Followers

Tuesday, December 11, 2012

ຊອງບັດເຊີນ



ກັບ​ມາ​ແຕ່​ຫ້ອງ​ ລ້​າ­ຫ້ອງ­ການ​ດ້ວຍ​ຄວາມ​ອິດ​ເມື່ອຍ​ເໜື່ອຍ​ລ້າ ​ແ​ຕ່​ເມື່ອ​ມາ​ພໍ້​ຈອກ​ນໍ້າເຢັນໆ­​ຈາກ​ມື​ສີອ່ອນໆ­​ຂອງ​ແມ່​ເຈົ້າ​ເຮືອນ ຄວາມ­ອິດ​ເມື່ອຍ​ຈັກ​ວ່າ​ຫາຍ​​ໄປ​ໃສ​ກໍ​ບໍ່​ຮູ້... ກືນ​ນໍ້າ​ເອື້ອກໆ­​ລົງ​ຄໍ​ ​ເຮັດ​ໃຫ້​ຫວາງ​ໃຈ​ຢ່າງ​ບອກ​ບໍ່​ຖືກ… ສົ່ງ​ຍິ້ມ​ໃຫ້​ຜູ້​ເປັນ​ເມຍ​ແທນ​ຄໍາ​ຂອບ​ໃຈ… ​ແຕ່​ເມື່ອ​ເຫັນ​ສີ​ໜ້າ​ຂອງ​ຄູ່​ຊີວິດ​ບໍ່​ຄ່ອຍ​ສົດ​ຊື່ນ​ປານ​ໃດ ຈຶ່ງ​ເອີ່ຍ​ປາກ​ຖາມ​ດ້ວຍ​ຄວາມ​ເປັນ​ຫ່ວງ…
“ມີ​ຫຍັງ​ບໍ່ ​ແມ່​ມັນ?”
“ກະ­​ນີ້​ເດ!” ​ແມ່​ເຈົ້າ​ເຮືອນ​ຈັບ​ເອົາ​ຊອງ​ສີ​ໜາໆ­​ຫຼາຍ­ຊອງ​ຍື່ນ​ໃຫ້​ດ້ວຍ​ທ່າ​ທີ​ສີ​ເມື່ອຍໆ­.
ຈັບ ​ຂຶ້ນ­ມາ​ເຍີງ​ເບິ່ງ ພ້ອມ​ກັບ​ອ່ານ​ໃນ​ໃຈ: ບັດ​ເຊີນ​ດອງ​ຄູ່​ສົມ­ລົດ​ໃໝ່ 3 ບັດ, ບັດ​ເຊີນສະ­ຫຼອງ­ວັນ­ຄົບ­ຮອບ​ແຕ່ງ­ດອງ 30 ປີ ​1 ບັດ ແລະ­​ບັດ​ເລົ່າ​ຂຶ້ນ​ເຮືອນ​ໃໝ່​ອີກ 2 ບັດ, ​ໂຮມ​ທັງ​ໝົດ 6 ບັດ­ພໍດີ ​ໄຄ​ແຕ່​ບໍ່​ຖືກ​ມື້​ດຽວ​ກັນ … ຮອຍ​ຍິ້ມ­ທີ່​ເປີດ​ກວ້າງ​ຫວ່າງ​ກີ້​ນີ້​ຖືກ​ຫຸບ​ມ້ຽນ​ດ້ວຍ​ຄວາມ​ກັງ­ວົນ​ໃຈ ​ເມື່ອ​ຄິດ​ເຖິງ​ເງິນ​ເດືອນ​ຂອງ​ເດືອນ​ນີ້​ທີ່​ຍັງ​ບໍ່​ທັນ​ອອກ…
​ແມ່​ເຈົ້າ​ເຮືອນ​ຄົງ​ອ່ານ​ໃຈ​ຜູ້​ເປັນ​ຜົວ​​ໄດ້​ດີ ນາງ​ຈຶ່ງ​ຫາ​ວິທີ​ແກ້​ໄຂ​ຢ່າງ​ໄວວາ...
“ ​ເງິນ​ຢູ່​ນໍາ​ນ້ອງ​ຍັງ​ 5 ​ແສນ… ຄິດ​ວ່າ​ຄົງ​ພໍ​ໃສ່​ຊອງ​ຢູ່! ​ໃສ່​ບັດ​ດອງ​ບັດ​ລະ­​ແສນ, ສ່ວນ​ບັດ​ເລົ່າ​ບຸນ­ນັ້ນ ​ໃສ່​ຊອງ​ລະ­​ຫ້າ​ສິບ​ພັນ​ກໍ​ຄື​ຊິ​​ເໝາະ­​ແລ້ວ!”
ຍິ້ມ­ສີ​ຝືດໆ­ ​ອອກ​ຈາກ​ມຸມ​ສົບ​ຍື່ນ​ໃຫ້​ແມ່​ເຈົ້າ​ເຮືອນ​ຕາງ​ຄໍາ​ຂອບ​ໃຈຕໍ່​ຄວາມ​ຮອບ​ຄອບ ​ນໍາ​ການ​ຄິດ​ໄລ່​ເງິນ​ໃສ່​ໃນ​ຊອງ​ຢ່າງ​ເໝາະ­​ສົມ.
“ນີ້​ລະ­​ ​ເພິ່ນ​ວ່າ​ທີ​ພະ­​ທີ​ຈົວ.” ບອກ​ເມຍ​ດ້ວຍ​ຄວາມ​ຄິດ​ໃນ​ແງ່​ບວກ.
“ບາດ​ຮອດ​ທີ​ຈົວ ​ເຮົາ​ກໍ​ຄົງ​ໄດ້­ຊັກ​ຄ້ອນ​ເທົ້າ​​ໄປ​ດອງ ​ເພາະ­​ລູກ​ເຮົາ​ຍັງ​ເປັນ​ເບ້ຍ​ຢູ່!” ​ເມຍ​ວ່າ​ແບບ​ອ່ອນ​ໃຈ.
“ກະ­ ​ຢ່າ​ແຫຼະ­! ​ເພື່ອ​ຮັກ­ສາ​ໜ້າ​ຮັກ­ສາ​ຕາ​ຂອງ​ຄອບ­ຄົວ​ເຮົາ. ອີກ​ຢ່າງ​ໜຶ່ງ​ກໍ​ເພື່ອ​ບໍ່​ໃຫ້​ເສຍ​ພີ່​ເສຍ​ນ້ອງ ​ເສຍ​ໝູ່​ເສຍ​ຄູ່…” ອ້າງ​ເຫດ​ອ້າງ​ຜົນ​ໃຫ້​ເມຍ​ຕາຍ​ໃຈ.
“​ເງິນ​ 5 ​ແສນ ວ່າ​ຊິ​ໄປ​ຕັດ­ສິ້ນ​​ໄໝ​ກັບ​ເສື້ອ​ໃໝ່­ຊັ້ນ­ດອກ! ​ໄປ​ດອງ​ເທື່ອ​ນີ້ ກໍ​ຄົງ​ໃສ່​ຊຸດ​ເກົ່າ​ນັ້ນລະ­​ນໍ!” ​ເມຍ​ຈົ່ມ.
“​ເຄື່ອງ​ເກົ່າ​ກໍ​ຍັງ​ເບິ່ງ​ງາມ​ຢູ່​ເດ!” ລະ­ດົມ​ໃຈ​ເມຍ​ແບບ​ບໍ່​ຖືກ​ຄວາມ​ຈິງ.
“​ເຂົາ​ຊິ​ບໍ່​ວ່າ​ຫຍັງ​ໃຫ້​ບໍ​ວ່າ ຍາມ​ໃດ​ກໍ​ນຸ່ງ​ຊຸດ​ເກົ່າ!” ​ເມຍ​ຖຽງ.
“ບໍ່​ດອກ, ສໍາ­ລັບ​ອ້າຍ​ແລ້ວ ​ເຖິງ​ຈະ­​ໃສ່​ຊຸດ​ເກົ່າ ​ແຕ່​ກໍ​ຍັງ​ງາມ​ໃນ​ສາຍ­ຕາ​ອ້າຍ!” ​ເອົາ​ນ້ຳ​ເຜິ້ງຕ້ວຍ​ໃສ່​ຄໍາ​ເວົ້າ.
“​ແຕ່​ມີ​ຕັ້ງ 4 ດອງ ​ແລະ­ 2 ງານ­ບຸນ. ​ເຄື່ອງ​​ເກົ່າ​ກໍ​ມີ​ແຕ່ 3 ຊຸດ.” ​ເມຍ​ວ່າ.
“ຊຸດ​ລະ­ 2 ງານ ກໍ​ພໍດີ​ແລ້ວ​ເດ! ບໍ່​ມີ​​ໃຜ​ສັງ​ເກດ​ດອກ! ນອກ­ຈາກ​ອ້າຍ​ນີ້​ທໍ່​ນັ້ນລະ­!!!”
​ ໄດ້​ຍິນ​ດັ່ງ­ນັ້ນ ​ແມ່​ເຈົ້າ​ເຮືອນ​ກໍ​ຮູ້­ສຶກ​ສວາງ​ໃຈ​ເປັນ​ຢ່າງ​ຍິ່ງ ​ແຕ່​ເມື່ອ​ຊວາດ​ເຖິງ​ພາ­ຫະ­ນະ­​ການ​ໄປ​ດອງ​ໄປ​ງານ ນາງ​ຕ້ອງ​ຫຼົງກ່າວ​ອອກ​ມາ​ສຽງ​ດັງໆ­​ວ່າ:
“​ແລ້ວ​ຄ່າ​ນ້ຳມັນ​ລົດ​ເດລະ­? ອີ່​ເຖົ້າ­ຫັ້ນ​ແຮ່ງ​ກິນນ້ຳມັນ­ປາ​ນ​ເງືອກ!”
​ໄດ້​ຍິນ​ເມຍ​ກ່າວ​ເຖິງ​ອີ່​ເຖົ້າ​​ແດ​ວູ ກໍ​ເຮັດ​ໃຫ້​ຕ້ອງ​ໄດ້ລະ­ບາຍ​ຍິ້ມ­ອອກ​ມາ​ຢ່າງ​ໃຈ​ເຢັນ ​ແລະ­​ກ່າວ​ສຽງ​ເຕື້ອຍໆ­​ອອກ​​ໄປວ່າ:
“ບໍ່ ​ເອົາ​ລົດ​ເຮົາ​ໄປ, ຂໍ​ຂີ່​ລົດ​ໄປ​ນໍາ​ໝູ່​ກໍ​ໄດ້! ​ເພາະ­​ແນວ​ໃດ​ບັກ​ແພງ​ມັນ​ກໍ​ຕ້ອງ​ໄດ້​ບັດ​ເຊີນ​ບັດ​ເລົ່າ​ຄື​ກັນ​ ກັບ­ພວກເຮົານີ້​ລະ­!!!” ກ່າວ​ຈົບ ກໍ​​ເຂົ້າ­ຫ້ອງ​ປ່ຽນ​ເຄື່ອງ​ ​ເພື່ອ​ລົງ​ໄປ​ຫົດ​ສວນ​ຜັກ­ກາດ​ຊອມ​ທີ່​ຫາ​ກໍ​ບົງ​ໄດ້​ບໍ່​ເທົ່າ​ໃດ​ມື້​ ຜ່ານ​ມາ ​ແລະ­​ເກືອ​ໝູ​ນ້ອຍ​ທີ່​ແມ່​ເຖົ້າ​ໃຫ້​ມາ​ລ້ຽງ​ເມື່ອ​ເດືອນ​ກ່ອນ…

1 comment:

au8ust said...

ອ່ານໄປຍິ້ມໄປ ຂອບໃຈທີ່ແບ່ງປັນ!