Followers

Saturday, June 5, 2010

ຄວາມ​ຮັກ ຫຼື ຄວັນ​ຢາສູບ


ພາຍຫຼັງນັ່ງຢູ່ໜ້າຄອມເປັນເວລາເກືອບຊົ່ວໂມງ, ຂ້ອຍກໍຢືດແຄ່ງຢຽດຂາລຸກຂຶ້ນ ບິດແອວ ໄປມາສອງສາມບາດ ແລ້ວຍ່າງອອກໄປກິນລົມຢູ່ນອກຫ້ອງການ. ເຫັນໝູ່ຮ່ວມງານສາມຄົນນັ່ງເບີຍ ອາລົມຢູ່ນອກລະບຽງ, ໜຶ່ງໃນສາມພວມຮີດຢາຢ່າງສຸຂາລົມ ເຮັດໃຫ້ຂ້ອຍຜູ້ຍ່າງເຂົ້າໄປໃກ້ຕ້ອງ ໄດ້ປັດຄວັນຢາໃຫ້ຜີກອອກໄປໄກ ແຕ່ກິ່ນຂີວຂອງມັນຍັງໝົ້ນເຂົ້າຮູດັງຂອງຂ້ອຍຈົນໄດ້.
“ຈັ່ງແມ່ນເຮັດຄືແທ້ນໍ!” ເພື່ອນຜູ້ມີສາຍາວ່າສິງອົມຄວັນທັງເວົ້າທັງປ່ອຍຄວັນຢາປຸ້ມອອກ ມາ ພ້ອມທັງເຄາະຂີ້ກອກຢາໃສ່ກະປ໋ອງນ້ອຍຢູ່ເທິງໂຕະ.
“ຮູ້ວ່າຢູ່ບ່ອນນີ້ແມ່ນບ່ອນສຳລັບສູບຢາ ໂຕຜັດເສືອກມາຮ່ວມກຸ່ມນຳ, ກໍຊ່ອຍບໍ່ໄດ້ລະເດີ! ຫຼືວ່າຄິດຢາກຫວນກັບມາສູບຄືນອີກໃໝ່ບໍ!?!” ໝູ່ທີ່ນັ່ງຢູ່ຂ້າງສິງອົມຄວັນກ່າວຂຶ້ນພ້ອມທັງດຶງເອົາ ກອກຢາຢູ່ຊອງເທິງໂຕະເດ່ໃຫ້ເພື່ອນຢູ່ຂ້າງແລະໃຫ້ຕົນເອງ ແລ້ວກໍຈົກເອົາໄຟແຊັກຢູ່ຖົງເສື້ອມາໄຕ້… ຄວັນຢາທີ່ປຸ້ມຢູ່ບ່ອນນັ້ນຫຼາຍຢູ່ແລ້ວ ແຮ່ງເພີ່ມປະລິມານຫຼາຍຂຶ້ນອີກ ຈົນເຮັດໃຫ້ຂ້ອຍຕ້ອງ ຟ້າວປົບອອກຈາກທີ່ນັ້ນຢ່າງໄວພະລັນ ກ່ອນທີ່ຄວັນຢາມະຫາໄພຈະເຂົ້າໄປທຳລາຍປອດທີ່ເຄີຍ ຖືກມັນບຸກໂຈມຕີຈົນໄດ້ລົ້ມໝອນນອນເສື່ອມາແລ້ວເມື່ອຫ້າປີກ່ອນ…
ຄາວນັ້ນຂ້ອຍກັບກອກຢາເປັນຂອງຄູ່ກັນ ມີກອກຢາຢູ່ໃສ ແມ່ນມີຂ້ອຍຢູ່ບ່ອນຫັ້ນ. ຂ້ອຍ ເຜົາຜານເງິນເດືອນຈຳນວນໜຶ່ງສ່ວນສີ່ດ້ວຍການຊື້ຢາມາສູບ. ເວລານັ້ນ ຂ້ອຍຄິດວ່າການສູບຢາ ເປັນສິ່ງທີ່ຂາດບໍ່ໄດ້ສຳລັບລູກຜູ້ຊາຍໂຕຈິງຢ່າງຂ້ອຍ. ທຳອິດກໍສູບພຽງສອງສາມກອກຕໍ່ມື້ ໂດຍ ແມ່ນໝູ່ຫຼາຍຄົນທີ່ຕິດຢາສູບ ຈະເປັນຜູ້ຢິບຍື່ນກອກຢາໃຫ້ເວລາທີ່ພົບໜ້າຄາຕາກັນ. ບາງເທື່ອຢາ ສູບຂອງໝູ່ໝົດຊອງແລ້ວ ຂ້ອຍກໍເຮັດໃຈໃຫຍ່ຊື້ມາສູບເອງ ແລະກໍຍື່ນໃຫ້ໝູ່ເປັນການຕອບແທນທີ່ ໝູ່ເຄີຍແບ່ງປັນໃຫ້ຕົນເອງ. ດົນຕາມດົນ ຈາກສູບພຽງສາມສີ່ກອກຕໍ່ມື້ ກໍເລີຍກາຍເປັນຊອງຕໍ່ມື້… ຈາກການໜັກໄປໜ້າຂອງການສູບຢາ ເຮັດໃຫ້ “ມາໄລ” ຄົນຮັກຂອງຂ້ອຍຊຶ່ງເປັນແພດປະຈຳໂຮງ ໝໍເມືອງຕ້ອງໄດ້ອອກມາຕັກເຕືອນຢ່າງອອກໜ້າອອກຕາ ຫຼັງຈາກທີ່ໄດ້ກ່າວແບບອ້ອມຄ້ອມມາ ແລ້ວຫຼາຍກວ່າສອງປີ ໂດຍສະເພາະແມ່ນຕອນທີ່ຂ້ອຍເຂົ້ານອນໂຮງໝໍຍ້ອນບັນຫາປອດອັກເສບ.
“ອ້າຍຄຳ, ຄັນອ້າຍຫວັງຈະຈົມຫົວລົ້ມທ້າຍກັບນ້ອງແລ້ວ. ຂໍໃຫ້ອ້າຍເຊົາສູບຢາໄດ້ບໍ່?” ນາງທັງເວົ້າທັງແນມເບິ່ງໜ້າຂ້ອຍແບບບໍ່ພັບຕາ.
“ນ້ອງກະດາຍ, ຄັນຊິໃຫ້ອ້າຍເຊົາສູບຢາ…ເອີ…ກໍປານກັບເອົາພ້າມາຟັນຄໍອ້າຍພຸ້ນລະນໍ!” ທຳອິດວ່າຊິເວົ້າ “…ໃຫ້ອ້າຍປະນ້ອງດີກວ່າ” ແຕ່ຟະແລັ້ງປາກຍັງໃຊ້ການໄດ້ດີຢູ່ ຈຶ່ງປ່ຽນຄຳເວົ້າ ໄດ້ທັນ ຄັນບໍ່ຊັ້ນຄົງມີຫວັງເຫັນດຳເຫັນແດງກັນຄັກໆແລ້ວແຫຼະຕອນນັ້ນ!
“ອ້າຍກະຊ່າງວ່າ. ຄືຊິແມ່ນຮັກກອກຢາຫຼາຍກວ່ານ້ອງແລະສຸຂະພາບຂອງຕົນເອງຕິເບາະ, ຈຶ່ງວ່າຈັ່ງຊັ້ນ.” ນາງຕໍ່ວ່າພ້ອມທັງຫຼັບຕາຊັງ.
“ບໍ່ແມ່ນໄດ໋! ອ້າຍຂໍສາບານ!” ຂ້ອຍທັງເວົ້າທັງຍໍມືພະນົມຕໍ່ເທວະດາຟ້າແຖນ ທັງໆທີ່ຍັງ ນອນເຈັບຢູ່ເທິງຕຽງ.
“ຄັນຊັ້ນ, ກໍໃຫ້ອ້າຍພະຍາຍາມເຊົາສູບຢາ. ຫາກນ້ອງເຫັນອ້າຍສູບມື້ໃດ ສາຍສຳພັນ ລະຫວ່າງເຮົາທັງສອງເປັນອັນວ່າຂາດສະບັ້ນໃນມື້ນັ້ນໂລດເດີ! ສາບານວ່າຈະເຮັດຕາມຄຳສະເໜີ ຂອງນ້ອງໄດ້ບໍ່?”
ນາງເວົ້າມາໃນຫຼ່ຽມນີ້ ຂ້ອຍກໍເລີຍມິດອິ້ມຊິ້ມປານຖືກເຂັມຫຍິບປາກເອົາໂລດ ຈຶ່ງໄດ້ແຕ່ ງຶກຫົວ ຍອມຮັບຄຳສະເໜີຂອງນາງຢ່າງບໍ່ມີເງື່ອນໄຂ ເພາະຢ້ານຊອກຫາເມຍງາມໆດີໆຄືຈັ່ງຊີ້ບໍ່ໄດ້.
ຫຼັງຈາກອອກຈາກໂຮງໝໍ ທຸກຄັ້ງທີ່ໄປພົບນາງ ຂ້ອຍຕ້ອງທໍລະມານນຳການອົດສູບຢາ… ນາງຄົງເຫັນອາການແງ້ນຢາຂອງຂ້ອຍອອກ ນາງຈຶ່ງມັກຈະຍື່ນຊິງໂງ້ມມາໃຫ້ຫຍໍ້າແທນ ຊຶ່ງກໍເຮັດ ໃຫ້ຂ້ອຍສາມາດຫຼຸດຜ່ອນຄວາມຢາກສູບລົງໄປໄດ້ໃນລະດັບໃດໜຶ່ງ. ດົນຕາມດົນ ການຫຍໍ້າໝາກ ຊິງໂງ້ມກໍເລີຍກາຍເປັນນິໄສ, ຈາກການສູບຢາເປັນຊອງກໍຄ່ອຍຫຼຸດຜ່ອນລົງ ຈົນຮອດມື້ທີ່ຂ້ອຍໄດ້ ຮ່ວມຫໍວິວາກັບນາງ ຂ້ອຍຈຶ່ງຮູ້ສຶກໂຕວ່າໄດ້ຫຼຸດພົ້ນຈາກອຳນາດຂອງຄວັນຢາສູບໄດ້ຢ່າງສິ້ນເຊີງ.
“ມື້ນີ້ ອ້າຍມີຄວາມສຸກທີ່ສຸດໃນໂລກ ທີ່ສາມາດຄອບຄອງສີ່ຫ້ອງຫົວໃຈຂອງນ້ອງໄດ້.” ຂ້ອຍກ່າວຄຳທຳອິດຕໍ່ນາງຫຼັງຈາກທີ່ຖືກສົ່ງໂຕເຂົ້າຫ້ອງຫໍວິວາຢ່າງເປັນທາງການ.
“ນ້ອງກໍມີຄວາມສຸກທີ່ສຸດໃນໂລກ ທີ່ບໍ່ໄດ້ກິ່ນຄວັນຢາສູບຈາກປາກຂອງອ້າຍ.” ພໍແຕ່ນາງ ກ່າວສຸດ ຂ້ອຍກໍປະທັບຮອຍຈູບລົງພວງແກ້ມອັນຂາວນວນຂອງນາງ…
ຫາກຂ້ອຍບໍ່ເຊົາສູບຢາດັ່ງນາງສະເໜີ ມື້ວານນີ້ຂ້ອຍຄົງບໍ່ມີໂອກາດພາລູກຊາຍໄປສະຫຼອງວັນເດັກຢູ່ໂຮງຮຽນອະນຸບານນຳເຂົາດອກ… ຄິດມາຮອດນີ້ຂ້ອຍເຜີຍຍິ້ມໃຫ້ກັບຕົນເອງ ແລ້ວໂຍບໂຕລົງນັ່ງ ເທິງຕັ່ງ ສືບຕໍ່ເຮັດວຽກຕາມໜ້າທີ່ຂອງຕົນ…

No comments: