Followers

Sunday, August 23, 2009

​ເງິນ ຫລື ອຸດົມ​ການ




ພາຍຫລັງທີ່ຂ້ອຍກັບມາຈາກຫ້ອງການ ຂ້ອຍກໍຟ້າວຖ່າຍເຄື່ອງແບບພະນັກງານອອກ ແລ້ວຂ້ຽວນໍາເອົາຊຸດອອກແຮງງານ ຊຶ່ງໄດ້ແກ່ເສື້ອກ້າມ ແລະ ໂສ້ງຂາສັ້ນມາປ່ຽນແທນ.
ມື້ນີ້ ຄືກັບມາໄວແທ້ ພໍ່ແອ.ສຽງຄູ່ຊີວິດຂອງຂ້ອຍດັງໂດ່ງມາແຕ່ເຮືອນຄົວ ບ່ອນທີ່ລາວພວມຫ້າງຫາກະກຽມເພື່ອຄົວກິນສຳລັບຄາບແລງ.
ມື້ນີ້ ບໍ່ມີວຽກພິເສດ. ຫົວໜ້າເພິ່ນເປັນເຈົ້າການເຮັດເອງ.ຂ້ອຍຕອບເມຍດ້ວຍອາລົມບໍ່ຄ່ອຍຜ່ອງໃສປານໃດ ພ້ອມກັບໃຊ້ມືຄວ່າເອົາແພອີ່ໂປ້ມາຮັດແອວ ເພື່ອກຽມລົງສວນຄົວ ບ່ອນທີ່ເພີ່ມລາຍໄດ້ອີກທາງໜຶ່ງສຳລັບຄອບຄົວທີ່ອີງອາໄສແຕ່ເງິນເດືອນຂອງລັດລະດັບ 4 ຂັ້ນ 5.
ເກັບຜັກອີ່ຕູ່ກັບຫົວສີໃຄມາໃສ່ແກງໜໍ່ໄມ້ແດ່ເດີ ພໍ່ແອ!ຜູ້ເປັນເມຍທີ່ມີລູກຊາຍໄວປີປາຍຫ້ອຍຢູ່ຫລັງສັ່ງນຳຫລັງ.
ຂ້ອຍຈັບເອົາຄຸທີ່ມີເຊືອກຍາວມັດຢູ່ງວງ ແລ້ວຍ່າງກົງໄປທີ່ນໍ້າສ້າງ ຊຶ່ງຫາກໍຂຸດແລ້ວຫວ່າງອາທິດກ່ອນ. ຂ້ອຍສັກແສງຕາລົງໄປກົ້ນນໍ້າສ້າງຈົນເກືອບບໍ່ເຫັນຮອດນໍ້າດ້ວຍຈິດໃຈວັ່ງເວ ພາບເຫດການກ່ອນທີ່ຂ້ອຍຈະຍ່າງອອກມາຈາກຫ້ອງການຍັງປະທັບແໜ້ນຢູ່ໃນສະໝອງ. ສຽງຫົວໜ້າຍັງດັງກ້ອງໃນຫູ
ຖ້າພວກເຮົາບໍ່ເຮັດຈັ່ງຊີ້ ເຮັດແນວໃດຊິມີຢູ່ມີກິນຄືຜູ້ອື່ນເຂົາ? ມີໂອກາດແລ້ວ ກໍຟ້າວຄຸບເອົາຊັ້ນລະບໍ! ໂອກາດດີໆແບບນີ້ບໍ່ແມ່ນຊິມີເລື້ອຍໆ ອາດເວົ້າໄດ້ວ່າສິບປີມີເທື່ອໜຶ່ງ. ຖ້ານ້ອງບໍ່ຢາກເຮັດກໍບໍ່ເປັນຫຍັງ ແຕ່ຢ່າສູ່ປາກໂປ້ງໄປທາງໃດ. ຍຸກນີ້ ອຸດົມການ ແມ່ນເລື່ອງຫລ້າສະໄໝໄປແລ້ວ. ຖ້າເຮົາຍັງຂືນ ມີອຸດົມການຢູ່ຫັ້ນ ລູກເມຍຂອງເຮົາກໍພາກັນອົດຕາຍພໍດີ! ອຸດົມການ ກິນບໍ່ໄດ້ດອກ!
ຂ້ອຍເກືອບຈະບໍ່ເຊື່ອວ່າ ບັນດາຄໍາເວົ້າທີ່ຂ້ອຍໄດ້ຍິນແມ່ນດັງອອກມາຈາກປາກຂອງຫົວໜ້າຜູ້ທີ່ ຂ້ອຍໃຫ້ຄວາມເຄົາລົບນັບຖືດັ່ງພໍ່ຜູ້ທີສອງຂອງຂ້ອຍ. ຕະຫລອດສາມປີ ທີ່ຂ້ອຍໄດ້ເປັນສະມາຊິກຜູ້ໜຶ່ງຂອງພະແນກທີ່ມີອ້າຍແກ້ວເປັນຫົວໜ້າ ກໍມີລາວນີ້ແຫລະທີ່ໃຫ້ການສ້ຽມສອນບອກວິທີການເຮັດວຽກ ແລະ ຝຶກຝົນຫລໍ່ຫລອມໃຫ້ເປັນຜູ້ເປັນຄົນ. ເວລາແຕ່ງດອງກໍແມ່ນລາວເປັນເຈົ້າການໄປຂໍສາວໃຫ້ ເພາະພໍ່ແມ່ຂອງຂ້ອຍຢູ່ເຂດສອກຫລີກບໍ່ສາມາດຈະມາເປັນເຖົ້າແກ່ໃຫ້ໄດ້. ມີອັນໃດບໍ່ທ່ວງບໍ່ທັນ ກໍແມ່ນອ້າຍແກ້ວເປັນຜູ້ຫຍິບຍື່ນໃຫ້. ທຸກຄັ້ງທີ່ມີການຮ່ວມຊີວິດການເມືອງຂອງພະແນກ ອ້າຍແກ້ວມັກຈະສອດແຊກອຸດົມຄະຕິອັນດີໆໃຫ້ແກ່ສະມາຊິກພາຍໃນພະແນກ ເຮັດໃຫ້ທຸກຄົນເຫັນໄດ້ເຖິງການສ້າງຄວາມກ້າວໜ້າໃຫ້ແກ່ຕົນເອງໃນສັງຄົມປັດຈຸບັນ. ໃຜໆກໍມີຄວາມເຫລື້ອມໃສໃນຄວາມເປັນແບບຢ່າງຂອງລາວ. ເຖິງແມ່ນລາວຈະມີລົດປະຈຳຕຳແໜ່ງ ແຕ່ລາວກໍບໍ່ໄດ້ໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ, ລາວຈະໃຊ້ສະເພາະສິ່ງທີ່ກ່ຽວພັນກັບໜ້າ ວຽກທີ່ລາວຮັບຜິດຊອບເທົ່ານັ້ນ. ລາວຈະບໍ່ຍອມນຳໃຊ້ລົດປະຈຳຕຳແໜ່ງມາຮັບໃຊ້ຄອບຄົວຂອງລາວເປັນເດັດຂາດ ຈົນວ່າເມຍຂອງລາວເຄີຍອອກປາກຈົ່ມໃຫ້ຂ້ອຍໄດ້ຍິນວ່າຈັ່ງແມ່ນລາວຊື່ລາວຈ້າ ຖ້າລາວສະຫລາດແດ່ຈັກໜ້ອຍ ເອື້ອຍກໍຄົງບໍ່ໄດ້ຂີ່ລົດຈັກໄປການດອກ! ຂະໜາດລູກຂອງໝູ່ຜູ້ທີ່ອອກເຮັດວຽກພ້ອມດຽວກັບລາວຫັ້ນນ່າ ຍັງໄດ້ຂີ່ລົດວີໂກ້ໄປໂຮງຮຽນ! ຄຶດມາແລ້ວ ເອື້ອຍກໍຍິ່ງຈ້າກວ່າລາວ ທີ່ຫລົງມາສ້າງຄອບຄົວນຳລາວ. ຄັນເອົາກັບຜູ້ອື່ນ ປານນີ້ເອື້ອຍກໍຄົງບໍ່ທຸກປານນີ້!
ສຽງຈົ່ມຂອງເອື້ອຍປານ ເມຍຂອງອ້າຍແກ້ວ ເຮັດໃຫ້ຂ້ອຍຮູ້ສຶກຂົນຄີງລຸກ ແລະ ກໍຮູ້ສຶກສົງສານໃນຕົວຂອງຫົວໜ້າຢ່າງຈັບໃຈ. ຂ້ອຍບໍ່ຄຶດເລີຍວ່າ ຄົນດີມີອຸດົມການຄືອ້າຍແກ້ວ ເປັນຫຍັງຈຶ່ງຖືກເມຍຕຳໜິວ່າເປັນຄົນໂງ່ຄົນຈ້າເຖິງພຽງນີ້. ແຕ່ສຳລັບຂ້ອຍແລ້ວ ທຸກຄັ້ງທີ່ຂ້ອຍໄດ້ຢູ່ໃກ້ຊິດ ແລະ ຍິນຄຳເວົ້າຄຳວ່າຂອງອ້າຍແກ້ວແລ້ວ ຂ້ອຍຮູ້ສຶກວ່າຕົນເອງມີພະລັງອຳນາດອັນປະຫລາດໃນການບຸກບືນຕໍ່ສູ້ກັບຄວາມຫຍຸ້ງຍາກທີ່ມີໃນການດຳລົງຊີວິດ. ທຸກເທື່ອທີ່ຂ້ອຍມີບັນຫາ ຂ້ອຍມັກລະບາຍສູ່ອ້າຍແກ້ວຟັງ ແລະ ລາວກໍໄດ້ຊອກຊ່ອງທາງແກ້ໄຂຊ່ວຍຂ້ອຍ. ອ້າຍແກ້ວເຄີຍສັ່ງສອນພວກຂ້ອຍສະມາຊິກພາຍໃນພະແນກເລື້ອຍໆວ່າໃຫ້ເຮັດວຽກດ້ວຍຄວາມຊື່ສັດບໍລິສຸດ, ຈົ່ງຫລີກເວັ້ນການສໍ້ລາດບັງຫລວງ. ເຖິງແມ່ນປາກົດການຫຍໍ້ທໍ້ດັ່ງກ່າວຈະປາກົດໃຫ້ເຫັນໃນສັງຄົມ ພວກເຮົາກໍບໍ່ຄວນເອົາເປັນແບບຢ່າງ. ພວກທີ່ຮັ່ງມີດ້ວຍການສໍ້ລາດບັງຫລວງ ຫລື ສໍ້ຫລວງບັງລາດນັ້ນ ຈະບໍ່ສາມາດຢູ່ຄົງຕົວ ແລະ ຄໍ້າຟ້າໄປໄດ້ ບໍ່ມື້ໃດກໍມື້ໜຶ່ງ ພວກນີ້ກໍຈະຖືກປາບລົງຢ່າງຮາບຄາບ. ບູຮານເພິ່ນຍັງວ່າຊື່ກິນບໍ່ໝົດ ຄົດກິນບໍ່ນານ”. ດັ່ງນັ້ນ ພວກເຮົາບໍ່ຄວນອອນຊອນນຳເຮືອນຫລັງບັກໃຫຍ່, ລົດຄັນງາມໆ ທີ່ໄດ້ມາໂດຍບໍ່ຊອບທຳ. ພວກເຮົາຈົ່ງຕັ້ງໜ້າເຮັດວຽກດ້ວຍຄວາມຊື່ສັດສຸຈະລິດ, ແລ້ວຄວາມດີທີ່ເຮົາສ້າງສົມມາ ກໍຈະຕອບສະໜອງໃຫ້ພວກເຮົາຢ່າງແນ່ນອນ.
ຄຳສອນຂອງອ້າຍແກ້ວດັ່ງກ່າວ ມັນຊ່າງປິ້ນກັນປານໜ້າມືເປັນຫລັງຕີນ ກັບການເວົ້າຂອງລາວໃນຫວ່າງຕອນຈະເລີກການຂອງມື້ນີ້. ມັນເຮັດໃຫ້ຂ້ອຍຮູ້ສຶກສະເທືອນໃຈເປັນຢ່າງຍິ່ງ, ຄວາມເຊື່ອໝັ້ນເຊື່ອຖືໃນໂຕຂອງຜູ້ເປັນຫົວໜ້າ ບໍ່ຮູ້ວ່າຫລຸດລອຍໄປທາງໃດກໍບໍ່ຮູ້. ຂ້ອຍບໍ່ເຊື່ອເລີຍວ່າ ຜູ້ມີອຸດົມການຄືກັບອ້າຍແກ້ວຈະມາປ່ຽນແປງໄວເຖິງພຽງນີ້ ແລ້ວຂ້ອຍລະ? ຍັງຈະຍຶດໝັ້ນນຳອຸດົມການທີ່ລາວໄດ້ຫຍິບຍື່ນໃຫ້ນັ້ນຕໍ່ໄປຫລືໃດ? ຂ້ອຍທັງຕັກນໍ້າໃສ່ບົວຫົດຜັກ ທັງຄຶດໄປດ້ວຍຄວາມວຸ່ນວາຍໃຈ. ຫລືວ່າຂ້ອຍຄວນເຮັດຄືອ້າຍແກ້ວແນະນຳໃຫ້ຂ້ອຍເຮັດ ແລະ ຂ້ອຍກໍຈະມີສ່ວນແບ່ງກັບລາວ 50%. ຖ້າໄດ້ສ່ວນແບ່ງນັ້ນ ຂ້ອຍກໍສາມາດຊື້ລົດເກັງຄັນງາມໆມາຂີ່ໄດ້ຢ່າງສະບາຍໆ ຊໍ້າບໍ່ພໍ ຍັງຈະໄດ້ປຸກເຮືອນຫລັງໃຫຍ່ໆມາຢູ່ອີກດ້ວຍ. ຄິດມາຮອດນີ້ ຂ້ອຍແນມໄປກ້ອງຕາລ່າງເຮືອນຮ້ານທີ່ມີລົດດຣີມສີແດງຄັນເກົ່າໆສາມມື້ດີສີ່ມື້ເພຈອດປະໄວ້ຫັ້ນ ດ້ວຍຫົວໃຈທີ່ກະວົນກະວາຍ. ກວ່າຈະຫົດຜັກໃຫ້ທົ່ວສວນຄົວ ດວງຕາເວັນແດງທີ່ສາມາດເບິ່ງດ້ວຍຕາເປົ່າກໍລັບລົງແນວໄມ້ໄປແລ້ວ ຄວາມມືດສະລົວໄດ້ເຂົ້າມາແທນທີ່, ຂ້ອຍຟ້າວນຳເອົາຜັກອີ່ຕູ່ ແລະ ຫົວສີໃຄຂຶ້ນມາໃຫ້ແມ່ແອຢູ່ເຮືອນຄົວພີ້.
ຕະຫລອດຄືນນີ້ ການຕໍ່ສູ້ແນວຄິດໃນມັນສະໝອງຂ້ອຍຈັ່ງແມ່ນມັນດຸເດືອດເອົາແທ້ເອົາວ່າ ຈົນແມ່ແອຜູ້ນອນຢູ່ຂ້າງອອກປາກຖາມວ່າເປັນຫຍັງ, ແຕ່ຂ້ອຍກໍບໍ່ຍອມເອີ່ຍປາກເລົ່າຄວາມອຸກອັ່ງສູ່ລາວຟັງ ໄດ້ພຽງແຕ່ບອກລາວວ່າ ນອນບໍ່ສູ້ຫລັບດີປານໃດ ເພາະຫວ່າງແລງນີ້ ດື່ມນໍ້າຊາອ່າວປຸກໄປແດ່ຈັກໜ້ອຍ. ຂ້ອຍແນມຜ່າຄວາມມືດໄປຍັງຮ່າງຄີງຂອງຜູ້ເປັນເມຍ ແລະ ຜູ້ເປັນລູກດ້ວຍຄວາມສົງສານທີ່ຕ້ອງມາທົນລໍາບາກຍາກກໍານໍາພະນັກງານຜູ້ນ້ອຍທີ່ມີລາຍໄດ້ຕໍ່າຜູ້ນີ້. ແຕ່ຕາມສັງເກດແລ້ວ ແມ່ແອ ລາວກໍບໍ່ໄດ້ຈົ່ມທຸກຈົ່ມຍາກຫຍັງສູ່ຟັງ ເຖິງແມ່ນການກິນຢູ່ຈະບໍ່ອຸດົມສົມບູນ ການໄປມາຈະບໍ່ສະດວກສະບາຍ ແຕ່ຮອຍຍິ້ມຢູ່ແຈສົບຂອງລາວກໍຈະປາກົດໃຫ້ເຫັນຢູ່ເປັນປະຈຳ ຊຶ່ງມັນໄດ້ເປັນແມ່ແຮງອັນສຳຄັນທີ່ເຮັດໃຫ້ຂ້ອຍມີພະລັງເຂົ້າໃນການຕໍ່ສູ້ກັບຊີວິດ.
ຄວາມສຸກເລັກໆນ້ອຍໆສຳ່ນີ້ ເຮົາຍັງບໍ່ພໍບໍ? ນັບຕັ້ງແຕ່ສ້າງຄອບຄົວກັນມາ ຂ້ອຍ ແລະ ແມ່ແອກໍພະຍາຍາມທະນຸຖະໜອມຄວາມຮັກທີ່ພວກເຮົາມີຕໍ່ກັນເປັນຢ່າງດີ ບໍ່ເຄີຍມີປາກມີສຽງຕໍ່ກັນຈັກເທື່ອ. ເຖິງແມ່ນວ່າພວກເຮ ົາຈະຂີ່ລົດດຣີມ ແລະ ໃສ່ໝວກກັນນັອກເກົ່າໆໄປກິນດອງ ແຕ່ພວກເຮົາກໍພໍໃຈໃນສິ່ງທີ່ເຮົາມີ. ບາງຄັ້ງໄປພົບເພື່ອນເກົ່າຢູ່ງານດອງ ຂ້ອຍກໍຕ້ອງຮູ້ສຶກເຂີນໆວາດໃດວາດໜຶ່ງໃນເວລາຕອບຄຳຖາມວ່າຕົນເອງກັບເມຍຂີ່ລົດຈັກມາກິນດອງ. ແມ່ແອຄົງເຫັນທ່າທີດັ່ງກ່າວຂອງຂ້ອຍ ເວລາກັບມາຮອດເຮືອນ ລາວກໍຈະເວົ້າໃຫ້ກຳລັງໃຈຂ້ອຍວ່າ ບໍ່ຕ້ອງໄປອາຍດອກ ຖານະເຮົາເປັນແນວໃດ ກໍຕ້ອງສະແດງໃຫ້ເຂົາເຫັນວ່າເຮົາເປັນແນວນັ້ນ. ຖ້າເຮົາເປັນຄົນດີຂອງສັງຄົມແລ້ວ ຄົນໃນສັງຄົມກໍຈະນັບຖືເຮົາ. ທະແນມວ່າພວກເຮົາອົດທຸກ ແລະ ບຸກບືນໃນມື້ນີ້ ໃນມື້ໜ້າພວກເຮົາກໍຈະມີຄວາມສຸກສະບາຍ”.
ຢາກຈະເອີ່ຍປາກບອກແມ່ແອກ່ຽວກັບບັນຫາທີ່ມັນຄ້າງຄາໃຈ ແຕ່ກໍຮູ້ສຶກຄືມີຫຍັງມາອັດຮູຄໍໄວ້ ແລະ ຄິດວ່າແມ່ແອຄົງບໍ່ເຫັນດີເຫັນພ້ອມນໍາແນ່ນອນ ເພາະລາວເປັນຄົນທໍາມະທໍາໂມ ຫາກໄປເວົ້າເລື່ອງນີ້ເຂົ້າຫູລາວແລ້ວ ມີຫວັງຖືກເທດກັນບັກໃຫຍ່ໂລດລະ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຕໍ່ສູ້ກັບສິ່ງຫຍໍ້ທໍ້ທາງແນວຄິດຢູ່ຜູ້ດຽວຕະຫລອດທັງຄືນ.
ລຸກແມ້, ພໍ່ແອເຈັດໂມງແລ້ວໄດ໋, ເຈົ້າບໍ່ໄປການຫວາ?” ສຽງແມ່ແອ ເຮັດໃຫ້ຂ້ອຍສະດຸ້ງຕື່ນ ຟ້າວງົວເງຍໄປທີ່ຕຸ່ມນໍ້າເຊິ່ງງອຍຢູ່ຂ້າງຄັນໄດເຮືອນ.
ເມື່ອແຕ່ງກາຍຮຽບຮ້ອຍແລ້ວ ຂ້ອຍກໍລົງເຮືອນໄປອຸ່ນຈັກລົດໄວ້ ແລ້ວຂຶ້ນມາປັ້ນເຂົ້າພ້ອມກັບແມ່ແອ ແລະ ລູກນ້ອຍ.
ມາຮອດຫ້ອງການພໍດີແປດໂມງຈັບ! ຂ້ອຍຟ້າວເປີດປະຕູຫ້ອງການເຂົ້າໄປດ້ວຍໃຈອັນຮ້ອນຮົນປານຖືກໄຟລວກ. ຂ້ອຍເອົາກະເປົາເອກະສານວາງລົງໂຕະເຮັດວຽກໂດຍບໍ່ກ່າວຄຳທັກທາຍເພື່ອນຮ່ວມງານທີ່ມາຮອດກ່ອນ ພ້ອມທັງຍ່າງກົງໄປທີ່ຫ້ອງຫົວໜ້າ ເຮັດໃຫ້ທຸກຄົນຫລຽວຕາມຫລັງຢ່າງງົງໆ. ຂ້ອຍບໍ່ລືມທີ່ຈະເຄາະປະຕູ, ຫລັງຈາກໄດ້ຍິນສຽງອະນຸຍາດຂອງຫົວໜ້າໃຫ້ເຂົ້າໄປໄດ້ ຂ້ອຍຈຶ່ງຜຸນຜັນຍ່າງເຂົ້າໄປຫາຫົວໜ້າດ້ວຍໃບໜ້າອັນຮ້ອນຜ່າວ ພ້ອມກັບຍື່ນເຈ້ຍໃບໜຶ່ງໃຫ້.
ນ້ອງຂໍລາພັກ ເພື່ອກຽມໄປຊອກວຽກໃໝ່!
ອ້າວ! ເປັນຫຍັງຈຶ່ງວ່າຊັ້ນລະ, ຄຳດີ?” ຫົວໜ້າຖາມຢ່າງຂ້ອງໃຈ.
ນ້ອງໝົດຫວັງໃນຕົວຂອງອ້າຍ. ອຸດົມການທີ່ອ້າຍໄດ້ສ້ຽມສອນນ້ອງນັ້ນ ມັນໄດ້ຝັງເລິກໃນແນວຄິດຂອງນ້ອງຈົນຍາກທີ່ຈະຖອດຖອນອອກໄດ້, ເຖິງແມ່ນຄຳສອນທີ່ອອກມາຈາກປາກຂອງຜູ້ທີ່ທໍລະຍົດຕໍ່ອຸດົມການກໍຕາມນ້ອງຄິດວ່າ ໄປເຮັດວຽກກັບຜູ້ທີ່ບໍ່ມີອຸດົມການ ຍັງຈະດີກວ່າເຮັດວຽກຢູ່ກັບຜູ້ທີ່ທໍລະຍົດຕໍ່ອຸດົມການຂ້ອຍກ່າວອອກໄປດ້ວຍຈິດໃຈອັນບອບຊໍ້າ ຫລຽວເບິ່ງໜ້າອ້າຍແກ້ວຢ່າງແຄ້ນໃຈ ແລ້ວກໍຍ່າງອອກຈາກຫ້ອງໂດຍບໍ່ຍອມຫລຽວຫລັງຄືນໄປອີກ.

ມາຢູ່ເຮືອນໂດຍບໍ່ໄດ້ໄປການ ເຮັດໃຫ້ແມ່ແອມີຂໍ້ຂ້ອງໃຈ, ຂ້ອຍກໍເລີຍເຜີຍຄວາມຈິງສູ່ເມຍຟັງຈົນໝົດເປືອກ. ແມ່ແອຍິ້ມຄືດັ່ງທີ່ລາວເຄີຍຍິ້ມໃຫ້ຂ້ອຍທຸກໆຄັ້ງຜ່ານມາ
ດີແລ້ວ ທີ່ອ້າຍຕັດສິນໃຈຖືກ. ຖ້າອ້າຍຝືນເຮັດຕາມຄຳສະເໜີຂອງຫົວໜ້າ ຕາບາບກໍຈະຕິດໂຕອ້າຍຕະຫລອດໄປ, ຊີວິດຂອງພວກເຮົາກໍຈະບໍ່ມີຄວາມສຸກຢ່າງແທ້ຈິງ. ໄດ້ຍິນຄວາມຈິງ ແລະ ການຕັດສິນໃຈຂອງອ້າຍແລ້ວ, ນ້ອງຮູ້ສຶກມີຄວາມສຸກທີ່ສຸດ. ຄວາມສຸກຂອງຄົນເຮົາ ບໍ່ແມ່ນຜູ້ນຳວັດຖຸອັນມີຄ່າຢ່າງຫລວງຫລາຍພາຍມາກ. ມີພຽງເລັກໜ້ອຍ ແຕ່ຮູ້ນຳໃຊ້ມັນ ມັນກໍສາມາດເຮັດໃຫ້ຈິດໃຈພວກເຮົາມີຄວາມສຸກໄດ້.
ໄດ້ເຫັນຮອຍຍິ້ມ ໄດ້ຍິນຄໍາເວົ້າທີ່ມ່ວນຫູຂອງຄູ່ຊີວິດກໍໄດ້ເຮັດໃຫ້ຫົວໃຈຂອງຂ້ອຍໂພ່ງໃຫຍ່ປານປຸມເປົ້າທີ່ພວມລອຍຢູ່ເທິງອາກາດ.
ຕະຫລອດສາມມື້ທີ່ບໍ່ໄດ້ໄປການ ມີແຕ່ຊອກຊື້ໜັງສືພິມມາຄົ້ນຫາບ່ອນເຮັດວຽກໃໝ່ແຕ່ກໍບໍ່ມີບ່ອນຖືກກັບວິຊາສະເພາະຂອງຕົນນັ່ງອ່ານປະກາດໃນໜ້າໜັງສືພິມເມື່ອຍແລ້ວ ກໍຫັນໄປອ່ານປຶ້ມເລື່ອງພໍໃຫ້ແກ້ເຫງົາ. ຂະນະທີ່ພວມອ່ານບົດເລື່ອງມ່ວນໆຢູ່ນັ້ນ ກໍໄດ້ຍິນແມ່ແອຮ້ອງເອີ້ນມາໃສ່ວ່າ:
ມີແຂກມາຫາ!
ຂ້ອຍແປກໃຈວ່າມີແຂກທາງໃດມາຫາກັນແທ້, ພໍປ່ອນໜ້າອອກໄປທາງປ່ອງຢ້ຽມໜ້າເຮືອນ ຈຶ່ງຮູ້ວ່າ ແຂກທີ່ມາຫານັ້ນ ແມ່ນອ້າຍແກ້ວຜູ້ທີ່ຂ້ອຍເຄີຍເຫລື້ອມໃສນັ້ນເອງ.
ເປັນແນວໃດ? ຕັດສິນໃຈຄັກແລ້ວບໍ? ອ້າຍຍັງໃຫ້ໂອກາດຕັດສິນໃຈໃໝ່ໄດ້ເດີ!ອ້າຍແກ້ວກ່າວຂຶ້ນ ຫລັງຈາກນັ່ງລົງຕັ່ງຂ້າງກີ່ຕຳຫູກຂອງແມ່ແອ.
ນ້ອງຕັດສິນໃຈຄັກແລ້ວ ແລະ ຈະບໍ່ຂໍປ່ຽນຄຳເວົ້າອີກ.ຂ້ອຍເວົ້າຢ່າງໜັກແໜ້ນ ພ້ອມກັບຈຶ້ງເບິ່ງຕາຂອງອ້າຍແກ້ວຢ່າງບໍ່ພັບ.
ໃຈເດັດອີ່ຫລີ, ນ້ອງຊາຍຂອງອ້າຍໜິ່! ບໍ່ເສຍແຮງທີ່ອ້າຍໄດ້ກໍ່ສ້າງມາ.ເວົ້າຈົບ ອ້າຍແກ້ວກໍເດ່ຊອງໃສ່ເອກະສານຂະໜາດ A4 ມາໃຫ້.
ຂ້ອຍບໍ່ຮູ້ວ່າ ອ້າຍແກ້ວຈະມາຫລ່ຽມໃດກັບຂ້ອຍອີກ ຂ້ອຍຟ້າວແກະຊອງເອກະສານ ແລະ ດຶງເຈ້ຍໃນຊອງນັ້ນອອກມາອ່ານ ຊຶ່ງມີຫົວຂໍ້ວ່າໃບແຕ່ງຕັ້ງຄະນະຮັບຜິດຊອບໂຄງການປ່າ​ສະຫງວນເຂດ…..”
ໃນລາຍຊື່ຂອງຄະນະຮັບຜິດຊອບ ນອກຈາກມີຊື່ຂອງອ້າຍແກ້ວຜູ້ເປັນຫົວໜ້າແລ້ວ ຍັງມີຊື່ຂອງຜູ້ຮອງ 2 ຄົນ ຊຶ່ງໜຶ່ງໃນນັ້ນແມ່ນຊື່ຂອງຂ້ອຍ. ຂ້ອຍເງີຍໜ້າຂຶ້ນຈາກໃບແຕ່ງຕັ້ງ ແລະ ຫລຽວເບິ່ງໜ້າອ້າຍແກ້ວຢ່າງແປກໃຈ ແລະ ບໍ່ຢາກເຊື່ອກັບສິ່ງດັ່ງກ່າວ...