Followers

Sunday, January 6, 2013

ເລື່ອງເກີດໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່




“ໂອ້! ໝໍຄຳຕວ່າຫັ້ນ!” ສຽງຂອງໜຶ່ງໃນສີ່ທີ່ນັ່ງອ້ອມວົງຢູ່ໂຕະແຈຮ້ານນ້ອຍແຄມທາງດັງຂຶ້ນ ແລ້ວຮ້ອງໂດ່ງໄປໃສ່ຊາຍຜູ້ໜຶ່ງທີ່ພວມຢືນຊື້ຢາສູບຢູ່ໜ້າຮ້ານວ່າ:
“ຈັ່ງໃດເວີ້ຍ, ຄຳ? ເຂົ້າມາພີ້ກ່ອນແມ້!”
ຊາຍເຈົ້າຂອງຊື່ທີ່ຖືກເອີ້ນ ລີ່ຕາແນມເຂົ້າໄປໃນຮ້ານ ແລ້ວຍ່າງເຂົ້າໄປຫາຄົນທັງສີ່ດ້ວຍທ່າ ທີແບບເປັນກັນເອງ.
“ອ້າວ! ຄືວ່າມານັ່ງຕັ້ງວົງເຫລົ້າວົງເບຍແຕ່ເວັນແທ້ນໍ!” ຜູ້ເຂົ້າມາໃໝ່ເອີຍປາກຂຶ້ນ ພ້ອມກັບມີສຽງຫົວຮືໆຈາກລຳຄໍຄ່ອຍໆ.
“ແຕ່ເວັນແນວໃດ. ນີ້ມັນກໍເກືອບເຂົ້າຫົກໂມງແລ້ວເດ! ມາໆໆ ມາສະຫລອງມື້ເງິນເດືອນ ອອກໃໝ່ ແລະ ສະຫລອງວັນສົ່ງທ້າຍປີເກົ່ານຳກັນ”. ໜຶ່ງໃນສີ່ກ່າວຊວນ.
ຜູ້ຖືກຊວນເອົາມືຄຳຖົງໂສ້ງ ທີ່ເງິນເດືອນຫາກໍໄດ້ຮັບມາຈາກສາວບັນຊີການເງິນຂອງໂຮງ ງານເບີກໃຫ້ກ່ອນຈະເລີກການດ້ວຍຈິດໃຈຍັງຫ່ວງຫາຜູ້ທີ່ຍັງລໍຄອຍຢູ່ທາງບ້ານ ຈຶ່ງປະຕິເສດການ ເຂົ້າຮ່ວມວົງນຳບັນດາເພື່ອນໆ.
“ມາທະແມ້ ຢືນຊຶງເຮັດຫຍັງ. ມາໆໆ ປີໜຶ່ງມີເທື່ອດຽວ ມາສະຫລອງກັນໃຫ້ມ່ວນໆຈັກມື້ເປັນໃດວ໊າ!” ຊາຍໜ້າໜວດຜິວເຂັ້ມທັງເວົ້າທັງລຸກອອກຈາກໂຕະມາດຶງແຂນຜູ້ມາໃໝ່ໃຫ້ເຂົ້າໄປນັ່ງຮ່ວມວົງ.
“ເຮົາຊິສະຫລອງນຳພວກໂຕພຽງແຕ່ເຄິ່ງຊົ່ວໂມງເທົ່ານັ້ນເດີ! ເພາະເຮົາຟ້າວໄປຫາຄອບ...” ຍັງບໍ່ທັງເວົ້າສຸດ ຊາຍໜຸ່ມທີ່ນັ່ງຢູ່ຂ້າງກໍເວົ້າຕັດໜ້າວ່າ:
“ໂອ້ຍ! ຊິຟ້າວຊິຟັ່ງຫຍັງອ້າຍ ມື້ອື່ນກໍປີໃໝ່ແລ້ວເດ ໂຮງງານເຂົາກໍໃຫ້ພວກເຮົາພັກຕະຫລອດມື້ຕວ່າ ມື້ອື່ນໜິ້ນະ!” ບໍ່ເວົ້າລ້າ ທາງມືກໍເຫຍັ້ນເບຍຈົນຝອດລົ້ນຈອກຍື່ນໃຫ້ຜູ້ເຮັດໜ້າສີຫຍຸ້ງໆດ້ວຍຄວາມຄຸ້ນເຄີຍ.
“ຄືມາເຫຍັ້ນໃຫ້ຫລາຍແທ້ ແຮ່ງຄະລຳເຫລົ້າຄະລຳເບຍຢູ່. ມື້ນີ້ບໍ່ແມ່ນວັນສິນຫວະ?”
“ບ໊ະ! ໝໍນີ້ ດ້າມເບຍຊື່ໆ ຄືມາລວດລາຍແທ້ນໍ! ມື້ອື່ນພຸ້ນນະວັນສິນ ແລະ ກໍບໍ່ແມ່ນວັນສິນໃຫຍ່ນຳອີກ ວັນສິນແປດຄໍ່າ. ດຶກເຂົ້າໄປໂລດ ແລ້ວຄວາມມ່ວນໃນໂອກາດສົ່ງທ້າຍປີເກົ່າກໍຈະເປັນຂອງພວກເຮົາ... ຮ່າໆໆໆໆ.” ຜູ້ນັ່ງກົງກັນຂ້າມກັບເຂົາກ່າວແບບຫລິ້ນລິ້ນ ເຮັດໃຫ້ເຂົາຈຳຍອມຍົກຈອກຂຶ້ນດື່ມຢ່າງລຳບາກໃຈ... ເອືອກດຽວໝົດຈອກພໍດີ ເຮັດໃຫ້ທຸກຄົນທີ່ນັ່ງອ້ອມຂ້າງຕົບມືຊົມເຊີຍສຽງສະໜັ່ນ. ເຂົາເອົາມືປາດຝອດເບຍທີ່ຕິດຢູ່ມຸມປາກພ້ອມທັງກ່າວຂອບໃຈຄົນທັງສີ່...
“ຂອບໃຈຫລາຍໆເດີ ພັກພວກ. ເຮົາເອົາສໍ່ານີ້ກ່ອນ ເພາະເຮົາຕ້ອງຟ້າວກັບໄປຫາເມຍ...”
“ຈັ່ງແມ່ນເວົ້າຄືນໍ! ມີແຕ່ໂຕຫັ້ນຫວາມີເມຍ ພວກເຮົາກໍມີຄືກັນເດີ!” ຜູ້ອ່າວຈ່ອຍນັ່ງຢູ່ເບື້ອງຂວາຍື່ນສົບມາປະກອບສ່ວນດ້ວຍສຽງຄ້າຍຄືກັບລິດເຫລົ້າກຳລັງອາລະວາດໃນສາຍເລືອດ. “ຢ່າເທາະນ່າ ປີໜຶ່ງມີເທື່ອດຽວ ມາສະຫລອງຄວາມເປັນໝູ່ກັນໃຫ້ມັນມ່ວນໆຈັກບາດ. ນັບແຕ່ພວກເຮົາຮ່ວມເຮັດວຽກນຳກັນ ຍັງບໍ່ເຄີຍເຫັນໂຕມາຮ່ວມໂຕະດື່ມເບຍນຳພວກເຮົາຈັກເທື່ອ. ເທື່ອນີ້ສົ່ງທ້າຍປີເກົ່າແລ້ວ ກໍຄວນສະຫລະເວລາຈັກເລັກຈັກໜ້ອຍ ຄົງບໍ່ເປັນຫຍັງຕີ໊! ເອົາ! ບັກໂຕ່ງເຫຍັ້ນຕື່ມ ເຕັມຈອກໂລດເດີ!”
ເມື່ອຜູ້ຊື່ໂຕ່ງເຫຍັ້ນໃສ່ທຸກຈອກຈົນລົ້ນແລ້ວ ຜູ້ອ່າວຈ່ອຍກໍກ່າວເຊີນຊວນໝູ່ທຸກຄົນຍົກຈອກ:
“ເອົ໊າ! ຈອກນີ້ສຳລັບມິດຕະພາບຂອງພວກເຮົາ. ໃຫ້ໝົດຈອກເລີຍເດີ! ຜູ້ໃດບໍ່ໝົດ ຊິໃຫ້ລາງວັນຕື່ມ”
ປະຕິເສດບໍ່ໄດ້ ຈຳຕ້ອງກຶກລົງຄໍເປັນຈອກທີສອງ... ຍ້ອນເຂົ້າບໍ່ທັນລົງທ້ອງຈັກເມັດ ລິດຂອງເບຍຈຶ່ງແຜ່ກະຈາຍໄປຕາມສ່ວນຕ່າງໆຂອງຮ່າງກາຍໂດຍສະເພາະແມ່ນປະສາດສະໝອງ... ຮູ້ສຶກວ່າສີຄຶກຄັກດີ. ເດ່ມືໄປຈັບເອົາຕ່ອນຈີ່ໜັງຂຶ້ນມາຫຍໍ້າ ກໍຮູ້ສຶກວ່າເປັນສີມັນໆ...
ເວລາຜ່ານກາຍໄປແລ້ວໜຶ່ງຊົ່ວໂມງ ກໍບໍ່ເຫັນທີ່ທ່າວ່າເຂົາຈະລຸກອອກຈາກວົງເບຍ ເພື່ອກັບໄປຫາຄອບຄົວ... ລັງເບຍຖືກຂົນມາຕັ້ງຢູ່ທາງຂ້າງວົງຈົນວ່າເປັນກອງເກືອບຖ້ວມຫົວ.
“ຈັກໂມງແລ້ວເວີ້ຍ?” ຊາຍໜ້າໜວດຖາມຂຶ້ນແບບລິ້ນໄກ່ສັ້ນ.
“ຮວ້າຍ! ຄືມາຮອດສິບໂມງໄວແທ້ເວີ້ຍ!” ບັກໂຕ່ງກ່າວຂຶ້ນດ້ວຍສຽງບໍ່ຕ່າງກັບຜູ້ຖາມ.
“ພໍເທາະເນາະ!” ເຂົາໃຫ້ຄຳເຫັນ ເພື່ອຫາທາງເມືອບ້ານ ເມື່ອຊວາດຄຶດເຖິງໜ້າທີ່ຂອງຜົວທີ່ມີຕໍ່ເມຍ...
“ພໍກະພໍ. ແຕ່ຄຶດວ່າ ພວກເຮົາຄວນໄປອົບອຸ່ນເຮືອນດີຂອງຫົວໜ້າກ່ອນຈຶ່ງເມືອ. ຕັ້ງແຕ່ແມ່ເພິ່ນເສຍ ພວກເຮົາຍັງບໍ່ໄດ້ປ່ອນໜ້າໄປໃຫ້ເພິ່ນເຫັນຈັກເທື່ອ.” ຊາຍໜ້າໜວດເວົ້າສຸດ ແລ້ວກໍເອີ້ນເຈົ້າຂອງຮ້ານມາໄລ່ເງິນ...
“ເອົ໊າ! ອອກຜູ້ລະຫ້າສິບຫ້າພັນກີບ.”
ຄຶດວ່າໝໍໜວດຊິລ້ຽງຊັ້ນດອກ... ແຕ່ຍ້ອນເຫລົ້າເຂົ້າປາກແລ້ວ ຄວາມຍາກກໍບໍ່ມີ, ເຂົາຈົກເອົາເງິນໃນຖົງໂສ້ງຍື່ນໃຫ້ຫົວໜ້າວົງເບຍແບບຄົນໃຈໃຫຍ່ ທັງໆທີ່ຮູ້ສຶກເສຍດາຍ ເພາະເງິນຂະໜາດນີ້ ກໍສາມາດຊື້ອາຫານມາບຳລຸງສຸຂະພາບເມຍໄດ້ຕັ້ງຫລາຍຄາບເຕີບ... ແຕ່ກໍຢ່າມັນເທາະ ປີໜຶ່ງມີເທື່ອດຽວ... ຄຶດຈັ່ງຊັ້ນແລ້ວ ຈຶ່ງຮູ້ສຶກສະບາຍໃຈ...
ເຂົາພະຍາຍາມຕັ້ງສະຕິປ້າຍຂາຂຶ້ນລົດຈັກຈີນທີ່ຜ່ອນສົ່ງງວດສຸດທ້າຍຫວ່າງເດືອນແລ້ວນີ້ ເລັ່ງຈັກພຸ່ງໄປເບື້ອງໜ້າຕາມຫລັງຝຸງລົດຈັກທີ່ແລ່ນອອກໄປກ່ອນແລ້ວ.
ທີ່ເຮືອນວິນລ່າຫລັງໃຫຍ່ຕັ້ງສະມຶນທຶນຢູ່ທ່າມກາງຕົ້ນພຶກສານານາພັນ ແລະ ມີຜ້າເຕັ້ນຕັ້ງລຽງລາຍຢູ່ທາງໜ້າ. ແສງໄຟນິອອນຫລາຍຫລອດທີ່ຕິດຕັ້ງຢູ່ບ່ອນຕ່າງໆສາດແສງໃຫ້ເຫັນວ່າຜູ້ຄົນທີ່ມາກິນມາທານນຳຜູ້ຕາຍຍັງທະຍອຍກັນມາຢູ່ບໍ່ໄດ້ຂາດ. ເຂົາຍ່າງກ້ອມກ້ອຍນຳຫລັງໝູ່ຂຶ້ນໄປຍັງຫ້ອງໂຖງຂອງເຮືອນດີທີ່ມີເມມສົບທີ່ປະດັບປະດາຢ່າງຈົບງາມດອຍຢູ່.
ເຂົາເອົາເງິນຈຳນວນສິບພັນກີບພ້ອມດ້ວຍທູບທຽນທີ່ແວ່ຊື້ຢູ່ຮ້ານແຄມທາງເຂົ້າເຮືອນດີໃສ່ໃນໂອເງິນທີ່ເຈົ້າພາບກະກຽມໄວ້ສຳລັບແຂກຜູ້ບໍ່ໄດ້ເອົາໂອເອົາຂັນມານຳ ຍໍຂຶ້ນ ແລະ ອະທິຖານຂໍໃຫ້ຜູ້ຕາຍຈົ່ງໄປສູ່ສຸຄະຕິດ້ວຍເຖີດ. ຈາກນັ້ນ ພ້ອມດ້ວຍໝູ່ກໍພາກັນເຂົ້າໄປສະແດງຄວາມເສຍໃຈຕໍ່ຫົວໜ້າ ຊຶ່ງກໍໄດ້ເຮັດໃຫ້ເພິ່ນມີຄວາມດີໃຈ ແລະ ໄດ້ກ່າວຄຳຂອບໃຈທີ່ກຳມະກອນໃນໂຮງງານມາລໍ່າມາແຍງ ພ້ອມທັງບອກໃຫ້ຢູ່ອົບອຸ່ນຈັກຫວ່າງຈັກຄາວກ່ອນຈຶ່ງຄ່ອຍເມືອ.
ສຽງເຮ່ຈາກຜູ້ມາງັນເຮືອນດີດັງເປັນບາດໆຈາກວົງນັ້ນວົງນີ້ແດ່ ມີຕັ້ງຫ້າຫົກວົງ ຈະເປັນວົງຫຍັງລະ? ນອກຈາກວົງໄພ້...
“ຄຳ, ບໍ່ລອງສ່ຽງດວງຈັກບາດບໍ່ລະ?” ຊາຍໜ້າໜວດຄວັກຂ້າງເຂົາ.
“ຢ່າມາປຸກຜີການພະນັນເຮົາເທາະ!” ເຂົາຕອບສຽງສີເອື່ອຍໆແບບບໍ່ຢາກໃຫ້ອະດີດມາຟື້ນຊີບໃນຊີວິດຂອງເຂົາອີກ.
“ໂອ້ຍ! ບໍ່ເປັນຫຍັງດອກນ່າ. ຫລິ້ນມ່ວນຫລິ້ນຊື່ນ ພໍແກ້ເຫງົານອນ.”
ຍ້ອນທົນຕໍ່ສຽງລົບເລົ້າຂອງໝູ່ບໍ່ໄດ້ປະສົມກັບທາດເຫລົ້າຂອງເບຍຍັງບໍ່ທັນເຫີຍໄປຈາກເມັດເລືອດ ໂດຍສະເພາະແລ້ວແມ່ນບັກຫລັງລາຍທີ່ເຂົາເຄີຍຈັບຢູ່ໃນເຮືອນກຳເຮືອນດີເມື່ອສາມສີ່ປີກ່ອນ ໄດ້ເຮັດໃຫ້ຄຳປະຕິຍານທີ່ເຂົາມີຕໍ່ໜ້າຮ້ານພະບູຊາຢູ່ເຮືອນຕ້ອງຂາດສະບ້ັນລົງ... ເຂົາ ແລະ ຊາຍໜ້າໜວດຂໍນັ່ງຮ່ວມວົງກັບບັນດາຂາໄພ້ທີ່ມີກອງເງິນກອງໃຫຍ່ໆຢູ່ທາງໜ້າ... ທຸກຄົນໃນວົງນັ້ນເຫັນດີຍະບ່ອນ ແລະ ເອົາຕັ່ງເຂົ້າມາເສີມ...
ບັນຍາກາດໃນການຫລິ້ນເກເທື່ອນີ້ເຮັດໃຫ້ຜີການພະນັນທີ່ຈອບຈະໂປໂລຫົວຂຶ້ນໃນໂຕຂອງເຂົາໄດ້ທ່າ ແລະ ກໍໄດ້ກະຊາກລາກດຶງໝາກຫົວໃຈຂອງເຂົາໃຫ້ຕັ້ງຕໍ່ໃບໄພ້ທີ່ຖືກມືທັງສອງຈັບຂຶ້ນມາແບຢູ່ຕໍ່ໜ້າ...
“ໂອ້! ເປົາໝາກ 9 (ໝາກເກົາທັງສາມໃບ)...” ເຂົາອຸທານໃນໃຈ ພ້ອມທັງເກເງິນລົງທັບຜູ້ເກມາກ່ອນຢ່າງຫຍ້າມໃຈ.
ການເກກັນໃນຮອບນີ້ເຮັດໃຫ້ເງິນຢູ່ກອງກາງສວດຈູ່ນພູ່ນ ເຮັດໃຫ້ຂາໄພ້ທີ່ນັ່ງອ້ອມວົງພາກັນອ້າປາກຈົນນໍ້າລາຍເກືອບໄຫລອອກ...
“ຂໍເກທັບຈົນກ້ຽງຖົງໂສ້ງເລີຍໄປ໊!” ສຽງຂອງເຂົາດັງແບບເຫິກເຫີມໃຈ ພ້ອມທັງແນມເບິ່ງໜ້າຄູ່ເກຢ່າງໄດ້ທ່າ.
ຄູ່ເກຂອງເຂົາຍິ້ມເຍີ້ຍຢູ່ມຸມປາກ ພ້ອມກັບຈົກເອົາເງິນທີ່ມີເຫລືອໃນຖົງອອກມານັບ ແຕ່ບໍ່ພໍ…
“ບັກການ ຂໍຢືມແດ່ ແລ້ວກູຊິໃຫ້ດອກເບ້ຍດອກ!”
ຜູ້ຊື່ການທີ່ນັ່ງທາງຂ້າງບໍ່ເວົ້າຍາກ ຈັບເອົາເງິນຢູ່ໜ້າໂຕະຂອງຕົນເດ່ໄປໃຫ້ໝູ່ຢ່າງເຊື່ອໝັ້ນວ່າດອກຕ້ອງງອກເງີຍ.
“ລອງຫງາຍໄພ້ມາເບິ່ງດູ໊!”
ເຂົາຫງາຍໄພ້ຢ່າງຊ້າໆ ພ້ອມທັງເອົາມືຄວ້າໄປຍັງກອງເງິນ ແຕ່ຕ້ອງຢຸດຊະງັກ ເມື່ອຄູ່ເກຂອງເຂົາ ກ່າວຄຳວ່າ:
“ຢ່າສູ່ຟ້າວ ເບິ່ງໄພ້ຂອງຂ້ອຍກ່ອນແມ້!”
ພຽງແຕ່ເຫັນໜ້າໄພ້ທັງສາມໃບທີ່ຫງາຍຢູ່ເທິງໜ້າໂຕະ ເຂົາເກືອບເປັນລົມ ຮູ້ສຶກເຢັນສັນຫລັງວາບບາດໜຶ່ງ... ແລ້ວເຂົາຈະເວົ້າກັບເມຍແນວໃດລະ? ເງິນເດືອນທັງເດືອນໄດ້ມາຫວັງຈະເອົາໄປມອບໃສ່ມືເມຍໃນໂອກາດວັນຂຶ້ນປີໃໝ່ນີ້ ແຕ່ຜີການພະນັນກໍໄດ້ເຮັດໃຫ້ແຮງງານທີ່ອອກມາທັງເດືອນຕ້ອງລະລາຍຫາຍໄປກັບຕາ...
ທາດເມົາທີ່ຖືກດື່ມເຂົ້າແຕ່ຫົວຄໍ່ານັ້ນ ຈັກວ່າຫາຍໄປທາງໃດກໍບໍ່ຮູ້ ເຂົາຟ້າວລຸກຈາກວົງໄພ້ດ້ວຍອາການໝົດແຮງ ຈົນເພື່ອນຊາຍໜ້າໜວດຕ້ອງໄດ້ກ່າວອອກມາດ້ວຍສຽງເປັນຫ່ວງ:
“ຊິເມືອໄດ້ຢູ່ຫວາ?”
“ບໍ່ມີບັນຫາດອກ. ໄປກ່ອນເດີພັກພວກ.” ທັງເວົ້າທັງຍ່າງມຸ່ງໜ້າໄປຫາລົດຈັກຄູ່ຊີບ.
“ຄ່ອຍໄປເດີ. ມືດປືດຕາປານນີ້!” ສຽງຮ້ອງນຳຫລັງເພື່ອເຕືອນສະຕິ.
ບໍ່ໜ້າຊິໃຈອ່ອນນຳສິ່ງເຫລົ່ານີ້ເລີຍ... ຄັນເມືອຕັ້ງແຕ່ໝູ່ຊວນກິນເບຍຕອນນັ້ນ ປານນີ້ກໍຄົງໄດ້ໄປສະຫລອງປີໃໝ່ຢູ່ກັບເມຍຢ່າງສະບາຍໆແລ້ວ ແລະ ກໍບໍ່ຕ້ອງມາເສຍເງິນໃຫ້ກັບການພະນັນນີ້ອີກ... ທັງຄຶດທັງເສຍດາຍເງິນທີ່ເສຍໄປ... ທາງຕີນກໍຢຽບຄັນຕິດຈັກ, ທາງມືກໍບິດຄັນເລັ່ງ... ຢຽບສອງສາມບາດ ສຽງຈັກກໍດັງສະເນືອນກ້ອງໃນໂສດປະສາດ... ປານນີ້ເມຍຄົງຄອງການກັບເມືອເຮືອນຂອງເຂົາຈົນຫລັບປະແລ້ວກໍບໍ່ຈັກ...
ຂະນະທີ່ພວມຂັບລົດຝ່າຄວາມມືດໄປຕາມເສັ້ນທາງໜອງບຶກ-ສີເກີດ, ຫູຂອງເຂົາໄດ້ຍິນສຽງດັງຕຶ້ງໆ ທ້ອງຟ້າທີ່ມືດຄຶ້ມຢູ່ເບື້ອງຕາເວັນຕົກຮຸ່ງວາບໆຕິດຕໍ່ກັນຫລາຍໆຄັ້ງ ຄືຊິແມ່ນເຂົາຍິງບັ້ງໄຟດອກ. ຍົກແຂນຂຶ້ນເບິ່ງໂມງ: ໂອ້! ສິບສອງໂມງພໍດີ... ສະແດງວ່າວັນຂຶ້ນປີໃໝ່ໄດ້ເຂົ້າມາແທນທີ່ປີເກົ່າແລ້ວ... ແຕ່ຄວາມໜັກໜ່ວງ ແລະ ຕີບຕັນໃນຫົວໃຈຍິ່ງເພີ່ມຂີດຄວາມເຂັ້ມຂຸ້ນຂອງມັນ...
“ເຮົາຊິເວົ້ານຳເມຍແນວໃດນໍ?” ຍັງບໍ່ທັນຈະຄິດຍັງຕໍ່ ເຂົາຕ້ອງສະດຸ້ງຕື່ນສຸດໂຕ ເພາະຢູ່ຕໍ່ໜ້າຫ່າງຈາກເຂົາປະມານສິບກວ່າແມັດມີຄົນກຳລັງກວັກມືຢູ່ຕໍ່ໜ້າ. ເຂົາຈຳຕ້ອງຄ່ອຍໆຜ່ອນຄັນເລັ່ງ ແລ້ວກໍຢຸດຢູ່ຕໍ່ໜ້າຄົນຜູ້ນັ້ນ.
“ຄັນບໍ່ຢາກໄປເມືອງໄກ່ບໍ່ຂັນ ກໍໃຫ້ຮີບລົງຈາກລົດດຽວນີ້.” ສຽງດັງອອກຈາກຊາຍນິລະນາມທີ່ກວັກມືໃຫ້ເຂົາຈອດອອກຄຳສັ່ງ. ຈາກແສງໄຟຕາລົດ ເຂົາຈຶ່ງຮູ້ໄດ້ວ່າ ມີສອງຄົນຢືນຄຽງຂ້າງ ແລະ ປະກົບໂຕຂອງເຂົາ.
“ຖ້າຍັງຂັດຂືນ ພວກເຮົາຈະໃຊ້ຄວາມຮຸນແຮງໄດ໋!” ໜຶ່ງໃນສອງອອກຄຳສັ່ງອີກ ໂດຍມີວັດຖຸສີດຳໆຈີ້ຢູ່ຂ້າງເຂົາ... “ໂອ້! ເຈົ້າແມ່ສີເມືອງເອີຍ! ເຮົາຖືກເຂົາປຸ້ນແລ້ວຕີ້ນີ້!”
ເພື່ອຮັກສາຊີວິດ ເຂົາຟ້າວລົງຈາກລົດຈັກ ແລ້ວປ່ອຍໃຫ້ພວກໂຈນເອົາລົດໄປຢ່າງງ່າຍດາຍ... ຍ້ອນຄວາມມືດ ແລະ ການເອົາຜ້າອັດໜ້າ ເຂົາຈຶ່ງບໍ່ສາມາດຮູ້ໄດ້ວ່າພວກມັນມີໂຄງໜ້າຄືແນວໃດ...
ສຽງລົດຈັກຄູ່ຊີບຂອງເຂົາດັງໄກອອກໄປ ປະໃຫ້ເຂົາຢືນງົງຜູ້ດຽວຢູ່ໃນຄວາມມືດ... ຍັງອີກຕັ້ງສາມຫລັກຈຶ່ງຊິຮອດເຮືອນ... ຈັ່ງແມ່ນຊວຍແທ້ນໍ! ເຂົາຈົ່ມພຶມພຳຜູ້ດຽວປານຄົນບ້າ ແລະ ກໍຍ່າງໄປຂ້າງໜ້າ... ກວ່າຈະຮອດເຮືອນ ກໍກິນເວລາໄປຕັ້ງຊາວຫ້ານາທີ.
ຮ່ອມເຂົ້າເຮືອນທີ່ເປັນຫ້ອງແຖວຕາມປົກກະຕິກໍຈະມືດມິດປານກຳຕາ ແຕ່ຄືນນີ້ຊໍ້າພັດແຈ້ງສະຫວ່າງ ແລະ ວົນແຊວດ້ວຍສຽງເພງສະຫລອງປີໃໝ່. ເຂົາບໍ່ມີກະຈິດກະໃຈຊິໄປທັກທາຍຜູ້ໃດ ມີແຕ່ຍ່າງກົ້ມໜ້າໄປຍັງຫ້ອງເຮືອນຂອງຕົນເອງ ເຄາະປະຕູເຮືອນຢ່າງແຮງ ແລະ ເອີ້ນຊື່ເມຍຕັ້ງຫລາຍຄັ້ງ. ແຕ່ກໍບໍ່ມີສຽງຕອບຈາກທາງໃນຫ້ອງເຮືອນ. ແລ້ວເຂົາກໍຕົກໃຈ ເມື່ອເຫັນວ່າປະຕູເຮືອນຖືກໃສ່ກະແຈເປັນຢ່າງດີ... ເຂົາເອົາມືກຸມຂະໝັບຢ່າງຫົວເສຍ ຢ່ອນໂຕລົງນັ່ງຕໍ່ໜ້າປະຕູຢ່າງໝົດອາໄລຕາຍຢາກ...
ສຽງປະຕູເຮືອນຫ້ອງຂ້າງດັງແຊກເຂົ້າຫູ ພ້ອມກັບສຽງຂອງຄົນດັງຊ້ອນເຂົ້າມາ:
“ອ້າຍຄຳຫວາ?”
ເຂົາງວາກໜ້າໄປທີ່ຄົນຖາມ ພ້ອມກັບຢືດໂຕຂຶ້ນຢືນ ແລ້ວປ່ອຍຄຳຖາມອອກໄປວ່າ:
“ເມຍອ້າຍໄປໃສ?”
“ອ້າຍສີກັບເອື້ອຍຈັນພາລາວໄປໂຮງໝໍຫວ່າງກີ້ນີ້ເດ.”
“ອ້າວ! ກະດຽວວ່າໝໍບອກວ່າຊິເກີດອາທິດໜ້າພຸ້ນ!” ເຂົາເວົ້າຢ່າງງົງງວຍ ຄ້າຍຖືກໄມ້ຄ້ອນຕ່ອຍຫົວ.
ເຂົາຈຳເປັນຕ້ອງບອກຄວາມຈິງໃຫ້ເພື່ອນບ້ານໃກ້ຄຽງຮັບຊາບວ່າມີເຫດຮ້າຍເກີດຂຶ້ນກັບເຂົາ. ເມື່ອໄດ້ຊາບຂ່າວດັ່ງກ່າວ ເພື່ອນບ້ານຜູ້ໃຈດີກໍບໍ່ໄດ້ລໍຊ້າ ລາກເອົາລົດຈັກອອກມາ ພາເຂົາໄປຍັງໂຮງໝໍທັນທີ.
ຫົວໃຈຂອງເຂົາເຕັ້ນດ້ວຍຈັງຫວະອັນບໍ່ເປັນປົກກະຕິ... ເປັນຫ່ວງເມຍກໍພໍປານນັ້ນ ບວກໃສ່ຄວາມຊວຍທີ່ໄດ້ປະສົບມາຢ່າງສົດໆຮ້ອນໆ ຍິ່ງເຮັດໃຫ້ເຂົາສັບສົນຈົນບໍ່ຊ່າງຊິຊອກວິທີແກ້ໄຂແນວໃດ...
ກວ່າຈະໄປຮອດໂຮງໝໍແມ່ ແລະ ເດັກ ກໍກິນເວລາໄປເກືອບສາມສິບນາທີ, ພໍແຕ່ປ້າຍຂາລົງຈາກລົດ ເຂົາກໍຟ້າວກ້າວຂາບາດຖີ່ໆເຂົ້າໄປໃນຕຶກໂຮງໝໍທັນທີ ຈົນລືມກ່າວຂອບໃຈຜູ້ມາສົ່ງ. ເຂົາຂຶ້ນຄັນໄດໄປຊັ້ນທີສອງ ເຫັນໝໍ ແລະ ພະຍາບານພວມເຂົ້າໆອອກໆຈາກຫ້ອງປະສູດເປັນຫລູດໆຫລ້າຍໆ. ບຶດກໍໄດ້ຍິນສຽງຮ້ອງຄາງດ້ວຍຄວາມເຈັບປວດຂອງຜູ້ເປັນແມ່, ໜ້ອຍກໍໄດ້ຍິນສຽງໄຫ້ຂອງແອນ້ອຍທີ່ເກີດໃໝ່... ສຽງເຫລົ່ານີ້ພາໃຫ້ເຂົາລືມຄວາມໂຊກຮ້າຍທີ່ໄດ້ພານພົບມາ.
“ໂອ້! ອາວຄຳຕວ່າຫັ້ນ!” ສຽງຍິງໄວເກືອບກາງຄົນທີ່ຍ່າງສວານທາງທ້ວງຂຶ້ນ ເຮັດໃຫ້ເຂົາຢຸດຊະງັກ.
“ສະບາຍດີ, ເອື້ອຍຈັນ. ແອນ້ອຍເກີດແລ້ວຫວາ?”
“ເກີດໄດ້ເກືອບເຄິ່ງຊົ່ວໂມງແລ້ວເດ. ຢູ່ຫ້ອງເບີ 201 ເດີ. ເອື້ອຍຊິຟ້າວໄປເອົາຖົງນໍ້າຮ້ອນນຳນາງພະຍາບານຢູ່ຊັ້ນລຸ່ມມາໃຫ້ເມຍຂອງເຈົ້າ.”
ຫົວໃຈເຂົາເຕັ້ນຕຶກໆ ດີໃຈທີ່ໄດ້ກາຍເປັນພໍ່ຄົນໃນມື້ນີ້ ແຕ່ຄວາມດີໃຈກໍຢູ່ໄດ້ບໍ່ພໍນາທີກໍມະລາຍຫາຍໄປ ໂດຍມີຄວາມທຸກຍ້ອນຍ້ອນສິ່ງທີ່ສູນເສຍໄປເຂົ້າມາແທນທີ່.
ຫາກເມຍເຂົາຮູ້ ນາງຈະຮູ້ສຶກແນວໃດນໍ? ນາງຄົງຮ້າຍ ແລະ ບໍ່ອະໄພໃຫ້ເຂົາຢ່າງແນ່ນອນ... ເຂົາຄ່ອຍເຄື່ອນກາຍເຂົ້າໄປໃນຫ້ອງ 201 ຢ່າງຕື່ນເຕັ້ນແບບບໍ່ເຄີຍເປັນມາກ່ອນ. ໂອ້! ເມຍສຸດທີ່ຮັກຍັງນອນຫລັບຕາ ຊຶ່ງມີແອນ້ອຍໜ້າຕາສົດໃສທີ່ຖືກຫໍ່ດ້ວຍຜ້າອ້ອມນອນຢູ່ຄຽງຂ້າງ.
“ໂອ້! ລູກຂອງພໍ່.” ເຂົາຫລູບເຂົ້າອຸ້ມແອນ້ອຍເກີດໃໝ່ຢ່າງຖະໜອມຮັກ ແນມເບິ່ງໜ້າລູກດ້ວຍຫົວໃຈອັນໂພງໃຫຍ່.
“ອ້າຍຄຳ, ມາແລ້ວຫວາ?” ສຽງຂອງຜູ້ເປັນເມຍ ເຮັດໃຫ້ເຂົາຕ້ອງລະສາຍຕາຈາກລູກ ຫລຽວເຫລືອດມາຍັງຜູ້ເປັນເມຍດ້ວຍຫົວໃຈສຳນຶກຜິດ.
“ອ້າຍຂໍໂທດ ທີ່ປະໃຫ້ນ້ອງມາເກີດລູກຜູ້ດຽວ.” ສຽງຂອງເຂົາສີສັ່ນໆ ເດ່ມືໄປຈັບມືຂອງເມຍຂຶ້ນມາບີບ ພ້ອມທັງເລົ່າທຸກສິ່ງທຸກຢ່າງໃຫ້ນາງຟັງຢ່າງລະອຽດ... ພໍແຕ່ເລົ່າຈົບ ເຂົາກໍຟ້າວກົ້ມໜ້າລົງແບບນັກໂທດທີ່ກຽມຖືກປະຫານຈາກເປົາປຸ້ນຈິ້ນ ພ້ອມທັງກ່າວມ້ວນທ້າຍວ່າ:
“ຕໍ່ໄປອ້າຍຈະບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ. ອ້າຍຂໍສາບານ...”
“ຢ່າມັນເທາະ, ອ້າຍ! ຖືວ່າເປັນໂຊກຮ້າຍຂອງເຮົາກໍແລ້ວກັນ. ແຕ່ນ້ອງຂໍບອກຂ່າວໂຊກດີໃຫ້ອ້າຍຊາບວ່າ ນ້ອງຖືກຫວຍພັດທະນາງວດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາງວັນທີ 2 ໄດ້ລົດເວັບໄທວ່າຊັ້ນ. ມື້ອື່ນໃຫ້ອ້າຍໄປເອົາລາງວັນເດີ!” ເມຍຂອງເຂົາເວົ້າດ້ວຍອາລົມອັນແຈ່ມໃສ. ແຕ່ເຂົາກໍຍັງບໍ່ແຈບໃຈຈຶ່ງຖາມອອກໄປວ່າ:
“ແລ້ວຄ່າໂຮງໝໍເດຊັ້ນ?”
“ຄ່າໂຮງໝໍກໍບໍ່ໄດ້ເສຍ ເພາະລູກພວກເຮົາເກີດໃນວັນຂຶ້ນປີໃໝ່ ວັນທີ 1 ເດືອນມັງກອນ
ທາງໂຮງໝໍແມ່ ແລະ ເດັກເພິ່ນບໍລິການໂດຍບໍ່ໃຫ້ມີການເສຍຄ່າໃຊ້ຈ່າຍຫຍັງທັງໝົດ. ນອກຈາກນັ້ນ ເພິ່ນຍັງມີຂອງຂວັນພິເສດສຳລັບແມ່ ແລະ ເດັກທີ່ເກີດໃນວັນນີ້ອີກນຳ.”
ພໍແຕ່ໄດ້ຍິນແນວນັ້ນ ເອິກທີ່ຄືກັບວ່າຖືກໜ່ວຍພູທັບ ກໍຮູ້ສຶກຫວາງໄປປານກັບຂຶ້ນສະຫວັນທັງເປັນ...

No comments: