ອັກສໍລະສິນ
ບົດຂຽນຈາກນິ້ວທີ່ປະທັບລົງເທິງດຸມຄີບອດຂອງຄອມພິວເຕີ
Followers
Saturday, March 30, 2013
Sunday, January 6, 2013
ເລື່ອງເກີດໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່
“ໂອ້! ໝໍຄຳຕວ່າຫັ້ນ!” ສຽງຂອງໜຶ່ງໃນສີ່ທີ່ນັ່ງອ້ອມວົງຢູ່ໂຕະແຈຮ້ານນ້ອຍແຄມທາງດັງຂຶ້ນ ແລ້ວຮ້ອງໂດ່ງໄປໃສ່ຊາຍຜູ້ໜຶ່ງທີ່ພວມຢືນຊື້ຢາສູບຢູ່ໜ້າຮ້ານວ່າ:
“ຈັ່ງໃດເວີ້ຍ, ຄຳ? ເຂົ້າມາພີ້ກ່ອນແມ້!”
ຊາຍເຈົ້າຂອງຊື່ທີ່ຖືກເອີ້ນ ລີ່ຕາແນມເຂົ້າໄປໃນຮ້ານ ແລ້ວຍ່າງເຂົ້າໄປຫາຄົນທັງສີ່ດ້ວຍທ່າ ທີແບບເປັນກັນເອງ.
“ອ້າວ! ຄືວ່າມານັ່ງຕັ້ງວົງເຫລົ້າວົງເບຍແຕ່ເວັນແທ້ນໍ!” ຜູ້ເຂົ້າມາໃໝ່ເອີຍປາກຂຶ້ນ ພ້ອມກັບມີສຽງຫົວຮືໆຈາກລຳຄໍຄ່ອຍໆ.
“ແຕ່ເວັນແນວໃດ. ນີ້ມັນກໍເກືອບເຂົ້າຫົກໂມງແລ້ວເດ! ມາໆໆ ມາສະຫລອງມື້ເງິນເດືອນ ອອກໃໝ່ ແລະ ສະຫລອງວັນສົ່ງທ້າຍປີເກົ່ານຳກັນ”. ໜຶ່ງໃນສີ່ກ່າວຊວນ.
ຜູ້ຖືກຊວນເອົາມືຄຳຖົງໂສ້ງ ທີ່ເງິນເດືອນຫາກໍໄດ້ຮັບມາຈາກສາວບັນຊີການເງິນຂອງໂຮງ ງານເບີກໃຫ້ກ່ອນຈະເລີກການດ້ວຍຈິດໃຈຍັງຫ່ວງຫາຜູ້ທີ່ຍັງລໍຄອຍຢູ່ທາງບ້ານ ຈຶ່ງປະຕິເສດການ ເຂົ້າຮ່ວມວົງນຳບັນດາເພື່ອນໆ.
“ມາທະແມ້ ຢືນຊຶງເຮັດຫຍັງ. ມາໆໆ ປີໜຶ່ງມີເທື່ອດຽວ ມາສະຫລອງກັນໃຫ້ມ່ວນໆຈັກມື້ເປັນໃດວ໊າ!” ຊາຍໜ້າໜວດຜິວເຂັ້ມທັງເວົ້າທັງລຸກອອກຈາກໂຕະມາດຶງແຂນຜູ້ມາໃໝ່ໃຫ້ເຂົ້າໄປນັ່ງຮ່ວມວົງ.
“ເຮົາຊິສະຫລອງນຳພວກໂຕພຽງແຕ່ເຄິ່ງຊົ່ວໂມງເທົ່ານັ້ນເດີ! ເພາະເຮົາຟ້າວໄປຫາຄອບ...” ຍັງບໍ່ທັງເວົ້າສຸດ ຊາຍໜຸ່ມທີ່ນັ່ງຢູ່ຂ້າງກໍເວົ້າຕັດໜ້າວ່າ:
“ໂອ້ຍ! ຊິຟ້າວຊິຟັ່ງຫຍັງອ້າຍ ມື້ອື່ນກໍປີໃໝ່ແລ້ວເດ ໂຮງງານເຂົາກໍໃຫ້ພວກເຮົາພັກຕະຫລອດມື້ຕວ່າ ມື້ອື່ນໜິ້ນະ!” ບໍ່ເວົ້າລ້າ ທາງມືກໍເຫຍັ້ນເບຍຈົນຝອດລົ້ນຈອກຍື່ນໃຫ້ຜູ້ເຮັດໜ້າສີຫຍຸ້ງໆດ້ວຍຄວາມຄຸ້ນເຄີຍ.
“ຄືມາເຫຍັ້ນໃຫ້ຫລາຍແທ້ ແຮ່ງຄະລຳເຫລົ້າຄະລຳເບຍຢູ່. ມື້ນີ້ບໍ່ແມ່ນວັນສິນຫວະ?”
“ບ໊ະ! ໝໍນີ້ ດ້າມເບຍຊື່ໆ ຄືມາລວດລາຍແທ້ນໍ! ມື້ອື່ນພຸ້ນນະວັນສິນ ແລະ ກໍບໍ່ແມ່ນວັນສິນໃຫຍ່ນຳອີກ ວັນສິນແປດຄໍ່າ. ດຶກເຂົ້າໄປໂລດ ແລ້ວຄວາມມ່ວນໃນໂອກາດສົ່ງທ້າຍປີເກົ່າກໍຈະເປັນຂອງພວກເຮົາ... ຮ່າໆໆໆໆ.” ຜູ້ນັ່ງກົງກັນຂ້າມກັບເຂົາກ່າວແບບຫລິ້ນລິ້ນ ເຮັດໃຫ້ເຂົາຈຳຍອມຍົກຈອກຂຶ້ນດື່ມຢ່າງລຳບາກໃຈ... ເອືອກດຽວໝົດຈອກພໍດີ ເຮັດໃຫ້ທຸກຄົນທີ່ນັ່ງອ້ອມຂ້າງຕົບມືຊົມເຊີຍສຽງສະໜັ່ນ. ເຂົາເອົາມືປາດຝອດເບຍທີ່ຕິດຢູ່ມຸມປາກພ້ອມທັງກ່າວຂອບໃຈຄົນທັງສີ່...
“ຂອບໃຈຫລາຍໆເດີ ພັກພວກ. ເຮົາເອົາສໍ່ານີ້ກ່ອນ ເພາະເຮົາຕ້ອງຟ້າວກັບໄປຫາເມຍ...”
“ຈັ່ງແມ່ນເວົ້າຄືນໍ! ມີແຕ່ໂຕຫັ້ນຫວາມີເມຍ ພວກເຮົາກໍມີຄືກັນເດີ!” ຜູ້ອ່າວຈ່ອຍນັ່ງຢູ່ເບື້ອງຂວາຍື່ນສົບມາປະກອບສ່ວນດ້ວຍສຽງຄ້າຍຄືກັບລິດເຫລົ້າກຳລັງອາລະວາດໃນສາຍເລືອດ. “ຢ່າເທາະນ່າ ປີໜຶ່ງມີເທື່ອດຽວ ມາສະຫລອງຄວາມເປັນໝູ່ກັນໃຫ້ມັນມ່ວນໆຈັກບາດ. ນັບແຕ່ພວກເຮົາຮ່ວມເຮັດວຽກນຳກັນ ຍັງບໍ່ເຄີຍເຫັນໂຕມາຮ່ວມໂຕະດື່ມເບຍນຳພວກເຮົາຈັກເທື່ອ. ເທື່ອນີ້ສົ່ງທ້າຍປີເກົ່າແລ້ວ ກໍຄວນສະຫລະເວລາຈັກເລັກຈັກໜ້ອຍ ຄົງບໍ່ເປັນຫຍັງຕີ໊! ເອົາ! ບັກໂຕ່ງເຫຍັ້ນຕື່ມ ເຕັມຈອກໂລດເດີ!”
ເມື່ອຜູ້ຊື່ໂຕ່ງເຫຍັ້ນໃສ່ທຸກຈອກຈົນລົ້ນແລ້ວ ຜູ້ອ່າວຈ່ອຍກໍກ່າວເຊີນຊວນໝູ່ທຸກຄົນຍົກຈອກ:
“ເອົ໊າ! ຈອກນີ້ສຳລັບມິດຕະພາບຂອງພວກເຮົາ. ໃຫ້ໝົດຈອກເລີຍເດີ! ຜູ້ໃດບໍ່ໝົດ ຊິໃຫ້ລາງວັນຕື່ມ”
ປະຕິເສດບໍ່ໄດ້ ຈຳຕ້ອງກຶກລົງຄໍເປັນຈອກທີສອງ... ຍ້ອນເຂົ້າບໍ່ທັນລົງທ້ອງຈັກເມັດ ລິດຂອງເບຍຈຶ່ງແຜ່ກະຈາຍໄປຕາມສ່ວນຕ່າງໆຂອງຮ່າງກາຍໂດຍສະເພາະແມ່ນປະສາດສະໝອງ... ຮູ້ສຶກວ່າສີຄຶກຄັກດີ. ເດ່ມືໄປຈັບເອົາຕ່ອນຈີ່ໜັງຂຶ້ນມາຫຍໍ້າ ກໍຮູ້ສຶກວ່າເປັນສີມັນໆ...
ເວລາຜ່ານກາຍໄປແລ້ວໜຶ່ງຊົ່ວໂມງ ກໍບໍ່ເຫັນທີ່ທ່າວ່າເຂົາຈະລຸກອອກຈາກວົງເບຍ ເພື່ອກັບໄປຫາຄອບຄົວ... ລັງເບຍຖືກຂົນມາຕັ້ງຢູ່ທາງຂ້າງວົງຈົນວ່າເປັນກອງເກືອບຖ້ວມຫົວ.
“ຈັກໂມງແລ້ວເວີ້ຍ?” ຊາຍໜ້າໜວດຖາມຂຶ້ນແບບລິ້ນໄກ່ສັ້ນ.
“ຮວ້າຍ! ຄືມາຮອດສິບໂມງໄວແທ້ເວີ້ຍ!” ບັກໂຕ່ງກ່າວຂຶ້ນດ້ວຍສຽງບໍ່ຕ່າງກັບຜູ້ຖາມ.
“ພໍເທາະເນາະ!” ເຂົາໃຫ້ຄຳເຫັນ ເພື່ອຫາທາງເມືອບ້ານ ເມື່ອຊວາດຄຶດເຖິງໜ້າທີ່ຂອງຜົວທີ່ມີຕໍ່ເມຍ...
“ພໍກະພໍ. ແຕ່ຄຶດວ່າ ພວກເຮົາຄວນໄປອົບອຸ່ນເຮືອນດີຂອງຫົວໜ້າກ່ອນຈຶ່ງເມືອ. ຕັ້ງແຕ່ແມ່ເພິ່ນເສຍ ພວກເຮົາຍັງບໍ່ໄດ້ປ່ອນໜ້າໄປໃຫ້ເພິ່ນເຫັນຈັກເທື່ອ.” ຊາຍໜ້າໜວດເວົ້າສຸດ ແລ້ວກໍເອີ້ນເຈົ້າຂອງຮ້ານມາໄລ່ເງິນ...
“ເອົ໊າ! ອອກຜູ້ລະຫ້າສິບຫ້າພັນກີບ.”
ຄຶດວ່າໝໍໜວດຊິລ້ຽງຊັ້ນດອກ... ແຕ່ຍ້ອນເຫລົ້າເຂົ້າປາກແລ້ວ ຄວາມຍາກກໍບໍ່ມີ, ເຂົາຈົກເອົາເງິນໃນຖົງໂສ້ງຍື່ນໃຫ້ຫົວໜ້າວົງເບຍແບບຄົນໃຈໃຫຍ່ ທັງໆທີ່ຮູ້ສຶກເສຍດາຍ ເພາະເງິນຂະໜາດນີ້ ກໍສາມາດຊື້ອາຫານມາບຳລຸງສຸຂະພາບເມຍໄດ້ຕັ້ງຫລາຍຄາບເຕີບ... ແຕ່ກໍຢ່າມັນເທາະ ປີໜຶ່ງມີເທື່ອດຽວ... ຄຶດຈັ່ງຊັ້ນແລ້ວ ຈຶ່ງຮູ້ສຶກສະບາຍໃຈ...
ເຂົາພະຍາຍາມຕັ້ງສະຕິປ້າຍຂາຂຶ້ນລົດຈັກຈີນທີ່ຜ່ອນສົ່ງງວດສຸດທ້າຍຫວ່າງເດືອນແລ້ວນີ້ ເລັ່ງຈັກພຸ່ງໄປເບື້ອງໜ້າຕາມຫລັງຝຸງລົດຈັກທີ່ແລ່ນອອກໄປກ່ອນແລ້ວ.
ທີ່ເຮືອນວິນລ່າຫລັງໃຫຍ່ຕັ້ງສະມຶນທຶນຢູ່ທ່າມກາງຕົ້ນພຶກສານານາພັນ ແລະ ມີຜ້າເຕັ້ນຕັ້ງລຽງລາຍຢູ່ທາງໜ້າ. ແສງໄຟນິອອນຫລາຍຫລອດທີ່ຕິດຕັ້ງຢູ່ບ່ອນຕ່າງໆສາດແສງໃຫ້ເຫັນວ່າຜູ້ຄົນທີ່ມາກິນມາທານນຳຜູ້ຕາຍຍັງທະຍອຍກັນມາຢູ່ບໍ່ໄດ້ຂາດ. ເຂົາຍ່າງກ້ອມກ້ອຍນຳຫລັງໝູ່ຂຶ້ນໄປຍັງຫ້ອງໂຖງຂອງເຮືອນດີທີ່ມີເມມສົບທີ່ປະດັບປະດາຢ່າງຈົບງາມດອຍຢູ່.
ເຂົາເອົາເງິນຈຳນວນສິບພັນກີບພ້ອມດ້ວຍທູບທຽນທີ່ແວ່ຊື້ຢູ່ຮ້ານແຄມທາງເຂົ້າເຮືອນດີໃສ່ໃນໂອເງິນທີ່ເຈົ້າພາບກະກຽມໄວ້ສຳລັບແຂກຜູ້ບໍ່ໄດ້ເອົາໂອເອົາຂັນມານຳ ຍໍຂຶ້ນ ແລະ ອະທິຖານຂໍໃຫ້ຜູ້ຕາຍຈົ່ງໄປສູ່ສຸຄະຕິດ້ວຍເຖີດ. ຈາກນັ້ນ ພ້ອມດ້ວຍໝູ່ກໍພາກັນເຂົ້າໄປສະແດງຄວາມເສຍໃຈຕໍ່ຫົວໜ້າ ຊຶ່ງກໍໄດ້ເຮັດໃຫ້ເພິ່ນມີຄວາມດີໃຈ ແລະ ໄດ້ກ່າວຄຳຂອບໃຈທີ່ກຳມະກອນໃນໂຮງງານມາລໍ່າມາແຍງ ພ້ອມທັງບອກໃຫ້ຢູ່ອົບອຸ່ນຈັກຫວ່າງຈັກຄາວກ່ອນຈຶ່ງຄ່ອຍເມືອ.
ສຽງເຮ່ຈາກຜູ້ມາງັນເຮືອນດີດັງເປັນບາດໆຈາກວົງນັ້ນວົງນີ້ແດ່ ມີຕັ້ງຫ້າຫົກວົງ ຈະເປັນວົງຫຍັງລະ? ນອກຈາກວົງໄພ້...
“ຄຳ, ບໍ່ລອງສ່ຽງດວງຈັກບາດບໍ່ລະ?” ຊາຍໜ້າໜວດຄວັກຂ້າງເຂົາ.
“ຢ່າມາປຸກຜີການພະນັນເຮົາເທາະ!” ເຂົາຕອບສຽງສີເອື່ອຍໆແບບບໍ່ຢາກໃຫ້ອະດີດມາຟື້ນຊີບໃນຊີວິດຂອງເຂົາອີກ.
“ໂອ້ຍ! ບໍ່ເປັນຫຍັງດອກນ່າ. ຫລິ້ນມ່ວນຫລິ້ນຊື່ນ ພໍແກ້ເຫງົານອນ.”
ຍ້ອນທົນຕໍ່ສຽງລົບເລົ້າຂອງໝູ່ບໍ່ໄດ້ປະສົມກັບທາດເຫລົ້າຂອງເບຍຍັງບໍ່ທັນເຫີຍໄປຈາກເມັດເລືອດ ໂດຍສະເພາະແລ້ວແມ່ນບັກຫລັງລາຍທີ່ເຂົາເຄີຍຈັບຢູ່ໃນເຮືອນກຳເຮືອນດີເມື່ອສາມສີ່ປີກ່ອນ ໄດ້ເຮັດໃຫ້ຄຳປະຕິຍານທີ່ເຂົາມີຕໍ່ໜ້າຮ້ານພະບູຊາຢູ່ເຮືອນຕ້ອງຂາດສະບ້ັນລົງ... ເຂົາ ແລະ ຊາຍໜ້າໜວດຂໍນັ່ງຮ່ວມວົງກັບບັນດາຂາໄພ້ທີ່ມີກອງເງິນກອງໃຫຍ່ໆຢູ່ທາງໜ້າ... ທຸກຄົນໃນວົງນັ້ນເຫັນດີຍະບ່ອນ ແລະ ເອົາຕັ່ງເຂົ້າມາເສີມ...
ບັນຍາກາດໃນການຫລິ້ນເກເທື່ອນີ້ເຮັດໃຫ້ຜີການພະນັນທີ່ຈອບຈະໂປໂລຫົວຂຶ້ນໃນໂຕຂອງເຂົາໄດ້ທ່າ ແລະ ກໍໄດ້ກະຊາກລາກດຶງໝາກຫົວໃຈຂອງເຂົາໃຫ້ຕັ້ງຕໍ່ໃບໄພ້ທີ່ຖືກມືທັງສອງຈັບຂຶ້ນມາແບຢູ່ຕໍ່ໜ້າ...
“ໂອ້! ເປົາໝາກ 9 (ໝາກເກົາທັງສາມໃບ)...” ເຂົາອຸທານໃນໃຈ ພ້ອມທັງເກເງິນລົງທັບຜູ້ເກມາກ່ອນຢ່າງຫຍ້າມໃຈ.
ການເກກັນໃນຮອບນີ້ເຮັດໃຫ້ເງິນຢູ່ກອງກາງສວດຈູ່ນພູ່ນ ເຮັດໃຫ້ຂາໄພ້ທີ່ນັ່ງອ້ອມວົງພາກັນອ້າປາກຈົນນໍ້າລາຍເກືອບໄຫລອອກ...
“ຂໍເກທັບຈົນກ້ຽງຖົງໂສ້ງເລີຍໄປ໊!” ສຽງຂອງເຂົາດັງແບບເຫິກເຫີມໃຈ ພ້ອມທັງແນມເບິ່ງໜ້າຄູ່ເກຢ່າງໄດ້ທ່າ.
ຄູ່ເກຂອງເຂົາຍິ້ມເຍີ້ຍຢູ່ມຸມປາກ ພ້ອມກັບຈົກເອົາເງິນທີ່ມີເຫລືອໃນຖົງອອກມານັບ ແຕ່ບໍ່ພໍ…
“ບັກການ ຂໍຢືມແດ່ ແລ້ວກູຊິໃຫ້ດອກເບ້ຍດອກ!”
ຜູ້ຊື່ການທີ່ນັ່ງທາງຂ້າງບໍ່ເວົ້າຍາກ ຈັບເອົາເງິນຢູ່ໜ້າໂຕະຂອງຕົນເດ່ໄປໃຫ້ໝູ່ຢ່າງເຊື່ອໝັ້ນວ່າດອກຕ້ອງງອກເງີຍ.
“ລອງຫງາຍໄພ້ມາເບິ່ງດູ໊!”
ເຂົາຫງາຍໄພ້ຢ່າງຊ້າໆ ພ້ອມທັງເອົາມືຄວ້າໄປຍັງກອງເງິນ ແຕ່ຕ້ອງຢຸດຊະງັກ ເມື່ອຄູ່ເກຂອງເຂົາ ກ່າວຄຳວ່າ:
“ຢ່າສູ່ຟ້າວ ເບິ່ງໄພ້ຂອງຂ້ອຍກ່ອນແມ້!”
ພຽງແຕ່ເຫັນໜ້າໄພ້ທັງສາມໃບທີ່ຫງາຍຢູ່ເທິງໜ້າໂຕະ ເຂົາເກືອບເປັນລົມ ຮູ້ສຶກເຢັນສັນຫລັງວາບບາດໜຶ່ງ... ແລ້ວເຂົາຈະເວົ້າກັບເມຍແນວໃດລະ? ເງິນເດືອນທັງເດືອນໄດ້ມາຫວັງຈະເອົາໄປມອບໃສ່ມືເມຍໃນໂອກາດວັນຂຶ້ນປີໃໝ່ນີ້ ແຕ່ຜີການພະນັນກໍໄດ້ເຮັດໃຫ້ແຮງງານທີ່ອອກມາທັງເດືອນຕ້ອງລະລາຍຫາຍໄປກັບຕາ...
ທາດເມົາທີ່ຖືກດື່ມເຂົ້າແຕ່ຫົວຄໍ່ານັ້ນ ຈັກວ່າຫາຍໄປທາງໃດກໍບໍ່ຮູ້ ເຂົາຟ້າວລຸກຈາກວົງໄພ້ດ້ວຍອາການໝົດແຮງ ຈົນເພື່ອນຊາຍໜ້າໜວດຕ້ອງໄດ້ກ່າວອອກມາດ້ວຍສຽງເປັນຫ່ວງ:
“ຊິເມືອໄດ້ຢູ່ຫວາ?”
“ບໍ່ມີບັນຫາດອກ. ໄປກ່ອນເດີພັກພວກ.” ທັງເວົ້າທັງຍ່າງມຸ່ງໜ້າໄປຫາລົດຈັກຄູ່ຊີບ.
“ຄ່ອຍໄປເດີ. ມືດປືດຕາປານນີ້!” ສຽງຮ້ອງນຳຫລັງເພື່ອເຕືອນສະຕິ.
ບໍ່ໜ້າຊິໃຈອ່ອນນຳສິ່ງເຫລົ່ານີ້ເລີຍ... ຄັນເມືອຕັ້ງແຕ່ໝູ່ຊວນກິນເບຍຕອນນັ້ນ ປານນີ້ກໍຄົງໄດ້ໄປສະຫລອງປີໃໝ່ຢູ່ກັບເມຍຢ່າງສະບາຍໆແລ້ວ ແລະ ກໍບໍ່ຕ້ອງມາເສຍເງິນໃຫ້ກັບການພະນັນນີ້ອີກ... ທັງຄຶດທັງເສຍດາຍເງິນທີ່ເສຍໄປ... ທາງຕີນກໍຢຽບຄັນຕິດຈັກ, ທາງມືກໍບິດຄັນເລັ່ງ... ຢຽບສອງສາມບາດ ສຽງຈັກກໍດັງສະເນືອນກ້ອງໃນໂສດປະສາດ... ປານນີ້ເມຍຄົງຄອງການກັບເມືອເຮືອນຂອງເຂົາຈົນຫລັບປະແລ້ວກໍບໍ່ຈັກ...
ຂະນະທີ່ພວມຂັບລົດຝ່າຄວາມມືດໄປຕາມເສັ້ນທາງໜອງບຶກ-ສີເກີດ, ຫູຂອງເຂົາໄດ້ຍິນສຽງດັງຕຶ້ງໆ ທ້ອງຟ້າທີ່ມືດຄຶ້ມຢູ່ເບື້ອງຕາເວັນຕົກຮຸ່ງວາບໆຕິດຕໍ່ກັນຫລາຍໆຄັ້ງ ຄືຊິແມ່ນເຂົາຍິງບັ້ງໄຟດອກ. ຍົກແຂນຂຶ້ນເບິ່ງໂມງ: ໂອ້! ສິບສອງໂມງພໍດີ... ສະແດງວ່າວັນຂຶ້ນປີໃໝ່ໄດ້ເຂົ້າມາແທນທີ່ປີເກົ່າແລ້ວ... ແຕ່ຄວາມໜັກໜ່ວງ ແລະ ຕີບຕັນໃນຫົວໃຈຍິ່ງເພີ່ມຂີດຄວາມເຂັ້ມຂຸ້ນຂອງມັນ...
“ເຮົາຊິເວົ້ານຳເມຍແນວໃດນໍ?” ຍັງບໍ່ທັນຈະຄິດຍັງຕໍ່ ເຂົາຕ້ອງສະດຸ້ງຕື່ນສຸດໂຕ ເພາະຢູ່ຕໍ່ໜ້າຫ່າງຈາກເຂົາປະມານສິບກວ່າແມັດມີຄົນກຳລັງກວັກມືຢູ່ຕໍ່ໜ້າ. ເຂົາຈຳຕ້ອງຄ່ອຍໆຜ່ອນຄັນເລັ່ງ ແລ້ວກໍຢຸດຢູ່ຕໍ່ໜ້າຄົນຜູ້ນັ້ນ.
“ຄັນບໍ່ຢາກໄປເມືອງໄກ່ບໍ່ຂັນ ກໍໃຫ້ຮີບລົງຈາກລົດດຽວນີ້.” ສຽງດັງອອກຈາກຊາຍນິລະນາມທີ່ກວັກມືໃຫ້ເຂົາຈອດອອກຄຳສັ່ງ. ຈາກແສງໄຟຕາລົດ ເຂົາຈຶ່ງຮູ້ໄດ້ວ່າ ມີສອງຄົນຢືນຄຽງຂ້າງ ແລະ ປະກົບໂຕຂອງເຂົາ.
“ຖ້າຍັງຂັດຂືນ ພວກເຮົາຈະໃຊ້ຄວາມຮຸນແຮງໄດ໋!” ໜຶ່ງໃນສອງອອກຄຳສັ່ງອີກ ໂດຍມີວັດຖຸສີດຳໆຈີ້ຢູ່ຂ້າງເຂົາ... “ໂອ້! ເຈົ້າແມ່ສີເມືອງເອີຍ! ເຮົາຖືກເຂົາປຸ້ນແລ້ວຕີ້ນີ້!”
ເພື່ອຮັກສາຊີວິດ ເຂົາຟ້າວລົງຈາກລົດຈັກ ແລ້ວປ່ອຍໃຫ້ພວກໂຈນເອົາລົດໄປຢ່າງງ່າຍດາຍ... ຍ້ອນຄວາມມືດ ແລະ ການເອົາຜ້າອັດໜ້າ ເຂົາຈຶ່ງບໍ່ສາມາດຮູ້ໄດ້ວ່າພວກມັນມີໂຄງໜ້າຄືແນວໃດ...
ສຽງລົດຈັກຄູ່ຊີບຂອງເຂົາດັງໄກອອກໄປ ປະໃຫ້ເຂົາຢືນງົງຜູ້ດຽວຢູ່ໃນຄວາມມືດ... ຍັງອີກຕັ້ງສາມຫລັກຈຶ່ງຊິຮອດເຮືອນ... ຈັ່ງແມ່ນຊວຍແທ້ນໍ! ເຂົາຈົ່ມພຶມພຳຜູ້ດຽວປານຄົນບ້າ ແລະ ກໍຍ່າງໄປຂ້າງໜ້າ... ກວ່າຈະຮອດເຮືອນ ກໍກິນເວລາໄປຕັ້ງຊາວຫ້ານາທີ.
ຮ່ອມເຂົ້າເຮືອນທີ່ເປັນຫ້ອງແຖວຕາມປົກກະຕິກໍຈະມືດມິດປານກຳຕາ ແຕ່ຄືນນີ້ຊໍ້າພັດແຈ້ງສະຫວ່າງ ແລະ ວົນແຊວດ້ວຍສຽງເພງສະຫລອງປີໃໝ່. ເຂົາບໍ່ມີກະຈິດກະໃຈຊິໄປທັກທາຍຜູ້ໃດ ມີແຕ່ຍ່າງກົ້ມໜ້າໄປຍັງຫ້ອງເຮືອນຂອງຕົນເອງ ເຄາະປະຕູເຮືອນຢ່າງແຮງ ແລະ ເອີ້ນຊື່ເມຍຕັ້ງຫລາຍຄັ້ງ. ແຕ່ກໍບໍ່ມີສຽງຕອບຈາກທາງໃນຫ້ອງເຮືອນ. ແລ້ວເຂົາກໍຕົກໃຈ ເມື່ອເຫັນວ່າປະຕູເຮືອນຖືກໃສ່ກະແຈເປັນຢ່າງດີ... ເຂົາເອົາມືກຸມຂະໝັບຢ່າງຫົວເສຍ ຢ່ອນໂຕລົງນັ່ງຕໍ່ໜ້າປະຕູຢ່າງໝົດອາໄລຕາຍຢາກ...
ສຽງປະຕູເຮືອນຫ້ອງຂ້າງດັງແຊກເຂົ້າຫູ ພ້ອມກັບສຽງຂອງຄົນດັງຊ້ອນເຂົ້າມາ:
“ອ້າຍຄຳຫວາ?”
ເຂົາງວາກໜ້າໄປທີ່ຄົນຖາມ ພ້ອມກັບຢືດໂຕຂຶ້ນຢືນ ແລ້ວປ່ອຍຄຳຖາມອອກໄປວ່າ:
“ເມຍອ້າຍໄປໃສ?”
“ອ້າຍສີກັບເອື້ອຍຈັນພາລາວໄປໂຮງໝໍຫວ່າງກີ້ນີ້ເດ.”
“ອ້າວ! ກະດຽວວ່າໝໍບອກວ່າຊິເກີດອາທິດໜ້າພຸ້ນ!” ເຂົາເວົ້າຢ່າງງົງງວຍ ຄ້າຍຖືກໄມ້ຄ້ອນຕ່ອຍຫົວ.
ເຂົາຈຳເປັນຕ້ອງບອກຄວາມຈິງໃຫ້ເພື່ອນບ້ານໃກ້ຄຽງຮັບຊາບວ່າມີເຫດຮ້າຍເກີດຂຶ້ນກັບເຂົາ. ເມື່ອໄດ້ຊາບຂ່າວດັ່ງກ່າວ ເພື່ອນບ້ານຜູ້ໃຈດີກໍບໍ່ໄດ້ລໍຊ້າ ລາກເອົາລົດຈັກອອກມາ ພາເຂົາໄປຍັງໂຮງໝໍທັນທີ.
ຫົວໃຈຂອງເຂົາເຕັ້ນດ້ວຍຈັງຫວະອັນບໍ່ເປັນປົກກະຕິ... ເປັນຫ່ວງເມຍກໍພໍປານນັ້ນ ບວກໃສ່ຄວາມຊວຍທີ່ໄດ້ປະສົບມາຢ່າງສົດໆຮ້ອນໆ ຍິ່ງເຮັດໃຫ້ເຂົາສັບສົນຈົນບໍ່ຊ່າງຊິຊອກວິທີແກ້ໄຂແນວໃດ...
ກວ່າຈະໄປຮອດໂຮງໝໍແມ່ ແລະ ເດັກ ກໍກິນເວລາໄປເກືອບສາມສິບນາທີ, ພໍແຕ່ປ້າຍຂາລົງຈາກລົດ ເຂົາກໍຟ້າວກ້າວຂາບາດຖີ່ໆເຂົ້າໄປໃນຕຶກໂຮງໝໍທັນທີ ຈົນລືມກ່າວຂອບໃຈຜູ້ມາສົ່ງ. ເຂົາຂຶ້ນຄັນໄດໄປຊັ້ນທີສອງ ເຫັນໝໍ ແລະ ພະຍາບານພວມເຂົ້າໆອອກໆຈາກຫ້ອງປະສູດເປັນຫລູດໆຫລ້າຍໆ. ບຶດກໍໄດ້ຍິນສຽງຮ້ອງຄາງດ້ວຍຄວາມເຈັບປວດຂອງຜູ້ເປັນແມ່, ໜ້ອຍກໍໄດ້ຍິນສຽງໄຫ້ຂອງແອນ້ອຍທີ່ເກີດໃໝ່... ສຽງເຫລົ່ານີ້ພາໃຫ້ເຂົາລືມຄວາມໂຊກຮ້າຍທີ່ໄດ້ພານພົບມາ.
“ໂອ້! ອາວຄຳຕວ່າຫັ້ນ!” ສຽງຍິງໄວເກືອບກາງຄົນທີ່ຍ່າງສວານທາງທ້ວງຂຶ້ນ ເຮັດໃຫ້ເຂົາຢຸດຊະງັກ.
“ສະບາຍດີ, ເອື້ອຍຈັນ. ແອນ້ອຍເກີດແລ້ວຫວາ?”
“ເກີດໄດ້ເກືອບເຄິ່ງຊົ່ວໂມງແລ້ວເດ. ຢູ່ຫ້ອງເບີ 201 ເດີ. ເອື້ອຍຊິຟ້າວໄປເອົາຖົງນໍ້າຮ້ອນນຳນາງພະຍາບານຢູ່ຊັ້ນລຸ່ມມາໃຫ້ເມຍຂອງເຈົ້າ.”
ຫົວໃຈເຂົາເຕັ້ນຕຶກໆ ດີໃຈທີ່ໄດ້ກາຍເປັນພໍ່ຄົນໃນມື້ນີ້ ແຕ່ຄວາມດີໃຈກໍຢູ່ໄດ້ບໍ່ພໍນາທີກໍມະລາຍຫາຍໄປ ໂດຍມີຄວາມທຸກຍ້ອນຍ້ອນສິ່ງທີ່ສູນເສຍໄປເຂົ້າມາແທນທີ່.
ຫາກເມຍເຂົາຮູ້ ນາງຈະຮູ້ສຶກແນວໃດນໍ? ນາງຄົງຮ້າຍ ແລະ ບໍ່ອະໄພໃຫ້ເຂົາຢ່າງແນ່ນອນ... ເຂົາຄ່ອຍເຄື່ອນກາຍເຂົ້າໄປໃນຫ້ອງ 201 ຢ່າງຕື່ນເຕັ້ນແບບບໍ່ເຄີຍເປັນມາກ່ອນ. ໂອ້! ເມຍສຸດທີ່ຮັກຍັງນອນຫລັບຕາ ຊຶ່ງມີແອນ້ອຍໜ້າຕາສົດໃສທີ່ຖືກຫໍ່ດ້ວຍຜ້າອ້ອມນອນຢູ່ຄຽງຂ້າງ.
“ໂອ້! ລູກຂອງພໍ່.” ເຂົາຫລູບເຂົ້າອຸ້ມແອນ້ອຍເກີດໃໝ່ຢ່າງຖະໜອມຮັກ ແນມເບິ່ງໜ້າລູກດ້ວຍຫົວໃຈອັນໂພງໃຫຍ່.
“ອ້າຍຄຳ, ມາແລ້ວຫວາ?” ສຽງຂອງຜູ້ເປັນເມຍ ເຮັດໃຫ້ເຂົາຕ້ອງລະສາຍຕາຈາກລູກ ຫລຽວເຫລືອດມາຍັງຜູ້ເປັນເມຍດ້ວຍຫົວໃຈສຳນຶກຜິດ.
“ອ້າຍຂໍໂທດ ທີ່ປະໃຫ້ນ້ອງມາເກີດລູກຜູ້ດຽວ.” ສຽງຂອງເຂົາສີສັ່ນໆ ເດ່ມືໄປຈັບມືຂອງເມຍຂຶ້ນມາບີບ ພ້ອມທັງເລົ່າທຸກສິ່ງທຸກຢ່າງໃຫ້ນາງຟັງຢ່າງລະອຽດ... ພໍແຕ່ເລົ່າຈົບ ເຂົາກໍຟ້າວກົ້ມໜ້າລົງແບບນັກໂທດທີ່ກຽມຖືກປະຫານຈາກເປົາປຸ້ນຈິ້ນ ພ້ອມທັງກ່າວມ້ວນທ້າຍວ່າ:
“ຕໍ່ໄປອ້າຍຈະບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ. ອ້າຍຂໍສາບານ...”
“ຢ່າມັນເທາະ, ອ້າຍ! ຖືວ່າເປັນໂຊກຮ້າຍຂອງເຮົາກໍແລ້ວກັນ. ແຕ່ນ້ອງຂໍບອກຂ່າວໂຊກດີໃຫ້ອ້າຍຊາບວ່າ ນ້ອງຖືກຫວຍພັດທະນາງວດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາງວັນທີ 2 ໄດ້ລົດເວັບໄທວ່າຊັ້ນ. ມື້ອື່ນໃຫ້ອ້າຍໄປເອົາລາງວັນເດີ!” ເມຍຂອງເຂົາເວົ້າດ້ວຍອາລົມອັນແຈ່ມໃສ. ແຕ່ເຂົາກໍຍັງບໍ່ແຈບໃຈຈຶ່ງຖາມອອກໄປວ່າ:
“ແລ້ວຄ່າໂຮງໝໍເດຊັ້ນ?”
“ຄ່າໂຮງໝໍກໍບໍ່ໄດ້ເສຍ ເພາະລູກພວກເຮົາເກີດໃນວັນຂຶ້ນປີໃໝ່ ວັນທີ 1 ເດືອນມັງກອນ
ທາງໂຮງໝໍແມ່ ແລະ ເດັກເພິ່ນບໍລິການໂດຍບໍ່ໃຫ້ມີການເສຍຄ່າໃຊ້ຈ່າຍຫຍັງທັງໝົດ. ນອກຈາກນັ້ນ ເພິ່ນຍັງມີຂອງຂວັນພິເສດສຳລັບແມ່ ແລະ ເດັກທີ່ເກີດໃນວັນນີ້ອີກນຳ.”
ພໍແຕ່ໄດ້ຍິນແນວນັ້ນ ເອິກທີ່ຄືກັບວ່າຖືກໜ່ວຍພູທັບ ກໍຮູ້ສຶກຫວາງໄປປານກັບຂຶ້ນສະຫວັນທັງເປັນ...
Friday, December 14, 2012
ເວົ້າຢອກແບບອອກຈາກໃຈ
ຕອນຄ້າຍແລງແສງແດດອ່ອນຂອງມື້ໜຶ່ງໃນຍາມກ່ຽວເຂົ້ານາປີ.
ອາກາດຊ່າງເຢັນສົດຊື່ນ ເໝາະກັບການມາອອກກໍາລັງກາຍຢູ່ເດີ່ນພະທາດຫຼວງ. ຂ້ອຍນໍາເອົາລົດຖີບຄັນເກົ່າຄູ່ຊີບມາຂີ່ເລາະ ອ້ອມເດີ່ນເພື່ອເປັນການອອກກໍາລັງກາຍ.
ມື້ນີ້ຂ້ອຍບໍ່ໄດ້ມາຜູ້ດຽວ ຍັງມີສາວນ້ອຍວິລາເພື່ອນບ້ານໃກ້ຄຽງມາຮ່ວມອອກກໍາລັງກາຍນໍາ.
“ເຈົ້າແລ່ນດົນແລ້ວ ມາຂີ່ລົດຖີບແທນຂ້ອຍສາ!” ຂ້ອຍທັງເວົ້າທັງຈັບເຂົາລົດງ່ຽງໄປຫານາງ ຊຶ່ງພວມເອົາຫຼັງມືເຊັດເຫື່ອທີ່ໄຫຼອອກຈາກຂະໝັບຫຼັ່ງລົງສູ່ແກ້ມ ອັນເບັ່ງບານແລະແດງເຮື່ອ.
“ເຈົ້າກໍຮູ້ແລ້ວຕົ່ວວ່າຂ້ອຍຖີບ ລົດບໍ່ເປັນ. ສອນໃຫ້ຂ້ອຍແດ່ດຸ໊!” ນາງບໍ່ເວົ້າລ້າ ຈັບເອົາເຂົາລົດ ແລ້ວປ້າຍຂາທີ່ຫຸ້ມດ້ວຍໂສ້ງວອມສີຟ້າເຂັ້ມຂາຍາວຂຶ້ນຂີ່ອານ ລົດທີ່ອ່າວສູງຈົນນາງຕ້ອງໄດ້ຢຽດຂາຈົນສຸດເພື່ອໃຫ້ປາຍຕີນຕິດດິນ. ເຫັນລົດແລະຄົນເປັນສີງ່ຽງໆ ຂ້ອຍກໍເລີຍຮີບຟ້າວຈັບອານເຫຼັກຊ້ອນທ້າຍເພື່ອກັນບໍ່ໃຫ້ນາງລົ້ມ.
ເມື່ອຊົງໂຕໄດ້ແລ້ວ ນາງກໍເຮັດໜ້າສີຫຼ່າໆແບບບໍ່ເຊື່ອໝັ້ນຕົນເອງ ພ້ອມກັບງວາກໜ້າເຫຼືອດແສງຕາມາຫາຂ້ອຍເປັນເຊີງວິງວອນຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສໍາລັບຄົນທີ່ຮຽນຂີ່ລົດຖີບໃໝ່ໆ ຕ້ອງການໃຫ້ມີຄົນຊ່ວຍ ຄັນບໍ່ຊັ້ນກໍເປັນໄດ້ຍາກ.
“ບໍ່ຕ້ອງຢ້ານເດີ! ຄ່ອຍໆຖີບໄປໂລດ. ຂ້ອຍຊິຈັບທ້າຍໃຫ້!” ຂ້ອຍບອກສຽງດັງໆ ນາງໄດ້ແຕ່ງຶກຫົວແລະກໍຈັບເຂົາລົດສັ່ນໄປສັ່ນມາ ທາງຕີນກໍຢັນຜາງຕີນລົດທັງສອງເບື້ອງແບບບໍ່ລຶ້ງເຄີຍ ເຮັດໃຫ້ລົດຖີບໄປທາງໜ້າປານງູລອຍນໍ້າເອົາໂລດ.
“ຫັກເຂົາໜ້ອຍໜຶ່ງໄວໆ !” ຂ້ອຍບອກນາງທັນທີທີ່ເຫັນລົດຖີບຈະໄປຕໍາເອົາກໍາແພງວັດ ແຕ່ບໍ່ທັນເສຍແລ້ວ. ຕີນລົດໜ້າໄປປະທະກັບຕີນກໍາແພງ ໄຄແຕ່ຂ້ອຍດຶງທ້າຍລົດໄວ້ທັນ ຄັນບໍ່ຊັ້ນ ນາງຄົງລົ້ມເປັນແນ່ແທ້.
“ໂອ້ຍ! ເກືອບໄດ້ແທກດິນນໍ້!” ສຽງເວົ້າປົນຫົວແບບໜ້າຫຼ່າໆຂອງນາງດັງກັງວານເຂົ້າຫູ.
“ເອົ໊າ! ພະຍາຍາມໃໝ່.” ຂ້ອຍໃຫ້ກໍາລັງໃຈນາງ ພ້ອມຍ່າງໄປຈັບເຂົາລົດອ້ຽວອອກຈາກກໍາແພງ ແລ້ວໃຫ້ນາງເລີ່ມຖີບຕໍ່.
ບໍ່ພໍຊົ່ວໂມງ ນາງກໍສາມາດບັງຄັບເຂົາລົດພ້ອມທັງຖີບໄປທາງໜ້າໂດຍທີ່ຂ້ອຍບໍ່ຕ້ອງ ຈັບເຫຼັກຊ້ອນທ້າຍອີກ. ສຽງຫົວຮ່າໆແບບຄົນດີໃຈທີ່ປະສົບຜົນສໍາເລັດໃນການເຮັດ ສິ່ງໃດສິ່ງໜຶ່ງດັງປະສານໄປກັບສາຍລົມຍາມແລງ ເຮັດໃຫ້ຂ້ອຍຕ້ອງຈີກປາກຍິ້ມແລະຫົວຮຶໆໄປນໍາ.
“ເມືອກັນເທາະ ຫົກໂມງຍັງແລ້ວ!” ນາງທັງເວົ້າທັງຫຼຽວເບິ່ງໂມງຢູ່ຄໍ່ແຂນ.
ດວງຕາເວັນສີແດງໆ ອ່ອນແສງລົງແລະໃກ້ຈະລັບຫຼ່ຽມໂລກໄປແລ້ວ… ຂ້ອຍງຶກຫົວເຫັນດີນໍາ ພ້ອມທັງສະເໜີໃຫ້ນາງເປັນຜູ້ຖີບ ແລະຂ້ອຍຈະເປັນຜູ້ຊ້ອນທ້າຍ. ນາງແກວ່ງຫົວດ້ວຍໃບໜ້າສີຢ້ານໆ ແຕ່ຂ້ອຍກໍຮັບຮອງກັບນາງວ່າຈະເປັນຜູ້ຄໍ້າທາງຫຼັງໃຫ້ ເຊື່ອວ່າຄົງບໍ່ເປັນຫຍັງຢ່າງແນ່ນອນ. ໃນທີ່ສຸດນາງກໍຕົກລົງຕາມຄໍາສະເໜີຂອງຂ້ອຍ, ເຖິງນາງຈະຖີບບໍ່ທັນຊໍານານ ແຕ່ນາງກໍສາມາດຖີບພາຂ້ອຍໄປໄດ້ ໂດຍທີ່ຂ້ອຍຕ້ອງໄດ້ຊ່ອຍຈຶ້ງລົດບໍ່ໃຫ້ລົ້ມເປັນບາງຄັ້ງ. ແລະແລ້ວພວກເຮົາກໍມາຮອດຄ້ອຍທາດຫຼວງ ມາເຖິງຕອນນີ້ຍິ່ງເຮັດໃຫ້ໃບໜ້າທີ່ແດງເຮື່ອກັບກາຍເປັນ ຫຼ່າເຫຼືອງຍ້ອນຄວາມຢ້ານກົວ ແຕ່ຂ້ອຍກໍໃຫ້ກໍາລັງໃຈແກ່ນາງໂດຍບອກວ່າ ເວລາລົງຄ້ອຍບໍ່ຕ້ອງອອກແຮງຖີບ ລົດຈະເລື່ອນໄຫຼໄປເອງ ພຽງແຕ່ເຮົາບັງຄັບເຂົາລົດໃຫ້ດີ ແລະຫາກນາງສາມາດພາຂ້ອຍລົງຄ້ອຍນີ້ໄດ້ ກໍສະແດງວ່ານາງຂີ່ລົດຖີບເປັນແລ້ວ!!! ເມື່ອໄດ້ຍິນຂ້ອຍວ່າແນວນັ້ນ ນາງກໍໜ້າຊື່ນຂຶ້ນ ກຽມພ້ອມຕັ້ງທ່າຖີບລົດລົງສູ່ຄ້ອຍທີ່ສູງທີ່ສຸດໃນວຽງຈັນຄາວນັ້ນ…
ລົດຖີບຄັນເກົ່າແຕ່ແຂງແກ່ນ ຈາກການຈັບເຂົາຂອງສາວນ້ອຍໜ້າໃສໄດ້ພາ ພວກເຮົາທັງສອງເລື່ອນໄຫຼລົງຄ້ອຍຢ່າງໄວວາ ສາຍລົມພັດວືດ ເຮັດໃຫ້ເສັ້ນຜົມດໍາດົກໜາທີ່ຍາວລະບ່າຂອງນາງປິວສະບັດຖືກໜ້າ ຂອງຂ້ອຍ. ກິ່ນຫອມຈາກເສັ້ນຜົມຂອງນາງເຮັດໃຫ້ຂ້ອຍຫຼົງອອກປາກຄ່ອຍໆໄປວ່າ “ວາລີ! ຂ້ອຍຮັກເຈົ້າ.” ເມື່ອລົດແລ່ນໄປຮອດຕີນຄ້ອຍ ນາງບີບຟະແລັ້ງຈຶກບາດໜຶ່ງ ເຮັດໃຫ້ລົດເຈືອກ ໄຄແຕ່ຂ້ອຍເອົາຂາຄໍ້າໄວ້ທັນ ຄັນບໍ່ຊັ້ນກໍຄົງພາກັນກ້ອງເອາະເຍາະຢູ່ແຄມຖະໜົນເປັນແນ່. ເມື່ອຈັ້ງທ່າໄດ້ດີແລ້ວ ນາງໄດ້ຫຼຽວໜ້າມາຫາດ້ວຍໃບໜ້າສະແດງຄວາມສົງໄສຢ່າງໃດຢ່າງໜຶ່ງຕໍ່ຂ້ອຍ. ແຕ່ຂ້ອຍເຮັດຕັ້ງຕິຄືບໍ່ມີຫຍັງເກີດຂຶ້ນ ແຕ່ກໍຈຶ້ງສາຍຕາເບິ່ງດວງເນດອັນຄົມງາມທີ່ມີແວວຢາກຕັ້ງຄໍາຖາມວ່າ: ນາງໄດ້ຍິນຄໍາເວົ້າເຫຼົ່ານັ້ນມາຈາກໃສ? ຫຼືເປັນພຽງສຽງຂອງສາຍລົມພັດວືດຜ່ານຫູເທົ່ານັ້ນ?!?
“ວິລາ! ເຈົ້າຂີ່ລົດຖີບເປັນແລ້ວ!!!” ຂ້ອຍກ່າວສຽງດັງ ພ້ອມກັບຕົບມືສຽງດັງແປ໊ະໆເພື່ອເປັນການຊົມເຊີຍ.
“ຂອບໃຈຫຼາຍໆເດີ ທີ່ສອນໃຫ້ຂ້ອຍ.” ນາງທັງເວົ້າທັງຈູງລົດຖີບຂຶ້ນຄ້ອຍ ເຮັດຂ້ອຍຮູ້ສຶກງົງນໍາການກະທໍາຂອງນາງ.
“ອ້າວ! ບໍ່ເມືອຫວະຊັ້ນ!?!”
“ຂ້ອຍຢາກຂີ່ລົດລົງຄ້ອຍອີກເທື່ອໜຶ່ງນະ, ຊ້ອນທ້າຍຂ້ອຍອີກເດີ!”
ບໍ່ພໍອຶດໃຈ ພວກເຮົາກໍມາກຽມທ່າຂີ່ລົດລົງຄ້ອຍເປັນເທື່ອທີສອງ ນາງຫຼຽວມາເບິ່ງຂ້ອຍທີ່ຊ້ອນຢູ່ທາງຫຼັງດ້ວຍໃບໜ້າສີຈືດໆວາດໃດວາດໜຶ່ງ ແຕ່ຂ້ອຍກໍງຶກຫົວໃຫ້ແບບເຊື່ອໝັ້ນໃນຄວາມສາມາດຂອງນາງ…
“ເຈົ້າຖີບລົດເປັນແລ້ວ ! ບໍ່ຕ້ອງຢ້ານດອກ. ເອົ໊າ! ຂ້ອຍຊິນັບເດີ: ໜຶ່ງ, ສອງ, ສາມ…” ແລ້ວລົດຖີບທີ່ມີສາວນ້ອຍໜ້າໃສແລະອ້າຍບ່າວຂຶ້ນໃໝ່ໜ້າສິວກໍທະ ຍານລົງສູ່ຄ້ອຍທີ່ໃນຍາມນີ້ບໍ່ຄ່ອຍມີລົດແລ່ນໄປມາຫຼາຍປານໃດ… ສາຍລົມພັດວີ່ໆເຂົ້າຫູ ຍ້ອນຄວາມໄວຂອງລົດ ເຮັດໃຫ້ຫຼຽວເຫັນສິ່ງອ້ອມຂ້າງປ່ຽນສະພາບເປັນແຖບຜ້າຜືນດຽວທີ່ຍາວຢຽດ.
“ວິລາ, ຂ້ອຍຮັກເຈົ້າ.” ປາກຂ້ອຍລັກລັ່ນອອກມາແຕ່ຍາມໃດກໍບໍ່ຮູ້ ສຽງທີ່ດັງອອກຈາກປາກນັ້ນໄດ້ແຂ່ງກັນສຽງວີ່ໆຂອງສາຍ ລົມໂດຍມີເສັ້ນຜົມປິວສະປັດໃສ່ໃບໜ້າຂ້ອຍ.
ເມື່ອລົດຢຸດຢູ່ ຕີນຄ້ອຍ, ວາລີໄດ້ວາດສາຍຕາໄປທີ່ໂນນຄ້ອຍ ບ່ອນທີ່ພວກເຮົາຂີ່ລົດລົງມາ ແລ້ວຫັນມາຈຶ້ງເບິ່ງໜ້າຂ້ອຍຢ່າງເຕັມຕາເປັນເວລາດົນເຕີບ.
“ມັນແມ່ນຫຍັງກັນ? ໃຜເປັນຜູ້ເວົ້າຄໍາເຫຼົ່ານັ້ນໃສ່ຫູຂອງເຮົາ, ແມ່ນລາວນັ້ນບໍ? ຫຼືວ່າເຮົາຫູກາຍກັນແທ້?” ນາງຕັ້ງຄໍາຖາມເຫຼົ່ານີ້ອອກຈາກສີໜ້າ.
ຄວາມສົງໄສດ່ັງກ່າວໄດ້ສ້າງຄວາມກະ ວົນກະວາຍໃຫ້ແກ່ນາງເປັນຢ່າງຍິ່ງ. ຄິ້ວທັງສອງເບື້ອງສົນເຂົ້າຫາກັນຄ້າຍກັບວ່ານາງມີບັນ ຫາອຸກໃຈທີ່ແກ້ໄຂບໍ່ໄດ້ຈັ່ງຊັ້ນລະ! ສາວນ້ອຍຜູ້ໜ້າສົງສານຍັງຄົງຊອກຫາຄໍາຕອບບໍ່ທັນໄດ້!
“ບໍ່ເປັນຕາເມືອແລ້ວຫວະ?” ຂ້ອຍຖາມນາງ.
“ເອີ… ຂ້ອຍຍັງຢາກຂີ່ລົດລົງຄ້ອຍອີກນ່າ!” ນາງກ່າວດ້ວຍໃບໜ້າແດງເຮື່ອ. “ອີກເທື່ອໜຶ່ງສາ! ເທື່ອສຸດທ້າຍ.”
ພວກເຮົາຂີ່ລົດ ລົງຄ້ອຍເປັນເທື່ອທີສາມ ຂ້ອຍສັງເກດເຫັນວ່ານາງຈະນັ່ງເທິງອານລົດດ້ວຍການຕັ້ງໂຕຊື່ກວ່າເກົ່າ ແລະເງີຍໜ້າຂຶ້ນຫຼາຍກວ່າເກົ່າ. ເຫັນດັ່ງນັ້ນ ຂ້ອຍຟ້າວເງີກໜ້າໄປທາງຫຼັງໜ້ອຍໜຶ່ງເພື່ອໃຫ້ຫ່າງຈາກນາງ ພ້ອມກັບເຮັດຕິໄອແຄັກໆ. ລົດຖີບເລື່ອນລົງຄ້ອຍຢ່າງໄວວາ. ພໍໄປຮອດເຄິ່ງທາງຄ້ອຍ ຕອນທີ່ນາງໃສ່ໃຈກັບການເລື່ອນລົງຂອງລົດຖີບ, ຂ້ອຍຟ້າວສວຍໂອກາດສົ່ງສໍານຽງສຽງໃສແຂ່ງກັບສາຍລົມອອກໄປວ່າ:
“ວິລາ! ຂ້ອຍຮັກເຈົ້າ.”
ແລະແລ້ວ ບັນຫາເລິກລັບທີ່ນາງສົງໄສໄດ້ເລີ່ມໄຂສາກອອກ! ວິລາມິດບໍ່ປາກ ສົ່ງກະແສຈິດລ່ອງລອຍໄປນໍາພະວັງແຫ່ງຄວາມຝັນ… ຂ້ອຍໄປສົ່ງນາງຈົນຮອດເຮືອນ ໂດຍທີ່ນາງບໍ່ຍອມຊ້ອນທ້າຍລົດຖີບຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຈູງລົດຖີບຍ່າງຄຽງຂ້າງນາງໄປ. ນາງພະຍາຍາມຍ່າງຊ້າໆ ແລະຄົງຫວັງຈະໄດ້ຍິນຄໍາເວົ້າເຫຼົ່ານັ້ນຈາກປາກຂອງຂ້ອຍ ຄັກໆຈັ່ງຊັ້ນລະ! ເບິ່ງແລ້ວຄືຈັ່ງວ່າຈິດໃຈຂອງນາງພວມປັ່ນປ່ວນແລະກໍາ ລັງໃຊ້ຄວາມພະຍາຍາມຢ່າງໜັກທີ່ຈະຊອກຫາຄໍາຕອບເພື່ອແກ້ໄຂບັນຫາ ຂ້ອງໃຈດັ່ງກ່າວ, ບາງທີ ນາງອາດຈະບອກກັບຕົນວ່າ: “ຄົງຈະບໍ່ແມ່ນສຽງລົມພັດດອກ! ແລະເຮົາກໍບໍ່ຢາກໃຫ້ສຽງເວົ້າຄໍາເຫຼົ່ານັ້ນເປັນພຽງແຕ່ສຽງສາຍລົມ ວືດເທົ່ານັ້ນ!”
ຮຸ່ງເຊົ້າມື້ໃໝ່, ຂ້ອຍໄດ້ຮັບເຈ້ຍນ້ອຍຊຶ່ງຂຽນວ່າ:
“ມື້ນີ້ ຖ້າເຈົ້າຊິໄປຫັດກາຍຢູ່ເດີ່ນທາດຫຼວງ ຢ່າລືມໄປຮັບຂ້ອຍແດ່ເດີ! ຈາກ: ວິລາ.”
ແລະຈາກວັນ ນັ້ນເປັນຕົ້ນມາ, ຂ້ອຍແລະວິລາກໍໄດ້ພາກັນໄປຍັງເດີ່ນພະທາດຫຼວງເປັນປະຈໍາ, ແຕ່ລະເທື່ອທີ່ພວກເຮົາຂີ່ລົດຖີບລົງຄ້ອຍ ຂ້ອຍກໍໄດ້ກະຈາຍສໍານຽງສຽງກະຊິບດ້ວຍຄວາມເວົ້າແນວເກົ່າຢູ່ສະເໝີ:
“ວິລາ, ຂ້ອຍຮັກເຈົ້າ.”
ໃນທີ່ສຸດ ວິລາກໍຊິນເຄີຍກັບຄໍາເວົ້າປະໂຫຍກນີ້ຄືດຽວກັບຄົນທີ່ຕິດຝິ່ນກິນ ກັນຊາ. ນາງບໍ່ສາມາດປາສະຈາກມັນໄດ້ອີກແລ້ວ. ຄວາມຢ້ານກົວຕໍ່ການຂີ່ລົດລົງຄ້ອຍໄດ້ກາຍມາເປັນສະເໜ່ອັນວິເສດສຸດ ອັນໜຶ່ງຊຶ່ງໄດ້ມາຈາກຄໍາຝາກຮັກ ແລະຄໍາເວົ້າດັ່ງກ່າວກໍໄດ້ກາຍເປັນອໍານາດມະຫັດສະຈັນ ທີ່ເຮັດໃຫ້ຫົວໃຈຂອງສາວນ້ອຍຕ້ອງອ່ອນຍວບຍາບປານຂີ້ເຜິ້ງລົນໄຟ. ຂ້ອຍກັບສາຍລົມຍັງເປັນສິ່ງປິດສະໜາສໍາລັບນາງ ແຕ່ຖ້ານາງຕັ້ງສະຕິໃຫ້ດີ ນາງກໍສາມາດຮູ້ຈັກໄດ້ຢ່າງບໍ່ຍາກຊາເລີຍ!
ວັນເວລາໄດ້ຜ່ານພົ້ນໄປ, ລະດູດໍານາປີໄດ້ວຽນມາເຖິງ. ທ້ອງຟ້າມືດມົນໄປດ້ວຍເມກຝົນ, ຂະບວນຫັດກາຍຢູ່ເດີ່ນພະທາດຫຼວງໃນຍາມແລງບໍ່ມີໃຫ້ເຫັນຄືເກົ່າ… ວິລາຜູ້ໜ້າສົງສານບໍ່ສາມາດຈະໄດ້ຍິນຄໍາເວົ້າເຫຼົ່ານັ້ນອີກ, ເພາະບໍ່ມີໃຜຈະມາກະຊິບສໍານຽງດັ່ງກ່າວໃສ່ຫູຂອງນາງແມ່ນກະ ທັ້ງສຽງລົມພັດວີ່ໆນາງກໍຈະບໍ່ໄດ້ຍິນ! ຂ້ອຍຫ້າງເຄື່ອງເພື່ອອອກເດີນທາງໄປປາກເຊ, ໄປເທື່ອນີ້ອາດຈະດົນສົມຄວນ ຫຼືບາງທີອາດຈະໄປຢູ່ຫັ້ນຕະຫຼອດການກໍເປັນໄດ້.
ສອງສາມມື້ກ່ອນ ທີ່ຂ້ອຍຈະອອກເດີນທາງ, ມີຕອນໜຶ່ງ ຂ້ອຍມານັ່ງຫຼິ້ນຢູ່ສວນທີ່ມີຮົ້ວສູງຂັ້ນລະຫວ່າງເຮືອນຂ້ອຍແລະເຮືອນ ຂອງນາງ. ທ້ອງຟ້າບົດໄປດ້ວຍກ້ອນຂີ້ເຝື້ອ ອີກບໍ່ເທົ່າໃດນາທີຝົນກໍຄົງທັ່ງເທລົງມາ. ຂ້ອຍຍ່າງເຂົ້າໄປໃກ້ຮົ້ວ ແລະສອດສ່ອງສາຍຕາຫຼຽວຜ່ານຮອຍແຕກຂອງກໍາແພງຮົ້ວດົນສົມຄວນ… ຂ້ອຍເຫັນສາວນ້ອຍວິລາກ້າວຂາລົງຈາມເບິ່ງທ້ອງຟ້າດ້ວຍອາ ລົມໂສກເສົ້າຢ່າງສຸດຊຶ້ງ… ສາຍລົມຕອນຝົນໃກ້ຈະຕົກພັດວູບໃສ່ໃບໜ້າອັນຫງ່ວມເຫງົາຂອງນາງ ເຕືອນບອກໃຫ້ນາງຫວນລະນຶກເຖິງສາຍລົມທີ່ພັດວີ່ໆເຂົ້າຫູພວກເຮົາໃນ ຄາວນັ້ນ ຄາວທີ່ພວກເຮົາມ່ວນຊື່ນຢູ່ຄ້ອຍທາດຫຼວງ ຄາວທີ່ນາງໄດ້ຍິນຄຳເວົ້າອັນຫວານຊຶ້ງທັງສີ່ຄຳນັ້ນ ແລະແລ້ວໃບໜ້າຂອງນາງກໍໝອງເສົ້າລົງ, ຢາດນ້ຳຕາໄຫຼຜ່ານແກ້ມ… ສາວນ້ອຍຜູ້ໜ້າສົງສານວາແຂນອອກເໝືອນດັ່ງຈະວິງວອນໃຫ້ ສາຍລົມເອີ່ຍຄຳເວົ້າດັ່ງກ່າວອີກເທື່ອໜຶ່ງ, ເມື່ອສາຍລົມພັດຜ່ານ ຂ້ອຍເລີຍຖືໂອກາດກະຊິບສຽງແຜ່ວຜ່ານຮອຍແຕກຂອງກຳແພງໄປວ່າ:
“ວິລາ, ຂ້ອຍຮັກເຈົ້າ.”
ຟ້າເອີຍ! ແມ່ນຫຍັງເກີດຂຶ້ນກັບວິລາ! ນາງກັ້ນສຽງຮ້ອງພ້ອມກັບເຜີຍຮອຍຍິ້ມອອກຈົນເຫັນແຂ້ວຂາວເຕັມປາກ. ນາງ
ວາແຂນອອກ ພ້ອມທັງຍິ້ມຫົວຢ່າງເປັນສຸກ. ນາງຊ່າງງາມເຫຼືອເກີນ! ແລະໃນທີ່ສຸດຂ້ອຍກໍຍ່າງອອກຈາກທີ່ນັ້ນເຂົ້າສູ່ເຮືອນຂອງຕົນ ເພື່ອກະກຽມເຄື່ອງຊ່ອຍພໍ່ແມ່ໃນການຍົກຍ້າຍໄປດຳລົງຊີວິດຢູ່ພາກໃຕ້.
ເຫດການດັ່ງກ່າວຜ່ານ ພົ້ນໄປດົນນານແລ້ວ ນັບແຕ່ນັ້ນມາ ນາງກໍໄດ້ແຕ່ງດອງກັບຊາຍຄົນໜຶ່ງຈະດ້ວຍຄວາມເຕັມໃຈຫຼືບໍ່ນັ້ນ ຂ້ອຍເອງກໍບໍ່ຮູ້. ດຽວນີ້ ນາງມີລູກສາມຄົນແລ້ວ, ແຕ່ນາງຄົງຈະບໍ່ລືມການຫັດກາຍຢູ່ເດີ່ນພະທາດຫຼວງແລະການ ຂີ່ລົດຖີບລົງຄ້ອຍ ພ້ອມດ້ວຍສຽງລົມກະຊິບ “ວິລາ! ຂ້ອຍຮັກເຈົ້າ.” ນັ້ນດອກ… ບັດນີ້, ເຫດການດັ່ງກ່າວໄດ້ກາຍເປັນອະດີດທີ່ແສນສວຍງາມແລະໜ້າປະທັບໃຈໄປເສຍແລ້ວ.
ສ່ວນຂ້ອຍເອງກໍກາຍເປັນຜູ້ໃຫຍ່ ທີ່ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ແຕ່ຂ້ອຍຍັງບໍ່ເຂົ້າໃຈຕົນເອງວ່າ ເປັນຫຍັງຈຶ່ງກ່າວຄຳເຫຼົ່ານັ້ນອອກໄປ ແລະມັນຈະມີປະໂຫຍດອັນໃດທີ່ຂ້ອຍເວົ້າຢອກໄຍນາງຄືແນວນັ້ນ!!!
Tuesday, December 11, 2012
ຊອງບັດເຊີນ
ກັບມາແຕ່ຫ້ອງ ລ້າຫ້ອງການດ້ວຍຄວາມອິດເມື່ອຍເໜື່ອຍລ້າ ແຕ່ເມື່ອມາພໍ້ຈອກນໍ້າເຢັນໆຈາກມືສີອ່ອນໆຂອງແມ່ເຈົ້າເຮືອນ ຄວາມອິດເມື່ອຍຈັກວ່າຫາຍໄປໃສກໍບໍ່ຮູ້... ກືນນໍ້າເອື້ອກໆລົງຄໍ ເຮັດໃຫ້ຫວາງໃຈຢ່າງບອກບໍ່ຖືກ… ສົ່ງຍິ້ມໃຫ້ຜູ້ເປັນເມຍແທນຄໍາຂອບໃຈ… ແຕ່ເມື່ອເຫັນສີໜ້າຂອງຄູ່ຊີວິດບໍ່ຄ່ອຍສົດຊື່ນປານໃດ ຈຶ່ງເອີ່ຍປາກຖາມດ້ວຍຄວາມເປັນຫ່ວງ…
“ມີຫຍັງບໍ່ ແມ່ມັນ?”
“ກະນີ້ເດ!” ແມ່ເຈົ້າເຮືອນຈັບເອົາຊອງສີໜາໆຫຼາຍຊອງຍື່ນໃຫ້ດ້ວຍທ່າທີສີເມື່ອຍໆ.
ຈັບ ຂຶ້ນມາເຍີງເບິ່ງ ພ້ອມກັບອ່ານໃນໃຈ: ບັດເຊີນດອງຄູ່ສົມລົດໃໝ່ 3 ບັດ, ບັດເຊີນສະຫຼອງວັນຄົບຮອບແຕ່ງດອງ 30 ປີ 1 ບັດ ແລະບັດເລົ່າຂຶ້ນເຮືອນໃໝ່ອີກ 2 ບັດ, ໂຮມທັງໝົດ 6 ບັດພໍດີ ໄຄແຕ່ບໍ່ຖືກມື້ດຽວກັນ … ຮອຍຍິ້ມທີ່ເປີດກວ້າງຫວ່າງກີ້ນີ້ຖືກຫຸບມ້ຽນດ້ວຍຄວາມກັງວົນໃຈ ເມື່ອຄິດເຖິງເງິນເດືອນຂອງເດືອນນີ້ທີ່ຍັງບໍ່ທັນອອກ…
ແມ່ເຈົ້າເຮືອນຄົງອ່ານໃຈຜູ້ເປັນຜົວໄດ້ດີ ນາງຈຶ່ງຫາວິທີແກ້ໄຂຢ່າງໄວວາ...
“ ເງິນຢູ່ນໍານ້ອງຍັງ 5 ແສນ… ຄິດວ່າຄົງພໍໃສ່ຊອງຢູ່! ໃສ່ບັດດອງບັດລະແສນ, ສ່ວນບັດເລົ່າບຸນນັ້ນ ໃສ່ຊອງລະຫ້າສິບພັນກໍຄືຊິເໝາະແລ້ວ!”
ຍິ້ມສີຝືດໆ ອອກຈາກມຸມສົບຍື່ນໃຫ້ແມ່ເຈົ້າເຮືອນຕາງຄໍາຂອບໃຈຕໍ່ຄວາມຮອບຄອບ ນໍາການຄິດໄລ່ເງິນໃສ່ໃນຊອງຢ່າງເໝາະສົມ.
“ນີ້ລະ ເພິ່ນວ່າທີພະທີຈົວ.” ບອກເມຍດ້ວຍຄວາມຄິດໃນແງ່ບວກ.
“ບາດຮອດທີຈົວ ເຮົາກໍຄົງໄດ້ຊັກຄ້ອນເທົ້າໄປດອງ ເພາະລູກເຮົາຍັງເປັນເບ້ຍຢູ່!” ເມຍວ່າແບບອ່ອນໃຈ.
“ກະ ຢ່າແຫຼະ! ເພື່ອຮັກສາໜ້າຮັກສາຕາຂອງຄອບຄົວເຮົາ. ອີກຢ່າງໜຶ່ງກໍເພື່ອບໍ່ໃຫ້ເສຍພີ່ເສຍນ້ອງ ເສຍໝູ່ເສຍຄູ່…” ອ້າງເຫດອ້າງຜົນໃຫ້ເມຍຕາຍໃຈ.
“ເງິນ 5 ແສນ ວ່າຊິໄປຕັດສິ້ນໄໝກັບເສື້ອໃໝ່ຊັ້ນດອກ! ໄປດອງເທື່ອນີ້ ກໍຄົງໃສ່ຊຸດເກົ່ານັ້ນລະນໍ!” ເມຍຈົ່ມ.
“ເຄື່ອງເກົ່າກໍຍັງເບິ່ງງາມຢູ່ເດ!” ລະດົມໃຈເມຍແບບບໍ່ຖືກຄວາມຈິງ.
“ເຂົາຊິບໍ່ວ່າຫຍັງໃຫ້ບໍວ່າ ຍາມໃດກໍນຸ່ງຊຸດເກົ່າ!” ເມຍຖຽງ.
“ບໍ່ດອກ, ສໍາລັບອ້າຍແລ້ວ ເຖິງຈະໃສ່ຊຸດເກົ່າ ແຕ່ກໍຍັງງາມໃນສາຍຕາອ້າຍ!” ເອົານ້ຳເຜິ້ງຕ້ວຍໃສ່ຄໍາເວົ້າ.
“ແຕ່ມີຕັ້ງ 4 ດອງ ແລະ 2 ງານບຸນ. ເຄື່ອງເກົ່າກໍມີແຕ່ 3 ຊຸດ.” ເມຍວ່າ.
“ຊຸດລະ 2 ງານ ກໍພໍດີແລ້ວເດ! ບໍ່ມີໃຜສັງເກດດອກ! ນອກຈາກອ້າຍນີ້ທໍ່ນັ້ນລະ!!!”
ໄດ້ຍິນດັ່ງນັ້ນ ແມ່ເຈົ້າເຮືອນກໍຮູ້ສຶກສວາງໃຈເປັນຢ່າງຍິ່ງ ແຕ່ເມື່ອຊວາດເຖິງພາຫະນະການໄປດອງໄປງານ ນາງຕ້ອງຫຼົງກ່າວອອກມາສຽງດັງໆວ່າ:
“ແລ້ວຄ່ານ້ຳມັນລົດເດລະ? ອີ່ເຖົ້າຫັ້ນແຮ່ງກິນນ້ຳມັນປານເງືອກ!”
ໄດ້ຍິນເມຍກ່າວເຖິງອີ່ເຖົ້າແດວູ ກໍເຮັດໃຫ້ຕ້ອງໄດ້ລະບາຍຍິ້ມອອກມາຢ່າງໃຈເຢັນ ແລະກ່າວສຽງເຕື້ອຍໆອອກໄປວ່າ:
“ບໍ່ ເອົາລົດເຮົາໄປ, ຂໍຂີ່ລົດໄປນໍາໝູ່ກໍໄດ້! ເພາະແນວໃດບັກແພງມັນກໍຕ້ອງໄດ້ບັດເຊີນບັດເລົ່າຄືກັນ ກັບພວກເຮົານີ້ລະ!!!” ກ່າວຈົບ ກໍເຂົ້າຫ້ອງປ່ຽນເຄື່ອງ ເພື່ອລົງໄປຫົດສວນຜັກກາດຊອມທີ່ຫາກໍບົງໄດ້ບໍ່ເທົ່າໃດມື້ ຜ່ານມາ ແລະເກືອໝູນ້ອຍທີ່ແມ່ເຖົ້າໃຫ້ມາລ້ຽງເມື່ອເດືອນກ່ອນ…
Wednesday, January 11, 2012
ໂຮງຮຽນປຸ່ງສ້ຽງ ເມືອງຊຳໃຕ້
Monday, January 9, 2012
ພາບເມື່ອ 40 ປີ ກ່ອນ
ທີ່ຊັ້ນ ມ.1 B ວິທະຍາໄລວຽງຈັນ ປີ 1971-72
ທີ່ຊັ້ນ ມ.1 A ວິທະຍາໄລວຽງຈັນ ປີ 1972-73
Monday, May 30, 2011
ງາມວັງວຽງ
Subscribe to:
Posts (Atom)