນາງ­ກໍຈະ­ບໍ່ໄດ້­ຍິນ! ຂ້ອຍຫ້າງເຄື່ອງເພື່ອອອກເດີນ­ທາງໄປປາກເຊ, ໄປເທື່ອນີ້­ອາດຈະ­ດົນ­ສົມ­ຄວນ ຫຼືບາງ­ທີອາດຈະ­ໄປຢູ່­ຫັ້ນຕະ­ຫຼອດ­ການ­ກໍເປັນໄດ້.
ສອງ­ສາມ­ມື້ກ່ອນ­ ທີ່ຂ້ອຍຈະ­ອອກເດີນ­ທາງ, ມີຕອນ­ໜຶ່ງ ຂ້ອຍ­ມານັ່ງ­ຫຼິ້ນ­ຢູ່ສວນ­ທີ່­ມີຮົ້ວສູງ­ຂັ້ນລະ­ຫວ່າງເຮືອນຂ້ອຍແລະ­ເຮືອນ­ ຂອງ­ນາງ. ທ້ອງຟ້າບົດໄປດ້ວຍກ້ອນ­ຂີ້ເຝື້ອ ອີກ­ບໍ່ເທົ່າໃດ­ນາ­ທີຝົນ­ກໍຄົງ­ທັ່ງເທລົງ­ມາ. ຂ້ອຍຍ່າງເຂົ້າໄປໃກ້­ຮົ້ວ ແລະ­ສອດສ່ອງ­ສາຍ­ຕາ­ຫຼຽວຜ່ານ­ຮອຍແຕກ­ຂອງ­ກໍາແພງ­ຮົ້ວດົນ­ສົມ­ຄວນ… ຂ້ອຍເຫັນ­ສາວນ້ອຍ­ວິລາກ້າວຂາ­ລົງ­ຈາມເບິ່ງທ້ອງຟ້າດ້ວຍ­ອາ­ ລົມໂສກເສົ້າ­ຢ່າງ­ສຸດ­ຊຶ້ງ… ສາຍ­ລົມ­ຕອນ­ຝົນໃກ້ຈະ­ຕົກ­ພັດ­ວູບໃສ່ໃບໜ້າອັນຫງ່ວມເຫງົາ­ຂອງ­ນາງ ເຕືອນ­ບອກໃຫ້­ນາງ­ຫວນລະ­ນຶກເຖິງ­ສາຍ­ລົມ­ທີ່­ພັດ­ວີ່ໆ­ເຂົ້າ­ຫູພວກເຮົາໃນ­ ຄາວນັ້ນ ຄາວທີ່ພວກເຮົາມ່ວນ­ຊື່ນ­ຢູ່ຄ້ອຍ­ທາດ­ຫຼວງ ຄາວທີ່­ນາງໄດ້­ຍິນຄຳເວົ້າອັນ­ຫວານ­ຊຶ້ງ­ທັງ­ສີ່ຄຳນັ້ນ ແລະ­ແລ້ວໃບໜ້າ­ຂອງ­ນາງ­ກໍໝອງເສົ້າ­ລົງ, ຢາດນ້ຳຕາໄຫຼຜ່ານແກ້ມ… ສາວນ້ອຍ­ຜູ້ໜ້າ­ສົງ­ສານ­ວາແຂນ­ອອກເໝືອນ­ດັ່ງຈະ­ວິງ­ວອນໃຫ້­ ສາຍ­ລົມເອີ່ຍຄຳເວົ້າດັ່ງກ່າວອີກເທື່ອໜຶ່ງ, ເມື່ອສາຍ­ລົມ­ພັດຜ່ານ ຂ້ອຍເລີຍ­ຖືໂອກາດກະ­ຊິບ­ສຽງແຜ່ວຜ່ານ­ຮອຍແຕກ­ຂອງກຳແພງໄປວ່າ:
“ວິລາ, ຂ້ອຍ­ຮັກເຈົ້າ.”
ຟ້າເອີຍ! ແມ່ນຫຍັງເກີດ­ຂຶ້ນ­ກັບ­ວິລາ! ນາງ­ກັ້ນ­ສຽງຮ້ອງພ້ອມ­ກັບເຜີຍ­ຮອຍ­ຍິ້ມ­ອອກ­ຈົນເຫັນແຂ້ວຂາວເຕັມ­ປາກ. ນາງ
ວາແຂນ­ອອກ ພ້ອມ­ທັງ­ຍິ້ມ­ຫົວຢ່າງເປັນ­ສຸກ. ນາງຊ່າງ­ງາມເຫຼືອເກີນ! ແລະ­ໃນ­ທີ່­ສຸດຂ້ອຍ­ກໍຍ່າງ­ອອກ­ຈາກ­ທີ່­ນັ້ນເຂົ້າ­ສູ່ເຮືອນ­ຂອງ­ຕົນ ເພື່ອກະ­ກຽມເຄື່ອງຊ່ອຍ­ພໍ່ແມ່ໃນ­ການ­ຍົກຍ້າຍໄປດຳລົງ­ຊີວິດ­ຢູ່­ພາກໃຕ້.
ເຫດ­ການ­ດັ່ງກ່າວຜ່ານ­ ພົ້ນໄປດົນ­ນານແລ້ວ ນັບແຕ່­ນັ້ນ­ມາ ນາງ­ກໍໄດ້ແຕ່ງ­ດອງ­ກັບ­ຊາຍ­ຄົນ­ໜຶ່ງຈະ­ດ້ວຍ­ຄວາມເຕັມໃຈຫຼືບໍ່­ນັ້ນ ຂ້ອຍເອງ­ກໍບໍ່­ຮູ້. ດຽວນີ້ ນາງ­ມີລູກ­ສາມ­ຄົນແລ້ວ, ແຕ່­ນາງ­ຄົງຈະ­ບໍ່­ລືມ­ການ­ຫັດ­ກາຍ­ຢູ່ເດີ່ນພະ­ທາດ­ຫຼວງແລະ­ການ­ ຂີ່­ລົດ­ຖີບ­ລົງຄ້ອຍ ພ້ອມດ້ວຍ­ສຽງ­ລົມກະ­ຊິບ “ວິລາ! ຂ້ອຍ­ຮັກເຈົ້າ.” ນັ້ນ­ດອກ… ບັດ­ນີ້, ເຫດ­ການ­ດັ່ງກ່າວໄດ້­ກາຍເປັນອະ­ດີດ­ທີ່ແສນ­ສວຍ­ງາມແລະ­ໜ້າ­ປະ­ທັບໃຈໄປເສຍແລ້ວ.
ສ່ວນຂ້ອຍເອງ­ກໍກາຍເປັນ­ຜູ້ໃຫຍ່­ ທີ່­ມີຄວາມ­ໜັກແໜ້ນເຂັ້ມແຂງ­ຂຶ້ນ­ກວ່າເກົ່າ, ແຕ່ຂ້ອຍ­ຍັງ­ບໍ່ເຂົ້າໃຈຕົນເອງວ່າ ເປັນຫຍັງ­ຈຶ່ງກ່າວຄຳເຫຼົ່ານັ້ນ­ອອກໄປ ແລະ­ມັນຈະ­ມີປະ­ໂຫຍ­ດ­ອັນໃດ­ທີ່ຂ້ອຍເວົ້າ­ຢອກໄຍ­ນາງ­ຄືແນວນັ້ນ!!!

Tuesday, December 11, 2012

ຊອງບັດເຊີນ



ກັບ​ມາ​ແຕ່​ຫ້ອງ​ ລ້​າ­ຫ້ອງ­ການ​ດ້ວຍ​ຄວາມ​ອິດ​ເມື່ອຍ​ເໜື່ອຍ​ລ້າ ​ແ​ຕ່​ເມື່ອ​ມາ​ພໍ້​ຈອກ​ນໍ້າເຢັນໆ­​ຈາກ​ມື​ສີອ່ອນໆ­​ຂອງ​ແມ່​ເຈົ້າ​ເຮືອນ ຄວາມ­ອິດ​ເມື່ອຍ​ຈັກ​ວ່າ​ຫາຍ​​ໄປ​ໃສ​ກໍ​ບໍ່​ຮູ້... ກືນ​ນໍ້າ​ເອື້ອກໆ­​ລົງ​ຄໍ​ ​ເຮັດ​ໃຫ້​ຫວາງ​ໃຈ​ຢ່າງ​ບອກ​ບໍ່​ຖືກ… ສົ່ງ​ຍິ້ມ​ໃຫ້​ຜູ້​ເປັນ​ເມຍ​ແທນ​ຄໍາ​ຂອບ​ໃຈ… ​ແຕ່​ເມື່ອ​ເຫັນ​ສີ​ໜ້າ​ຂອງ​ຄູ່​ຊີວິດ​ບໍ່​ຄ່ອຍ​ສົດ​ຊື່ນ​ປານ​ໃດ ຈຶ່ງ​ເອີ່ຍ​ປາກ​ຖາມ​ດ້ວຍ​ຄວາມ​ເປັນ​ຫ່ວງ…
“ມີ​ຫຍັງ​ບໍ່ ​ແມ່​ມັນ?”
“ກະ­​ນີ້​ເດ!” ​ແມ່​ເຈົ້າ​ເຮືອນ​ຈັບ​ເອົາ​ຊອງ​ສີ​ໜາໆ­​ຫຼາຍ­ຊອງ​ຍື່ນ​ໃຫ້​ດ້ວຍ​ທ່າ​ທີ​ສີ​ເມື່ອຍໆ­.
ຈັບ ​ຂຶ້ນ­ມາ​ເຍີງ​ເບິ່ງ ພ້ອມ​ກັບ​ອ່ານ​ໃນ​ໃຈ: ບັດ​ເຊີນ​ດອງ​ຄູ່​ສົມ­ລົດ​ໃໝ່ 3 ບັດ, ບັດ​ເຊີນສະ­ຫຼອງ­ວັນ­ຄົບ­ຮອບ​ແຕ່ງ­ດອງ 30 ປີ ​1 ບັດ ແລະ­​ບັດ​ເລົ່າ​ຂຶ້ນ​ເຮືອນ​ໃໝ່​ອີກ 2 ບັດ, ​ໂຮມ​ທັງ​ໝົດ 6 ບັດ­ພໍດີ ​ໄຄ​ແຕ່​ບໍ່​ຖືກ​ມື້​ດຽວ​ກັນ … ຮອຍ​ຍິ້ມ­ທີ່​ເປີດ​ກວ້າງ​ຫວ່າງ​ກີ້​ນີ້​ຖືກ​ຫຸບ​ມ້ຽນ​ດ້ວຍ​ຄວາມ​ກັງ­ວົນ​ໃຈ ​ເມື່ອ​ຄິດ​ເຖິງ​ເງິນ​ເດືອນ​ຂອງ​ເດືອນ​ນີ້​ທີ່​ຍັງ​ບໍ່​ທັນ​ອອກ…
​ແມ່​ເຈົ້າ​ເຮືອນ​ຄົງ​ອ່ານ​ໃຈ​ຜູ້​ເປັນ​ຜົວ​​ໄດ້​ດີ ນາງ​ຈຶ່ງ​ຫາ​ວິທີ​ແກ້​ໄຂ​ຢ່າງ​ໄວວາ...
“ ​ເງິນ​ຢູ່​ນໍາ​ນ້ອງ​ຍັງ​ 5 ​ແສນ… ຄິດ​ວ່າ​ຄົງ​ພໍ​ໃສ່​ຊອງ​ຢູ່! ​ໃສ່​ບັດ​ດອງ​ບັດ​ລະ­​ແສນ, ສ່ວນ​ບັດ​ເລົ່າ​ບຸນ­ນັ້ນ ​ໃສ່​ຊອງ​ລະ­​ຫ້າ​ສິບ​ພັນ​ກໍ​ຄື​ຊິ​​ເໝາະ­​ແລ້ວ!”
ຍິ້ມ­ສີ​ຝືດໆ­ ​ອອກ​ຈາກ​ມຸມ​ສົບ​ຍື່ນ​ໃຫ້​ແມ່​ເຈົ້າ​ເຮືອນ​ຕາງ​ຄໍາ​ຂອບ​ໃຈຕໍ່​ຄວາມ​ຮອບ​ຄອບ ​ນໍາ​ການ​ຄິດ​ໄລ່​ເງິນ​ໃສ່​ໃນ​ຊອງ​ຢ່າງ​ເໝາະ­​ສົມ.
“ນີ້​ລະ­​ ​ເພິ່ນ​ວ່າ​ທີ​ພະ­​ທີ​ຈົວ.” ບອກ​ເມຍ​ດ້ວຍ​ຄວາມ​ຄິດ​ໃນ​ແງ່​ບວກ.
“ບາດ​ຮອດ​ທີ​ຈົວ ​ເຮົາ​ກໍ​ຄົງ​ໄດ້­ຊັກ​ຄ້ອນ​ເທົ້າ​​ໄປ​ດອງ ​ເພາະ­​ລູກ​ເຮົາ​ຍັງ​ເປັນ​ເບ້ຍ​ຢູ່!” ​ເມຍ​ວ່າ​ແບບ​ອ່ອນ​ໃຈ.
“ກະ­ ​ຢ່າ​ແຫຼະ­! ​ເພື່ອ​ຮັກ­ສາ​ໜ້າ​ຮັກ­ສາ​ຕາ​ຂອງ​ຄອບ­ຄົວ​ເຮົາ. ອີກ​ຢ່າງ​ໜຶ່ງ​ກໍ​ເພື່ອ​ບໍ່​ໃຫ້​ເສຍ​ພີ່​ເສຍ​ນ້ອງ ​ເສຍ​ໝູ່​ເສຍ​ຄູ່…” ອ້າງ​ເຫດ​ອ້າງ​ຜົນ​ໃຫ້​ເມຍ​ຕາຍ​ໃຈ.
“​ເງິນ​ 5 ​ແສນ ວ່າ​ຊິ​ໄປ​ຕັດ­ສິ້ນ​​ໄໝ​ກັບ​ເສື້ອ​ໃໝ່­ຊັ້ນ­ດອກ! ​ໄປ​ດອງ​ເທື່ອ​ນີ້ ກໍ​ຄົງ​ໃສ່​ຊຸດ​ເກົ່າ​ນັ້ນລະ­​ນໍ!” ​ເມຍ​ຈົ່ມ.
“​ເຄື່ອງ​ເກົ່າ​ກໍ​ຍັງ​ເບິ່ງ​ງາມ​ຢູ່​ເດ!” ລະ­ດົມ​ໃຈ​ເມຍ​ແບບ​ບໍ່​ຖືກ​ຄວາມ​ຈິງ.
“​ເຂົາ​ຊິ​ບໍ່​ວ່າ​ຫຍັງ​ໃຫ້​ບໍ​ວ່າ ຍາມ​ໃດ​ກໍ​ນຸ່ງ​ຊຸດ​ເກົ່າ!” ​ເມຍ​ຖຽງ.
“ບໍ່​ດອກ, ສໍາ­ລັບ​ອ້າຍ​ແລ້ວ ​ເຖິງ​ຈະ­​ໃສ່​ຊຸດ​ເກົ່າ ​ແຕ່​ກໍ​ຍັງ​ງາມ​ໃນ​ສາຍ­ຕາ​ອ້າຍ!” ​ເອົາ​ນ້ຳ​ເຜິ້ງຕ້ວຍ​ໃສ່​ຄໍາ​ເວົ້າ.
“​ແຕ່​ມີ​ຕັ້ງ 4 ດອງ ​ແລະ­ 2 ງານ­ບຸນ. ​ເຄື່ອງ​​ເກົ່າ​ກໍ​ມີ​ແຕ່ 3 ຊຸດ.” ​ເມຍ​ວ່າ.
“ຊຸດ​ລະ­ 2 ງານ ກໍ​ພໍດີ​ແລ້ວ​ເດ! ບໍ່​ມີ​​ໃຜ​ສັງ​ເກດ​ດອກ! ນອກ­ຈາກ​ອ້າຍ​ນີ້​ທໍ່​ນັ້ນລະ­!!!”
​ ໄດ້​ຍິນ​ດັ່ງ­ນັ້ນ ​ແມ່​ເຈົ້າ​ເຮືອນ​ກໍ​ຮູ້­ສຶກ​ສວາງ​ໃຈ​ເປັນ​ຢ່າງ​ຍິ່ງ ​ແຕ່​ເມື່ອ​ຊວາດ​ເຖິງ​ພາ­ຫະ­ນະ­​ການ​ໄປ​ດອງ​ໄປ​ງານ ນາງ​ຕ້ອງ​ຫຼົງກ່າວ​ອອກ​ມາ​ສຽງ​ດັງໆ­​ວ່າ:
“​ແລ້ວ​ຄ່າ​ນ້ຳມັນ​ລົດ​ເດລະ­? ອີ່​ເຖົ້າ­ຫັ້ນ​ແຮ່ງ​ກິນນ້ຳມັນ­ປາ​ນ​ເງືອກ!”
​ໄດ້​ຍິນ​ເມຍ​ກ່າວ​ເຖິງ​ອີ່​ເຖົ້າ​​ແດ​ວູ ກໍ​ເຮັດ​ໃຫ້​ຕ້ອງ​ໄດ້ລະ­ບາຍ​ຍິ້ມ­ອອກ​ມາ​ຢ່າງ​ໃຈ​ເຢັນ ​ແລະ­​ກ່າວ​ສຽງ​ເຕື້ອຍໆ­​ອອກ​​ໄປວ່າ:
“ບໍ່ ​ເອົາ​ລົດ​ເຮົາ​ໄປ, ຂໍ​ຂີ່​ລົດ​ໄປ​ນໍາ​ໝູ່​ກໍ​ໄດ້! ​ເພາະ­​ແນວ​ໃດ​ບັກ​ແພງ​ມັນ​ກໍ​ຕ້ອງ​ໄດ້​ບັດ​ເຊີນ​ບັດ​ເລົ່າ​ຄື​ກັນ​ ກັບ­ພວກເຮົານີ້​ລະ­!!!” ກ່າວ​ຈົບ ກໍ​​ເຂົ້າ­ຫ້ອງ​ປ່ຽນ​ເຄື່ອງ​ ​ເພື່ອ​ລົງ​ໄປ​ຫົດ​ສວນ​ຜັກ­ກາດ​ຊອມ​ທີ່​ຫາ​ກໍ​ບົງ​ໄດ້​ບໍ່​ເທົ່າ​ໃດ​ມື້​ ຜ່ານ​ມາ ​ແລະ­​ເກືອ​ໝູ​ນ້ອຍ​ທີ່​ແມ່​ເຖົ້າ​ໃຫ້​ມາ​ລ້ຽງ​ເມື່ອ​ເດືອນ​ກ່ອນ…